ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລາຍງານ ພົບກໍລະນີສົງໄສ ໄຂ້ເລືອດອອກ ອີໂບລາ ຢູ່ ມາລີ (ວີດີໂອ)


ເຊື້ອພະຍາດ ໄຂ້ເລືອດອອກ Ebola
ເຊື້ອພະຍາດ ໄຂ້ເລືອດອອກ Ebola
ບັນດາ​ເຈົ້າ​ໜ້າ​ທີ່​ໃນມາລີ ກຳລັງ​ສືບສວນ ເບິ່ງສາມ​ກໍລະ
ນີທີ່ສົງ​ໄສວ່າ ​ເປັນ​ພະ​ຍາດໄຂ້​ເລືອດ​ອອກອີ​ໂບລາ ທ່າມ
ກາງ​ການລະບາດຢ່າງຮ້າຍແຮງຂອງ​ພະຍາດດັ່ງກ່າວ ຢູ່
ໃນຂົງ​ເຂດ.

ລັດຖະມົນຕີ ສາທາລະນະ​ສຸກຂອງມາ​ລີ ທ່ານ Ousmane
Kone ​ໄດ້​ປະກາດ​ໃຫ້ຊາບກ່ຽວກັບກໍລະນີທີ່ມີ​ຄວາມ​ສົງ​ໄສ
ທັງ 3 ​ໃນ​ວັນ​ສຸກ​ວານ​ນີ້.

ບັນດາເຈົ້າໜ້າທີ່ສາທາລະນະສຸກ​ໄດ້​ສົ່ງ​ເຊື້ອ​ໂຕ​ຢ່າງ​ຂອງ
ພະຍາດໄປ​ກວດສອບ ຢູ່​ໃນ​ຫ້ອງ​ຄົ້ນຄວ້າ​ທີ່​ເມືອງ Atlanta
ໃນສະຫະລັດ. ​ໃນ​ຂະນະ​ດຽວ​ກັນ ບຸກຄົນ ​ທັງ​ສາມ​ ​ໄດ້​ຖືກ​ແຍກໃຫ້ຢູ່ຢ່າງໂດດດ່ຽວ
ຈາກພວກຄົນເຈັບອື່ນໆບ່ອນ​ທີ່​ເຂົາ​ເຈົ້າ​ ໄດ້​ຮັບ​ການ​ປິ່ນປົວນັ້ນ.

ອົງການ​ອະນາ​ໄ​ມ​ໂລ​ກກ່າວ​ວ່າ ຢ່າງ​ໜ້ອຍ 86 ຄົນ​ໄດ້​ເສຍ​ຊີວິດ ຈາ​ກເຊື້ອໄວ ຣັສ​ອີ​ໂບ
ລາ​ໃນ Guinea ພ້ອມ​ດ້ວຍເຈັດ​ຄົນທີ່ປະເທດ Liberia ຊຶ່ງເປັນເພື່ອນ ​ບ້ານ.

ອົງ​ການ​ອະນາ​ໄມ​ໂລກກ່າວ​ວ່າ ຕົນ​ກຳລັງ​ສືບສວນເບິ່ງ 154 ກໍລະນີທີ່ສົງ​ໄສ ​ຫລືໃຫ້
ການຢືນ​ຢັນ​ກ່ຽວກັບກໍລະນີການລະບາດ ຢູ່​ໃນເຂດອາ​ຟຣິກາຕາ​ເວັນ​ຕົກ ຊຶ່ງ​ສ່ວນ
ໃຫຍ່ແລ້ວ ແມ່ນ​ຢູ່​ໃນ Guinea.

ອົງການ​ນາຍ​ແພດບໍ່​ມີ​ພົມ​ແດນ ກ່າວ​ວ່າ ຕົນ​ກຳລັງ​ເສີມຂະຫຍາຍການຮັບມືກັບ ການ
​ແຜ່​ລະບາດ​ໃນ Guinea. ຢູ່​ໃນ​ການ​ສຳພາດ​ແກ່ວີ​ໂອ​ເອນັ້ນ ທ່ານ Sam Taylor ໂຄ
ສົກຂອງອົງການແພດບໍ່ມີພົມແດນກ່າວ​ວ່າ ທາງອົງການຂອງທ່ານ ກຳລັງ​ພະຍາຍາມ
ນຳ​ຫາ​ຮ່ອງ​ຮອຍ​ແຫ​ລ່ງທີ່ມາ​ຂອງການລະບາດ​ດັ່ງກ່າວ.

ອີໂບລາ ແມ່ນມີສາ​ເຫດ​ມາ​ຈາກເຊື້ອໄວຣັສທີ່ຕິດຕໍ່ຢ່າງຮ້າຍແຮງ ​ສາມາດແຜ່​ຂະ
ຫຍາຍດ້ວຍການສຳພັດກັບຂອງແຫຼວຕ່າງໆໃນ​ຮ່າງກາຍ. ບັນດາ​ຜູ້ຊ່ຽວຊານດ້ານ
ການ​ແພດ ​ໄດ້​ເຕືອນ​ໃຫ້ຜູ້​ຄົນ ຢູ່​ໃນ​ຂົງ​ເຂດ​ທີ່ໄດ້ຮັບຜົນກະທົບ ​ໃຫ້​ຫລີກ​ລ່ຽງການ​ຈາກການຈັບບາຍ​ໂດຍ​ກົງ ພວກຄົນ​ທີ່ປ່ວຍ ຫລື​ພວກ​ທີ່​ໄດ້​ເສຍ​ຊີວິດ​ໄປ​ແລ້ວ​ຍ້ອນ
ພະຍາດດັ່ງກ່າວ.

ລັດຖະບານມາລີ ກ່າວ​ວ່າ ຕົນ​ໄດ້​ສ້າງຕັ້ງ “ຄະນະຮັບມືຢ່າງວ່ອງໄວ” ​ເພື່ອ​ສັງ​ເກດ
​ການເບິ່ງສະຖານະ​ການ ​ແລະ​ຈະ​ຈັດ​ຕັ້ງ​ໂທລະ​ສັບສາຍດ່ວນແຫ່ງຊາດຂຶ້ນ ເພື່ອ
ລາຍ​ງານ​ກ່ຽວກັບການລະບາດ.

ນີ້​ແມ່ນ​ການແຜ່​ລະບາດ​ຄັ້ງ​ສຳຄັນ​ຂອງພະຍາດ​ໄຂ້​ເລືອ​ດ​ອອກອີ​ໂບລາ ​ໃນ ອາ​ຟຣິ
ກາ ຕາ​ເວັນ​ຕົກ​. ການລະ​ບາດ​ຄັ້ງ​ກ່ອນ ​ໄດ້​ເກີດ​ຂື້ນ​ ຢູ່ໃນບັນດາປະເທດໃນ ເຂດ
ພາກ​ກາງ ຂອງອາ​ຟຣິກາ ຮວມ​ທັງ ອູການ​ດາ​ແລະສາທາລະນະ​ລັດປະຊາ​ ທິປະ​ໄຕ
ຄອງ​ໂກ.
WEST AFRICA EBOLA CNPK
please wait

No media source currently available

0:00 0:00:59 0:00
XS
SM
MD
LG