ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້​ຫວັນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍ​ອດ ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ໃນ ສ​ຫລ ຂະ​ນະ​ທີ່​ຈີນ​ບໍ່​ເຫັນ​ດີ​ນຳ


ທ່ານ​ນາງ ເສຍ ອິງ-ເຫວນ (Tsai Ing-wen), ປະ​ທາ​ນາ​ທິ​ບໍ​ດີ​ໄຕ​ຫວັນກ່າວ​ຄຳ​ປາ​ໄສໃນ​ພິ​ທີ​ເປີດກອງສະ​ພາປີ 2021 ທີ່​ນະ​ຄອນ​ຫລວງ​ໄທ​ເປ, ວັນ​ທີ 2 ທັນ​ວາ, 2021
ທ່ານ​ນາງ ເສຍ ອິງ-ເຫວນ (Tsai Ing-wen), ປະ​ທາ​ນາ​ທິ​ບໍ​ດີ​ໄຕ​ຫວັນກ່າວ​ຄຳ​ປາ​ໄສໃນ​ພິ​ທີ​ເປີດກອງສະ​ພາປີ 2021 ທີ່​ນະ​ຄອນ​ຫລວງ​ໄທ​ເປ, ວັນ​ທີ 2 ທັນ​ວາ, 2021

ໄຕ້ຫວັນຈະເຂົ້າຮ່ວມກອງປະຊຸມສຸດຍອດທາງ​ອອນ​ລາຍຂອງສະຫະລັດ ເພື່ອ ປະຊາທິປະໄຕໃນອາທິດນີ້ ຫຼັງຈາກປະເທດຕ່າງໆເຊັ່ນຈີນ ແລະຣັດເຊຍບໍ່ ສາມາດມີ​ຢູ່​ໃນລາຍຊື່ຂອງຜູ້ເຂົ້າຮ່ວມໃນສິ່ງທີ່​ເປັນ​ສັນ​ຍານ​ບົ່ງ​ບອກ​ອັນນຶ່ງ ເຖິງການສະໜັບສະໜູນຂອງອາ​ເມ​ຣິ​ກາຕໍ່ປະຊາທິປະໄຕໃນຂົງ​ເຂດເອ​ເຊຍ ຕາເວັນອອກ.

ທ່ານ​ສຽວ ບີ-ຄິມ (Hsiao Bi-khim), ເອກອັກຄະລັດຖະທູດຂອງໄຕ້ຫວັນປະຈຳສະຫະລັດ, ແລະລັດຖະມົນຕີດ້ານດິຈິຕອລ, ທ່ານ​ອໍ​ເດ​ຣ ຕາງ (Audrey Tang), ຈະເປັນຕົວແທນຂອງໄຕ້ຫວັນເຂົ້າຮ່ວມກອງປະຊຸມໃນວັນພະຫັດ ແລະວັນສຸກຈະ​ມາ​ເຖິງນີ້ ພ້ອມກັບຕົວແທນຈາກຫຼາຍກວ່າ 100 ປະເທດ ແລະສະຖາບັນຕ່າງໆ ຂອງໂລກ.

ທ່ານຫວັງ ຕິງ-ຢູ (Ting-yu), ສະມາຊິກ​ສະພາ​ນິ​ຕິ​ບັນ​ຍັດ​ຂອງ​ໄຕ້​ຫວັນທ່ານ​ນຶ່ງ​ທີ່ມີ​ບ່ອນ​ນັ່ງ​ໃນ​ຄະນະ​ກຳ​ມະ​ການ​ຝ່າຍ​ການຕ່າງປະ​ເທດ & ປ້ອງ​ກັນ​ຊາດ​ກ່າວ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ປະຊາທິປະ​ໄຕ​ຄັ້ງ​ນີ້ ທຳນຽບຂາວ​ໄດ້ສົ່ງ​ສັນ ຍານໃຫ້​ຮູ້​ວ່າ ​ປະ​ເທດ​ປະຊາທິປະ​ໄຕ​ຄວນ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ ​ ​ເພື່ອ​ເສີມ​ຂະຫຍາຍ​ສິດທິ​ມະນຸດ, ​ເສລີພາບ ​ແລະປະຊາທິປະ​ໄຕ.

ທ່ານຫວັງ ກ່າວ​ວ່າ ການ​ເຊື້ອ​ເຊີນ​ຂອງ​ໄຕ້​ຫວັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ນ "ສົ່ງສັນຍານ​ຢ່າງ​ຈະ​ແຈ້ງ​ໃຫ້​ປັກ​ກິ່ງຊາບ" ວ່າ​ໄຕ້​ຫວັນ​ເປັນ​ພັນທະ​ມິດ​ທີ່​ໃກ້ຊິດ​ແລະ​ຄວນ​ຖື​ເປັນ​ປະ​ເທດນຶ່ງ, ​ເຖິງ​ແມ່ນ​ວ່າ​ລັດຖະບານປະ​ເທດນັ້ນໄດ້​ຖື​ກຮັບ​ຮູ້​ຈາກພຽງ​ແຕ່ 15 ປະ​ເທດ​ ແລະສັນ​ຕະ​ສຳ​ນັກ​ ຫລື​ອົງ​ການ​ບໍ​ລິ​ຫານ ສາ​ສະ​ໜາ​ກາ​ໂຕ​ລິກເທົ່າ​ນັ້ນກໍ​ຕາມ.

ເຈົ້າ​ໜ້າ​ທີ່​ນັ່ງ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຢູ່​ຫ້ອງ​ການສະ​ພາ​ຂໍ້​ມູນ​ຂ່າ​ວສານ​ໃນ​ປັກ​ກິ່ງຂອງ​ຈີນ, ວັນ​ທີ 4 ທັນ​ວາ, 2021
ເຈົ້າ​ໜ້າ​ທີ່​ນັ່ງ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຢູ່​ຫ້ອງ​ການສະ​ພາ​ຂໍ້​ມູນ​ຂ່າ​ວສານ​ໃນ​ປັກ​ກິ່ງຂອງ​ຈີນ, ວັນ​ທີ 4 ທັນ​ວາ, 2021

​ເຖິງແມ່ນ​ວ່າ​ຈະ​ຖືກ​ຍົກ​ເວັ້ນຈາກ​ສາກົນ​ກໍ່ຕາມ, ​ແຕ່​ໄຕ້​ຫວັນ​ມັກຖືກຈັດຢູ່​ໃນ​ອັນ​ດັບ​ສູງ​ສຸດ​ປະ​ເທດ​ນຶ່ງ​ໃນ​ດ້ານ​ປະຊາທິປະ​ໄຕ​ຢູ່​ຕະ​ຫລອດ​ມາ​ ແລະ​ເປັນ​ອັນ​ດັບ​ທີ 1 ​ໃນ​ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ອັນ​ດັບ 11 ຂອງໂລກຢູ່​ໃນ​ດັດຊະນີ​ດ້ານປະຊາທິປະ​ໄຕ​ປີ 2020 ຂອງ​ວາ​ລະ​ສານ Economist Intelligence Unit ຫລື ໜ່ວຍ​ສືບ​ລັບຂອງ​ນັກ​ເສດຖະສາດ.

ສະ​ຫະ​ລັດ​ແລະ​ໄຕ້​ຫວັນ​ບໍ່​ໄດ້​ມີ​ການ​ພົວພັນ​ທາງ​ການ​ທູດນຳ​ກັນ​ຢ່າງ​ເປັນ​ທາງ​ການ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສະ​ຫະ​ລັດ​ກໍ່​ເປັນ​ພັນທະ​ມິດ​ທີ່​ສຳຄັນ. ພາຍ​ໃຕ້​ກົດ​ໝາຍ​ການ​ພົວ​ພັນ​ໄຕ້​ຫວັນ​ປີ 1979, ສະ​ຫະ​ລັດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າຈະ​ຊ່ວຍ​ໄຕ້​ຫວັນ​ປ້ອງ​ກັນ​ຕົນ​ເອງ​ຈາກ​ໄພ​ຂົ່ມ​ຂູ່​ຈາກ​ພາຍ​ນອກ.

ການ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ສະ​ຫະ​ລັດ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແມ່ນ​ມີ​ຂຶ້ນ​ໃນ​ໄລ​ຍະ​ທີ່​ຫຍຸ້ງ​ຍາກ​ໃນ​ການ​ພົວ​ພັນ​ລະ​ຫວ່າງໄຕ້​ຫວັນແລະຈີນ. ​ໃນ​ເດືອນ​ຕຸລາ​ຜ່ານ​ມາ, ຈີນ​ໄດ້​ບຸກ​ລຸກທາງ​ອາກາດ​ເຂົ້າ​ໄປ​ໃນ​ເຂດທີ່​ກຳນົດໃຫ້​ເປັນ​ເຂດ​ປ້ອງປ້ອງ​ກັນຕົວ​ທາງອາກາດ​ຂອງ​ໄຕ້​ຫວັນ, ຊຶ່ງ​ເຮັດ​ໃຫ້​ທ່ານຈີວ ໂຄ-ເຈງ (Chiu Kuo-cheng), ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ໄຕ້​ຫວັນ​ກ່າວ​ໃນ​ເວລານັ້ນວ່າ ຄວາມ​ເຄັ່ງ​ຕຶງ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ 40 ປີຜ່ານ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG