ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຼາຍ​ພັນ​ຄົນ ພາກັນ​​ຫຼົບໜີ​ ອອກ​ຈາກ​ເຂດ ກູຕາ ຕາ​ເວັນ​ອອກ​ ແລະ ອັ​ບຟຣິນ ຂອງ​ຊີ​ເຣຍ


ຫລາຍ​ພັນ​ຄົນພາກັນ​​ແບກ​ເອົາເຄື່ອງຂອງ​​ໃສ່​​ຫລັງ, ຫິ້ວ​​​​ໃນ​ມື ແລະຫອບເອົາລູກເຕົ້າ ເພື່ອ​ຫລົບໜີ​ ອອກ​ຈາກ​ເຂດກູຕາ ​ຕາ​ເວັນ​ອອກ​ ຂອງ​ຊີ​ເຣຍ ໃນວັນທີ 15 ມີນາ 2018
ຫລາຍ​ພັນ​ຄົນພາກັນ​​ແບກ​ເອົາເຄື່ອງຂອງ​​ໃສ່​​ຫລັງ, ຫິ້ວ​​​​ໃນ​ມື ແລະຫອບເອົາລູກເຕົ້າ ເພື່ອ​ຫລົບໜີ​ ອອກ​ຈາກ​ເຂດກູຕາ ​ຕາ​ເວັນ​ອອກ​ ຂອງ​ຊີ​ເຣຍ ໃນວັນທີ 15 ມີນາ 2018

ຫລາຍ​ພັນ​ຄົນທີ່​ມີທັງ​ຍິງ​ແລະ​ຊາຍ​ພ້ອມ​ກັບ​ເດັກນ້ອຍ ໄດ້ພາກັນ​ຫລົບໜີ
ອອກ​ຈາກ​ເຂດກູຕາ (Ghouta) ​ຕາ​ເວັນ​ອອກ​ ຂອງ​ຊີ​ເຣຍ​ ໃນ​ວັນ​ພະຫັດ
​ວານ​ນີ້.

​ໂດຍ​ທີ່ແບກ​ເອົາເຄື່ອງຂອງໃສ່ຫລັງ, ຫິ້ວໃນ​ມື, ຜູກ​ໃສ່​ລົດຖີບ ​ຫລື​ຂົນ​ໃສ່​
ລົດ​ກະບະ​ໄປ ພວກຄົນ​ທີ່​ເບື່ອ​ສົງຄາມ​ພວກ​ນີ້ ພາກັນຫາ​ທາງ​ຫລົບໜີ​ໄປ.

ພວກ​ຕໍ່ຕ້ານ​ລັດຖະບານ​ໄດ້​ຢຶດ​ເອົາ​ເຂດກູຕາ (Ghouta) ​ຕາ​ເວັນ​ອອກ​ຂອງ
ປະ​ເທດ​ນັບ​ແຕ່​ປີ 2012 ​ເປັນຕົ້ນມາ, ​ແຕ່​ວ່າປັດຈຸບັນ​ນີ້ ທະຫານ​ຊີ​ເຣຍ​ແມ່ນ
​ໄດ້ເຂົ້າຄວບ​ຄຸມ​ເກືອບໝົດທຸກພື້ນທີ່​ຂອງ​ເຂດ​ດັ່ງກ່າວ ພາຍຫລັງ​ທີ່​ມີ​ການ
ຍິງ​ປືນໃຫຍ່ຖະຫລົ່ມ ​ແລະ​ການ​ໂຈມ​ຕີ​ທາງ​ອາກາດ​ຊໍ້າກັນ​ຫລາຍໆຄັ້ງ.

ທ່ານ​ພີ​ເຕີ ມາວ​ເຣີ (Peter Maurer), ປະທານຂອງຄະນະ​ກໍາມະການ​ສະ
ພາກາ​ແດງ​ສາກົນ ​ເວົ້າຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງວ່າ ການ​ເດີນທາງ
​ຂອງ​ທ່ານ​ໄປ​ຢ້ຽມຢາມ​ຊີ​ເຣຍເມື່ອ​ມໍ່ໆມານີ້ "ເປັນ​ການ​ຢືນຢັນ​ຕໍ່ຄວາມ​ຄິດ
​ເຫັນ​ຂອງຂ້າພະ​ເຈົ້າໃຫ້​ເຫັນ​ຊັດ​ຂຶ້ນວ່າ ສົງຄາມ​ທີ່​ເກີດ​ຢູ່​ທົ່ວ​ຂົງ​ເຂດ​ດັ່ງ
ກ່າວ​ໄດ້​ກ້າວ​ກາຍ​ໄປເປັນ​ເລື້ອງ​ທໍາ​ມະ​ດາ​ໃນ​ລະດັບ​ໃໝ່ທີ່ໜ້າຢ້ານ​ກົວ​
ແລ້ວ. "ທ່ານ​ກ່າວ​ເພີ້ມອີກ​ວ່າ "ການ​ທໍາລາຍ​ລ້າງຜານ​ມັກ​ຈະ​ເກືອບ​ວ່າ
ກາຍ​ເປັນ​ເປົ້າໝາຍ​ເລື້ອຍໆ​ໂພດ ​ໃນ​ຂະນະ​ທີ່ມາດຕະຖານ​ພື້ນຖານ​ໃນ
ດ້ານ​ມະນຸດສະ​ທໍາບໍ່​ໄດ້​ຮັບ​ຄວາມ​ສົນໃຈເລີຍ."

ຫົວໜ້າກຸ່ມສິ້ງຊອມສິດ​ທິມະນຸດໃນຊີເຣຍ ທີ່ມີຫ້ອງການຕັ້ງຢູ່​ໃນ​ອັງກິດ​ເວົ້າ
ວ່າ ການ​ຫລັ່ງ​ໄຫລໜີ ຂອງ​ຄົນເປັນຈໍານວນ​ຫລາຍ ອອກ​ຈາກ​ເຂດ​ທີ່​ຖືກ
​ປິດ​ລ້ອມ​ຢູ່​ໃກ້​ກັບ​ນະ ຄອນຫລວງດາ​ມາສກັສ (Damascus) ​ໃນ​ວັນ​ພະ
ຫັດ​ວານ​ນີ້ ​ເປັນ​ການ​ຫລັ່ງ​ໄຫຼໜີ ຂອງ​ຄົນ​ໃນ​ຈໍານວນ​ທີ່ຫລາຍ​ທີ່​ສຸດ ນັບ​ຕັ້ງ
ແຕ່ກໍາລັງ​ທະຫານ​ຂອງ​ລັດຖະບານ​ໄດ້​ເລີ້ມ ທໍາ​ການບຸກໂຈມຕີ ​ເພື່ອ​ຢຶດ
​ເອົາ​ຂົງ​ເຂດ​ດັ່ງກ່າວ​ຄືນ ​ໃນ​ເດືອນ​ແລ້ວນີ້​ເປັນຕົ້ນມາ.

ພາຍຫລັງ​ທີ່​ກອງທັບຊີ​ເຣຍ​ໄດ້ເປີດ​ເສັ້ນທາງ​ໃຫ້​ຄົນ​ອອກ ຫລັງ​ຈາກ​ກອງທັບ​
ມີ​ຄວາມ​ກ້າວໜ້າ​ໃນ​ການ​ຢຶດຄອງ​ຂົງ​ເຂດ​ດັ່ງກ່າວ​ ໃນ​ຕອນ​ເດິກໆຂອງ​ແລງ​
ວານ​ນີ້ ​ເຫັນ​ວ່າ​ມີພວກ​ພົນລະ​ເມືອງ​ພາກັນຍ່າງ, ຂີ່​ລົດ​ໃຫຍ່ ​ແລະ​ລັດ​ຈັກ
ຫລົບໜີ​ໄປ​ຍັງ​ເຂດທີ່​ລັດຖະ ບານ​ຊີ​ເຣຍຄວບຄຸມ.

ອົງການ​ສິ້ງຊອມ​ສິດ​ທິມະນຸດ​ໃນຊີເຣຍ ເວົ້າວ່າ ມີ​ຫລາຍ​ຮ້ອຍຄອບຄົວ ກໍ​ໄດ້​
ພາກັນ​ຫລົບໜີຈາກ​ເມືອງອັ​ບຟຣິນ (Afrin) ຄື​ກັນ, ​ເພື່ອ​ອອກ​ໄປ​ຫາໝູ່ບ້ານ
​ທີ່​ຄວບຄຸມ​ໂດ​ຍ ກໍາລັງ​ທີ່​ສະໜັບສະໜຸນລັດຖະບານ. ພວກ​ເຂົາ​ເຈົ້າພາ​ກັນ
​ຫລົບໜີ ຈາ​ກການ​ໂຈມ​ຕີ​ຂອງ​ພວກ​ທະຫານເທີ​ກີ ​ຕໍ່ກໍາລັງຂອງ​ຊາວ​ເຄີ​ສໃນ
​ຊີ​ເຣຍ.

​ໃນ​ຕອນ​ຕົ້ນໆອາທິດ​ນີ້ ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ ​ແລະ​ລົ້ມປ່ວຍຈຳນວນນຶ່ງ ​ໄດ້​
ຖືກນໍາ​ອອກ​ໄປ​ຈາກ​ເຂດກູຕາ (Ghouta) ຕາເວັນອອກ ທີ່​ຖືກ​ແບ່ງ​ອອກ​ເປັນ
3​ ເຂດ​ປິດ​ລ້ອມ​ ໂດຍ​ການບຸກ​ໂຈມ​ຕີ​ຂອງ​ລັດຖະບານນັ້ນ.

ລົດ​ບັນທຸກ 25 ຄັນ ​ໄດ້​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫລື​ອດ້ານ​ມະນຸດສະ​ທໍາເຂົ້າ​ໄປ​ໃນ
​ເຂດ​ຍຶດຄອງ​ຂອງ​ພວກ​ຕໍ່ຕ້ານ​ລັດຖະບານ ​ຢູ່​ທາງ​ພາກ​ເໜືອ ​ແລະ​ໄດ້​ມຸ້ງໜ້າ
​ໄປ​ຍັງ​ເມືອງດູ​ມາ (Douma), ອີງຕາມ​ທີ່​ຄະນະ​ກໍາມະການສະພາກາ​ແດງ​
ສາກົນ​ເວົ້າ.

ອ່ານຂ່າວນເພີ້ມເປັນພາສາອັງກິດ

Syria's Exodus
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG