ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ຍົກຍ້ອງການມີສ່ວນພົວພັນຂອງສະວິດເຊີແລນ ໃນກອງປະຊຸມສຸດຍອດສັນຕິພາບ ກ່ຽວກັບຢູເຄຣນ ທີ່ຈະມາເຖິງນີ້


ປະທານາທິບໍດີຂອງສະວິດເຊີແລນ ທ່ານນາງວາຍໂອລາ ອາມເຮີດ, ຂວາ, ຟັງປະທານາທິບໍດີຢູເຄຣນ ທ່ານໂວໂບດີເມຍ ເຊເລັນສກີ, ຊ້າຍ, ຂະນະທີ່ພວກເພິ່ນເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ຕໍ່ສື່ມວນຊົນຫຼັງຈາກທີ່ໄດ້ເຈລະຈາສອງຝ່າຍ ໃນເຂດ ເກີຣຊາສ ໃກ້ກັບເມືອງເບີນ ຂອງສະວິດເຊີແລນ, ເມື່ອວັນທີ 15 ມັງກອນ 2024.
ປະທານາທິບໍດີຂອງສະວິດເຊີແລນ ທ່ານນາງວາຍໂອລາ ອາມເຮີດ, ຂວາ, ຟັງປະທານາທິບໍດີຢູເຄຣນ ທ່ານໂວໂບດີເມຍ ເຊເລັນສກີ, ຊ້າຍ, ຂະນະທີ່ພວກເພິ່ນເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ຕໍ່ສື່ມວນຊົນຫຼັງຈາກທີ່ໄດ້ເຈລະຈາສອງຝ່າຍ ໃນເຂດ ເກີຣຊາສ ໃກ້ກັບເມືອງເບີນ ຂອງສະວິດເຊີແລນ, ເມື່ອວັນທີ 15 ມັງກອນ 2024.

ໃນລະຫວ່າງການ​ເຮັດວຽກຢ້ຽມຢາມ​ທີ່​ນະ​ຄອນເບີນຢູ່ນັ້ນ ປະທານາທິບໍດີຂອງຢູເຄຣນ ທ່ານໂວໂບດີເມຍ ເຊເລັນສກີ ໄດ້ສະແດງຄວາມຮູ້ສຶກເຖິງຄວາມຮູ້ບຸນ ຄຸນຂອງທ່ານຕໍ່ສະວິດເຊີແລນ ຊຶ່ງເປັນປະເທດທີ່ “ສຳຄັນລະດັບໂລກ” ສຳລັບການສະໜັບສະໜຸນຢູເຄຣນ ແລະສຳລັບຄວາມພະຍາຍາມຂອງຕົນ ໃນການສົ່ງເສີມຄວາມຍຸຕິທຳ ແລະ “ສັນຕິພາບທີ່ເປັນທຳ.”

“ຂ້າພະເຈົ້າເປັນໜີ້ບຸນຄຸນ ສຳລັບການສະໜັບສະໜຸນຫຼັກການທາງດ້ານການ ເມືອງຂອງຢູເຄຣນ ຕັ້ງແຕ່ຕົ້ນໆໃນການບຸກລຸກຢູເຄຣນລະດັບຢ່າງເຕັມສ່ວນຂອງຣັດເຊຍ. ຂ້າພະເຈົ້າຂອບໃຈສຳລັບການເຂົ້າຮ່ວມນຳ ການວາງມາດຕະ ການລົງໂທດກັບປະເທດຢູໂຣບ. ແລະ ແນ່ນອນ ສຳລັບການເຂົ້າຮ່ວມນຳວຽກງານກ່ຽວກັບການຈັດຕັ້ງປະຕິບັດຫຼັກສູດຂອງສັນຕິພາບ” ທ່ານເຊເລັນສກີ ໄດ້ກ່າວ ໃນຂະນະທີ່ກ່າວຖະແຫລງຕໍ່ຄູ່ຮ່ວມຕຳແໜ່ງຂອງທ່ານຈາກສະວິດເຊີແລນ ຄື ທ່ານນາງວາຍໂອລາ ອາມເຮີດ ໃນລະຫວ່າງການພົບປະ ກັບບັນດາຜູ້ຕາງໜ້າຂອງສື່ມວນຊົນທັງຫຼາຍ ພາຍຫຼັງຈາກການເຈລະຈາຂອງທັງສອງທ່ານ ທີ່​ນະ​ຄອນເບີນ.

ຜູ້ນຳທັງສອງໄດ້ຕົກລົງທີ່ຈະເລີ້ມການກະກຽມສຳລັບກອງປະຊຸມສຸດຍອດສັນຕິ ພາບລະດັບໂລກ ກ່ຽວກັບຢູເຄຣນ ຢູ່ໃນສະວິດເຊີແລນ. ແຜນການສຳລັບງານດັ່ງກ່າວນັ້ນ ຈະເລີ້ມຂຶ້ນໄວທີ່ສຸດໃນຕອນເຊົ້າຂອງວັນອັງຄານມື້ນີ້.

ທ່ານເຊເລັນສກີ ໄດ້ຍົກຍ້ອງການເປັນຄູ່ຮ່ວມງານຂອງສະວິດເຊີແລນ ໃນການຈັດແຈງກອງປະຊຸມສຸດຍອດທີ່ຈະມາເຖິງນີ້ ແລະຍັງໄດ້ຈັດກອງປະຊຸມກ່ຽວກັບແຜນການສັນຕິພາບໃນ 10 ຈຸດຂອງຢູເຄຣນ ວັນອາທິດຜ່ານມານີ້ ກ່ອນໜ້າການເລີ້ມຕົ້ນຂອງກອງປະຊຸມສົນທະນາດ້ານເສດຖະກິດໂລກ ໃນນະຄອນດາໂວສ ເມື່ອວັນຈັນວານນີ້. ໂດຍມີຫຼາຍກວ່າ 80 ປະເທດໄດ້ເຂົ້າຮ່ວມໃນກອງປະຊຸມສົນທະນາດັ່ງກ່າວ ໃນວັນອາທິດຜ່ານມານີ້.

ປະເທດຈີນ ບໍ່ໄດ້ເຂົ້າຮວມໃນການສົນທະນາດັ່ງກ່າວນັ້ນ.

During a working visit in Bern, Ukrainian President Volodymyr Zelenskyy expressed his gratitude to Switzerland, a country of “global importance,” for its support of Ukraine and for its efforts to promote justice and “fair peace.”

“I am grateful for your principled political support of Ukraine from the first day of Russia's full-scale invasion. I thank you for joining the European sanctions packages. And, of course, for our joint work on the implementation of the Peace Formula," Zelenskyy said, addressing his Swiss counterpart, Viola Amherd, during a meeting with media representatives following their talks in Bern.

The two leaders agreed to start preparations for the Global Peace Summit on Ukraine in Switzerland. Planning for the event will start as early as Tuesday.

Zelenskyy hailed Switzerland’s partnership in organizing the upcoming summit and also in holding a conference on Ukraine’s 10-point peace plan on Sunday, prior to the start of the World Economic Forum in Davos on Monday. Over 80 countries participated in Sunday’s convention.

China was absent from the talks.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG