ຊີເຣຍໄດ້ຍົກຍ້າຍ ຫຼືທຳລາຍ ພວກວັດຖຸອາວຸດເຄມີ ທີ່
ໄດ້ປະກາດໃຫ້ຮູ້ນັ້ນແລ້ວ ໃນຈຳນວນ 80 ເປີເຊັນ.
ທ່ານນາງ Sigrid Kaag ຜູ້ປະສານງານພິເສດຂອງ ພາ
ລະກິດຮ່ວມຂອງສະຫະປະຊາຊາດແລະອົງການເພື່ອການ
ເກືອດຫ້າມອາວຸດເຄມີ ຫຼື OPCW ກ່າວວ່າ ຖ້າຈັງວະເວ
ລາໃນການກຳຈັດພວກອາວຸດເຄມີດັ່ງກ່າວ ດຳເນີນໄປ
ເຊັ່ນນີ້ ຊີເຣຍກໍໜ້າຈະສາມາດທຳລາຍພວກອາວຸດດັ່ງກ່າວ
ໃຫ້ໝົດໄປໄດ້ທັນຕາມກຳນົດເວລາທີ່ອົງການ OPCW
ຕັ້ງໄວ້ ຄືກ່ອນທ້າຍເດືອນເມສານີ້.
ທ່ານນາງ Kaag ກ່າວຕື່ມວ່າ ການເຄື່ອນໄຫວດັ່ງກ່າວໃນຈັງວະທີ່ໄວຂຶ້ນນັ້ນ
ແມ່ນເຫດການ “ໃນທາງບວກແລະຈຳເປັນ” ເພື່ອຮັບປະກັນຄວາມຄືບໜ້າ
ໄປສູ່ເວລາເສັ້ນຕາຍທີ່ໃກ້ຈະມາເຖິງແລ້ວນັ້ນ.
ປະທານາທິບໍດີ Bashar al-Assad ແຫ່ງຊີເຣຍ ໄດ້ຕົກລົງທີ່ຈະທຳ ລາຍພວກ
ຄັງອາວຸດເຄມີຂອງຕົນ ຫຼັງຈາກປະເຊີນກັບຄວາມກົດດັນຫຼາຍຂຶ້ນເລື້ອຍໆຈາກ
ນາໆຊາດ ພາຍຫຼັງການເສຍຊີວິດຂອງປະຊາຊົນຈຳນວນຫຼາຍຮ້ອຍຄົນໃນການ
ໂຈມຕີດ້ວຍແກສ sarin ໃນຫລາຍໆ ເຂດຂອງຊານເມືອງຫລວງດາມັສກັສ ໃນ
ປີແລ້ວນີ້.
ວໍຊິງຕັນແລະພວກປະເທດພັນທະມິດຝ່າຍຕາເວັນຕົກ ໄດ້ຖິ້ມໂທດໃສ່ກຳລັງ
ຂອງປະທານາທິບໍດີ ອັສສັດ ວ່າເປັນຜູ້ທຳການໂຈມຕີດ້ວຍແກສ sarin ທີ່ທຳ
ລາຍເສັ້ນປະສາດນັ້ນ. ແຕ່ລັດຖະບານຊີເຣຍ ໄດ້ຖິ້ມໂທດໃສ່ພວກກຳລັງຝ່າຍຕໍ່
ຕ້ານໃນສົງຄາມກາງເມືອງໃນຊີເຣຍ ຊຶ່ງມາຮອດປັດຈຸບັນນີ້ ໄດ້ຍ່າງເຂົ້າເປັນປີ
ທີສີ່ແລ້ວ.