ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີເໜືອ ສົ່ງໂດຣນເຂົ້າໄປໃນ ເກົາຫຼີໃຕ້ ແບບບໍ່ຮູ້ສຶກອາຍເລີຍ


ແຟ້ມ- ໂດຣນທີ່ຕ້ອງສົງໄສຂອງເກົາຫຼີເໜືອ ຖືກດໍາເນີນການກວດສອບຢູ່ທີ່ກະຊວງປ້ອງກັນປະເທດໃນນະຄອນຫຼວງໂຊລ, ເມື່ອວັນທີ 21 ມິຖຸນາ 2021. ເກົາຫຼີໃຕ້ກ່າວວ່າ ໃນວັນທີ 26 ທັນວາ 2022 ຕົນໄດ້ຍິງເຕືອນລຸນຫຼັງໂດຣນຂອງເກົາຫຼີເໜືອ ໄດ້ບິນລະເມີດເຂົ້າໃນນ່ານຟ້າ. (Lee Jung-hoon/Yonhap via AP, File)
ແຟ້ມ- ໂດຣນທີ່ຕ້ອງສົງໄສຂອງເກົາຫຼີເໜືອ ຖືກດໍາເນີນການກວດສອບຢູ່ທີ່ກະຊວງປ້ອງກັນປະເທດໃນນະຄອນຫຼວງໂຊລ, ເມື່ອວັນທີ 21 ມິຖຸນາ 2021. ເກົາຫຼີໃຕ້ກ່າວວ່າ ໃນວັນທີ 26 ທັນວາ 2022 ຕົນໄດ້ຍິງເຕືອນລຸນຫຼັງໂດຣນຂອງເກົາຫຼີເໜືອ ໄດ້ບິນລະເມີດເຂົ້າໃນນ່ານຟ້າ. (Lee Jung-hoon/Yonhap via AP, File)

ມີເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ (Drone) ຢ່າງໜ້ອຍ 5 ລຳ ໄດ້ບິນເຂົ້າສູ່ຫນ່ານຟ້າຂອງເກົາຫຼີໃຕ້ ໃນວັນຈັນທີ່ຜ່ານມາ, ອີງຕາມລາຍງານຈາກກອງທັບຂອງເກົາຫຼີໃຕ້ ທີ່ໄດ້ຕອບໂຕ້ດ້ວຍການສົ່ງໂດຣນ ຂອງຕົນເຂົ້າໄປໃນເກົາຫຼີເໜືອ. ນີ້ແມ່ນຄວາມພະຍາຍາມຄັ້ງຫຼ້າສຸດຂອງພຽງຢາງໃນ​ການເພີ້ມຄວາມເຄັ່ງຕຶງຂຶ້ນ, ດັ່ງທີ່ ບີລ ກາລໂລ (Bill Gallo) ນັກຂ່າວຂອງ VOA ມີລາຍງານຈາກນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເກົາຫຼີໃຕ້ຮີບສົ່ງເຮືອບິນລົບອາຍ​ພົ່ນ ແລະ ເຮືອບິນເຮລີຄັອບເຕີ້ຂຶ້ນໄປ ຂັດຂວາງຕອບໂຕ້ຕໍ່ການບຸກລຸກຂອງເຮືອບິນທີ່ບໍ່ມີຄົນຂັບ ຫຼື ໂດຣນ ຈາກເກົາຫຼີເໜືອ, ເຊິ່ງເລີ້ມຕົ້ນຂຶ້ນໃນເວລາ 10 ໂມງ 25 ນາທີຕອນ​ເຊົ້າ, ຕາມເວລາຢູ່ໃນທ້ອງຖິ່ນ.

ເຖິງແມ່ນວ່າ ກອງທັບຂອງເກົາຫຼີໃຕ້ໄດ້ຍິງປືນໃສ່ປະມານ 100 ນັດກໍຕາມ, ພວກເຂົາເຈົ້າກ່າວວ່າ ມັນບໍ່ສາມາດເຮັດໃຫ້ເຮືອບິນບໍ່ມີຄົນຂັບດັ່ງກ່າວເຫຼົ່ານັ້ນຕົກລົງມາໄດ້ເລີຍ. ເຈົ້າໜ້າທີ່ຂອງເກົາຫຼີໃຕ້ກ່າວວ່າ ໂດຣນລໍານຶ່ງໄດ້ ບິນກັບຄືນເມືອເກົາຫຼີເໜືອ ແຕ່ສ່ວນທີ່ເຫຼືອແມ່ນບໍ່ສາມາດກວດພົບໄດ້.

ທ່ານລີ ເຊີງ-ໂອ ເຈົ້າ​ໜ້າ​ທີ່​ທະ​ຫານ​ຂອງ​ເກົາ​ຫລີ​ໃຕ້ກ່າວວ່າ:

“ໂຊລ ດໍາເນີນການຕອບໂຕ້ໂດຍການສົ່ງເຮືອບິນບໍ່ມີຄົນຂັບ ໄປປະຕິບັດພາລະກິດສອດແນມຢູ່ໃນປະເທດເກົາຫຼີເໜືອ. ທ່ານໃຫ້ຄໍາໝັ້ນ ແບບໜັກແໜ້ນ ແລະຢືນຢັນວ່າ ຈະຕອບໂຕ້ທັນທີຕໍ່ຄວາມທ້າທາຍຂອງເກົາຫຼີເໜືອໃນອະນາຄົດຕໍ່ໜ້າ.”

ມັນຍັງບໍ່ເປັນທີ່ແນ່ນອນເທື່ອວ່າ ເຮືອບິນບໍ່ມີຄົນຂັບຂອງເກົາຫຼີເໜືອຖີກຍິງຫຼືບໍ່? ແຕ່ເຈົ້າໜ້າທີ່ທາງການກ່າວວ່າ ພວກມັນມີຂະໜາດນ້ອຍ ເຊິ່ງມີຄວາມກວ້າງ ພຽງ 2 ແມັດເທົ່ານັ້ນ.

ເກົາຫຼີເໜືອໄດ້ສົ່ງເຮືອບິນບໍ່ມີຄົນຂັບແບບນ້ອຍໆ ແລະສ້າງ​ຂຶ້ນ​ແບບ​ປະ​ຖົມ​ປະ​ຖານເຂົ້າມາປະຕິບັດພາລະກິດສອດແນມຢູ່ໃນເກົາຫຼີໃຕ້ຢ່າງໜ້ອຍ 4 ເທື່ອຕໍ່ມື້. ນີ້ເປັນຄັ້ງທໍາອິດທີ່ໄດ້ລາຍງານກ່ຽວກັບການບຸກລຸກເຂົ້າມາໃນຮອບຫຼາຍກວ່າ 5 ປີ.

ມີຄວາມ​ເປັນ​ໄປ​ໄດ້​ທີ່ຈະມີ​ການຕັ້ງຄໍາຖາມກ່ຽວກັບຄວາມສາມາດຂອງເກົາຫຼີໃຕ້ ໃນການຂັດ ຂວາງເຮືອບິນບໍ່ມີຄົນຂັບຈາກເກົາຫຼີເໜືອ.

ພວກເຈົ້າໜ້າທີ່ກ່າວວ່າ ນຶ່ງໃນເຮືອບິນຂອງເກົາຫຼີໃຕ້ທີ່ມີສ່ວນໃນການຕອບໂຕ້ ນັ້ນ ປະສົບກັບອຸບັດຕິເຫດຢູ່ທາງພາກຕາເວັນອອກຂອງນະຄອນຫຼວງໂຊລ, ແຕ່ວ່າເຈົ້າໜ້າທີ່ບໍ່ໄດ້ອະທິບາຍເຖິງສາເຫດຂອງອຸບັດຕິເຫດດັ່ງກ່າວເລີຍ. ພ້ອມກັນນັ້ນ, ກໍມີລາຍງານວ່າບໍ່ມີນັກບິນຄົນໃດໄດ້ຮັບບາດເຈັບ.

ເກົາຫຼີເໜືອບໍ່ໄດ້ສະແດງຄວາມຄິດເຫັນໃດໆຕໍ່ການການບຸກລຸກໃນຄັ້ງນີ້, ແຕ່ໃນໄລຍະຜ່ານມາ ພວກເຂົາໄດ້ປະຕິເສດວ່າ ບໍ່​ໄດ້ສົ່ງເຮືອບິນສອດແນມທີ່ບໍ່ມີຄົນຂັບເຂົ້າໄປໃນເກົາຫຼີໃຕ້.

ເກົາຫຼີເໜືອ ເພີ້ມຄວາມເຄັ່ງຕຶງຂຶ້ນຢ່າງບໍ່​ຢຸດຢັ້ງໃນປີນີ້ ໂດຍການຍິງລູກ ສອນໄຟຈໍານວນຫຼາຍລູກ ຢ່າງເປັນປະຫວັດການ ແລະດໍາເນີນການຍິງປືນໃຫຍ່ ຢູ່ບໍລິເວນພື້ນທີ່ຊາຍແດນທີ່ມີຄວາມ ຫຼໍ່​ແຫລມນັ້ນ.

North Korea flew at least five small drones into South Korean airspace Monday. That is according to South Korea’s military, which responded by sending its own drone into North Korea. It’s the latest attempt by Pyongyang to raise tensions, as VOA’s Bill Gallo reports from Seoul, South Korea.

South Korea scrambled fighter jets and helicopters in response to the North Korean drone incursion, which began at about 10:25 a.m. local time.

Though South Korea’s military fired about 100 shots, it says it failed to bring down any of the drones. South Korean officials say one of the drones returned to North Korea, but they lost track of the others.

LEE ACT in Korean, male – establish and fade – – Reuters connect – act 2 –

South Korean military official Lee Seung-O said Seoul responded by sending its own unmanned aircraft on a reconnaissance mission into North Korea. He vowed thorough and firm responses to future North Korean provocations.

It’s not clear if the North Korean drones were armed, but officials say they were small – only about 2 meters wide.

North Korea has sent tiny, crudely built drones into South Korea for apparent surveillance missions at least four other times. This is the first reported incursion in more than five years.

It’s likely to raise questions about South Korea’s ability to keep out North Korean drones.

One of the South Korean aircraft involved in the response crashed east of Seoul, though officials have not explained why. Neither pilot in the plane was injured, officials said.

North Korea has not commented on the incursion, but in the past has denied sending spy drones into South Korea.

North Korea has steadily ramped up tensions this year, launching a record-high number of missiles and conducting artillery shelling in sensitive border areas.

XS
SM
MD
LG