ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທູດຊີເຣຍ ສະແດງ ຄວາມບໍ່ພໍໃຈ ຢ່າງແຮງ ທີ່ກອງປະຊຸມ ສິດທິມະນຸດ ສປຊ ໃນຂົງເຂດ


ທະນາຍຄວາມ ແລະນັກເຄື່ອນໄຫວເພື່ອສິດທິມະນຸດ ຈາກປາກິສຖານ ທ່ານນາງ Asma Jahangir (ຂວາ) ເຂົ້າຮ່ວມກອງປະຊຸມ ທີ່ນິວເດລີ. (17 ກັນຍາ 2014)
ທະນາຍຄວາມ ແລະນັກເຄື່ອນໄຫວເພື່ອສິດທິມະນຸດ ຈາກປາກິສຖານ ທ່ານນາງ Asma Jahangir (ຂວາ) ເຂົ້າຮ່ວມກອງປະຊຸມ ທີ່ນິວເດລີ. (17 ກັນຍາ 2014)

ການແຂ່ງຂັນຊິງດີຊິງເດັ່ນໃນພາກຕາເວັນອອກກາງໄດ້ເຟືອດເຂົ້າໄປໃສ່ກອງປະຊຸມ
ສິດທິມະນຸດ ໃນອີຣ່ານ ຂອງອົງການສະຫະປະຊາຊາດ ໃນວັນພຸດວານນີ້ ເວລານັກ
ການທູດຊີເຣຍຄົນນຶ່ງສະແດງຄວາມບໍ່ພໍໃຈຢ່າງແຮງອອກມາເຮັດໃຫ້ກອງປະຊຸມດັ່ງ
ກ່າວຍຸຕິລົງເປັນການຊົ່ວຄາວ.

ກອງປະຊຸມຊຶ່ງເປັນການພົບພໍ້ປະຈຳປີຂອງຄະນະກຳມະການອົງການສະຫະປະຊາ
ຊາດທີ່ທົບທວນເບິ່ງສະຖານະການດ້ານສິດທິມະນຸດຢູ່ໃນບາງປະເທດທີ່ມີປະຫວັດ
ບໍ່ຄ່ອຍດີ ໄດ້ເລີ້ມຂຶ້ນຕາມທີ່ຄາດການໄວ້.

ຜູ້ລາຍງານພິເສດ ທ່ານນາງ Asma Jahangir ໄດ້ກ່າວເຖິງຄວາມເປັນຫ່ວງກ່ຽວກັບ
ອັດຕາການປະຫານຊີວິດຢູ່ອີຣ່ານ​ 435 ຄົນ ນັບແຕ່ເດືອນມັງກອນ ປີນີ້ເປັນຕົ້ນມາ ທີ່ຮວມທັງພວກແມ່ຍິງ ແລະຊາວໜຸ່ມ. ນອກນັ້ນທ່ານນາງຍັງໃຫ້ລາຍລະອຽດ ຂອງ
ລາຍ ງານຕ່າງໆທີ່ທ່ານນາງໄດ້ຮັບກ່ຽວກັບການຮາວີລົບກວນການຂົ່ມຂູ່ ແລະການ
ດຳເນີນຄະດີພວກຕໍ່ສູ້ປົກປ້ອງສິດທິມະນຸດ.

ທ່ານນາງ Jahangir ທີ່ໄດ້ຮັບມອບໝາຍໜ້າທີ່ໃຫ້ໃນເດືອນພະຈິກປີກາຍນີ້ໄດ້ກ່າວ
ເຖິງສະພາບການທີ່ເປັນອັນຕະລາຍ ຂອງນັກຂ່າວ ພວກຂຽນຂ່າວອິນເຕີແນັດແລະ
ພວກນັກເຄື່ອນໄຫວທາງສື່ສັງຄົມ ໂດຍໃຫ້ຂໍ້ສັງເກດວ່າ ມີຫຼາຍກວ່າ 20 ຄົນໄດ້ຖືກ
ຄຸກຢູ່ອີຣ່ານ ມາຮອດເດືອນມິຖຸນາແລ້ວນີ້.

ນອກນັ້ນທ່ານນາງຍັງໄດ້ກ່າວເຖິງການຈຳແນກກີດກັນຕໍ່ພວກແມ່ຍິງ ທີ່ຕ້ອງໄດ້ໃສ່
ຜ້າຄຸມ ຢູ່ໃນສະຖານທີ່ສາທາລະນະ ພວກເຂົາເຈົ້າ ບໍ່ໄດ້ຮັບອະນຸຍາດໃຫ້ເບິ່ງການ
ແຂ່ງຂັນກິລາຢູ່ຕາມສະໜາມກິລາຕ່າງໆຖືກຫ້າມບໍ່ໃຫ້ເຮັດວຽກການໃນບາງອາຊີບ ແລະມີອັດຕາຫວ່າງງານສູງເຖິງສອງເທົ່າຂອງພວກຜູ້ຊາຍ. ເວລາເຂົາເຈົ້າເຮັດວຽກ ຈະໄດ້ຮັບຄ່າຈ້າງ​ 41 ເປີເຊັນຕ່ຳກວ່າພວກຜູ້ຊາຍ.

ພ້ອມນີ້ ທ່ານນາງຍັງໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບພວກຊົນກຸ່ມນ້ອຍ ແລະ
ພວກທີ່ນັບຖືສາສະໜາກຸ່ມນ້ອຍເຊັ່ນວ່າສາສະໜາບາຮາຍທີ່ໄດ້ປະເຊີນກັບການ
ຈຳແນກກີດກັນຢ່າງບໍ່ລົດລະແລະແມ່ນກະທັງການຈັບກຸມຄຸມຂັງໂດຍພະລະການ ຖືກທໍລະມານ ແລະການຟ້ອງຮ້ອງດຳເນີນຄະດີ.

ທ່ານນາງ Jahangir ນັກຊ່ຽວຊານອິດສະຫຼະດ້ານສິດທິມະນຸດທີ່ຖືກມອບໝາຍ
ສິດອຳນາດໃຫ້ ໂດຍສະພາສິດທິມະນຸດ ອົງການສະຫະປະຊາຊາດ ຍັງໄດ້ລາຍ
ງານບາງສິ່ງບາງຢ່າງທີ່ດີໃຫ້ຊາບ.

ທ່ານນາງໃຫ້ຂໍ້ສັງເກດ ກ່ຽວກັບອັດຕາຜູ້ປະກອບສ່ວນເຂົ້າຮ່ວມຢ່າງສູງ ໃນການ
ເລືອກຕັ້ງປະທານາທິບໍດີເມື່ອເດືອນພຶດສະພາຜ່ານມາແລະການເລືອກຕັ້ງທ້ອງ
ຖິ່ນ ແລະການໃຫ້ຄຳໝັ້ນສັນຍາຂອງປະທານາທິບໍດີ Hassan Rouhani ທີ່ຈະ
ແກ້ໄຂສິດທິຂອງພວກແມ່ຍິງໃນອີຣ່ານ. ນອກນັ້ນທ່ານນາງຍັງໄດ້ສະແດງຄວາມ
ຍິນດີກ່ຽວກັບການຕິດຕໍ່ພົວພັນເປັນຢ່າງດີ ທີ່ທ່ານນາງໄດ້ມີກັບລັດຖະບານເພື່ອ
ປະຕິບັດວຽກງານຂອງທ່ານນາງ ເຖິງແມ່ນການຂໍອະນຸຍາດ ໄປຢ້ຽມຢາມອີຣ່ານ
ບໍ່ໄດ້ຮັບການອະນຸມັດກໍຕາມ.

ເວລາການຫາລືກັນເປີດຂຶ້ນ ບັນຫາຂັດແຍ້ງຢູ່ໃນຂົງເຂດ ກໍເລີ້ມຂຶ້ນໃນທັນທີ.

ຜູ້ຕາງໜ້າຂອງຊາອຸດີ ອາຣາເບຍ ກ່າວວ່າ “ອີຣ່ານຕ້ອງການທີ່ຈະຫັນເຫຄວາມ
ສົນໃຈຂອງນາໆຊາດ ດ້ວຍການກໍ່ຄວາມເຄັ່ງຕຶງ ແລະການບໍ່ມີສະຖຽນລະພາບ
ຢູ່ໃນປະເທດອື່ນໆແລະນອກນັ້ນກໍສະໜັບສະໜູນການກໍ່ອາຊະຍາກຳທີ່ກຽດຊັງ.
ອີຣ່ານໃຫ້ການສະໜັບສະໜູນ ໃນການກໍ່ທຸກໆບັນຫາ ຢູ່ພາກຕາເວັນອອກກາງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG