ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄຕ້ຫວັນ ກ່າວວ່າ ຈີນໄດ້ສົ່ງເຮືອບິນລົບ ຕື່ມອີກ ເຂົ້າໄປໃນເຂດປ້ອງກັນທາງອາກາດຂອງຕົນ


ເຮືອບິນລົບອາຍພົ່ນ SU-30 ຂອງຈີນ ພວມບຶນຂຶ້ນ ຈາກສະໜາມບິນແຫ່ງນຶ່ງ ເພື່ອໄປລາດຕະເວນຢູ່ທະເລຈີນໃຕ້.
ເຮືອບິນລົບອາຍພົ່ນ SU-30 ຂອງຈີນ ພວມບຶນຂຶ້ນ ຈາກສະໜາມບິນແຫ່ງນຶ່ງ ເພື່ອໄປລາດຕະເວນຢູ່ທະເລຈີນໃຕ້.

ຈີນສົ່ງເຮືອບິນລົບອາຍພົ່ນ 56 ລຳ ເຂົ້າໄປໃນເຂດປ້ອງກັນທາງອາກາດຂອງໄຕ້ຫວັນ ໃນວັນຈັນວານນີ້ ອີງຕາມການກ່າວອ້າງ ຂອງໄຕ້ຫວັນ ໃນຂະນະທີ່ເກາະດັ່ງກ່າວ ກໍໄດ້ສົ່ງເຮືອບິນ ກອງທັບອາກາດຂອງຕົນ ຂຶ້ນຂັດຂວາງຕໍ່ການ ບິນລ່ວງຂອງເຮືອບິນຈີນ.

ເກາະໄຕ້ຫວັນ ທີ່ປົກຄອງຕົນເອງ ຊຶ່ງຈີນກ່າວອ້າງວ່າ ເປັນຂອງຕົນນັ້ນ ແມ່ນຄັດຄ້ານ ຕໍ່ການບິນລ່ວງລ້ຳຂອງປັກກິ່ງ ມາໄດ້ປີກວ່າໆແລ້ວນັ້ນ. ເລີ້ມແຕ່ວັນ ສຸກຜ່ານມານີ້ ເວລາຈີນສະຫຼອງວັນຊາດຂອງຕົນ ປັກກິ່ງໄດ້ເພີ້ມຈຳນວນຖ້ຽວບິນຂຶ້ນຢ່າງຫຼວງຫຼາຍ ຊຶ່ງສ່ວນໃຫຍ່ມັກຈະມີຂຶ້ນໃນບໍລິເວນພາກຕາເວັນຕົກສຽງໃຕ້ ຊຶ່ງເປັນເຂດປ້ອງກັນທາງອາກາດຂອງໄຕ້ຫວັນ ໃກ້ກັບເກາະປຣາຕາ (Pra-tas) ທີ່ໄຕ້ຫວັນຄວບຄຸມ ຊຶ່ງເປັນກໍລະນີທີ່ເກີດຂຶ້ນໃນວັນຈັນວານນີ້.

ໄຕ້ຫວັນກ່າວວ່າ ການບິນລ່ວງລ້ຳຂອງຈີນ ໃນວັນຈັນວານນີ້ ແມ່ນຮວມທັງເຮືອ ບິນລົບ J-16 ຈຳນວນ 34 ລຳ ເຮືອບິນຖິ້ມລະເບີດ ທີ່ສາມາດບັນທຸກນິວເຄລຍ H-6 ຈໍານວນ 12 ລໍາ. ໃນຄືນວັນຈັນນີ້ ເຈົ້າໜ້າທີ່ຢູ່ໄທເປ ລາຍງານວ່າ ຕົນໄດ້ເຫັນເຮືອບິນລົບ J-16 ຈຳນວນຕື່ມອີກ 4 ລຳ ໄດ້ບິນລ່ວງລ້ຳເຂົ້າໄປໃນເຂດອາກາດຂອງຕົນ.

ຂ່າວດັ່ງກ່າວແມ່ນໄດ້ຖືກຕອບໂຕ້ດ້ວຍຄຳເວົ້າທີ່ແຂງຂັນຈາກທຳນຽບຂາວ.

ໂຄສົກຂອງທຳນຽບຂາວ ທ່ານນາງເຈັນ ຊາກິ ໃນລະຫວ່າງການຖະແຫຼງຂ່າວ ທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 4 ຕຸລາ 2021.
ໂຄສົກຂອງທຳນຽບຂາວ ທ່ານນາງເຈັນ ຊາກິ ໃນລະຫວ່າງການຖະແຫຼງຂ່າວ ທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 4 ຕຸລາ 2021.

ທ່ານນາງເຈັນ ຊາກິ ໂຄສົກຂອງທຳນຽບຂາວ ກ່າວວ່າ “ພວກເຮົາຂໍຮຽກຮ້ອງໃຫ້ປັກກິ່ງຢຸດເຊົາການກົດດັນ ທາງດ້ານການທະຫານ ດ້ານການທູດ ແລະດ້ານເສດຖະກິດຕໍ່ໄຕ້ຫວັນ ແລະພວກເຮົາກໍມີຜົນປະໂຫຍດມາເປັນເວລາຊ້ານານຕໍ່ການມີສັນຕິພາບແລະສະຖຽນລະພາບຂ້າມຊ່ອງແຄບໄຕ້ຫວັນ. ຄວາມໝັ້ນໝາຍຂອງພວກເຮົາຕໍ່ໄຕ້ຫວັນ ແມ່ນເຂັ້ມແຂງຄືກັນກັບເຫຼັກກ້າ ແລະມີສ່ວນຊ່ວຍໃນການຮັກສາສັນຕິພາບ ແລະສະຖຽນລະພາບຂ້າມຊ່ອງແຄບໄຕ້ຫວັນ ແລະຢູ່ໃນຂົງເຂດດັ່ງກ່າວ.”

ທ່ານນາງເຈັນ ຊາກິ ກ່າວວ່າ ລັດຖະບານສະຫະລັດ ແມ່ນ “ຈະແຈ້ງ ທັງແບບສ່ວນໂຕ ແລະເປັນການເປີດ ກ່ຽວກັບຄວາມເປັນຫ່ວງຂອງພວກເຮົາ.” ແຕ່ໃນການຕອບຄຳຖາມຂອງວີໂອເອນັ້ນ ທ່ານນາງກ່າວວ່າ ປະທານາທິບໍດີໂຈ ໄບເດັນ ບໍ່ໄດ້ໂອ້ລົມກັບຄູ່ຕຳແໜ່ງຝ່າຍຈີນ ເມື່ອໄວໆມານີ້ ແຕ່ກໍ່ເວົ້າວ່າ “ເຈົ້າໜ້າທີ່ລະດັບສູງຂອງວໍຊິງຕັນໄດ້ມີການຕິດຕໍ່ກັບປັກກິ່ງ.”

ທ່ານນາງຫົວ ຈິນຢິ້ງ ໂຄສົກຂອງກະຊວງການຕ່າງປະເທດຈີນ ໄດ້ຕອບໂຕ້ຄືນໃນວັນຈັນວານນີ້ ຕໍ່ຄຳເວົ້າຂອງຝ່າຍສະຫະລັດ.

ທ່ານນາງກ່າວວ່າ “ໄຕ້ຫວັນແມ່ນເປັນຂອງຈີນ ແລະສະຫະລັດບໍ່ມີສິດໃດໆທີ່ຈະໃຫ້ຄວາມເຫັນ ແບບຂາດຄວາມຮັບຜິດຊອບ. ການໃຫ້ທັດສະນະຂອງສະຫະລັດກ່ຽວກັບເລື້ອງດັ່ງກ່າວ ແມ່ນເປັນການລະເມີດຢ່າງຮ້າຍແຮງ ຕໍ່ຫຼັກການຈີນດຽວ ແລະຂໍ້ກຳນົດຢູ່ໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນກັບສະຫະລັດແລະກໍໄດ້ສົ່ງສັນຍານທີ່ຜິດພາດຢ່າງຮ້າຍແຮງແລະຂາດຄວາມຮັບຜິດຊອບ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG