ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ທີ່ລອດຊີວິດ ເລົ່າເລື້ອງ ທີ່ໜ້າຢ້ານກົວ ກ່ຽວກັບ ເຂື່ອນແຕກ ໃນແຂວງອັດຕະປື


ເຮືອນຊານບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍ ຈາກກະແສນ້ຳ ທີ່ໄຫລລົງ ມາຈາກເຂື່ອນເຊປຽນ ເຊນ້ຳນ້ອຍ ໃນແຂວງອັດຕະປື ເມື່ອວັນທີ 23 ກໍລະກົດ 2018.
ເຮືອນຊານບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍ ຈາກກະແສນ້ຳ ທີ່ໄຫລລົງ ມາຈາກເຂື່ອນເຊປຽນ ເຊນ້ຳນ້ອຍ ໃນແຂວງອັດຕະປື ເມື່ອວັນທີ 23 ກໍລະກົດ 2018.

ໃນທີ່ສຸດ ລັດຖະບານ ສປປ ລາວ ກໍໄດ້ຍອມຈຳນົນ ຕໍ່ການກົດດັນ ເພື່ອໃຫ້ທົບທວນຄືນ
ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ຫຼັງຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຊຶ່ງເມື່ອ
ສັບປະດາແລ້ວນີ້ ທ່ານທອງລຸນ ສີສຸລິດ ໄດ້ປະ ກາດໂຈະໂຄງການກໍ່ສ້າງເຂື່ອນໃໝ່
ໃດໆ ໄວ້ກ່ອນ ແລ້ວໃຫ້ກວດກາລຶ້ມຄືນສາ ເຫດທີ່ພາໃຫ້ເຂື່ອນດັ່ງກ່າວ ພັງລົງ ທີ່ກໍ່ໃຫ້
ເກີດໄພພິບັດ ນ້ຳຖ້ວມໃນເມືອງສະໜາມໄຊ ໃນແຂວງອັດຕະປື ໂດຍສົ່ງຜົນກະທົບ
ຢ່າງຮ້າຍແຮງ ຕໍ່ປະຊາຊົນຫຼາຍພັນຄົນ. ໃນຂະນະທີ່ ອົງການຕ່າງໆ ແລະ ໜ່ວຍງານທີ່
ກ່ຽວຂ້ອງຂອງລັດ ຖະບານລາວ ກຳລັງປະເມີນຄວາມເສຍຫາຍ ຕໍ່ຊີວິດ ແລະຊັບສິນ
ຂອງປະຊາຊົນ ຈາກໄພນ້ຳຖ້ວມຢູ່ນັ້ນ ພວກຜູ້ເຄາະຮ້າຍ ຈຳນວນນຶ່ງ ກໍໄດ້ເລົ່າເຖິງ
ເລື້ອງ ໂສກນາດຕະກຳ ສູ່ນັກຂ່າວວີໂອເອ ເດວິດ ບອຍລ໌ ຟັງ ຊຶ່ງໄຊຈະເລີນສຸກ ຈະນຳ
ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານສຳເລັດ ອິນທະວົງ ສາມາດດຶງເອົາສະມາຊິກຄອບຄົວຂອງເພິ່ນຂຶ້ນເທິງເຮືອໄດ້
ທັນເວລາ ໃນເມື່ອຕຶກອາຄານຫຼັງນຶ່ງພັງລົງ ຍ້ອນຖືກນ້ຳທີ່ໄຫຼລົງ ຈາກເຂື່ອນ ຊຸເອົາ
ເຮືອນຂອງຜູ້ກ່ຽວ.

ເຮືອຂອງທ່ານສຳເລັດ ແລະຄອບຄົວ ຖືກພັດໄຫລໄປຕາມຄື້ນຟອງຂອງກະແສນ້ຳຖ້ວມ ພາຍໃຕ້ຄວາມມືດມິດ ໃນຕອນກາງຄືນ ຊຶ່ງເພິ່ນພຽງແຕ່ສາມາດແນມເບິ່ງເຮືອນຂອງ
ເພິ່ນ ຫຍຸບລົງທັບພໍ່ປູ່ແລະແມ່ຍ່າຂອງເພິ່ນ ຜູ້ທີ່ຍັງຕົກຄ້າງຢູ່ໃນເຮືອນ.

“ພໍ່ປູ່ແລະແມ່ຍ່າຂອງຂ້ອຍ ບໍ່ສາມາດອອກມາໄດ້ ພວກເພິ່ນເສຍຊີວິດຢູ່ໃນເຮືອນ”
ທ່ານສຳເລັດ ໄດ້ກ່າວຢູ່ໃນສູນກູ້ໄພ ບ່ອນທີ່ເພິ່ນນັ່ງໃກ້ກັບເຄື່ອງຂອງ ສ່ວນຕົວເລັກ
ນ້ອຍທີ່ຍັງເຫຼືອ ລວມທັງຮູບອັນນຶ່ງ ຂອງແມ່ຍ່າ ຈັນໄທ ທີ່ຖ່າຍຈາກກ້ອງໂທລະສັບມືຖື.

ໃນຂະນະທີ່ເຮືອນຂອງເພິ່ນພັງລົງນັ້ນ ເຮືອຂອງທ່ານອິນທະວົງ ຖືກພັດຊຸໄປຕຳໃສ່
ເຮືອນຂອງນ້ອງສາວ ທີ່ຢູ່ຂ້າງຄຽງ. ຢູ່ທີ່ນັ້ນ ເພິ່ນ ແລະພັນລະຍາ ນາງ ບາງ ແຮວມະນີ
ແລະ ພວກລູກໆ ຄື ອາລິກ ຫັດ ແລະ ໂກ້ຍ ໄດ້ພາກັນຂຶ້ນໄປຫລົບໄພຢູ່ເທິງຫລັງຄາ
ເຮືອນ ຈົນກວ່າລະດັບນ້ຳ ທີ່ສູງຂຶ້ນຮອດ 10 ແມັດ ໄດ້ຖ້ວມຫລັງຄາເຮືອນ ຂອງນ້ອງ
ສາວເພິ່ນ ເຊັ່ນກັນ.

ທ່ານສຳເລັດ ໄດ້ກ່າວວ່າ “ໃນຕອນເວລາ 2 ໂມງເຊົ້າ ຂ້າພະເຈົ້າໄດ້ຊ່ອງເບິ່ງ ບໍລິເວນ
ອ້ອມແອ້ມໝູ່ບ້ານ. ພວກຄົນຈຳນວນນຶ່ງ ພາກັນຮ້ອງໄຫ້ ແລະ ນ້ຳໄດ້ຖ້ວມຄຸ້ມບ້ານ
ຈົນໝົດ. ເຮືອນໝົດທຸກຫລັງຫາຍໄປ. ພວກຄົນບາງສ່ວນ ກອດຕົ້ນໄມ້ຢູ່ ບາງສ່ວນ
ກໍກອດຫລັກເສົາໄຟຟ້າ.”

ຫຼັງຈາກນັ້ນ ທ້າວ ແກ້ວສຸວັນ ແລະ ຄອບຄົວຂອງລາວ ພາກັນຟ້າວກອດເອົາ ສິ່ງກໍ່ສ້າງ
ທີ່ເປັນເຫຼັກໄວ້ແໜ້ນໆ ໃນຂະນະທີ່ ຊິ້ນສ່ວນຕ່າງໆ ກຳລັງພັດໄຫລມາ ແລະຄື້ນນ້ຳນອງ
ໄຫລຕຳເຂົ້າໃສ່ຢູ່ ກ້ອງຂາພວກເຂົາເຈົ້າ. ຈົນກວ່າຕອນເຊົ້າມື້ຕໍ່ມາ ເຮືອຂອງໜ່ວຍ
ກູ້ໄພ ໄດ້ເດີນທາງໄປເຖິງ ບ້ານໃໝ່.

ພັນໂທ ຄຳສຸກ ຄຳເຫຼືອງເທບ ຮອງຜູ້ບັນຊາການ ກອງທັບອາກາດ ຝຸງບິນໜ່ວຍ 703
ໄດ້ບັນຊາທີມກູ້ໄພ ທີ່ຊ່ອຍຊີວິດ ຄອບຄົວຂອງທ່ານອິນທະວົງ ແລະ ອີກຫຼາຍກວ່າ
1,000 ຄົນ ຫຼັງຈາກ ນຶ່ງໃນສັນເຂື່ອນ ຂອງເຂື່ອນໄຟຟ້າພະລັງນ້ຳ ເຊປຽນ-ເຊນ້ຳນ້ອຍ
ຫຼື (PNPC) ທີ່ກໍ່ສ້າງຂຶ້ນມາ ແບບບໍ່ດີປານໃດນັ້ນ ໄດ້ພັງລົງ ຢູ່ໃນພາກໃຕ້ຂອງລາວ
ເມື່ອວັນທີ 23 ກໍລະກົດຜ່ານມານີ້.

ປະຊາຊົນ ໜີນ້ຳ ຂຶ້ນໄປຢູ່ເທິງຫລັງຄາເຮືອນ ຫຼັງຈາກເຂື່ອນເຊປຽນ ເຊນ້ຳນ້ອຍ ແຕກ ເມື່ອວັນທີ 23 ກໍລະກົດ 2018 ໃນແຂວງອັດຕະປື.
ປະຊາຊົນ ໜີນ້ຳ ຂຶ້ນໄປຢູ່ເທິງຫລັງຄາເຮືອນ ຫຼັງຈາກເຂື່ອນເຊປຽນ ເຊນ້ຳນ້ອຍ ແຕກ ເມື່ອວັນທີ 23 ກໍລະກົດ 2018 ໃນແຂວງອັດຕະປື.

13 ບ້ານ ໃນແຂວງອັດຕະປື ໄດ້ຈົມຢູ່ໃຕ້ນ້ຳ ໂດຍທີ່ມີກະແສນ້ຳໄຫລແຮງຈຶ່ງກົດດັນໃຫ້
ປະຊາຊົນ ຢູ່ໃນເມືອງນຶ່ງ ຂອງກຳປູເຈຍ ທີ່ຕັ້ງຢູ່ກ້ຳໃຕ້ລົງໄປທາງແມ່ນ້ຳເຊກອງ ຫ່າງ
ຈາກແຂວງອັດຕະປື ຫຼາຍກວ່າ 100 ກິໂລແມັດ ຕ້ອງໄດ້ຍົກຍ້າຍອອກຈາກພື້ນທີ່.

ຍ້ອນຝົນທີ່ຕົກລົງມາຢ່າງໜັກ ຈຶ່ງໄດ້ຈຳກັດພາລະກິດ ການບິນໄປຊ່ອຍເຫຼືອຜູ້ເຄາະ
ຮ້າຍ ຂອງຝຸງບິນເຮລິຄອບເຕີ 3 ລຳ ທີ່ພຽງແຕ່ສາມາດບິນໄດ້ 157 ຖ້ຽວເທົ່ານັ້ນ ໃນ
ວັນອັງຄານ ຂອງມື້ດຽວກັນ ໂດຍຊ່ອຍຜູ້ລອດຊີວິດມາໄດ້ 1,569 ຄົນ ນັ້ນຄືຄຳເວົ້າ
ຂອງທ່ານພັນໂທ ຄຳສຸກ ທີ່ໄດ້ກ່າວໄປນັ້ນ. ຍັງມີຜູ້ລອດຊີວິດ ອີກຫຼາຍກວ່າ 3,000
ຄົນ ໃນເວລານີ້ ຢູ່ທີ່ສະຖານຊ່ອຍເຫຼືອ ໃນເມືອງສະໜາມໄຊ ແລະ ເຊືຶ່ອກັນວ່າ ພວກ
ຄົນອີກປະມານ 6,000 ຄົນ ຈະຂາດທີ່ຢູ່ອາໄສ ຢູ່ໃນລາວ. ສື່ມວນຊົນຂອງທາງການ
ໄດ້ລາຍງານວ່າ 35 ຄົນ ໄດ້ເສຍຊີວິດ ແລະ 99 ຄົນຍັງຫາຍສາບສູນ.

ພັນໂທ ຄຳສຸກ ໄດ້ກ່າວວ່າ “ຂ້າພະເຈົ້າຮູ້ສຶກບໍ່ພໍໃຈແທ້ໆເລີຍ ກ່ຽວກັບເລື້ອງນີ້ ແລະ
ຂ້າພະເຈົ້າໄດ້ເຮັດວຽກຕັ້ງແຕ່ຕົ້ນໆຈົນເຖິງເວລານີ້ ໂດຍປາດສະຈາກການ ຢຸດເຊົາ
ແລະຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ທີ່ໄດ້ຊ່ອຍເຫຼືອປະຊາຊົນ.”

ພວກຄົນທີ່ລອດຊີວິດ ຜູ້ທີ່ພັນໂທ ຄຳສຸກ ໄດ້ຊ່ອຍກອບກູ້ມານັ້ນ ມີຄວາມຮູ້ສຶກປົນກັນ
ຫຼາຍຢ່າງ ເຊັ່ນວ່າ ສະເທືອນຂວັນ ອິດເມື່ອຍ ແລະຄຽດແຄ້ນ.

ທ່ານສົມໝາຍ ແກ້ວສຸວັນ ອາຍຸ 61 ປີ ເປັນຊາວບ້ານຈາກບ້ານໃໝ່ ໄດ້ກ່າວວ່າ ບໍລິສັດ
ທີ່ດຳເນີນການກໍ່ສ້າງເຂື່ອນໄຟຟ້າ ຄື ບໍລິສັດ SK E&C ຂອງເກົາຫຼີໃຕ້ ໄດ້ບອກຊຸມຊົນ
ຂອງທ່ານ ວ່າ ປະລິມານນ້ຳຫຼວງຫຼາຍ ຈະຖືກປ່ອຍອອກມາ ແຕ່ບໍ່ໄດ້ເຕືອນເຖິງຄວາມ
ເປັນໄປໄດ້ວ່າ ເຂື່ອນອາດພັງລົງ.

ທ່ານສົມໝາຍ ເວົ້າວ່າ “ໃນເວລານ້ຳໄຫລລົງມາ ມັນມາຢ່າງໄວວາ ຄືກັບຄື້ນ ສຸນາມິ
ໃຫຍ່ ແລະປະຊາຊົນ ກໍພາກັນຢ້ານ”
ທ່ານກ່າວຕື່ມວ່າ ໃນເບື້ອງຕົ້ນ ນ້ຳທະລັກເຂົ້າມາ
ຖ້ວມທົ່ວໝູ່ບ້ານຂອງທ່ານ ຢ່າງໜ້ອຍສູງເຖິງນຶ່ງແມັດ ແລະໄດ້ທຳລາຍເຮືອນຊານບ້ານ
ຊ່ອງ 95 ເປີເຊັນ.

ສ່ວນປະຊາຊົນຄົນອື່ນໆ ທີ່ໄດ້ຖືກສຳພາດ ໂດຍວີໂອເອ ຢູ່ໃນບ້ານໃໝ່ ໄດ້ກ່າວວ່າ
ນາຍບ້ານ ໄດ້ປະກາດເຕືອນຜ່ານທາງໂທລະໂຄ່ງ ແຕ່ບໍ່ໄດ້ແຈ້ງເຕືອນວ່າ ເຂື່ອນ
ອາດຈະພັງລົງ.

ບໍລິສັດ SK E&C ເຊິ່ງພວມທຳການກໍ່ສ້າງເຂື່ອນຢູ່ນັ້ນ ໂດຍຜ່ານການຮ່ວມລົງທຶນກັບ
ບໍລິສັດ ເຊປຽນ-ເຊນ້ຳນ້ອຍ ໄດ້ປະຕິເສດ ຕໍ່ການຂໍຮ້ອງ ເພື່ອໃຫ້ຄຳເຫັນ ຫຼາຍໆຄັ້ງ
ລວມທັງການໄປຢ້ຽມຢາມຫ້ອງການຂອງພວກເຂົາເຈົ້າຢູ່ໃນບໍລິເວນສ້າງເຂື່ອນ.

