ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້​ຫວັນ​ ອອກ​ກົດ​ໝາຍ ອະນຸ​ຍາດ​ໃຫ້ ຄົນ​ຮັກຮ່ວມ​ເພດ ແຕ່ງ​ງານ​ກັນ​ໄດ້


ພວກ​ສະ​ໜັບ​ສະ​ໜຸນ​ສິດ​ທິ​ຂອງ​ພວກ​ເກ ຫລື​ຜູ້​ຊາຍ​ຮັກ​ຮ່ວມ​ເພດຫລາຍ​ຮ້ອຍ​ຄົນ ໄດ້​ໄປ​ໂຮມ​ຊຸມ​ນຸມ​ກັນ ຢູ່​ໃກ້​ກັບ​ຕຶກ​​ສະ​ພາຂອງ​ໄຕ້​ຫວັນ ເຖິງ​ແມ່ນ​ວ່າ ຈະ​ມີ​ຝົນ​ຕົກ​ໜັກ​ກໍ​ຕາມ ໃນ​ຂະ​ນະ​ທີ່ ພວກ​ຜູ້​ແທນ​ສະ​ພາ​ກຳ​ລັງ​ລົງ​ຄະ​ແນນ​ສຽງ​ຢູ່​ນັ້ນ, ວັນ​ທີ 17 ພຶດ​ສະ​ພາ, 2019
ພວກ​ສະ​ໜັບ​ສະ​ໜຸນ​ສິດ​ທິ​ຂອງ​ພວກ​ເກ ຫລື​ຜູ້​ຊາຍ​ຮັກ​ຮ່ວມ​ເພດຫລາຍ​ຮ້ອຍ​ຄົນ ໄດ້​ໄປ​ໂຮມ​ຊຸມ​ນຸມ​ກັນ ຢູ່​ໃກ້​ກັບ​ຕຶກ​​ສະ​ພາຂອງ​ໄຕ້​ຫວັນ ເຖິງ​ແມ່ນ​ວ່າ ຈະ​ມີ​ຝົນ​ຕົກ​ໜັກ​ກໍ​ຕາມ ໃນ​ຂະ​ນະ​ທີ່ ພວກ​ຜູ້​ແທນ​ສະ​ພາ​ກຳ​ລັງ​ລົງ​ຄະ​ແນນ​ສຽງ​ຢູ່​ນັ້ນ, ວັນ​ທີ 17 ພຶດ​ສະ​ພາ, 2019

ສະ​ພາ​ຂອງ​ໄຕ້​ຫວັນໃນ​ວັນ​ສຸກມື້ນີ້ ​ໄດ້​ລົງຄະ​ແນນ​ສຽງເພື່ອເຮັດ​ໃຫ້​ການ​ແຕ່ງ​ງານ​ຂອງ​ຄົນ​ຮັກ​ຮ່ວມ​ເພດຖືກ​ຕ້ອງ​ຕາມ​ກົດ​ໝາຍ, ຊຶ່ງ​ເປັນ​ແຫ່ງທຳ​ອິດ​ໃນ​ຂົງ​ເຂດ​ເອ​ເຊຍທີ່​ເຮັດ​ເຊັ່ນ​ນັ້ນ.

ພວກ​ສະ​ມາ​ຊິກ​ສະ​ພາໄດ້​ຮັບ​ຜ່ານ​ກົດ​ໝາຍໂດຍ​ທີ່ໄດ້​ຮັບຄະ​ແນນ​ສຽງ​ລື່ນ​ກັນ​ຢ່າງພຽງພໍ ທີ່​ອະ​ນຸ​ຍາດ​ໃຫ້​ຄູ່​ຮັກ​ຂອງ​ຄົນ​ຮັກ​ຮ່ວມ​ເພດ ສາ​ມາດ​ສ້າງ "ການ​ຢູ່ກິນ​ນຳ​ກັນ​ເປັນ​ຄູ່​ຢ່າງ​ຖາ​ວອນໄດ້" ແລະ​ສາ​ມາດຂໍ "ລົງ​ທະ​ບຽນ​ສົມ​ລົດ" ນຳ​ອົງ​ການ​ລັດ​ຖະ​ບານ​ໄດ້.

ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ​ແມ່ນ​ເປັນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່ ຂອງ​ປະ​ຊາ​ຄົມ ຂອງຄົນ​ຮັກ​ຮ່ວມ​ເພດທັງ​ຍິງ​ແລະ​ຊາຍ ຫລື LGBT ທີ່​ໄດ້​ທຳ​ການ​ລະ​ດົມ​ຫາ​ສຽງສະ​ໜັບສະ​ໜຸນ ​ມາ​ໄດ້​ຫລາຍ​ປີ​ແລ້ວ ເພື່ອ​ໃຫ້​ມີ​ສິດ​ໃນ​ການ​ແຕ່ງ​ງານ​ທີ່​ຄ້າຍຄື​ກັນ ​ກັບພວກຄູ່​ຮັກທີ່​ເປັນ​ຄົນ​ຕ່າງ​ເພດກັນ​ມີນັ້ນ.

ພວກ​ຫົວ​ອະ​ນຸ​ລັກ​ນິ​ຍົມບໍ່​ສຳ​ເລັດ​ຜົນ​ໃນຄວາມ​ພະ​ຍາ​ຍາມປຸກ​ລະ​ດົມ​ຄົນ​ ຢູ່​ໃນ ພື້ນ​ຖານຂອງ​ຕົນ​ໃນ​ຊຸມ​ເດືອນມໍ່ໆ​ມານີ້ ທີ່​ຈະ​ກຳ​ຈັດ​ກົດ​ໝາຍ​ໃດໆ ທີ່​ອ້າງ​ອີງ​ເຖິງ​ການ​ແຕ່ງ​ງານນັ້ນ ແຕ່​ວ່າຮ່າງ​ກົດ​ໝາຍ​ຂອງ​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຄະ​ແນນ​ສຽງ​ສະ​ໜັບ​ສະ​ໜຸນ​ຢ່າງ​ພຽງ​ພໍ​.

ພວກ​ສະ​ໜັບ​ສະ​ໜຸນ​ສິດ​ທິ​ຂອງ​ພວກ​ເກ ຫລື​ຜູ້​ຊາຍ​ຮັກ​ຮ່ວມ​ເພດຫລາຍ​ຮ້ອຍ​ຄົນ ໄດ້​ໄປ​ໂຮມ​ຊຸມ​ນຸມ​ກັນ ຢູ່​ໃກ້​ກັບ​ຕຶກສະ​ພາຂອງ​ໄຕ້​ຫວັນ ເຖິງ​ແມ່ນ​ວ່າ ຈະ​ມີ​ຝົນ​ຕົກ​ໜັກ​ກໍ​ຕາມ ໂດຍ​ເປັນ​ການຄາດ​ການໄວ້​ລ່ວງ​ໜ້າ​ ກ່ອນການ​ລົງ​ຄະ​ແນນ​ສຽງ​ຕໍ່​ບັນ​ຫາດັ່ງ​ກ່າວ ທີ່​ໄດ້​ແບ່ງ​ແຍກ​ເກາະ​ດັ່ງ​ກ່າວ​ ຢ່າງ​ໜ້າ​ຂົມ​ຂື່ນນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

Taiwan's parliament voted Friday to legalize same-sex marriage, the first in Asia to do so.

The lawmakers passed the law with a comfortable margin, allowing same-sex couples to form "exclusive permanent unions" and apply for a "marriage registration" with government entities.

The vote was a major victory for Taiwan's LGBT community, which had been campaigning for years to have similar marriage rights as heterosexual couples.

Conservatives had unsuccessfully tried to mobilize their base in recent months to rid the law of any reference to marriage, but their bills did not receive enough votes.

Hundreds of gay rights supporters gathered near Taipei's parliament despite heavy rain in anticipation of the vote on an issue that has bitterly divided the island.

XS
SM
MD
LG