ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຫວັນ ໄດ້ຮັບ ກຳລັງໃຈ ຈາກຄວາມວຸ້ນວາຍ ເລື້ອງສາຍການບິນ ລະຫວ່າງ ສຫລ ກັບ ຈີນ


ເຮືອບິນ Boeing 747-400 ຂອງສາຍການບິນ ຈີນ ຈອດຖ້າຢູ່ເດີ່ນ ສະໜາມບິນສາກົນ ຈຽງ ໄຄ ເຊັກ ທີ່ເມືອງ ທາວຢວນ ເກາະໄຕ້ຫວັນ.
ເຮືອບິນ Boeing 747-400 ຂອງສາຍການບິນ ຈີນ ຈອດຖ້າຢູ່ເດີ່ນ ສະໜາມບິນສາກົນ ຈຽງ ໄຄ ເຊັກ ທີ່ເມືອງ ທາວຢວນ ເກາະໄຕ້ຫວັນ.

ໄຕ້ຫວັນ ໄດ້ຮັບຄວາມເຫັນໃຈຈາກຕ່າງປະເທດຈຳນວນນຶ່ງ ໂດຍທີ່ບໍ່ໄດ້ຄາດຄິດ ໃນ
ສັບປະດານີ້ ໃນຂະນະທີ່ຈີນ ໄດ້ກໍ່ໃຫ້ເກີດຄວາມບໍ່ພໍໃຈດ້ວຍການຮຽກຮ້ອງໃຫ້ ສາຍ
ການບິນຕ່າງປະເທດ ບໍ່ໃຫ້ເອີ້ນເກາະໄຕ້ຫວັນ ວ່າ ເປັນປະເທດ.

ທຳນຽບຂາວ ໄດ້ປະທ້ວງຕໍ່ການທີ່ຈີນຂໍຮ້ອງໃຫ້ສາຍການບິນຈາກປະເທດຕ່າງໆ ຫລີກ
ເວັ້ນການລະບຸ ໄຕ້ຫວັນ ຮົງກົງ ຫຼື ມາເກົາ ໃນທາງທີ່ອາດໝາຍຄວາມວ່າ ພວກເຂົາແມ່ນ
ແຍກອອກຈາກຈີນ. ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ ແຊນເດີຣສ໌ ກ່າວ ໃນຖະແຫຼງການ ໂດຍໄດ້ເອີ້ນການຂໍຮຽກຮ້ອງດັ່ງກ່າວ ນັ້ນ “ເປັນເລື່ອງບໍ່ມີສາລະ.”

ເຈົ້າໜ້າທີ່ຮັກສາຄວາມປອດໄພ ສອງຄົນ ຍ່າງຜ່ານສະຖານທີ່ຕິດຕໍ່ ສາຍການບິນ Qantas ພາຍໃນປະເທດ ທີ່ສະໜາມບິນຊິດນີ ໃນນະຄອນ ຊິດນີ, ວັນທີ 29 ຕຸລາ 2011.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ສອງຄົນ ຍ່າງຜ່ານສະຖານທີ່ຕິດຕໍ່ ສາຍການບິນ Qantas ພາຍໃນປະເທດ ທີ່ສະໜາມບິນຊິດນີ ໃນນະຄອນ ຊິດນີ, ວັນທີ 29 ຕຸລາ 2011.

ເປົ້າໝາຍຂອງປັກກິ່ງ ລວມທັງ ສາຍການບິນ ຂອງອອສເຕຣເລຍ ຄື Qantas ຊຶ່ງໄດ້
ພາໃຫ້ມີການຮຽກຮ້ອງ ໂດຍລັດຖະມົນຕີການຕ່າງປະເທດ ຂອງອອສເຕຣເລຍ ໃຫ້ຈີນ
ຫລີກເວັ້ນທຳການຂົ່ມຂູ່.

ສ່ວນໄຕ້ຫວັນ ທີ່ໄດ້ປົກຄອງຕົນເອງ ມາໄດ້ເກືອບ 7 ທົດສະວັດແລ້ວ ນັບຕັ້ງ ແຕ່ໄດ້
ສ້າງຕັ້ງ ສາທາລະນະລັດ ປະຊາຊົນຈີນ ຂອງພັກຄອມມູນິສ. ປັກກິ່ງ ຖືວ່າເກາະດັ່ງກ່າວ ເປັນສ່ວນນຶ່ງຂອງດິນແດນຕົນ ແລະກຳລັງຊຸກຍູ້ໃຫ້ທ້ອນໂຮມເຂົ້າກັນເປັນຈີນດຽວ ໃນ
ທີ່ສຸດ. ລັດຖະບານຂອງຈີນ ຕາມປະຫວັດການແລ້ວ ແລະ ຢ່າງບໍ່ລົດລະ ໄດ້ກົດດັນ
ປະເທດອື່ນໆ ແລະ ບໍລິສັດຂອງຫຼາຍປະເທດ ໃຫ້ຮັບເອົາທັດສະນະຂອງຕົນ ກ່ຽວກັບ
ໄຕ້ຫວັນ.

ປະທານາທິບໍດີຂອງໄຕ້ຫວັນ ໄດ້ປະຕິເສດຕໍ່ແນວຄິດ ຈີນດຽວ ແລະ ການສຳຫຼວດ
ຄວາມຄິດເຫັນຂອງຊາວເກາະໄຕ້ຫວັນ ສະແດງໃຫ້ເຫັນວ່າ ປະຊາຊົນສ່ວນໃຫຍ່
ສະໜັບສະໜູນ ການປົກຄອງດ້ວຍຕົນເອງ ແທນທີ່ຈະທ້ອນໂຮມເຂົ້າກັນກັບຈີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG