ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການ ​ນິລະ​ໂທ​ກຳ​ສາກົນ ກ່າວ​ວ່າ ຊີ​ເຣຍ ປະຫານ​ຊີວິດ ນັກໂທດ ຫຼາຍພັນຄົນ


Syria Rights
please wait
Embed

No media source currently available

0:00 0:01:17 0:00

ອົງການ​ນິລະ​ໂທ​ກຳ​ສາກົນກ່າວ​ວ່າ​ ລັດຖະບານ​ຊີ​ເຣຍ ​ໄດ້​ປະຫານ​ຊີວິດພວກ​ນັກ​ໂທດ
​ຫຼາຍ​ພັນ​ຄົນ​ແລະ​ໄດ້​ຝັງ​ພວກ​ເຂົາ​ເຈົ້າໄວ້ໃນ​ຂຸມ​ຝັງ​ສົບ​ລວມ ​ໃນ​ອັນທີ່​ເທົ່າກັບເປັນການ
​ກໍ່ອາ​ຊະ​ຍາກຳສົງຄາມ​ແລະການ​ກໍ່​ໂທດ​ກຳຕ້ານ​ມະນຸດຊາດ.

ລາຍ​ງານໃໝ່ສະບັບນຶ່ງ ​ໄດ້​ກ່າວ​ວ່າ ມີ​ພວກ​ນັກ​ໂທດ ປະມານ 5 ພັນ ​ເຖິງ 13 ພັນ​ຄົນ
​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ປີ 2011 ​ຫາປີ 2015 ​ແລະ​ບໍ່​ມີ​ເຫດຜົນ​ໃດໆ​ທີ່​ຈະ​ເຊື່ອວ່າ ການ​ປະຫານຊີວິດ​ທີ່ຄຸກ Saydnaya ​ນອກ​ນະຄອນ Damascus ​ໄດ້​ຍຸຕິ​ລົງ​ແລ້ວ.ອົງການ
​ນິລະ​ໂທ​ກຳ​ສາກົນ ​ໄດ້​ກ່າວ​ວ່າ ສ່ວນ​ໃຫຍ່​ຂອງ​ພວກ​ເຄາະ​ຮ້າຍແມ່ນພວກພົນລະ​ເຮືອນ
ທີ່​ເຊື່​ອກັນ​ວ່າ ຄັດຄ້ານ​ຕໍ່​ລັດຖະບານຂອງປະທານາທິບໍດີ Bashar al-Assad.

ລາຍ​ງານ​ດັ່ງກ່າວ​ແມ່ນ​ອີງ​ຕາມ​ການ​ສຳພາດພວກ​ທີ່​ເຫັນ​ເຫດການ ຫຼາຍ​ກວ່າ 80 ຄົນ ຮວມທັງ​ອະດີດຍາມ​ເຝົ້າ​ຄຸກ ພວກ​ນັກ​ໂທດ ຜູ້​ພິພາກສາ​ ​ແລະ​ທະນາຍ​ຄວາມ. ການ​ແນະນຳ​ຂອງ​ລາຍ​ງານ​ນີ້ ​ແມ່ນຮວມທັງ​ຮຽກ​ຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທວງໃຫ້​ຊີ​ເຣຍ ອະນຸຍາດ ກຸ່ມ​ສັງ​ເກດ​ການ​ທີ່​ເປັນ​ອິດສະຫຼະ ​ເຂົ້າ​ໄປ​ສືບສວນ ​ໃນທຸກໆ​ສະຖານ​ທີ່ຄຸມຂັງ ​ແລະ​ຕິດຕາມເບິ່ງ​ສະຖານະ​ການ​ໃນ​ທີ່​ນັ້ນ.

ລັດຖະບານຊີ​ເຣຍ ​ໄດ້​ປະຕິ​ເສດ​ຕໍ່​ລາຍ​ງານກ່ອນໜ້າ​ນີ້ ​ກ່ຽວ​ກັບ ​ການສັງຫານ​ໝູ່ຂອງ
ອົງການ​ນິລະ​ໂທ​ກຳ​ສາກົນ. ກະຊວງການ​ຕ່າງປະ​ເທດ​ຊີ​ເຣຍ ບໍ່​ໄດ້​ຕອບ​ ຕໍ່​ການ​ຮ້ອງ​ຂໍ
ຂອງ VOA ​ເພື່ອ​ຂໍ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ເລື່ອງ​ນີ້.

Rights group Amnesty International says the Syrian government has executed thousands of prisoners and buried their bodies in mass graves in what amounts to war crimes and crimes against humanity.

A new report said between 5,000 and 13,000 prisoners were killed between 2011 and 2015, and that there is no reason to believe the executions at Saydnaya Prison outside Damascus have stopped. Amnesty said the majority of victims were civilians believed to oppose President Bashar al-Assad's government.

The report is based on interviews with more than 80 witnesses, including former guards, detainees, judges and lawyers. Its recommendations include calling on the U.N. Security Council to demand that Syria allow independent monitors to investigate all places of detention and monitor conditions.

The Syrian government has denied previous reports of massacres documented by international rights groups. Syria's Foreign Ministry did not respond to a VOA request for comment.
XS
SM
MD
LG