ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີຜູ້ເສຍຊີວິດ ເພີ້ມຂຶ້ນ ເປັນ 38 ຄົນ ໃນອຸບັດເຫດ ເຮືອບິນຕົກ ຢູ່ໄຕ້ຫວັນ


TAIWAN PLANE CRASH VO
please wait
Embed

No media source currently available

0:00 0:00:39 0:00

ບັນດາ​ທີມຊອກ​ຄົ້ນ​ຫາ ​ໄດ້​ພົບ​ເຫັນ​ອີກ​ ສາມ​ສົບ ຈາກ​ແມ່​ນໍ້າ
Keelung ຢູ່ໃນ​ໄຕ້​ຫວັນ ​ໃນ​ຕອນເຊົ້າວັນ​ເສົາ​ມື້​ນີ້ ເຮັດໃຫ້​ຈຳ
ນວນ​ຜູ້​ເສຍຊີວິດ​ ຍ້ອນເຮືອບິນ TransAsia ຕົກ ໃນມື້ວັນພຸດ
ແລ້ວ ເພີ້ມຂຶ້ນ​ເປັນ 38 ຄົນ.

ຫ້າ​ຄົນ ​ທີ່ຢູ່​ໃນ​ຖ້ຽວບິນ 235 ​ໄປ​ຫາ​ໝູ່​ເກາະ Kinmen ຂອງ
ໄຕ້ຫວັນທີ່​ຢູ່​ຫ່າງ​ອອກ​ໄປໃກ້ໆກັບຈີນແຜ່ນດິນໃຫຍ່​ນັ້ນ ຍັງ​ຫາຍ​ສາຍ​ສູນ​ຢູ່. ສິບ​ຫ້າ​ຄົນ​
ໄດ້​ລອດ​ຊີວິດມາ​ໄດ້.

ບັນດາ​ຜູ້​ສືບສວນ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ເຄື່ອງຈັກສອງໝາກ​ປິ່ນຂອງເຮືອບິນ ບໍ່ສາ ມາດ​ສະໜອງແຮງ​ສົ່ງຢ່າງພຽງພໍເພື່ອ​ໃຫ້ເຮືອບິນ ATR 72-600 ບິນ​ຂຶ້ນສູ່ລະດັບໄດ້ຈຶ່ງ
ຕົກລົງ​ໄປ​ແມ່​ນຳ້ໃນ​ເວລາບໍ່ດົນຫລັງ​ຈາກ​ໄດ້​ບິນ​ຂື້ນ​ຈາກ​ເດີ່ນ Sangshan ​ໃນ​ນະຄອນ
Taipei ໃນ​ຕອນ​ເຊົ້າ​ວັນ​ພຸດ​ທີ່​ຜ່ານ​ມາ.

ບັນດາ​ເຈົ້າໜ້າ​ທີ່ ຈາກ​ສະພາ​ຄວາມ​ປອດ​ໄພ​ການບິນ​ຂອງໄຕ້​ຫວັນ ​ກ່າວ​ຖະ​ແຫລ​ງຕໍ່
​ກອງ​ປະຊຸມ​ນັກຂ່າວ​ວ່າ ຫີບ​ບັນທຶກ​ສຽງ ​ແລະ​ຂໍ້​ມູນ ​ໄດ້​ເປີດ​ເຜີຍ​ວ່າ ​ເຄື່ອງ​ຈັກ​ໝາກ​ປິ່ນ
​ເບື້ອງ​ຂວາໄດ້ຕາຍຫຼື ບໍ່ເຮັດວຽກ 37 ວິນາທີ ຫຼັງຈາກ​ທີ່​ໄດ້​ບິນ​ຂຶ້ນ. ນັກ​ບິນ​ຄົນ​ນຶ່ງ ຕໍ່​
ມາ​ໄດ້​ຕັ້ງ​ໃຈມອດເຄື່ອງ​ຈັກ​ໝາກ​ປິ່​ນ ​ເບື້ອງ​ຊ້າຍ​ລົງ​ ​ຊຶ່ງມີທ່າທາງວ່າດ້ວຍຄວາມຜິດ
ພາດ ຊຶ່ງຫລັງຈາກນັ້ນກໍໄດ້​ພະຍາຍາມ​ທີ່​ຈະ​ຕິດ​ຈັກ​ຄືນ. ​ແຕ່​ເຮືອບິນໄດ້​ຕົກ​ກ່ອນທີ່
​ພວກ​ນັກ​ບິນຈະສາມາດຕິດ​ຈັກ​ຄືນໄດ້. ການ​ບັນທຶກ​ຂອງ​ບັນດາ​ພະນັກ​ງານຫໍ​ຄວບ​ຄຸມການບິນ ​ໄດ້​ບົ່ງ​ບອກເຖິງຄຳເວົ້າຄັ້ງ ສຸດ​ທ້າຍ ​ຂອງ​ນັກ​ບິນ ກ່ອນ​ເຮືອບິນ​ຈະ​ຕົກ
ນັ້ນ ​ແມ່ນວ່າ “ຊ່ອຍແດ່ ຊ່ອຍ​ແດ່ ຈັກ​ລຸກໄໝ້ເປັນ​ໄຟ.

ບັນດາ​ເຈົ້າໜ້າທີ່ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ມັນ​ຍັງເປັນການໄວເກີນໄປທີ່ ​ຈະລົງຄວາມ
ເຫັນໄດ້ກ່ຽວກັບສາ​ເຫດ​ທີ່ພາໃຫ້​ເຄື່ອງ​ຈັກ​ຕາຍ.

Search teams recovered three more bodies from Taiwan's Keelung River Saturday morning, bringing the death toll from Wednesday's TransAsia Airways plane crash to 38.

Five people onboard Flight 235 bound for Taiwan's outlying Kinmen islands are still missing.Fifteen people survived.

Investigators said Friday that the two turboprop engines failed to provide enough thrust to lift the ATR 72-600 aircraft, sending it into the river shortly after takeoff from Songshan Airport in Taipei Wednesday morning.

Officials from Taiwan's Aviation Safety Council told a news conference on Friday that voice and data recorders revealed that the right engine failed 37 seconds after takeoff.One of the pilots then shut down the left engine - likely by mistake - then tried a restart.But the plane crashed before the pilots could restart the engine.A recording of air traffic controllers indicated that the pilot's last words before the plane went down were "Mayday, mayday, engine flameout."

Officials said Friday it was still too early in the investigation to determine the cause of the engine failure.

Internet video showed the plane's left wing, perpendicular to the ground, clipping an elevated highway and a taxi cab before crashing into the river.

It is the second ATR-72 to crash in Taiwan in as many years.Last July, one of the French-made twin-engine turboprops crashed during poor weather near the airport on the island of Penghu, killing 48 people.

XS
SM
MD
LG