ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້​ຫວັນ​ບໍ່​ໄດ້​ລວມຢູ່​ໃນ​ການ​ເລີ້ມ​ຕົ້ນ​ ສັນ​ຍາ​ໃຫມ່ ກ່ຽວ​ກັບອິນ​ໂດ​-ປາ​ຊີ​ຟິກ ຂອງ​ທ່ານໄບ​ເດັນ


ປະທານາທິບໍດີ ໂຈ ໄບເດັນກ່າວ​ຄຳ​ປາ​ໄສ​ຢູ່​ຖານ​ທັບ Osan Air Base, ໃນ​ເມືອງ Pyeongtaek, ເກົາ​ຫລີ​ໃຕ້ກ່ອນຈະ​ຂຶ້ນ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ເພື່ອ​ບິນໄປ​ຍັງ​ຍີ່​ປຸ່ນວັນ​ທີ 22 ພຶດ​ສະ​ພາ, 2022.
ປະທານາທິບໍດີ ໂຈ ໄບເດັນກ່າວ​ຄຳ​ປາ​ໄສ​ຢູ່​ຖານ​ທັບ Osan Air Base, ໃນ​ເມືອງ Pyeongtaek, ເກົາ​ຫລີ​ໃຕ້ກ່ອນຈະ​ຂຶ້ນ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ເພື່ອ​ບິນໄປ​ຍັງ​ຍີ່​ປຸ່ນວັນ​ທີ 22 ພຶດ​ສະ​ພາ, 2022.

ປະທານາທິບໍດີ ໂຈ ໄບເດັນ ໃນວັນຈັນມື້ນີ້ ຄາດວ່າຈະເອົາບັນຊີລາຍຊື່ຂອງປະ​ເທດທີ່ຈະຖືກຈັດເຂົ້າຮ່ວມສັນຍາ ການ ຄ້າອິນໂດ-ປາຊີຟິກທີ່ຄາດວ່າຈະມີມາແຕ່ດົນນານນັ້ນອອກມາ​ເປີດເຜີຍໃຫ້​ຮູ້ ແຕ່​ວ່າໄຕ້ຫວັນຈະບໍ່ຢູ່ໃນນັ້ນ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ, ທ່ານເຈກ ຊູ​ລີ​ວານ ຢືນຢັນໃນວັນອາທິດວານນີ້ ໃນຂະ​ນະ​ທີ່ເດີນທາງໄປຍີ່ປຸ່ນກັບປະທານາທິບໍດີ ໂຈ ໄບ​ເດັນວ່າ ໄຕ້ຫວັນບໍ່ໄດ້ລວ​ມຢູ່ໃນບັນດາລັດຖະບານຂອງ​ປະ​ເທດທີ່ໄດ້ ເຊັນຢູ່ໃນການເລີ້ມກອບເສດຖະກິດອິນໂດ-ປາຊີຟິກ, ຊຶ່ງ​ເປັນສັນ​ຍາທີ່ມີຈຸດ ປະສົງອະນຸຍາດໃຫ້ ສະຫະລັດ ເຮັດ​ວຽກ​ຢ່າງ​ໃກ້​ຊິດຫລາຍ​ຂຶ້ນ​ກັບ​ບັນ​ດາ​ເສດ ​ຖະ​ກິດ​ທີ່​ສຳ​ຄັນ​ຂອງເອ​ເຊຍ​ກ່ຽວ​ກັບ​ບັນ​ຫາ​ເຊັ່ນ: ຕ່ອງ​ໂສ້ການສະ​ໜອງສິນ​ຄ້າ, ການ​ຄ້າ​ດິ​ຈິ​ຕອລ, ພະ​ລັງ​ງານ​ສະ​ອາດ ແລະການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ມີ​ກຳ​ນົດ​ທີ່​ຈະ​ຍົກ​ໃຫ້​ເຫັນ​ການ​ເລີ້ມ​ໂຄງ​ການ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ທ່ານ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ, ທ່ານ​ຟູ​ມີ​ໂອະ ກິ​ສ​ຊີ​ດະ (Fumio Kishida) ໃນ​ວັນ​ຈັນ​ມື້​ນີ້.

ການ​ລວມເອົາ​ເກາະ​ໄຕ້​ຫວັນ​ທີ່​ປົກຄອງ​ຕົນ​ເອງທີ່​ຈີນ​ອ້າງ​ວ່າ​ເປັນ​ຂອງ​ຕົນ​ນັ້ນ​ຈະ​ເຮັດ​ໃຫ້​ປັກ​ກິ່ງ​ຄຽດ​ແຄ້ນ.

ທ່ານຊູ​ລີ​ວານ ກ່າວວ່າ "ພວກເຮົາກໍາລັງຫາທາງເຮັດ​ໃຫ້ການຮ່ວມມືດ້ານເສດ ຖະກິດຂອງພວກເຮົາກັບໄຕ້ຫວັນ ເລິກ​ເຊິ່ງ​ຂຶ້ນ ລວມທັງບັນຫາເທັກໂນໂລຈີລະ​ດັບສູງ, ລວມທັງການສະຫນອງເຊ​ມີ​ຄອນ​ດັກ​ເຕີ (semiconductor)." ທ່ານ​ກ່າວ​ອີກວ່າ "ແຕ່ພວກເຮົາກໍາລັງຊອກຫາ ເຮັດ​ເຊັ່ນນັ້ນ ໃນຂັ້ນທໍາອິດແມ່ນບົນພື້ນຖານ ການ​ພົວ​ພັນສອງຝ່າຍ."

ກອບ​ດັ່ງ​ກ່າວ​ແມ່ນ​ເພື່ອ​ສ້າງ​ຍຸດ​ທະ​ສາດ​ເສດຖະກິດ​ຂອງ​ທ່ານໄບ​ເດັນສຳລັບ​ ຂົງ​ເຂດນັ້ນ. ທ່ານແມັດ​ທີວ ກູດ​ແມນ (Matthew Goodman), ຮອງປະທານ ອາວຸໂສດ້ານເສດຖະກິດຂອງສູນຍຸດທະສາດ ແລະການສຶກສາສາກົນ ໃນນະ​ຄອນ​ຫລວງວໍຊິງຕັນ ແນະນໍາວ່າ ບາງປະເທດຢູ່ໃນເຂດປາຊີຟິກທີ່ລົງນາມໃນ​ສັນ​ຍານັ້ນ ຈະຮູ້ສຶກຜິດຫວັງ ເພາະວ່າສັນຍາດັ່ງກ່າວບໍ່ຄາດວ່າ ຈະລວມເອົາຂໍ້ກໍານົດສໍາລັບການເຂົ້າເຖິງຕະຫຼາດສະຫະລັດຫຼາຍຂຶ້ນກວ່າ​ເກົ່າ.

"ຂ້າພະເຈົ້າຄິດວ່າຄູ່ພາ​ຄີ​ຫລາຍ​ປະ​ເທດຈະອ່ານເບິ່ງບັນຊີນັ້ນແລະເວົ້າວ່າ: ອັນນັ້ນເປັນບັນຊີກ່ຽວ​ກັບ​ເລື້ອງ​ຕ່າງໆທີ່ດີ. ຂ້າພະເຈົ້າດີໃຈທີ່ໄດ້ມີສ່ວນຮ່ວມ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານກູດ​ແມນ (Goodman), ອະດີດຜູ້ອໍານວຍການດ້ານເສດ ຖະກິດສາກົນຂອງສະພາຄວາມຫມັ້ນຄົງແຫ່ງຊາດໃນຄະ​ນະ​ລັດ​ຖະ​ບານ​ຂອງປະທານາທິບໍດີບາ​ຣັກ ໂອ​ບາ​ມາ. "ແຕ່, ທ່ານຮູ້ບໍ່, ພວກເຮົາຈະໄດ້ຮັບຜົນປະ ໂຫຍດທີ່ເຫັນໄດ້ຢ່າງ ຊັດເຈນໃນການເຂົ້າຮ່ວມໃນກອບນີ້ບໍ?"

ປັກ​ກິ່ງ, ໃນ​ການຄາດ​ວ່າ​ ຈະ​ມີ​ການ​ເລີ້ມ​ຕົ້ນ​ສັນ​ຍາ​ດັ່ງ​ກ່າວ ກໍໄດ້​ຕຳ​ໜິ​ການ​ດຳ​ເນີນຄວາມ​ພະ​ຍາ​ຍາມນັ້ນ​ຂອງ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG