ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີປ້ອງກັນປະເທດໄຕ້ຫວັນ ກ່າວວ່າ ໄຕ້ຫວັນຕ້ອງຕຽມພ້ອມ ປ້ອງກັນຕົນເອງ


ຝູງບິນລົບໄຕ້ຫວັນ Mirage 2000 ກຳລັງບິນຂ້າມທຳນຽບປະທານາ ທິບໍດີ ລະຫວ່າງການສະຫຼອງວັນຊາດ ຢູ່ນະຄອນໄທເປ ວັນທີ 10 ຕຸລາ 2021.
ຝູງບິນລົບໄຕ້ຫວັນ Mirage 2000 ກຳລັງບິນຂ້າມທຳນຽບປະທານາ ທິບໍດີ ລະຫວ່າງການສະຫຼອງວັນຊາດ ຢູ່ນະຄອນໄທເປ ວັນທີ 10 ຕຸລາ 2021.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງໄຕ້ຫວັນ ທ່ານຈູ ກວາ-ເຈັງ (Chiu Kua-
Cheng)ກ່າວໃນວັນພະຫັດວານນີ້ວ່າ ໄຕ້ຫວັນຕ້ອງຕຽມພ້ອມເພື່ອປ້ອງກັນຕົນເອງ ແລະ
ບໍ່ສາມາດທີ່ຈະເພິ່ງພາອາໄສການຊ່ວຍເຫລືອຈາກບັນດາປະເທດອື່ນໆໄດ້ທັງໝົດ ຖ້າຈີນ
ຫາກຈະມີການເລີ້ມໂຈມຕີເກາະແຫ່ງນີ້.

ຄວາມເຄັ່ງຕຶງລະຫວ່າງ ໄຕ້ຫວັນ ແລະຈີນ ໄດ້ເພີ້ມຂຶ້ນຢູ່ໃນລະດັບສູງສຸດໃນຮອບຫຼາຍ
ທົດສະວັດ, ໂດຍປັກກິ່ງໄດ້ສົ່ງບັນດາເຮືອບິນລົບຢ່າງຫຼວງຫຼາຍເປັນປະຫວັດການເຂົ້າ
ໄປໃນນ່ານຟ້າສາກົນໃກ້ກັບເກາະດັ່ງກ່າວ ເຊິ່ງເປັນການເພີ້ມລະດັບການຮຸກຮານທາງ
ທະຫານ.

ກະຊວງປ້ອງກັນປະເທດຂອງໄຕ້ຫວັນໄດ້ກ່າວວ່າ ຈີນອາດຈະມີຄວາມສາມາດໃນການ
ບຸກລຸກ “ຄວມຄຸມທັງໝົດ” ເກາະແຫ່ງນີ້ໃນປີ 2025.

“ເມື່ອບັນດາເພື່ອນຮ່ວມງານກະຊວງປ້ອງກັນປະເທດໄດ້ວິເຄາະກັບກ່ຽວການເຄື່ອນໄຫວ
ຫຼາຍຢ່າງຂອງຈີນ, ພວກເຮົາຕ້ອງລວບລວມຂໍ້ມູນ. ນີ້ໝາຍຄວາມ ວ່າມາເຖິງລະດັບໃດນຶ່ງ
ແຕ່ການປະຕິບັດຈຳນວນນຶ່ງຍັງຕ້ອງດຳເນີນຢູ່ຕໍ່ໄປ. ພວກເຂົາຈະບໍ່ຢຸດພໍເທົ່ານັ້ນ, ເພາະ
ສະນັ້ນ ຂ້າພະເຈົ້າຄິດວ່າ ພວກເຮົາຈະບໍ່ເຫັນທົ່ວເກາະໄຕ້ຫວັນສະຫງົບລົງໄດ້ໃນໄວໆນີ້,
ມັນບໍ່ງ່າຍເລີຍ.”

ຈີນອ້າງວ່າ ໄຕ້ຫວັນເປັນພາກສ່ວນນຶ່ງຂອງຕົນ, ເຖິງແມ່ນວ່າ ເກາະແຫ່ງນີ້ໄດ້ປົກຄອງຕົນ
ເອງນັບແຕ່ໄດ້ແບ່ງແຍກອອກຈາກການປົກຄອງຄອມມິວ ນິສແຜ່ນດິນໃຫຍ່ ໃນປີ 1949
ຫຼັງຈາກສົງຄາມກາງເມືອງທີ່ຍາວນານກໍ່ຕາມ.

ທ່ານຈູ ໄດ້ຮ້ອງການເພີ້ມຄວາມເຄັ່ງຕືງລະຫວ່າງຈີນ ແລະໄຕ້ຫວັນວ່າ ເປັນຄວາມ “ຮຸນແ

Taiwan Defense Minister Chiu Kuo-cheng said Thursday that Taiwan must be prepared to defend itself and could not entirely depend on other countries to help if China were to launch an attack against the island.

Tensions between Taiwan and China have risen to their highest level in decades, with Beijing sending record-breaking numbers of fighter jets toward international airspace close to the island, stepping up a campaign of military harassment.

Taiwan’s defense ministry has said that China would have “comprehensive” capabilities to invade the island by 2025.

“When the defense ministry colleagues do analysis on China’s many moves, we have to accumulate data. This means that arriving to a certain stage but some of the actions are continuous. They are not going to stop just like that. So, I think that around Taiwan we are not going to see a clear calming down anytime soon. This is not that easy.”

China claims Taiwan as part of its national territory although the island has been self-ruled since it split from the communist-ruled mainland in 1949 after a long civil war.

Chiu has called the rising tensions between China and Taiwan the most “severe” he has seen in 40 years.

XS
SM
MD
LG