ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ແລະ ການ​ປະ​ທ້ວງ ໃນ​ຮົງ​ກົງ ເຮັດ​ໃຫ້ ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ໄດ້​ຮັບຄະ​ແນນ ເຫັນ​ດີ ເພີ້ມ​ຂຶ້ນ ຢ່າງ​ຫລວງ​ຫລາຍ


ປະ​ທາ​ນາ​ທິ​ບໍ​ດີ ຊາຍ ອິງ-ເວນ (Tsai Ing-wen) ຂອງ​ໄຕ້​ຫວັນ ໂບກ​ມືໃນ​ລະ​ຫວ່າງ ການ​ສະ​ເຫລີມສະ​ຫລອງວັນ​ຊາດ ຢູ່​ທຳ​ນຽບ ປະ​ທາ​ນາ​ທິ​ບໍ​ດີໃນ​ນະ​ຄອນ​ຫລວງ​ໄທ​ເປ, ວັນ​ທີ 10 ຕຸ​ລາ, 2019
ປະ​ທາ​ນາ​ທິ​ບໍ​ດີ ຊາຍ ອິງ-ເວນ (Tsai Ing-wen) ຂອງ​ໄຕ້​ຫວັນ ໂບກ​ມືໃນ​ລະ​ຫວ່າງ ການ​ສະ​ເຫລີມສະ​ຫລອງວັນ​ຊາດ ຢູ່​ທຳ​ນຽບ ປະ​ທາ​ນາ​ທິ​ບໍ​ດີໃນ​ນະ​ຄອນ​ຫລວງ​ໄທ​ເປ, ວັນ​ທີ 10 ຕຸ​ລາ, 2019

ປະ​ທາ​ນາ​ທິ​ບໍ​ດີ ຊາຍ ອິງ-ເວນ (Tsai Ing-wen), ທີ່​ເປັນ​ໜາມສຽບ​ແທງ​ຢູ່​ໃນ​ຈີນ ໄດ້​ເຫັນວ່າ ​ຄະ​ແນນ​ເຫັນ​ດີ​ນຳ​ທ່ານ​ນາງ​ຕົກ​ວູບ​ລົງ 24 ເປີ​ເຊັນ​ໃນ 1 ປີ​ກ່ອນ​ໜ້ານີ້. ດຽວນີ້ຜູ້​ນຳ​ຄົນ​ດັ່ງ​ກ່າວ ​ທີ່​ສືບ​ຕໍ່​ຕ້ານ​ຢັນ​ກັບ​ປັກ​ກິ່ງ ໄດ້​ຮັບ​ຄະ​ແນນ ເຫັນ​ດີ​ເຫັນ​ພ້ອມ​ນຳ​ຫລາຍກວ່າ 55 ເປີ​ເຊັນ ໃນ​ເວ​ລາ​ນຶ່ງ​ເດືອນ ​ກ່ອ​ນ​ໜ້າ​ທ່ານ​ນາງຈະລົງ​ສະ​ໝັກ​ແຂ່ງ​ຂັນ​ເພື່ອ​ໃຫ້​ຖືກ​ເລືອ​ກເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ຕໍ່​ໄປ.

ນັກ​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ ອາ​ຍຸ 63 ປີ ທ່ານນີ້ ໄດ້​ເຮັດ​ໃຫ້​ມີ​ການບິນ​ໄປ​ຕາມ​ກະ​ແສ​ລົມກັບ​ຄືນ​ມາ​ອີກ ​ຊຶ່ງເປັນ​ກະ​ແສພັດ​ມາ​ຈາກ​ການ​ປະ​ທ້ວງ​ຢ່າງ​ໃຫຍ່ ຢູ່​ໃນ​ຮົງ​ກົງນັບ​ແຕ່​ເດືອນ​ມິ​ຖຸ​ນາ​ເປັນ​ຕົ້ນ​ມາ ແລະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ລັດ​ຖະ​ບານ​ຂອງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ຂະ​ນະ​ທີ່​ທ່ານ​ຕ້ານຢັນ​ກັບຈີນ​ຍ້ອນ​ເຫດ​ຜົນ​ຂອງ​ທ່ານ​ເອງຢູ່ນັ້ນ, ອີງ​ຕາມຜູ້​ຄົນ​ທີ່​ຕິດ​ຕາມ​ເບິ່ງ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ເວົ້າກັນ. ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ການ​ປະ​ທ້ວງເຫລົ່າ​ນັ້ນ ແລະ​ທ່ານທ​ຣຳ ໄດ້​ໃຫ້​ການ​ຢືນ​ຢັນ​ແກ່​ນະ​ໂຍ​ບາຍ​ຂອງ​ທ່ານນາງຊາຍ (Tsai) ທີ່​ພະ​ຍາ​ຍາມຈະ​ຫລຸດ​ຜ່ອນ​ອິດ​ທິ​ພົນ​ຂອງ​ປັກ​ກິ່ງຕໍ່​ໄຕ້​ຫວັນ​ໃຫ້ມີ​ໜ້ອ​ຍທີ່​ສຸດ.

"ການ​ເຄື່ອນ​ໄຫວ​ຂອງທ່ານ​ນາງ ຊາຍ ອິງ-ເວນ (Tsai Ing-wen), ໃນ​ການ​ປະ​ຕິ​ເສດ​ຕໍ່​ຈີນ​ແຜ່ນ​ດິນ​ໃຫຍ່. ການ​ກີດ​ກັນ​ຈີນ​ແຜ່ນ​ດິນ​ໃຫຍ່​ໄວ້, ແລະການ​ປະ​ຕິ​ເສດບໍ່​ຍອມ​ມີການ​ແລກ​ປ່ຽນກັນ​ກັບ​ຈີນແຜ່ນ​ດິນ​ໃຫຍ່ ໃນ​ທັນ​ທີ​ທັນ​ໃດ​ໄດ້​ປ່ຽນ​ແປງ​ຈາກ​ການບໍ່​ໄດ້​ຮັບ​ຄວາມເຊື່ອ​ໝັ້ນ​ຂອງ​ຫລາຍ​ຄົນຊຶ່ງບ​າງ​ຄົນໃນ​ນັ້ນຄິດ​ວ່າ ​ການ​ເຄື່ອນ​ໄຫວເຫລົ່າ​ນັ້ນ ອາດ​ຈະ​ເປັນ​ສິ່ງເຮັດ​ໃຫ້​ປອດ​ໄພ​ກວ່າ​ໃນ​ໄລ​ຍະ​ສັ້ນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ້າວຫ້ວງ ເຄວ-ໂບ (Huang Kwei-bo), ຮອງ​ຫົວ​ໜ້າ​ສະ​ຖາ​ບັນສຶກ​ສາວຽກ​ງານ​ສາ​ກົນຢູ່​ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ຊາດເຈງ​ຈີ (Chengchi) ໃນ​ນະ​ຄອນ​ຫລວງ​ໄທ​ເປ.

ທ່ານ​ນາງ ຊາຍ (Tsai) ທຳ​ອິດ​ຖືກ​ເລືອກ​ຕັ້ງ​ໃນ​ປີ 2016 ຈະ​ກ້າວ​ຂຶ້ນ​ໄປ​ສະ​ໝັກ​ເພື່ອ​ໃຫ້​ຖືກ​ເລືອກ​ຕັ້ງ​ດຳ​ລົ​ງ​ຕຳ​ແໜ່ງ​ອີກ​ໃນ ວັນ​ທີ 11 ​ມັງ​ກອນ​ຈະ​ມາ​ເຖິງນີ້ ເພື່ອ​ແຂ່ງ​ກັບທ່ານຫານ ຄູ​ໂອ-ຢູ (Han Kuo-yu), ເຈົ້າ​ຄອງ​ນະ​ຄອນ​ໃນເຂດ​ພາກ​ໃຕ້​ຂອງໄຕ້​ຫວັນ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ພັກ​ຈີນ​ຄະ​ນະ​ຊາດ ຂອງ​ໄຕ້​ຫວັນທີ່​ເປັນພັກ​ທີ່​ມີ​ຄວາມເປັນ​ມິດກັບ​ຈີນ​ຫລາຍກວ່າ.

ຈີນ ແລະ​ໄຕ້​ຫວັນ ໄດ້​ມີ​ການປົກຄອງ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ ນັບ​ແຕ່​ສົງ​ຄາມ​ກາງ​ເມືອງ​ໃນ​ຊຸມ​ປີ 1940 ເປັນ​ຕົ້ນ​ມາ, ເມື່ອ​ພວກ​ຈີນ​ຄະ​ນະ​ຊາດ​ໄດ້​ເສຍ​ໄຊ​ໃຫ້​ແກ່ ພວກ​ຄອມ​ມີວ​ນິ​ສ ແລະໄດ້​ກັບ​ມາສ້າງ​ຕັ້ງ​ລັດ​ຖະ​ບານ​ຂອງ​ຕົນ​ຄືນອີກ ​ຢູ່​ໃນນະ​ຄອນ​ໄທ​ເປ. ຈີນ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ຕໍ່​ດິນ​ແດນຂອງ​ໄຕ້​ຫວັນ​ທີ່ປົກ​ຄອງ​ແບບ​ປະ​ຊາ​ທິ​ປະ​ໄຕ​ນັ້ນ ແລະ​ຢືນ​ຢັດ​ວ່າ ທັງ​ສອງ​ຝ່າຍ​ໃນ​ທີ່​ສຸດ​ກໍ​ຈະ​ທ້ອນ​ໂຮມ​ກັນ ໂດຍ​ກາ​ນ​ໃຊ້​ກຳ​ລັງ ຖ້າ​ຫາກ​ຈຳ​ເປັນ.

ອ່ານ​ຂ່​າວນີ້​ເພີ້​ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG