ໄຕ້ຫວັນ ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຢ່າງຮຸນແຮງຫຼາຍຄັ້ງ ເປັນເວລາຫຼາຍຊົ່ວໂມງລະຫວ່າງຕອນແລງຂອງວັນຈັນວານນີ້ ຈົນເຖິງຕອນເຊົ້າຂອງວັນອັງຄານມື້ນີ້, ເຊິ່ງເປັນເວລາປະມານ 3 ອາທິດ ລຸນຫລັງແຜ່ນດິນໄຫວທີ່ມີຄວາມແຮງຂະໜາດ 7.4, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນ.
ແຜ່ນດິນໄຫວຄັ້ງທຳອິດ ແມ່ນມີຄວາມແຮງ 5.5 ໂດຍກວດຈັບລະດັບໄດ້ໃນຕອນແລງຂອງມື້ວັນຈັນຢູ່ໃນເຂດ ຮົວລຽນ (Hualien) ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງເກາະດັ່ງກ່າວ, ເຊິ່ງເປັນຈຸດສູນກາງຂອງແຜ່ນດິນໄຫວໃນວັນທີ 3 ເມສາທີ່ຜ່ານມາ, ແລະຕິດຕາມມາດ້ວຍແຮງສັ່ນສະເທືອນຂະໜາດນ້ອຍ ຫຼາຍໆຄັ້ງຕິດຕໍ່ກັນ.
ແຜ່ນດິນໄຫວທີ່ມີຄວາມຮຸນແຮງທີ່ສຸດ ເກີດຂຶ້ນເປັນເວລາຫຼາຍຊົ່ວໂມງຕໍ່ມາ, ເຊິ່ງຫ້ອງການຄຸ້ມຄອງດິນຟ້າອາກາດກ່ຽວກັບແຜ່ນດິນໄຫວຂອງໄທເປ ສາມາດວັດແທກຂະໜາດຄວາມແຮງໄດ້ 6.3 , ເຊິ່ງເກີດຂຶ້ນຫຼາຍນາທີ ຫຼັງຈາກແຜນດິນໄຫວຄວາມແຮງຂະໜາດ 6.0. ເຈົ້າໜ້າທີ່ໃນຂົງເຂດ ຮົວລຽນ ກ່າວວ່າ ຕຶກສອງຫລັງທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໃນເຫດການແຜ່ນດິນໄຫວເມື່ອວັນທີ 3 ເມສາ ທີ່ຜ່ານມາ ໄດ້ຫັກພັງລົງມາບາງສ່ວນຫລັງຈາກແຜ່ນດິນໄຫວໃນຕອນເຊົ້າຂອງວັນອັງຄານມື້ນີ້.
ຫ້ອງການຄຸ້ມຄອງດິນຟ້າອາກາດກ່ຽວກັບແຜ່ນດິນໄຫວກ່າວວ່າ ແຜ່ນດິນໄຫວດັ່ງກ່າວ ເປັນຜົນກະທົບມາຈາກໄພພິບັດໃນວັນທີ 3 ເມສາ ທີ່ຜ່ານມາ. ແລະບໍ່ມີລາຍງານຜູ້ໄດ້ຮັບບາດເຈັບໃດໆຈາກແຜ່ນດິນໄຫວຄັ້ງໃໝ່ນີ້. ໂຮງຮຽນຫຼາຍແຫ່ງ ແລະຫ້ອງການຫຼາຍບ່ອນໃນຂົງເຂດ ຮົວລຽນ ໄດ້ຖືກສັ່ງປິດໃນວັນອັງຄານມື້ນີ້.
ການສັ່ນສະເທືອນໃນວັນທີ 3 ເມສາ ທີ່ຜ່ານມາ ແມ່ນການສັ່ນສະເທືອນທີ່ມີຄວາມແຮງທີ່ສຸດທີ່ເກີດຂຶ້ນໃນໄຕ້ຫວັນ ນັບຕັ້ງແຕ່ເກີດແຜ່ນດິນໄຫວທີ່ມີຄວາມແຮງ 7.7 ເມື່ອ 25 ປີທີ່ຜ່ານມາ, ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2,400 ຄົນ ແລະໄດ້ສ້າງຄວາມເສຍຫາຍຕໍ່ຕຶກອາຄານທີ່ຢູ່ອາໄສຫຼາຍພັນຫລັງ.
Taiwan was hit by a series of strong earthquakes over several hours between Monday evening and Tuesday morning, nearly three weeks after at least 17 people were killed by a powerful magnitude 7.4 quake.
The first quake was a magnitude 5.5 detected Monday evening in the eastern county of Hualien, the epicenter of the April 3 quake, followed by a series of smaller tremors.
The strongest quake hit several hours later, which Taipei’s Central Weather Administration’s seismology center measured as magnitude 6.3, coming several minutes after a magnitude 6.0 quake. Authorities in Hualien county say two buildings that sustained serious damage in the April 3 quake partially collapsed after the Tuesday morning quakes.
The Central Weather Administration’s seismology center says the quakes were aftershocks of the April 3 disaster. No casualties were reported from the new quakes. Schools and offices in Hualien were ordered closed Tuesday.
The April 3 quake was the most powerful to hit Taiwan since a magnitude 7.7 earthquake 25 years ago, that killed 2,400 people and destroyed or damaged thousands of buildings.
Some information for this report came from The Associated Press, Reuters, Agence France-Presse.
ຟໍຣັມສະແດງຄວາມຄິດເຫັນ