ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສຳ​ຫຼວດ ສະ​ແດງ​ໃຫ້​ເຫັນ​ວ່າ ປ​ະ​ຊາ​ກອນ​ ໃນ​ໂລກ ​ຢາກຍົກ​ຍ້າຍ ​ໄປ​ຢູ່​ປະ​ເທດ​ອື່ນ ເພີ້ມຂຶ້ນ​


ຄົນ​ແອ​ລຊາ​ລ​ວາ​ດໍ ພາ​ກັນ​ປີນ ແລະ​ໂດດ​ຂ້າມ​ຮົ້ວ​ໄປ​ຫາ​ຂົວ ທີ່​ເປັນ​ຊາຍ​ແດນ​ສາ​ກົນລະ​ຫວ່າງ​ກົວ​ເຕ​ມາ​ລາ ແລະ​ເມັກ​ຊິ​ໂກ ຢູ່​ເມືອງ​ຄ​ລູ​ແດ ທິ​ຄັນ ຂອງ​ກົວ​ເຕ​ມາ​ລາໃນ​ວັນ​ທີ 2 ພະ​ຈິກ, 2018.
ຄົນ​ແອ​ລຊາ​ລ​ວາ​ດໍ ພາ​ກັນ​ປີນ ແລະ​ໂດດ​ຂ້າມ​ຮົ້ວ​ໄປ​ຫາ​ຂົວ ທີ່​ເປັນ​ຊາຍ​ແດນ​ສາ​ກົນລະ​ຫວ່າງ​ກົວ​ເຕ​ມາ​ລາ ແລະ​ເມັກ​ຊິ​ໂກ ຢູ່​ເມືອງ​ຄ​ລູ​ແດ ທິ​ຄັນ ຂອງ​ກົວ​ເຕ​ມາ​ລາໃນ​ວັນ​ທີ 2 ພະ​ຈິກ, 2018.

ມີ​ຄົນ​ຫລາຍກວ່າ 750 ລ້ານ​ຄົນ ຫລື​ປະ​ມານ 15 ເປີ​ເຊັນ ຂອງປ​ະ​ຊາ​ກອນ​ໃນ​ໂລກ
ຈະ​ຍົກ​ຍ້າຍ​ໄປ​ຢູ່​ປະ​ເທດ​ອື່ນ ​ຢ່າງ​ຖາ​ວອນ​ເລີຍ ຖ້າ​ຫາກ​ມີ​ໂອ​ກາດ ແລະ ກໍ​ມີຄົນ​ໃນ
ອັດ​ຕາ ທີ່​ເປັນເປີ​ເຊັນ​ດຽວ​ກັນ​ນັ້ນ ບໍ່ຍອມ​ຖອຍ​ຍ້ອນ​ການ​ເວົ້າ​ກັນ​ຢູ່​ໃນ​ວົງ​ການ​ການ
​ເມືອງ​ຈຳ​ນວນ​ນຶ່ງກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ການ​ຮັບ​ຄົນ​ເຂົ້າ​ເມືອງ​ລົງ.

ສິ່ງເຫລົ່າ​ນີ້​ແມ່ນ​ພົບ​ເຫັນ ​ຢູ່​ໃນ​ການ​ຢັ່ງ​ຫາງ​ສຽງ​ເມື່ອມໍ່ໆ​ມານີ້ ຂອງບໍ​ລິ​ສັດ​ຢັ່ງ​ຫາງ​ສຽງ
ກາລ​ອັບ (Gallup) ທີ່​ກວດ​ເບິ່ງ​ຄວາມ​ມຸ້ງ​ຫວັງ​ຂອງ​ຄົນ​ໃນ​ທົ່​ວ​ໂລກທີ່​ຢາກ​ຍົກ​ຍ້າຍ​ໄປ
​ຢູ່​ປະ​ເທດ​ອື່ນ. ບໍ​ລິ​ສັດ​ກາລ​ອັບ (Gallup) ​ພົບ​ວ່າ ຄວາມ​ມຸ້ງ​ຫວັງ ຢາກ​ຍົກ​ຍ້າຍ​ໄປ​ຢູ່​
ປະ​ເທດ​ອື່ນມີ​ທ່າ​ອ່ຽງເພີ້ມ​ຂຶ້ນ ໃນ​ລະ​ຫວ່າງ ປີ 2015 ຫາ 2017. ອັນນີ້​ສະ​ແດງ​ໃຫ້
​ເຫັນ​ວ່າ ມັນ​ເພີ້ມ​ຂຶ້ນນຶ່ງ​ເປີ​ເຊັນ​ເມື່ອ​ທຽບ​ໃສ່​ຊ່ວງ​ປີ 2013 ຫາ 2016. ບໍ​ລິ​ສັດ​ກາລ​ອັບ
(Gallup) ທຳ​ການ​ສຳ​ພາດ​ກັບຜູ້​ຄົນ​ເກືອບ​ຮອດ 5 ແສນ​ຄົນ​ຢູ່​ໃນ 152 ປະ​ເທດ​ເພື່ອ​
ທຳ​ການສຳ​ຫລວດ​ດັ່ງ​ກ່າວ.

ຊາວ​ຊີ​ເຣຍ​ພາ​ກັນ​ຢືນ​ລຽນ​ແຖວ​ເອົາ​ອາ​ຫານ​ຢູ່​ສູນ​ແຈກ​ຢາຍ​ເຄື່ອງ​ຊ່ວຍ​ເຫລືອຢູ່​ໃນ​ເມືອງອາ​ຟ​ຣິນໃນ​ຊີ​ເຣຍ, ວັນ​ທີ 24 ມີ​ນາ, 2018
ຊາວ​ຊີ​ເຣຍ​ພາ​ກັນ​ຢືນ​ລຽນ​ແຖວ​ເອົາ​ອາ​ຫານ​ຢູ່​ສູນ​ແຈກ​ຢາຍ​ເຄື່ອງ​ຊ່ວຍ​ເຫລືອຢູ່​ໃນ​ເມືອງອາ​ຟ​ຣິນໃນ​ຊີ​ເຣຍ, ວັນ​ທີ 24 ມີ​ນາ, 2018

ເຫດ​ຜົນ​ທີ່​ພາ​ໃຫ້​ຜູ້​ຄົນ​ຢາກ​ດຳ​ລົງ​ຊີ​ວິດ​ຢູ່​ໄກ​ຈາກ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ ແມ່ນ​ຍັງ​ຢູ່​ໃນ​ລະ​ດັບ​ເດີມ, ອີງ​ຕາມ​ທ່ານ ຈອນ ຄ​ລິ​ຟ​ຕັນ (Jon Clifton), ຄູ່​ຮ່ວມ​ບໍ​ລິ​ຫານທຸ​ລະ​ກິດລະ​ດັບ​ໂລກ​ຂອງບໍ​ລິ​ສັດກາລ​ອັບ. ທ່ານ​ກ່າວ​ວ່າ "​ສິ່ງ​ທີ່ ໃຫຍ່ທີ່​ສຸດ​ສອງ​ອັນ​ທີ່​ພວກ​ເຮົາ​ເຫັນ​ວ່າ ພາ​ໃຫ້​ຄົນຈາກ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ ຂ້ອນ​ຂ້າງວ່າ ຈະ​ເປັນ​ວິ​ກິດ​ການ​ຢູ່​ໃນ​ປະ​ເທດນັ້ນ. ຕົວ​ຢ່າງ​ເຊັນ, ນຶ່ງ​ໃນ 10 ປະ​ເທດໃນ​ໂລກ​ທີ່​ຄົນ​ຢາ​ກ​ໜີ​ອອກ​ໄປທີ່​ສຸດ​ໄດ້​ແກ່ ຊີ​ເຣຍ; ຄົນ​ຊີ​ເຣຍ​ເກືອບ ຮອດເຄິ່ງ​ປະ​ເທດ​ຢາກອອກ​ໜີ​ຈາກ​ປະ​ເທດ​ໄປ​ຢ່າງບໍ່​ກັບ​ຄືນ​ເລີຍ ຍ້ອນ​ສົງ​ຄາມ.

​ທ້າວ Faisal Grdawe (ກາງ) ອາ​ຍຸ 18 ປີຈາກ​ຊີ​ເຣຍ ໂອ້​ລົມກັບ​ຄົນ​ຢູ່​ຕໍ່​ໜ້າສູນ​ຮັບ​ຕ້ອນຄົນ​ຂໍ​ລີ້​ໄພ​ແຫ່ງ​ຊາດຢູ່​ເມືອງ Tirana ຂອງ​ອາ​ລ​ບາ​ເນຍ (ວັນ​ທີ 6 ມິ​ຖຸ​ນາ, 2018)
​ທ້າວ Faisal Grdawe (ກາງ) ອາ​ຍຸ 18 ປີຈາກ​ຊີ​ເຣຍ ໂອ້​ລົມກັບ​ຄົນ​ຢູ່​ຕໍ່​ໜ້າສູນ​ຮັບ​ຕ້ອນຄົນ​ຂໍ​ລີ້​ໄພ​ແຫ່ງ​ຊາດຢູ່​ເມືອງ Tirana ຂອງ​ອາ​ລ​ບາ​ເນຍ (ວັນ​ທີ 6 ມິ​ຖຸ​ນາ, 2018)

ທ່ານຄ​ລິ​ຟ​ຕັນ ກ່າວ​ວ່າ ທ່ານ​ເຊື່ອ​ວ່າ​ອັດ​ຕາ​ເປີ​ເຊັນ​ທີ່​ແທ້​ຈິງ ຢູ່​ໃນ​ຊີ​ເຣຍ ແມ່ນ​ສູງກວ່າ
ນັ້ນອີກ ແຕ່​ບໍ່​ໄດ້​ບັນ​ທຶກ​ໄວ້​ຢູ່​ໃນ​ການ​ສຳ​ຫຼວດ ຍ້ອນບໍ​ລິ​ສັດກາລ​ອັບ ບໍ່ສາມາດ​ທຳ​ການ
​ສຳ​ພາດ​ແບບ​ເຊິ່ງ​ໜ້າ ຢູ່​ໃນ​ບາງ​ເຂດ​ໄດ້ ຍ້ອນ​ບັນ​ຫາ​ຂັດ​ແຍ້ງທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG