ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ໄຕ້ຫວັນ ດຶງດູດເອົານັກສຶກສາດ້ານເທັກໂນໂລຈີ ຈາກຂົງເຂດ ເອເຊຍຕາເວັນອອກສຽງໃຕ້


ລາຍງານ ການດຶງດູດເອົານັກສຶກສາດ້ານເທັກໂນໂລຈີ ມາສູ່ເກາະຂອງ ໄຕ້ຫວັນ

ໄຕ້​ຫວັນ ກໍາ​ລັງເພັ່ງ​ເລັງໃສ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ ທີ່ເປັນແຫ່ງຈະສະໜອງດ້ານບຸຄະລາກອນທີ່ມີພອນສະຫວັນທາງດ້ານເທັກໂນໂລຈີລະດັບສູງ ເຊິ່ງປະເທດເກາະແຫ່ງນີ້ ກຳລັງຂາດເຂີນໃນປັດຈຸບັນ. ຈຳນວນ​ນັກ​ສຶກສາ​ຕ່າງປະ​ເທດທີ່​ໄປ​ຍັງ​ເກາະດັ່ງກ່າວ ​ນັບ​ມື້​ນັບ​ເພີ້ມ​ຂຶ້ນ, ໂດຍສະເພາະ​ແມ່ນນັກສຶກສາທີ່ມາຈາກ​ຈາກ ຫວຽດນາມ ແລະ ອິນ​ໂດ​ເນ​ເຊຍ.

“ກະລຸນາເວົ້າ: ‘ຍັງມີອາຫານອີກຫຼວງຫຼາຍ, ເຈົ້າຕ້ອງກິນຫຼາຍກວ່ານີ້, ມັນຍັງມີຫຼາຍຢູ່, ເຈົ້າຕ້ອງກິນຫຼາຍກວ່ານີ້."

ບັນດານັກສຶກສາຈາກເອເຊຍຕາເວັນອອກສຽງໃຕ້ເຫຼົ່ານີ້ ບໍ່ພຽງແຕ່ຮຽນພາສາຈີນຢູ່ໄຕ້ຫວັນເທົ່ານັ້ນ, ພວກເຂົາເຈົ້າຍັງໄດ້ຮັບການຝຶກອົບຮົມທັກສະດ້ານວິຊາເຕັກນິກ ໃນພາກວິຊາການສຶກສາຂອງພວກເຂົາເຈົ້າ. ຕັ້ງຢູ່ປະມານ 1 ຊົ່ວ​ໂມງໄປ​ທາງພາກ​ໃຕ້​ຂອງ​ນະຄອນຫຼວງ​ໄຕ້​ຫວັນ, ທ່ານ ທຣວງ ມິນ ຄີ (Truong Minh Quí) ຈາກ​ຫວຽດນາມ ກໍາລັງ​ຮຽນເອົາ​ປະລິນຍາ​ໂທ ​ຢູ່ທີ່​ມະຫາວິທະຍາ​ໄລ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ມິນ ຊິນ (Minh Hsin).

ທ່ານທຣວງ ມິນ ຄີ, ນັກ​ສຶກ​ສາ​ຫວຽດ​ນາມ ກ່າວເປັນພາສາຈີນກາງວ່າ:

“ເມື່ອຂ້ອຍມາຮອດໄຕ້ຫວັນ, ຂ້ອຍໄດ້ຍິນວ່າ ໄຕ້ຫວັນມີພາກວິຊາທີ່ກ້າວໜ້າທາງດ້ານເຄມີ ແລະວັດສະດຸ. ຂ້ອຍມັກວິຊາເຫຼົ່ານີ້ແທ້ໆ.”

ການລົງທະບຽນ​ເຂົ້າ​ຮຽນ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ​ຢູ່​ໃນໄຕ້​ຫວັນ ​ມີຈໍານວນ​ເພີ້ມສູງ​ຂຶ້ນ. ພວກເຂົາເຈົ້າແມ່ນກຸ່ມນັກສຶກສາຕ່າງປະເທດທີ່ໃຫຍ່ທີ່ສຸດໃນໄຕ້ຫວັນ ແລະກວມເອົາເກືອບນຶ່ງສ່ວນສີ່ຂອງນັກສຶກສາຕ່າງປະເທດທັງໝົດ ໂດຍມີຢູ່ປະມານ 27 ພັນຄົນ. ນອກຈາກ​ນີ້ ​ຍັງມີການເພີ້ມຂຶ້ນຂອງຈໍານວນ​ນັກ​ສຶກ​ສາ​ຈາກ​ອິນ​ໂດ​ເນ​ເຊຍ.

ນຶ່ງໃນນັ້ນ ແມ່ນວິສະວະກອນໃນອະນາຄົດດ້ານໂຍທາ, ນາງແຮັບປີ້ ມາເຣຕາ (Happy Mareta) ຜູ້ທີ່ກ່າວວ່າ ການສັ່ນສະເທືອນຂອງແຜ່ນດິນໄຫວ ທີ່ໄດ້ນໍານາງມາຍັງໄຕ້ຫວັນ.

ນາງແຮັບປີ້ ມາເຣຕາ, ນັກສຶກສາອິນໂດເນເຊຍ ກ່າວວ່າ:

“ຂ້ອຍສົນໃຈທີ່ຈະມາສຶກສາຕໍ່ນະທີ່ນີ້ແທ້ໆ ເພາະວ່າ ໄຕ້ຫວັນ ເປັນຂົງເຂດທີ່ຮູ້ຈັກກັນດີ ສໍາລັບແບບແຜນທາງດ້ານການກໍ່ສ້າງທີ່ກ້າວຫນ້າທັນສະໄໝ.”

ນັກສຶກສາຄືກັບ ນາງ ແຮັບປີ້ ແລະ ທ່ານ ທຣວງ ແມ່ນຄໍາຕອບສໍາລັບຜູ້ທີ່ຂາດເຂີນຄວາມສາມາດທາງດ້ານເທັກໂນໂລຈີຂອງໄຕ້ຫວັນ, ເຊິ່ງກາຍ​ເປັນ​ບັນຫາຮ້າຍ​ແຮງຍ້ອນຈໍານວນ​ອັດຕາ​ການ​ເກີດ​ຂອງ​ເກາະ​ດັ່ງກ່າວນີ້​ຫຼຸດ​ລົງ. ​ໃນ​ປີ​ແລ້ວ​ນີ້ ​ໄທ​ເປ ​ໄດ້​ວາງ​ແຜນໃນ​ການເພີ້ມ​ຈຳນວນ​ນັກ​ສຶກສາ​ຕ່າງປະ​ເທດ​ໃຫ້​ເປັນ​ສາມ​ເທົ່າ​ພາຍໃນ​ປີ 2030, ​ໂດຍ​ຮັກສາວຽກງານສອງ​ສ່ວນ​ສາມ​ຂອງ​ຈໍານວນນັກສຶກສາ​ຫຼັງຈາກ​ຮຽນ​ຈົບ. ເກາະດັ່ງກ່າວ ໄດ້ເພັ່ງເລັງໃສ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ ໃນຖານະການນໍາສົ່ງສໍາລັບຜູ້ທີ່ມີພອນສະຫວັນໃໝ່. ນັກສຶກສາຕ່າງປະເທດ ຍັງຖືກນໍາມາເກາະແຫ່ງນີ້. ສໍາລັບ ນາງ ມາເຣຕາ, ສະຖານທີ່ດຶງດູດຈິດໃຈຂອງນາງ ກໍແມ່ນ ໄທເປ 101, ເຊິ່ງເປັນອາຄານທີ່ສູງທີ່ສຸດຢູ່ໃນເກາະດັ່ງກ່າວ.

ນາງແຮັບປີ້ ມາເຣຕາ, ນັກສຶກສາອິນໂດເນເຊຍກ່າວວ່າ:

“ແມ່ນ​ຈຸດ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ. ຂ້ອຍ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ວິ​ທີ​ການ​ກໍ່​ສ້າງ​ທີ່​ໃຊ້​ໃນ​ໄຕ້​ຫວັນ (ໄທເປ) 101​, ວິ​ທີໃນ​ການ​ກໍ່​ສ້າງ​ອາ​ຄານດັ່ງກ່າວນີ້​ເປັນແນວໃດ​.”

ໂດຍ​ສະ​ເພາະ​ແມ່ນ ​ວິ​ທີ​ການກໍ່​ສ້າງແບບອ່ຽງຂອງຕຶກ ແຕ່​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ລະຫວ່າງເກີດແຜ່ນ​ດິນ​ໄຫວ.

ເກລັນ ແອັນເດຣສ (Glenn Andres) ​ນັກ​ສຶກ​ສາ​ປີ​ທີ​ສາມ​ຈາກ​ຟີ​ລິບ​ປິນ​ ທີ່ກໍາລັງຄົ້ນ​ຄວ້າກ່ຽວກັບ semiconductors​.

ລາວກ່າວວ່າ:

“ຖ້າຂ້ອຍມີໂອກາດ ໃນການປະກອບອາຊີບຢູ່ທີ່ນີ້ ໃນໄຕ້ຫວັນ, ຂ້ອຍຈະຢູ່ທີ່ນີ້ເລີຍ. ແລະພວກເຮົາທຸກຄົນຍັງຮູ້ວ່າ ໄຕ້ຫວັນແມ່ນນຶ່ງໃນຜູ້ຜະລິດຊັ້ນນໍາ, ເຊິ່ງເປັນຜູ້ຜະລິດກ່ຽວກັບຜະລິດຕະພັນ semiconductor.”

ນັກສຶກສາຈໍານວນຫຼາຍ ກໍາລັງເຊື່ອມໂຍງການສຶກສາຂອງພວກເຂົາເຈົ້າກັບການຝຶກງານຢູ່ໃນໄຕ້ຫວັນ ໄປພ້ອມໆກັນ ດ້ວຍຄວາມຫວັງວ່າ ພວກເຂົາຈະໄດ້ວຽກທີ່ມີເທັກໂນໂລຈີສູງຢູ່ທີ່ນີ້ ໃນອະນາຄົດ.

Taiwan is looking to Southeast Asia as a pipeline to fill its shortage of high-tech talent. The numbers of foreign students to the island has been growing, especially from Vietnam and Indonesia.

“Please say: 'There is still a lot of food, you have to eat more, there is still a lot, you have to eat more.'”

These students from Southeast Asia are not only learning Chinese in Taiwan, they are also getting technical skills training in their field of study. About an hour south of Taiwan’s capital, Trương Minh Quí from Vietnam is earning a master’s degree at Minh Hsin University of Science and Technology.

Truong Minh Qui, Vietnamese Student:

"When I came to Taiwan, I had heard that Taiwan is advanced in chemical and materials fields. I really like these fields.”

Vietnamese student enrollment in Taiwan is growing. They are the largest group of foreign students in Taiwan and account for nearly a quarter of all international students at 27-thousand. There has also been an increase in the number for students from Indonesia.

One of them is future civil engineer, Happy Mareta who says it was earthquakes that brought her to Taiwan.

Happy Mareta, Indonesian Student:

“I’m really interested to study here because Taiwan is known for its advanced construction methods.”

Students like Happy and Trương are the answer to Taiwan’s talent shortage in tech. A problem that is made worse by the island's dropping birthrate. Taipei last year launched a plan to nearly triple the number of foreign students by 2030, retaining two-thirds for after graduation jobs. The island has been looking to Southeast Asia as a pipeline for new talent. Foreign students are also drawn to the island. For Mareta, the attraction is Taipei 101, the tallest building on the island.

Happy Mareta, Indonesian Student:

“It’s the famous tourism spot. I could learn about how the construction methods used in Taiwan [Taipei] 101, how the building is built.”

Especially how the building sways but stays strong during an earthquake.

Glenn Andres is a third-year student from the Philippines researching semiconductors.

Glenn Andres, Philippine Student:

"If given a chance to advancing my career here in Taiwan, I will stay. And we all also know that Taiwan is one of the leading manufacturers, producers of semiconductor products.”

Many students are pairing their studies with internships in Taiwan with the hope that they’ll land a high-tech job here in the future.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG