ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈະ​ຕໍ່​ຕ້ານ ຫຼືວ່າ​ພົວ​ພັນ​ກັບ​ສັ​ດ​ຕູ​ເກົ່າ​ຂອງ​ຈີນຫລາຍຂຶ້ນ ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ


​ປະ​ທາ​ນາ​ທິບ​ໍດີ​ໄຕ້​ຫວັນ ທ່ານ​ນາງ​ສາຍ ອີງ-ເຫວີນ ກ່າວຄຳປ່ໄສ​ໃນລະ​ຫວ່າງກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 5 ມັງ​ກອນ 2019.
​ປະ​ທາ​ນາ​ທິບ​ໍດີ​ໄຕ້​ຫວັນ ທ່ານ​ນາງ​ສາຍ ອີງ-ເຫວີນ ກ່າວຄຳປ່ໄສ​ໃນລະ​ຫວ່າງກອງ​ປະ​ຊຸມ​ນັກ​ຂ່າວ ວັນ​ທີ 5 ມັງ​ກອນ 2019.

ພັກ​ປົກ​ຄອງ​ໄຕ້​ຫວັນ ໄດ້​ຄາດ​ໝາຍ​ການ​ສະ​ເໜີ​ອາ​ທິດ​ນີ້ ໃນຄວາມ​ລະ​ມັດ​ລະ​ວັງ​ປັກ
​ກິ່ງ ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສາຍ ອິງ-ເຫວີນ ຈະ​ຢູ່​ໃນ​ຕຳ​ແໜ່ງ​ອີກ​ເທີມ​ທີ​ສອງ ຊຶ່ງ​ຈະ​ເລີ້ມ
ພາດ​ຫົວ​ເລື້ອງ​ລະ​ດູໂຄ​ສະ​ນາ​ຫາ​ສຽງ ໂດຍ​ຄວາມ​ຄັດ​ແ​ຍ້ງ​ຂອງເກາະ​ ທີ່ເພີ້ມ​ຄວາມ​
ສຳ​ພັນເຄັ່ງ​ຂືມ​ສຳ​ພັນ​ກັບຈີນ.

ທ່ານ​ນາງ​ສາຍ ຈະ​ບໍ່​ສົນ​ທະ​ນາ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ປັກ​ກິ່ງ ຢ່າງ​ໜ້ອຍ​ລັດ​ຖະ​ບານ​
ຄອມ​ມິວ​ນິ​ສ​ລົ້ມ​ເລີກ​ການ​ຮຽກ​ຮ້ອງ ທີ່​ທ່ານ​ນາງ​ປະ​ກາດ​ໄຕ້​ຫວັນ​ວ່າ ເປັນ​ພາກ​ສ່ວນ
ຈີນ​ດຽວ. ນັກ​ວິ​ຊາ​ການ​ດ້ານ​ກົດ​ໝາຍ​ອາ​ຍຸ 62 ປີ ໄດ້​ຖືກ​ເລືອກ​ເທື່ອ​ທຳ​ອິດ​ໃນ​ປີ 2016
ຄາດ​ວ່າ​ຈະ​ແລ່ນ​ສະ​ໝັກ​ກັບ​ພັກ​ປະ​ຊາ​ທິ​ປະ​ໄຕ​ກ້າວ​ໜ້າ ຕ້ານ​ຜູ້​ສະ​ໝັກຝ່າຍ​ຄ້ານພັກ​
ຫົວ​ຊາດ​ນິ​ຍົມ​ແຫ່ງ​ຊາດ ຜູ້​ທີ່​ເຫັນ​ພ້ອມ​ພົວ​ພັນ​ກັບ​ປັກ​ກິ່ງຫຼາຍກວ່​າ. ຄວາມ​ຄິດ​ເຫັນ​
ຂອງ​ເຂົາ​ເຈົ້າ​ຈະ​ເຮັດໃຫ້​ການ​ໂຄ​ສະ​ນາ​ຫາ​ສຽງ ທີ່​ຈະ​ນຳ​ໄປ​ຈົນ​ຮອດ​ຊາວ​ໄຕ້​ຫວັນ​ພາ​
ກັນ​ໄປ​ໜ່ວຍ​ປ່ອນ​ບັດ​ໃນ​ເດືອນ​ມັງ​ກອນ​ປີ​ໜ້າ.

ຈີນ​ໄດ້​ອ້າງ​ເອົາ​ການ​ປົກ​ຄອງກວມ​ເອົາ​ໄຕ້​ຫວັນ ນັບ​ແຕ່ສົງ​ຄາມ​ກາງ​ເມືອງ​ຈີນຂອງ​ຊຸມ​
ປີ 1940 ເວ​ລາ​ຫົວ​ຊາດ​ນິ​ຍົມ​ໄດ້​ເສຍ​ໃຫ້​ແກ່​ຄອມ​ມິວ​ນິ​ສ ແລະ​ໄດ້​ຕັ້ງ​ລັດ​ຖະ​ບານ​ຄືນ​
ຢູ່​ເກາະ​ທີ່​ໄກ້​ນັ້ນ. ຈີນ​ໄດ້​ເນັ້ນ​ໜັກ​ວ່າ ທັງ​ສອງ​ຝ່າຍ​ໃນ​ທີ່​ສຸດ​ຈະ​ທ້ອນ​ໂຮມ​ກັນ. ໄຕ້​ຫວັນ
​ ໄດ້​ແນະ​ນຳ​ປະ​ຊາ​ທິ​ປະ​ໄຕ​ໃນຊຸມ​ປີ 1980 ແລະ​ໃນ​ເດືອນ​ມັງ​ກອນ ການ​ຢັ່ງ​ສຽງ​ຂອງ​
ລັດ​ຖະ​ບານ​ພົບ​ເຫັນ​ວ່າ​ປະ​ມານ 80 ເປີ​ເຊັນ​ຂອງ​ພົນ​ລ​ະ​ເມືອງ​ໄຕ້​ຫວັນ ຄັດ​ຄ້ານ​ຕໍ່​ການ
​ທ້ອນ​ໂຮມ​ກັບ​ປັກ​ກິ່ງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG