ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມຕໍ່ຕ້ານ ໃນຊີເຣຍ ຫາທາງ ສ້າງຄວາມ ສາມັກຄີ ກ່ອນການເຈລະຈາ ສັນຕິພາບ


ຜູ້ຊາຍຄົນນຶ່ງຍ່າງຜ່ານປ້າຍຮູບຂອງປະທານາທິບໍດີ ຊີເຣຍ ທ່ານ ບາຊາ ອາລ ອາຊັດ ທີ່ມີຂໍ້ຄວາມພາສາອາຣັບ ແປເປັນພາສາອັງກິດວ່າ "ບ້ານເກີດເມືອງນອນ, ກຽດສັກສີ, ຄວາມຈົງຮັກພັກດີ. ພວກເຮົາຈະສ້າງມັນຂຶ້ນນຳກັນ." ນະຄອນ ອາເລັບໂປ, ຊີເຣຍ. 5 ທັນວາ, 2016.
ຜູ້ຊາຍຄົນນຶ່ງຍ່າງຜ່ານປ້າຍຮູບຂອງປະທານາທິບໍດີ ຊີເຣຍ ທ່ານ ບາຊາ ອາລ ອາຊັດ ທີ່ມີຂໍ້ຄວາມພາສາອາຣັບ ແປເປັນພາສາອັງກິດວ່າ "ບ້ານເກີດເມືອງນອນ, ກຽດສັກສີ, ຄວາມຈົງຮັກພັກດີ. ພວກເຮົາຈະສ້າງມັນຂຶ້ນນຳກັນ." ນະຄອນ ອາເລັບໂປ, ຊີເຣຍ. 5 ທັນວາ, 2016.

ໂດຍທີ່ການເຈລະຈາສັນຕິພາບຮອບໃໝ່ ພາຍໃຕ້ການນຳພາຂອງອົງການສະຫະປະ
ຊາຊາດ ມີກຳນົດຈະເລີ້ມຂຶ້ນໃນຕົ້ນອາທິດໜ້ານີ້ ພວກຜູ້ນຳຝ່າຍຄ້ານທີ່ສຳຄັນໆຂອງ
ຊີເຣຍ ຈຶ່ງປະຊຸມກັນທີ່ຊາອຸດີ ອາຣາເບຍ ໃນວັນພຸດມື້ນີ້ ເພື່ອພະຍາຍາມສ້າງຕັ້ງແນວ
ໂຮມທີ່ມີຄວາມເປັນເອກກະພາບກວ່າເກົ່າ ໃນຂະນະທີ່ປະເທດຕ່າງໆຊຶ່ງມີອິດທິພົນ
ຢ່າງໃຫຍ່ຫຼວງແຕ່ຢູ່ພາຍນອກບັນຫາຂັດແຍ້ງດັ່ງກ່າວກໍປຶກສາຫາລືກັນກັບປະເທດ
ຣັດເຊຍ.

ນັບແຕ່ການສູ້ລົບກັນໄດ້ເລີ້ມຂຶ້ນໃນປີ 2011 ພວກຕໍ່ຕ້ານລັດຖະບານແມ່ນກອງກຳລັງ
ທີ່ຕັ້ງຂຶ້ນເປັນກ້ອນເປັນກຸ່ມເພື່ອຕໍ່ຕ້ານປະທານາທິບໍດີບາຊາ ອາລ ອາຊັດ ຊຶ່ງໄດ້ມີ
ການພະຍາຍາມຫຼາຍໆເທື່ອ ເພື່ອຈະເຕົ້າໂຮມກອງກຳລັງເຫຼຼົ່ານີ້ໃຫ້ເຂົ້າເປັນກຸ່ມດຽວ
ກັນ ຈາກຫຼາຍຝ່າຍທີ່ຍັງບໍ່ເຫັນພ້ອມນຳກັນ.

ທູດພິເສດຂອງອົງການສະຫະປະຊາຊາດຮັບຜິດຊອບ ກ່ຽວກັບ ເລື່ອງ ຊີເຣຍ ທ່ານ
ສຕັຟຟານ ເດີ ມິສຕູຣາ ກ່າວຢູ່ໃນພິທີເປີດ ການເຈລະຈາທີ່ນະຄອນຣິຢາດ ໃນວັນ
ພຸດມື້ນີ້ ເຖິງຄວາມຈຳເປັນໃນການທີ່ຈະມີພວກຜູ້ແທນຂອງກຸ່ມແນວໂນມທີ່ມີຄວາມ
ເຂັ້ມແຂງ ທີ່ການເຈລະຈາຢູ່ນະຄອນເຈນີວາ ໃນວັນທີ 28 ພະຈິກນີ້.

ການເຈລະຈາຫຼາຍໆຮອບ ທີ່ໄດ້ຮັບຄວາມອຸບປະຖຳຈາກອົງການສະຫະປະຊາຊາດ
ໄດ້ປະສົບກັບຄວາມລົ້ມແຫຼວທີ່ຈະຍຸຕິສົງຄາມ ທີ່ເຮັດໃຫ້ຊາວຊີເຣຍຢ່າງໜ້ອຍ
400,000 ຄົນ ເສຍຊີວິດ ແລະອີກ 13 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອທາງດ້ານ
ມະນຸດສະທຳ.

ທ່ານ ເດີ ມິສຕູຣາ ເຕືອນວ່າ ເວລາກຳລັງໃກ້ຈະໝົດລົງແລ້ວ ເພື່ອຫາທາງແກ້ໄຂຕໍ່
ບັນຫາຂັດແຍ້ງດັ່ງກ່າວໃນທີ່ສຸດນັ້ນ.

ທ່ານກ່າວໃນລະຫວ່າງການຖະແຫຼງ ເມື່ອເດືອນຕຸລາຜ່ານມານີ້ວ່າ “ຂ້າພະເຈົ້າໄດ້
ຮ້ອງຂໍໃຫ້ເພັ່ງເລັງ ແລະ ຮັບສະພາບຄວາມເປັນຈິງ ຍ້ອນພວກເຮົາຈຳເປັນຕ້ອງໄດ້
ໃຫ້ພັກຝ່າຍທີ່ເຂົ້າຮ່ວມ ເຈລະຈາຫາລືກັນຢ່າງແທ້ຈິງ ກ່ຽວກັບ ເລື່ອງຕ່າງໆທີ່ອາດ
ຈະມີໂອກາດວ່າ ຈະເຮັດໃຫ້ເລື່ອງເຫຼົ່ານີ້ມີຊ່ອງຫວ່າງນ້ອຍລົງ.”

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ໃຫ້ການສະໜັບສະໜູນຕໍ່ຂັ້ນຕອນ
ທາງດ້ານການເມືອງ ທີ່ປະກອບດ້ວຍຫຼາຍບາດກ້າວ ທີ່ສະພາດັ່ງກ່າວເວົ້າວ່າ ຕ້ອງ
ນຳພາໂດຍປະຊາຊົນຊາວ ຊີເຣຍ ແລະ ຄວນຈະຮວມທັງລັດຖະທຳມະນູນ ແລະ
ການເລືອກຕັ້ງໃໝ່ ຕະຫລອດທັງການຢຸດຍິງໃນທົ່ວປະເທດນຳດ້ວຍ.

ປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳ ແລະ ປະທານາທິບໍດີ ຣັດເຊຍ ທ່ານ
ວລາດີເມຍ ປູຕິນ ກໍໄດ້ກ່າວຢ້ຳເຖິງການໃຫ້ຄວາມສະໜັບສະໜູນຂອງລັດຖະບານ
ພວກທ່ານຕໍ່ຂັ້ນຕອນດັ່ງກ່າວ ໃນການໂອ້ລົມທາງໂທລະສັບໃນວັນອັງຄານວານນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG