ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍ ຈະຮຽກຮ້ອງ ໃຫ້ມີ ການຢຸດຍິງ ຢູ່ທີ່ ກອງປະຊຸມ ສັນຕິພາບ (ສະໄລດ໌/ວີດີໂອ)


ຮອງນາຍົກລັດຖະມົນຕີຊີເຣຍ ຮັບຜິດຊອບ ກ່ຽວກັບກິດຈະການເສດຖະກິດ ທ່ານ Qadri Jamil .
ຮອງນາຍົກລັດຖະມົນຕີຊີເຣຍ ຮັບຜິດຊອບ ກ່ຽວກັບກິດຈະການເສດຖະກິດ ທ່ານ Qadri Jamil .
ລັດຖະບານຊີເຣຍກ່າວວ່າ ຕົນຈະຮຽກຮ້ອງໃຫ້ມີການຢຸດຍິງ ຢູ່
ທີ່ກອງປະຊຸມສັນຕິພາບຊຶ່ງໄດ້ຮັບການສະໜັບສະໜຸນຈາກອົງ
ການສະຫະປະຊາຊາດ ທີ່ໄດ້ມີການສະເໜີໄປນັ້ນ ໂດຍແນໃສ່ ເພື່ອຍຸຕິສົງຄາມກາງເມືອງຢູ່ໃນປະເທດດັ່ງກ່າວ.

ຮອງນາຍົກລັດຖະມົນຕີ Qadri Jamil ກ່າວຕໍ່ໜັງສືພິມ Guar-
dian ວ່າ ບັນຫາຂັດແຍ້ງໃນຊີເຣຍ ໄດ້ຕົກຢູ່ໃນສະພາບທີ່ບໍ່ໄປ
ບໍ່ມາ ໂດຍເວົ້າວ່າ ທັງຝ່າຍລັດຖະບານ ແລະພວກຕໍ່ຕ້ານ ຕ່າງ
ກໍບໍ່ເຂັ້ມແຂງພໍ ທີ່ຈະເອົາຊະນະອີກຝ່າຍນຶ່ງໄດ້.

ທ່ານກ່າວຕໍ່ໜັງສືພິມ ຂອງອັງກິດສະບັບນີ້ວ່າ ນອກນັ້ນລັດຖະ
ບານຊີເຣຍ ອາດຍັງຈະສະເໜີ ໃຫ້ຍຸຕິການແຊກແຊງຂອງພາຍນອກ ແລະເລີ້ມຂັ້ນຕອນ
ທາງການເມືອງຢ່າງສັນຕິຢູ່ທີ່ກອງປະຊຸມເຈນີວາທີ່ມີການຄອງຄອຍຖ້າມາເປັນເວລາດົນ ນານແລ້ວນັ້ນ.



ສະຫະລັດແລະຣັດເຊຍ ໄດ້ພະຍາຍາມມາເປັນເວລາຫຼາຍໆເດືອນແລ້ວທີ່ຈະນຳເອົາສະ ມາຊິກຂອງລັດຖະບານຊີເຣຍ ແລະກຳລັງຂອງພວກຕໍ່ຕ້ານມາເຂົ້າຮ່ວມໃນອັນທີ່ເອີ້ນວ່າ ກອງປະຊຸມເຈນີວາຄັ້ງທີ 2.

ການເຈລະຈາຮອບທຳອິດໃນປີກາຍນີ້ ໄດ້ສິ້ນສຸດລົງດ້ວຍຄວາມລົ້ມແຫຼວ ໂດຍບໍ່ມີຝ່າຍ ໃດສົ່ງຜູ້ຕາງໜ້າໄປຮ່ວມ. ພວກຕໍ່ຕ້ານຊີເຣຍທີ່ມີການແບ່ງແຍກກັນເປັນພັກເປັນຝ່າຍໄດ້ ບອຍຄອດ ບໍ່ຍອມເຂົ້າຮ່ວມການເຈລະຈາຈົນກວ່າປະທານາທິບໍດີ Bashar al-Assad ຈະລາອອກ.

ການດຳເນີນຄວາມພະຍາຍາມ ຂອງນາໆຊາດ ເພື່ອຊອກຫາຊ່ອງທາງແກ້ໄຂດ້ານການ
ເມືອງຕໍ່ບັນຫາຂັດແຍ້ງດັ່ງກ່າວ ເລີ້ມຂຶ້ນອີກ ຫລັງຈາກການຕົກລົງ ຂອງສະຫະລັດ ແລະ ຣັດເຊຍ ທີ່ບັງຄັບໃຫ້ທ່ານ Assad ຕ້ອງມອບອາວຸດເຄມີ ໃຫ້ນາໆ ຊາດ.

ກ່ອນທີ່ຈະມີການຕົກລົງກັນນັ້ນສະຫະລັດໄດ້ຂົ່ມຂູ່ວ່າຈະທຳການໂຈມຕີທາງທະຫານໃນ ຂອບເຂດທີ່ຈຳກັດເພື່ອລົງໂທດລັດຖະບານຊີເຣຍທີ່ຖືກກ່າວຫາວ່າເປັນຜູ້ໃຊ້ອາວຸດເຄມີ ໂຈມຕີຕໍ່ເຂດຊານເມືອງຂອງນະຄອນຫຼວງດາມັສກັສຊຶ່ງຄວບຄຸມໂດຍພວກກະບົດທີ່ເຮັດ ໃຫ້ຫຼາຍໆຮ້ອຍຄົນເສຍຊີວິດໄປໃນເດືອນ ແລ້ວນີ້.


Syria
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG