ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະຄອນຊິດນີ ໃນອອສເຕຣເລຍ ຍັງຈະຢູ່ພາຍໃຕ້ການປິດເມືອງ ຕື່ມອີກສອງອາທິດ


ການປິດເມືອງຍ້ອນໂຄວິດ-19 ໃນຂະນະທີ່ມີການແຜ່ລະບາດກໍລະນີໃໝ່ ເປັນຜົນກະທົບຕໍ່ນະຄອນຊິດນີ.
ການປິດເມືອງຍ້ອນໂຄວິດ-19 ໃນຂະນະທີ່ມີການແຜ່ລະບາດກໍລະນີໃໝ່ ເປັນຜົນກະທົບຕໍ່ນະຄອນຊິດນີ.

ປະຊາຊົນໃນນະຄອນຊິດນີ ປະເທດອອສເຕຣເລຍ ຍັງຈະສືບຕໍ່ພາກັນຢູ່ພາຍໃຕ້ການ
ປິດເມືອງເປັນເວລາອີກສອງອາທິດໃນຂະນະທີ່ພວກເຈົ້າໜ້າທີ່ດິ້ນລົນ ຫາທາງຄວບ
ຄຸມການແຜ່ລະບາດເພີ້ມຂຶ້ນຂອງສາຍພັນແດລຕາ ຊຶ່ງເປັນສາຍພັນໃໝ່ຂອງໂຄວິດ-19.

ການປິດເມືອງໃນຂັ້ນຕົ້ນໄດ້ເລີ້ມຂຶ້ນເມື່ອວັນທີ 26 ມິຖຸນາ ຫຼັງຈາກຄົນຂັບລົດ ລີມູຊີນ ທີ່
ໄດ້ນຳສົ່ງພວກພະນັກງານການບິນຕ່າງປະເທດ ໄດ້ຖືກກວດພົບວ່າ ຕິດເຊື້ອສາຍພັນ
ໃໝ່. ຫຼາຍກວ່າ 800 ຄົນ ນັບແຕ່ນັ້ນມາ ໄດ້ຕິດແປດ ຮວມ ທັງການຜູ້ຕິດເຊື້ອໃໝ່ອີກ
97 ຄົນ ທີ່ໄດ້ລາຍງານໃນວັນພຸດວານນີ້.

ສອງຄົນໄດ້ເສຍຊີວິດ ໃນການແຜ່ລະບາດ ຮອບປັດຈຸບັນ.

“ເປັນການເຈັບປວດທີ່ກ່າວເຖິງເລື້ອງນີ້ ແຕ່ພວກເຮົາມີຄວາມຈຳເປັນ ທີ່ຈະຕໍ່ ການປິດ
ເມືອງອອກໄປອີກ ຢ່າງໜ້ອຍສອງອາທິດ” ຜູ້ປົກຄອງລັດນິວ ຊາວ ເວລສ໌ (New South
Wales) ທ່ານແກລດີ ເບີເຣີຈິກລຽນ (Gladys Berejiklian) ທີ່ກ່າວໃນວັນພຸດວານນີ້
ໃນເມືອງເອກຂອງລັດດັ່ງກ່າວ.

ປະຊາຊົນຫ້າລ້ານຄົນຂອງນະຄອນຊິດນີ ໄດ້ຮັບອະນຸຍາດໃຫ້ອອກເຮືອນ ໄປການເທົ່າ
ນັ້ນ ອອກກຳລັງກາຍ ຊື້ສິ່ງຂອງທີ່ຈຳເປັນຫຼືມີເຫດຜົນດ້ານການແພດ ໃນຂະນະທີ່ບັນດາ
ໂຮງຮຽນ ແລະທຸລະກິດຕ່າງໆທີ່ບໍ່ສໍາຄັນ ພາກັນປິດໝົດ.

ປະເທດອອສເຕຣເລຍ ສ່ວນໃຫຍ່ແມ່ນໄດ້ປະສົບຜົນສຳເລັດໃນການຄວບຄຸມ ການແຜ່
ລະບາດ ຂອງໂຄວິດ-19 ຜ່ານຄວາມພະຍາຍາມ ໃນການປິດເມືອງ ຢ່າງເຄັ່ງຄັດ ຊຶ່ງມີ
ລາຍງານວ່າ ມີພຽງແຕ່ 31,429 ກໍລະນີທີ່ໄດ້ຢືນຢັນແລະ 912 ຄົນເສຍຊີວິດ ອີງຕາມສູນ
ກາງຊັບພະຍາກອນໄວຣັສໂຄໂຣນາຂອງມະ ຫາວິທະຍາໄລຈອນສ໌ ຮອບກິນສ໌ [[ Australia
COVID-19 Overview - Johns Hopkins (jhu.edu) ]] ແຕ່ກໍໄດ້ພິສູດໃຫ້ເຫັນວ່າ ມີ
ຄວາມຫຼໍ່ແຫຼມ ຕໍ່ການແຜ່ລະບາດຮອບ ໃໝ່ ເນື່ອງຈາກການລ້າຊ້າ ໃນການປຸກລະດົມໃຫ້
ມີການສັກຢາວັກຊີນ ແລະ ຄວາມສັໍບສົນທີ່ຈະຕ້ອງປະຕິບັດຮ່ວມກັບການສັກຢາວັກຊີນ
ອາສຕຣາເຊເນກາ (AstraZeneca) ທີ່ສອງເຂັມ ຊຶ່ງເປັນຢາວັກຊີນທີ່ມີຢູ່ຢ່າງຫຼວງຫູາຍ
ໃນສາງ ຢາ.

ທັງໝົດ ອອສເຕຣເລຍ ໄດ້ສັກຢາວັກຊີນໄປແລ້ວເກືອບ 9 ລ້ານໂດສ ໃຫ້ແກ່ ປະຊາຊົນ
ຂອງຕົນທີ່ມີຫຼາຍກວ່າ 25 ລ້ານຄົນ ຫຼືໜ້ອຍກວ່າ 10 ເປີເຊັນ ອີງ ຕາມ ມະຫາວິທະຍາໄລ
ຈອນສ໌ ຮອບກິນສ໌.

Residents in Sydney, Australia will remain under lockdown for another two weeks as officials continue to struggle to contain a growing outbreak of the delta variant of COVID-19.

The lockdown was first imposed on June 26 after a Sydney airport limousine driver who had been transporting international air crews tested positive for the variant. More than 800 people have since been infected, including 97 new infections reported Wednesday.

Two people have died in the current outbreak.

"It always hurts to say this, but we need to extend the lockdown at least a further two weeks," New South Wales state Premier Gladys Berejiklian said Wednesday in Sydney, the state capital.

The city’s five million residents are only allowed to leave home for work, exercise, essential shopping or medical reasons, while schools and many non-essential businesses are closed.

Australia has been largely successful in containing the spread of COVID-19 through aggressive lockdown efforts, posting just 31,429 total confirmed cases and 912 deaths, according to the Johns Hopkins Coronavirus Resource Center. [[ Australia - COVID-19 Overview - Johns Hopkins (jhu.edu) ]] But it has proved vulnerable to fresh outbreaks due to a slow rollout of its vaccination campaign and confusing requirements involving the two-shot AstraZeneca vaccine, which is the dominant vaccine in its stockpile.

Overall, Australia has administered nearly 9 million doses of vaccine to its population of more than 25 million people, or less than 10 percent, according to Johns Hopkins.

XS
SM
MD
LG