ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮາ​ໂນ່ຍ​ ອາດ​ເປັນ​ແບບ​ຢ່າງ ດ້ານການ​ປະ​ຕິ​ຮູບ​ ແ​ກ່​ພຽງ​ຢາງ​ໄດ້ ເວ​ລາ​ມີ​ກອງ​ປະ​ຊຸມ​ສຸດຍອດ​ ຄັ້ງ​ທີ 2 ກັບ ສ​ຫລ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ກັບ​ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ ຈົງ​ອຶນ ໄດ້​ພົບ​ປະ​ກັນ​ຄັ້ງ​ທຳ​ອິດຢູ່​ສິງ​ກະ​ໂປ ໃນ​ເດືອນ ມິ​ຖຸ​ນາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ກັບ​ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ ຈົງ​ອຶນ ໄດ້​ພົບ​ປະ​ກັນ​ຄັ້ງ​ທຳ​ອິດຢູ່​ສິງ​ກະ​ໂປ ໃນ​ເດືອນ ມິ​ຖຸ​ນາ, 2018.

ໃນ​ປີ 1986, ຕອນ​ທີ່​ທ່ານ ວິນ​ລຽມ ບຣາວນ໌ (William Brown), ທີ່​ຄັ້ງ​ນຶ່ງ ເຄີຍ​ເປັນ​ເຈົ້າໜ້າ​ທີ່​ສືບ​ລັບ ແລະ​ນັກ​ເສດ​ຖະ​ສາດ​ ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ຖືກ​ສົ່ງໄປປະ​ຈຳ​ການຢູ່​ໃນ​ນະ​ຄອນ​ໂຊ​ລນັ້ນ ​ບັງ​ເອີນໄດ້​ເຫັນ​ຄະ​ນະ​ຜູ້​ແທນ​ຂອງ​ຫວຽດ​ນາມຄະ​ນະ​ນຶ່ງ​ຢູ່ ​ໂຮງ​ແຮມ Plaza. ພວກ​ເຂົ​ເຈົ້າ​ໄປ​ທີ່ນັ້ນເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນກິ​ລາ​ເອ​ຊຽນ​ເກມ (Asian Games).

ເມື່ອ​ຄະ​ນະ​ຜູ້​ແທນ​ດັ່ງ​ກ່າວ​ຮູ້​ວ່າ​ທ່ານ ບ​ຣາວນ໌ ເປັນ​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກັນ "ພວກ​ເຂົາ​ເຈົ້າ​ກໍ​ມີ​ລັກ​ສະ​ນະ​ທ່າ​ທາງ​ເວົ້າ​ແບບ​ເປັນ​ທາງ​ການ​ໃນ​ທັນ​ທີທັນ​ໃດ ແລະ​ເບິ່ງ​ຄ້າຍ​ກັບ​ວ່າ ພວກ​ເຂົາ​ເຈົ້າ​ຮັບ​ການ​ແນະ​ນຳ​ທາງ​ການ​ທູດ ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລ້ວ" ໂດຍ​ທີ່​ໄດ້ກ່າວ​ຕໍ່​ທ່ານບ​ຣາວ​ນ໌ວ່າ ພວກ​ເຂົາ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ ​ຕໍ່​ການ​ທີ່​ສະ​ຫະ​ລັດ​ໄດ້​ພັດ​ທະ​ນ​າ ນະ​ຄອນ​ໂຊ​ລໃຫ້​ຈະ​ເບັນ​ຄື​ແນວ​ໃດ ແລະ​ເວົ້າ​ວ່າ ລັດ​ຖະ​ບານ​ຂອງ​ພວກ​ເຂົາ​ເຈົ້າ ຢາກ​ເອົາຄວາມ​ບາດ​ໝາງ​ກັບວໍ​ຊິງ​ຕັນ​ໄປ​ຝັງ​ດິນ​ໄວ້ ເພື່ອໃຫ້​ສະ​ຫະ​ລັດສາ​ມາດເຮັດ​ຄື​ກັນນີ້ໃຫ້ແກ່​ຫວຽດ​ນາມໄດ້. "ພວກ​ເຂົາ​ເຈົ້າ​ຢາກ​ໃຫ້​ຮາ​ໂນ່ຍ​ເປັນ​ຄື​ກັນ​ກັບ​ນະ​ຄອນ​ໂຊ​ລ," ນັ້ນ​ຄື​ສິ່ງ​ທີ່​ທ່ານ ບ​ຣາວນ໌​ ຜູ້ທີ່​ດຽວນີ້​ເປັນ​ອາ​ຈານ​ສອນບາງ​ຄັ້ງ​ຄາວ ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຈອ​ຣ໌ຈວໍຊິງ​ຕັນ (Georgetown) ຈື່​ໄດ້.

ທ່ານບ​ຣາວ​ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ​ເກົາ​ຫລີວ່າ "ພວກ​ເຂົາ​ເຈົ້າ​ເຂົ້າ​ໃຈ​ຜິດ​ຢ່າງ​ສິ້ນ​ເຊີງ​ເລີຍ," ແລະກ່າວ​ເພີ້ມ​ອີກວ່າ ເພິ່ນ​ໄດ້​ບອກ​ພວ​ກ​ຫວຽດ​ນາມວ່າ ເຖິງ​ແມ່ນ​ສະ​ຫະ​ລັດຈະ​ໃຫ້​ການ​ຊ່ວຍ​ເຫລືອ​ກໍ​ຕາມ "ໂຮງ​ແຮມ ແລະ​ທຸກ​ສິ່ງ ທຸກ​ຢ່າງ​ທີ່​ພວກ​ເຂົາ​ເຈົ້າເຫັນ​ໄດ້​ຢູ່​ໃນ​ນະ​ຄອນ​ໂຊ​ລ ທີ່​ເຕັມ​ໄປ​ດ້ວຍ​ຕຶກ​ອັນ​ສູງໆ ນີ້ ລ້ວນ​ແຕ່ແມ່ນ​ຜົນ ຂອງ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ ແລະ​ການ​ອອກ​ແຮງ​ຂອງຊາວ​ເກົາ​ຫລີ​ໃຕ້, ບໍ່​ແມ່ນ​ຂອງ​ຄົນ​ອາ​ເມ​ຣິ​ກັນ."

ການ​ໂອ້​ລົມ​ກັນ​ດັ່ງ​ກ່າວ​ແມ່ນ​ມີ​ຂຶ້ນ​ໃນ​ປີ​ທີ່​ຮາ​ໂນ່ຍ​ດຳ​ເນີນ​ຕາມ​ນະ​ໂຍ​ບາຍເປີດເສ​ລີ​ແບບ "ໂດຍ​ເມີ້ຍ (doi moi)" ຂອງ​ຕົນ ເພື່ອ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ. "ໂດຍ​ເມີ້ຍ (doi moi)" ໝາຍ​ຄວາມ​ວ່າ ການ​ຫັນ​ປ່ຽນ​ໃໝ່ ໃນ​ພາ​ສາ​ຫວຽດ​ນາມ.

ນັບ​ແຕ່ນັ້ນ​ມາ, ຫວຽດ​ນາມ​ໄດ້​ປັບ​ປຸງ​ສາຍ​ພົວ​ພັນ​ກັບ​ສະ​ຫະ​ລັດ ແລະ​ໄດ້​ເປີດ​ກວ້າງ​ເສດ​ຖະ​ກິດ​ຂອງ​ຕົນ ​ຕໍ່​ປະ​ຊາ​ຄົມ​ສາ​ກົນ …..ແລະ​ດຽວ​ນີ້ ກໍ​ກຳ​ລັງ​ມີ​ຄວາມ​ສະ​ດວກ​ສະ​ບາຍຍ້ອນຄວາມ​ອຸ​ດົມ​ຮັ່ງ​ມີ​ທາງ​ເສດ​ຖະ​ກິດ.

ເສດ​ຖະ​ກິດ​ທີ່​ມີ​ການ​ປ່ຽນ​ແປງ​ຂອງ​ຫວຽດ​ນາມຈະ​ກາຍ​ເປັນ​ສ່ວນ​ນຶ່ງ​ຂອງ​ຜ້າ​ສາກ ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ​ສອງຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ກັບ​ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ ຈົງ​ອຶນ ທີ່​ມີ​ກຳ​ນົດ​ຈະ​ຈັດ​ຂຶ້ນ ທີ່ນະ​ຄອນ​ຫລວງ​ຮາ​ໂນ່ຍ ​ຂອງ​ຫວຽດ​ນາມ ໃນ​ວັນ​ທີ 27 ແລະ 28 ກຸມ​ພາ ທີ່​ຈະ​ມາ​ເຖິງນີ້. ພວກ​ຜູ້​ນຳ​ດັ່ງ​ກ່າວ​ ໄດ້​ພົບ​ປະ​ກັນ​ຄັ້ງ​ທຳ​ອິດໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ ຢູ່​ສິງ​ກະ​ໂປ, ຊຶ່ງ​ເປັນ​ກອງ​ປະ​ຊຸມ​ທີ່​ຖືກ​ຕຳ​ໜິ​ຢ່າງກວ້າງ​ຂວາງວ່າບໍ່ມີ​ຜົນ​ອອກ​ມາ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG