ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄາດກັນວ່າ ລັດຖະບານ ຊີເຣຍ ຈະເຂົ້າຮ່ວມ ການເຈລະຈາ ສັນຕິພາບ ທີ່ເຈນີວາ


ທ່ານນາດເສີຣ໌ ຮາຣີຣີ ເດີນທາງໄປຮອດ ກອງປະຊຸມ ຢູ່ທີ່ສຳນັກງານໃຫຍ່ ຂອງອົງການສະຫະປະຊາຊາດ ໃນນະຄອນເຈນີວາ, ເມື່ອວັນທີ 24 ມີນາ 2017.
ທ່ານນາດເສີຣ໌ ຮາຣີຣີ ເດີນທາງໄປຮອດ ກອງປະຊຸມ ຢູ່ທີ່ສຳນັກງານໃຫຍ່ ຂອງອົງການສະຫະປະຊາຊາດ ໃນນະຄອນເຈນີວາ, ເມື່ອວັນທີ 24 ມີນາ 2017.

ຄາດກັນວ່າ ບັນດານັກເຈລະຈາ ຂອງລັດຖະບານຊີເຣຍ ທີ່ຢູ່ໃນນະຄອນເຈນີວາຈະ
ເຂົ້າຮ່ວມ ການເຈລະຈາສັນຕິພາບ ນຳພາໂດຍອົງການສະຫະປະຊາຊາດທີ່ແນເປົ້າ
ໝາຍໃສ່ ເພື່ອຍຸຕິການສູ້ລົບ ທີ່ແກ່ຍາວມາໄດ້ 7 ປີແລ້ວນັ້ນ.

ການເຈລະຈາ ໄດ້ເລີ່ມຂຶ້ນ ໃນວັນອັງຄານວານນີ້ ໂດຍ ທ່ານ ສ​ເຕັຟຟານ ​ເດີ ມິ​ສຕູຣາ
ທູດພິເສດ ຂອງອົງການສະຫະປະຊາຊາດ ດ້ວຍການພົບປະກັບ ຄະນະຜູ້ແທນ ຈາກ
ຝ້າຍຕໍ່ຕ້ານລັດຖະບານ. ທ່ານ ໄດ້ກ່າວພາຍຫລັງການພົບປະວ່າ ທັງສອງຝ່າຍ ຈະມີ
ໂອກາດເຈລະຈາກັນໂດຍກົງ ຢູ່ນະຄອນເຈນີວາ.

ທ່ານ ໄດ້ກ່າວວ່າ “ພວກເຮົາ ຈະນຳເໜີການເຈລະຈາດັ່ງກ່າວ. ພວກເຮົາຈະຄອຍຖ້າ
ເບິ່ງວ່າ ມັນຈະເກີດຂຶ້ນບໍ່. ແຕ່ພວກເຮົາຈະນຳເໜີອັນນັ້ນໃຫ້.”


ອົງການຂ່າວ SANA ຂອງລັດຖະບານຊີເຣຍ ໄດ້ກ່າວວ່າ ການເດີນທາງໄປເຖິງການເຈ
ລະຈາ ທີ່ຊັກຊ້າ ໂດຍຄະນະຜູ້ແທນຈາກລັດຖະບານ ແມ່ນເປັນຍ້ອນການຮຽກຮ້ອງຂອງ
ຝ່າຍຕໍ່ຕ້ານ ໃຫ້ປະທານາທິບໍດີ ບາຊາ ອາລ-ອາຊາດ ລົງຈາກຕຳແໜ່ງ ອັນເປັນສ່ວນນຶ່ງ
ຂອງໄລຍະຂ້າມຜ່ານ ທາງດ້ານການເມືອງໃດໆກໍຕາມ.

ທູດພິເສດຂອງອົງການສະຫະປະຊາຊາດ ສຳລັບ ຊີເຣຍ ທ່ານ ສ​ເຕັຟຟານ ​ເດີ ມິ​ສຕູຣາ (ຊ້າຍ) ແລະ ຫົວໜ້າ ຄະນະກຳມາທິການ ເຈລະຈາ ຂອງຊີເຣຍ (SNC) ທ່ານນາເສີຣ໌ ອາລ-ຮາຣີຣີ ຈັບມືກັນ ກ່ອນໜ້າການເລີ້ມຕົ້ນ ເຈລະຈາສັນຕິພາບ ຂອງຊີເຣຍ ຮອບໃໝ່ ຢູ່ທີ່ອົງການສະຫະປະຊາດ ໃນນະຄອນ ເຈນີວາ, ວັນທີ 28 ພະຈິກ 2017.
ທູດພິເສດຂອງອົງການສະຫະປະຊາຊາດ ສຳລັບ ຊີເຣຍ ທ່ານ ສ​ເຕັຟຟານ ​ເດີ ມິ​ສຕູຣາ (ຊ້າຍ) ແລະ ຫົວໜ້າ ຄະນະກຳມາທິການ ເຈລະຈາ ຂອງຊີເຣຍ (SNC) ທ່ານນາເສີຣ໌ ອາລ-ຮາຣີຣີ ຈັບມືກັນ ກ່ອນໜ້າການເລີ້ມຕົ້ນ ເຈລະຈາສັນຕິພາບ ຂອງຊີເຣຍ ຮອບໃໝ່ ຢູ່ທີ່ອົງການສະຫະປະຊາດ ໃນນະຄອນ ເຈນີວາ, ວັນທີ 28 ພະຈິກ 2017.

ບັນຫານັ້ນ ແມ່ນເປັນຈຸດທີ່ຍັງຄ້າງຄາກັນ ມາໄດ້ຫຼາຍປີແລ້ວ ເຊິ່ງອົງການສະຫະປະ
ຊາຊາດ ພະຍາຍາມ ທີ່ຈະໃຫ້ລັດຖະບານແລະພວກຕໍ່ຕ້ານຕົກລົງກັນກ່ຽວກັບແຜນ
ການ ສຳລັບອະນາຄົດຂອງຊີເຣຍ.

ທ່ານ ເດີ ມິ​ສຕູຣາ ໄດ້ກ່າວກ່ອນໜ້າ ການເຈລະຈາ ວ່າ ທ່ານເຊື່ອວ່າ ມັນເປັນໄປໄດ້
ຍາກ ທີ່ຈະໃຫ້ທັງສອງຝ່າຍຫລຸດແນວຄິດທີ່ແຕກຕ່າງກັນລົງ ໃນຂະນະທີ່ ພວກເຂົາ
ເຈົ້າເຈລະຈາກັນຢູ່ນັ້ນ ພາຍໃຕ້ໂຄງຮ່າງທີ່ຖືກຮັບເອົາໂດຍ ສະພາຄວາມໝັ້ນຄົງອົງ
ການສະຫະປະຊາຊາດ ທີ່ຮຽກຮ້ອງໃຫ້ມີລັດຖະທຳມະນູນ ແລະການເລືອກຕັ້ງໃໝ່.
ແຕ່ທ່ານໄດ້ເນັ້ນຢ້ຳວ່າ ຄະນະໄກ່ເກ່ຍຂອງທ່ານນັ້ນ ຈະບໍ່ຮັບເອົາ ການຕັ້ງເງື່ອນໄຂ
ລ່ວງໜ້າໃດໆ ກ່ອນໜ້າເຂົ້າຮ່ວມການເຈລະຈາ ຂອງທັງສອງຝ່າຍ.

ທູດພິເສດ ໄດ້ກ່າວອີກວ່າ “ວິກິດການນີ້ ແມ່ນຮ້າຍແຮງທີີ່ສຸດອັນນຶ່ງໃນປະຫວັດ
ສາດຂອງອົງການສະຫະປະຊາຊາດ ມາບັດນີ້ ມີໂອກາດທີ່ກ້າວໄປສູ່ ຂັ້ນຕອນ
ການປ່ຽນແປງທາງດ້ານການເມືອງຢ່າງຈິງຈັງ. ພວກເຮົາເຫັນ ຄວາມເປັນເອກ
ກະສັນ ຂອງນາໆຊາດ ທີ່ໄດ້ສະແດງອອກມາ ແລະ ພວກເຮົາຕ້ອງເລີ້ມສານຕໍ່
ຂັ້ນຕອນນີ້ເຂົ້າກັນ ໃຫ້ເປັນຮູບປະທຳ ເພື່ອເຮັດໃຫ້ ຊາວຊີເຣຍ ກຳນົດ ອະນາ
ຄົດຂອງພວກເຂົາເຈົ້າເອງຢ່າງເສລີ.”

ນັກວິທະຍາກອນ ອາວຸໂສ ຈາກມະຫາວິທະຍາໄລ ຂອງ ນິວເຊົ້າເວລສ໌ ທ່ານແອນ
ໂຕນີ ບິລລິງສລີ ກ່າວວ່າ ຄວາມຄືບໜ້າ ທີ່ໄດ້ມາ ຂອງກອງທັບຊີເຣຍ ໂດຍການ
ສະໜັບສະໜູນຂອງຣັດເຊຍ ແລະ ອີຣ່ານ ນັ້ນ ຄວາມຫວັງທີ່ຈະໂຄ່ນລົ້ມ ອາຊາດ
ຂອງຝ່າຍຕໍ່ຕ້ານ ແມ່ນຈະບໍ່ເປັນຈິງໄດ້ ໃນເວລານີ້.

Syria UN
please wait
Embed

No media source currently available

0:00 0:00:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG