ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະວີເດັນ ປະກາດ ຈະຮັບຮູ້ ປະເທດປາແລສໄຕນ໌


ນາຍົກລັດຖະມົນຕີສະ​ວີ​ເດັນ ທ່ານ Stefan Lofven ກຳລັງຖະແຫລງ ຕໍ່ບັນດານັກຂ່າວ.
ນາຍົກລັດຖະມົນຕີສະ​ວີ​ເດັນ ທ່ານ Stefan Lofven ກຳລັງຖະແຫລງ ຕໍ່ບັນດານັກຂ່າວ.

ສະຫະລັດກ່າວ​ວ່າ ການຮັບຮູ້ປະເທດປາແລສໄຕນ໌ ຂອງລັດ
ຖະບານໃໝ່ສະ​ວີເດັນນັ້ນ ແມ່ນ “ໄວເກີນໄປຍັງບໍ່ເຖິງເວລາ
ອັນຄວນເທື່ອ.”

​ໂຄສົກຍິງ ກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Jen
Psaki ກ່າວ​ໃນ​ວັນ​ສຸກວານ​ນີ້ວ່າ ສະຫະລັດສະໜັບສະໜຸນ
ຕໍ່ການເປັນປະເທດຂອງປາ​ແລ​ສ​ໄຕ​ນ໌ ​ແຕ່​ມັນສາມາດ​ເປັນ
​ໄປ​ໄດ້​ໂດຍ​ຜ່ານ​ຜົນ​ການ​ເຈລະຈາ “ຈາກ​ທັງ​ສອງ​ຝ່າຍ”
ເທົ່າ ນັ້ນ.

ທານ​ນາງ Psaki ກ່າວ​ວ່າ ຊາວອິສຣາ​ແອ​ລ ​ແລະ ປາ​ແລ​ສໄຕນ໌ ຕ້ອງ​ເປັນ​ຜູ້ “​ຕົກລົງໃນ
ເງື່ອນໄຂຕ່າງໆ ກ່ຽວກັບວ່າເຂົາເຈົ້າຈະ​ຢູ່​ຮ່ວມ​ກັນ​ຢ່າງ​ໃດ​ໃນ​ອະນາ​ຄົດ​ຢູ່ໃນທັງສອງ​ປະ​
ເທດນັ້ນ.”

ນາຍົກລັດຖະມົນຕີ ສະ​ວີ​ເດັນ ທ່ານ Stefan Lofven ຖະ​ແຫລ​ງ ໃນວັນສຸກ ວານນີ້ ຢູ່
​ໃນ​ຄຳປາໄສ​ຮັບ​ຕຳ​ແໜ່​ງຕໍ່​ສະພາ​ວ່າ ການ​ແກ້​ໄຂ​ບັນຫາຂັດແຍ້​ງ ລະຫວ່າງອິສຣາ​ແອລ
ກັບປາ​ແລ​ສ​ໄຕນ໌​ແມ່ນຈຳເປັນຕ້ອງ “ມີການ​ຮັບ​ຮູ້​ຊຶ່ງກັນແລະ ​ກັນ ​ແລະ​ມີຄວາມເຕັມໃຈ​
ທີ່ຢູ່​ຮ່ວມ​ກັນ​ຢ່າງ​ສັນຕິ.”

ທ່ານ ກ່າວ​ວ່າ “​ເພາະສະ​ນັ້ນ ສະ​ວີ​ເດັນ ຈະຮັບ​ຮູ້ປະ​ເທດປາ​ແລ​ສ​ໄຕ​ນ໌.” ​ແຕ່​ເຖິງ​ຢ່າງ​ໃດ
​ກໍ​ດີ ຍັງບໍ່ທັນ​ເປັນ​ທີ່​ແຈ້ງ​ຂາວເທື່ອວ່າ ​ເວລາ​ໃດການ​ຮັບ​ຮູ້​ຈຶ່ງຈະມີຂຶ້ນຢ່າງ​ເປັນ​ທາງ​ການ.

ລັດຖະມົນຕີຕ່າງປະ​ເທດ ປາ​ແລ​ສ​ໄຕ​ນ໌ ທ່ານ Riad Malki ​ໄດ້ສະແດງຄວາມ ​ຍິນ​ດີ ຕໍ່
ການ​ປະກາດ​ຂອງທ່ານ Lofven. ທ່ານ​ໄດ້​ຮຽກຮ້ອງໃຫ້​ບັນດາ​ປະ​ເທດ​ຕາເວັນຕົກອື່ນໆ
ໃນສະຫະພາບຢູໂຣບ ເອົາແບບຢ່າງຂອງສະ​ວີ​ເດັນ.

ສະ​ວີ​ເດັນ​ເປັນ​ສະມາ​ຊິກທີ່ ສຳຄັນປະເທດທຳອິດໃນສະຫະພາບຢູ​ໂຣບ ​ທີ່​ຮັບ​ຮູ້ ປາ​ແລ​ສ
​ໄຕ​ນ໌ ​ໃນ​ຂະນະ​ທີ່ບັນດາ​ປະ​ເທດ​ຢູ​ໂຣບຕາ​ເວັນ​ອອກຈຳນວນ​ນຶ່ງ ໄດ້ຮັບ​ຮູ້ປາ​ແລ​ສ​ໄຕ​ນ໌
​ໃນ​ລະຫວ່າງສະໄໝສົງຄາມ​ເຢັນ. ຫລາຍ​ກວ່າ 100 ປະ​ເທດ ໃຫ້ການຮັບ​ຮູ້​ ຕໍ່ປະ​ເທດປາ
​ແລ​ສ​ໄຕ​ນ໌.

ການ​ປະກາດ​ຂອງສະ​ວີ​ເດັນບັງເອີນມີຂື້ນ​ພ້ອມ​ກັນ​ກັບວັນ​ເລີ້​ມສະຫຼອງບຸນ​ Yom Kippur
ຂອງຊາວຢິວ ​ແລະ​ໂຄສົກ​ລັດຖະບານອິສຣາ​ແອ​ລບໍ່​ທັນໃຫ້ຄວາມເຫັນ ໃດໆ​ໃນ​ທັນໃດ
ກ່ຽວກັບເລື່ອງນີ້. ​

SWEDEN PALESTINIANS SOTVO
please wait

No media source currently available

0:00 0:00:28 0:00

XS
SM
MD
LG