ນັກການເມືອງ ໄຕ້ຫວັນ ທີ່ມີອິດທິພົນ 6 ຄົນ ຜູ້ທີ່ຖືກພິຈາລະນາວ່າ ເປັນຜູ້ສະໝັກລະ
ດັບສູງ ໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ໃນເກາະທີ່ປົກຄອງຕົນເອງນັ້ນ
ໄດ້ເຫັນ ຈີນ ເຊິ່ງແມ່ນຄູ່ແຂ່ງທີ່ເກົ່າແກ່ຂອງເຂົາເຈົ້ານັ້ນ, ເປັນຫຼາຍຢ່າງນັບຈາກ ໄພ
ຂົ່ມຂູ່ທາງທະຫານ ຫາໝູ່ເພື່ອນ ແລະ ຄູ່ຮ່ວມທຸລະກິດ.
ການນຳຄອມມູນິສຂອງ ຈີນ ໄດ້ອ້າງເອົາອຳນາດອະທິປະໄຕ ເໜືອເກາະ ໄຕ້ຫວັນ ທີ່
ປົກຄອງຕົນເອງ ນັບຕັ້ງແຕ່ສົງຄາມກາງເມືອງ ຈີນ ໃນຊຸມປີ 1940 ແລະ ໄດ້ຂົ່ມຂູ່ທີ່
ຈະຍຶດເອົາເຂົາເຈົ້າດ້ວຍການໃຊ້ກຳລັງ ຖ້າຄວາມພະຍາຍາມທີ່ຈະລວມຕົວກັນຢ່າງ
ສັນຕິບໍ່ປະສົບຄວາມສຳເລັດ. ທັງສອງຝ່າຍໄດ້ຍົກເລີກການເຈລະຈາໃນປີ 2016 ຫຼັງ
ຈາກປະທານາທິບໍດີ ໄຕ້ຫວັນ ທ່ານນາງ ສາຍ ອິ້ງ ເຫວີນ ໄດ້ປະຕິເສດທີ່ຈະຮັບຮູ້ເກາະ
ດັ່ງກ່າວ ເປັນພາກສ່ວນຂອງ ຈີນ.
ທ່ານນາງ ສາຍ ແລະ ຄູ່ແຂ່ງ ຜູ້ລົງແຂ່ງຂັນການເລືອກຕັ້ງຂັ້ນຕົ້ນ ທີ່ໄດ້ຮັບການສະໜັບ
ສະໜູນໂດຍພັກປະຊາທິປະໄຕຫົວກ້າວໜ້ານັ້ນ ໄດ້ສະໜັບສະໜູນສະຖານະໃນປັດຈຸ
ບັນຂອງ ໄຕ້ຫວັນ ດັ່ງກັບຢ່າງໜ້ອຍເປັນປະເທດທີ່ຖືກຕ້ອງຕາມກົດໝາຍ, ອີງຕາມ
ການກ່າວຂອງບັນດານັກວິຊາການ. ຜູ້ທີ່ມີຄວາມຫວັງໃນການເລືອກຕັ້ງ ເຊິ່ງໄດ້ຮັບ
ການໜູນຫຼັງໂດຍຝ່າຍຄ້ານທີ່ສຳຄັນ ພັກ ຈີນ ຄະນະຊາດ ນັ້ນ ໄດ້ກຽມພ້ອມສຳລັບ
ການສົນທະນາກັບ ຈີນ ກ່ຽວກັບ ເງື່ອນໄຂຂອງ ຈີນ ທີ່ວ່າທັງສອງຝ່າຍເຈລະຈາກັນ
ໃນຖານະທີ່ວ່າເຂົາເຈົ້າແມ່ນສອງພາກສ່ວນຂອງ ຈີນ ດຽວ.
ຕໍ່ໄປນີ້ແມ່ນທັດສະນະຄະຕິທີ່ໄດ້ກ່າວອອກມາຂອງນັກການເມືອງ ໄຕ້ຫວັນ ຜູ້ທີ່ມີ
ເຈຕະນາ ຢາກດຳລົງຕຳແໜ່ງ ຫຼື ເປັນຜູ້ທີ່ສື່ມວນຊົນໃນທ້ອງຖິ່ນ ໄດ້ແນະນຳວ່າ ເປັນ
ຜູ້ລົງແຂ່ງຂັນທີ່ແຂງແກ່ນ ສຳລັບການເລືອກຕັ້ງ ໃນເດືອນມັງກອນ 2020.