ແຕ່ຫຼັງຈາກທີ່ໄດ້ມິດຫງຽບ ພາຍຫຼັງຈາກເກີດເກີດໄພພິບັດ ໃນທັນທີທັນໃດ ໃນສັບ
ປະດານີ້ ລັດຖະບານລາວ ໄດ້ກ່າວວ່າ ການກໍ່ສ້າງເຂື່ອນຂອງ ບໍລິສັດ SK E&C ທີ່
ຂີ້ຮ້າຍນັ້ນ ເປັນໄປໄດ້ສູງວ່າ ເປັນສາເຫດ ເຮັດໃຫ້ເຂື່ອນພັງລົງ.

ລັດຖະບານລາວ ຍັງໄດ້ປະກາດ ໃຫ້ທຳການທົບທວນຄືນຢ່າງກວ້າງຂວາງ 50 ກວ່າ
ໂຄງການກໍ່ສ້າງເຂື່ອນ ກ່ອນທີ່ຈະຮັບຮອງ ໂຄງການໃໝ່ຕື່ມອີກ. ເລື້ອງນີ້ ກໍມີການວິ
ພາກວິຈານ ມາໄດ້ຫຼາຍປີແລ້ວ ຈາກບັນດາກຸ່ມອານຸລັກສິ່ງແວດລ້ອມ ກ່ຽວກັບ ແຜນ
ການ ຂອງລັດຖະລານ ໃນຄວາມໄຝ່ຝັນຢາກນຳໃຊ້ທ່າແຮງໃນດ້ານເຂື່ອນໄຟຟ້າພະ
ລັງນ້ຳ ເພື່ອຫັນປ່ຽນປະເທດໃຫ້ເປັນ “ໝໍ້ໄຟຂອງເອເຊຍ.”

ອັນນັ້ນ ເປັນການປອບໃຈ ພົນລະເມືອງ ຂອງບ້ານໃໝ່ ແລະໂຄກກ່ອງ ພຽງເລັກນ້ອຍ
ເຊິ່ງໝູ່ບ້ານຕ່າງໆຂອງພວກເຂົາເຈົ້າ ຖືກທຳລາຍຈົນໝົດ ເຫຼືອແຕ່ຄວາມເສຍຫາຍ
ສັບສົນປົນເປ ຂອງກ້ອນຊິມັງແຕກ ພວກຕົ້ນໄມ້ທີ່ຖືກນ້ຳຊຸກົ່ນ ແລະຫຼັກເສົາໄຟຟ້າ
ຫັກລົງ.

ຢູ່ແຕ່ລະຟາກທາງທີ່ຈົມຢູ່ໃຕ້ນ້ຳ ທີ່ເຊື່ອມຈອດສອງທົ່ງນາ ອັນກວ້າງໃຫຍ່ສຸດສາຍຕາ ແມ່ນຖືກທັບຖົມດ້ວຍຕົມສີນ້ຳຕານໜາພໍສົມຄວນ ເຊິ່ງການເກັບກ່ຽວຂອງປີນີ້ ຖືວ່າ
ເສຍຫາຍໝົດ.

ສຳລັບພວກຄົນບາງສ່ວນທີ່ໂຊກດີພໍ ກໍຍັງຄົງມີເຮືອນຢູ່ ເຊັ່ນເຈົ້າຂອງຮ້ານຄ້າ ອາຍຸ
38 ປີ ນາງ ໂສວັນເພັງ ໄດ້ເລີ້ມກັບຄືນໄປເບິ່ງວ່າ ສິ່ງໃດ ທີ່ເຂົາເຈົ້າສາມາດເກັບກູ້ມາ
ໃຊ້ ຈາກຂີ້ຕົມ.

“ຫຼັງຈາກທີ່ໄດ້ນອນສອງຄືນ ຢູ່ເທິງຫລັງຄາເຮືອນ ຂ້າພະເຈົ້າໄດ້ຍ້າຍໄປ ບ້ານບົກ
ແລະບາງຄົນ ກໍໄດ້ເຂົ້າມາລັກເຄື່ອງ ຈາກຮ້ານຂອງຂ້າພະເຈົ້າ ໃນຕອນຄ່ຳ ໂດຍ
ປີນເຂົ້າທາງຫຼັງຄາ”
ນາງໂສວັນເພັງ ໄດ້ກ່າວໃນລະຫວ່າງຄົ້ນເບິ່ງເຄື່ອງຂອງທີ່ເສຍ
ຫາຍ ກັບ ລູກສາວຂອງນາງ ອາຍຸ 14 ປີ ຊື່ວ່າ ນາງ ພຸດດາວັນ.

ນາງ ໂສວັນເພັງ ໄດ້ກ່າວວ່າ ນາງເອງ ແລະ ສາມີ ຖືກບັງຄັບໃຫ້ກັບຄືນໄປ ແລະນອນ ຢູ່ເທິງຫລັງຄາເຮືອນ ຂອງພວກເຂົາ ໃນໝູ່ບ້ານໂຄກກ່ອງ ເພື່ອໃຫ້ແນ່ໃຈວ່າ ພວກໂຈນ
ຈະບໍ່ເຂົ້າມາລັກເອົາເຄື່ອງຂອງພຽງເລັກນ້ອຍທີ່ຍັງເຫຼືອຢູ່ນັ້ນ.

ນາງເວົ້າວ່າ “ຂ້າພະເຈົ້າຮູ້ສຶກໂສກເສົ້າຫຼາຍ ຄືວ່າ ຂ້າພະເຈົ້າຫາກໍຊື້ເຄື່ອງຂອງ
ເຂົ້າຮ້ານໃໝ່ໆ ແລະ ຂ້າພະເຈົ້າໄດ້ສູນເສຍທຸກສິ່ງທຸກຢ່າງ.”

ສ່ວນນາງ ພຸດດາວັນ ລູກສາວຂອງນາງ ໂສວັນເພັງ ກຳລັງຫລິ້ນໂທລະສັບມືຖື ໃນຕຽງ
ນອນຢູ່ ເມື່ອຄື້ນນ້ຳໄດ້ໄຫລຊຸເຂົ້າມາໃນຫ້ອງນອນ.

ນາງພຸດດາວັນ ໄດ້ບອກຕໍ່ວີໂອເອ ວ່າ “ຂ້າພະເຈົ້າຮູ້ສຶກຢ້ານຫຼາຍ. ຂ້າພະເຈົ້າບໍ່ເຄີຍ
ເຫັນແບບນີ້ຈັກເທື່ອ. ມັນເປັນອັນຕະລາຍແທ້ໆ.”

ກັບຄືນໄປຍັງສູນທີ່ພັກຊົ່ວຄາວໃນເມືອງສະໜາມໄຊ 6 ສົບ ຂອງຜູ້ເຄາະຮ້າຍ ຖືກສາດ
ດ້ວຍນ້ຳມັນກ໊າດ ແລ້ວເຜົາໃນພິທີຊາປະນະກິດສົບ ໃນຂະນະທີ່ ພວກທີ່ລອດຊີວິດ
ເຊັ່ນທ່ານ ອິນທະວົງ ຄອຍຖ້າຟັງເບິ່ງວ່າ ລັດຖະບານ ຈະເຮັດຫຍັງແດ່ ໃຫ້ແກ່ພວກ
ເຂົາເຈົ້າ.

ທ່ານອິນທະວົງ ຈະຕ້ອງຄອຍຖ້າເພື່ອຈັດພິທີຊາປະນະກິດສົບ ອີກຄັ້ງນຶ່ງ ຂອງພໍ່ປູ່ຂອງ
ເພິ່ນ ຄື ທ່ານ ພັນ ຜູ້ທີ່ຍັງຫາບໍ່ທັນພົບເທື່ອ.

Samled Inthavong had almost finished hoisting his family members into a boat when a building uprooted by the collapse of a dam upstream slammed into his house.

Bobbing atop the surging flood waters in the inky midnight darkness, he could only watch as his house caved in on his grandparents trapped inside.

"My grandparents couldn't move. They died in the house," he said in a rescue center where he sat with his few remaining possessions -- including a photo of his grandmother Chanthai shot on a mobile phone.

As his house collapsed, Inthavong's boat shot away and collided with his sister's adjacent house. There, he, his wife Bang Helmani, and his children Alik, Had and Koid, took refuge on the roof until the rising floodwaters -- which reached more than 10 meters -- swallowed her home as well.

"At 2 o'clock [a.m.] I was looking around the neighborhood. People were crying and the water was over the whole village. All the houses were gone. Some people were holding onto trees, some people were holding onto power poles," he said.

Inthavong and his family made for the latter, clutching desperately to the steel structure as flying debris and violent tides crashed beneath them. It wasn't until morning that a rescue boat arrived in Ban Mai village.

Lt. Col. Khamsouk Khamleuangthep, vice commander of the Lao Air Force's Air Regiment 703, commanded the rescue team that saved Inthavong's family and more than 1,000 others after a poorly constructed auxiliary dam collapsed at the Xe Pian Xe Namnoy (PNPC) hydropower complex in southern Laos on July 23.

Thirteen villages were inundated in Attapeu province with a surge so powerful it forced the evacuation of a town more than 100 kilometers downstream in Cambodia.

"In that time we found people in the trees. After that we took a boat from Sanamxai [rescue base] to collect the people in the trees," Khamleuangthep said.

Heavily restricted by rough weather, the regiment's three helicopters had flown 157 missions supported by boats as of Tuesday, rescuing 1,569 survivors, he said. There are more than 6,500 survivors in temporary shelters spread across five rescue bases with almost 3,500 at Sanamxai alone, the district government says. In total, officials say 7,095 people have been displaced in Laos, with 13,067 affected in some way. State media report 35 dead and 99 missing.

"I am really upset about this and I've been working from the beginning until now without stopping and I'm very happy to be helping the people," Khamleuangthep said.

The survivors he has rescued feel a mixture of trauma, exhaustion and fury.

Sommay Keosuvanh, a 60-year-old villager from Ban Mai, said the company operating the dam -- the South Korean firm SK E&C -- had told his community a large volume of water was being released but failed to warn of a possible collapse.

"When the water came it came quick like a tsunami and people were scared," he said, adding that the initial surge through his village was at least a meter high. Keosuvanh said the flood waters destroyed 95 percent of the homes in the village.

Others interviewed by VOA in Ban Mai said the local chief broadcast a warning over loudspeakers that also failed to say anything about a collapse.

SK E&C, which is building the dam through a joint venture with PNPC, declined multiple requests for comment including some made during visits directly to their field office.

But after staying tight-lipped in the immediate aftermath of the disaster, the Laos government this week said SK E&C's shoddy construction was likely to blame for the collapse.

It also announced a wide-ranging review of some 50 hydropower projects before any more are approved. This follows years of criticism from conservation groups over the government's ambitious plan to use its hydroelectric potential to turn the country into the "battery of Asia."

That's little consolation for the residents of Ban Mai and Kokkong, whose villages have been leveled, leaving a tangled mess of smashed concrete, uprooted trees and fallen power poles.

On either side of the submerged road connecting them, fields as far as the eye can see are caked in thick mud, ruined for this year's harvest.

Some of those who are lucky enough to still have a house, like 38-year-old shopkeeper Sovampheng, have begun returning to see what they can salvage from the mud.

"After spending the second night on the roof I moved to Ban Bok village and somebody came to steal from my shop in the evening by entering from the roof," she said, rummaging through her damaged stock with her 14-year-old daughter Phutdavenh.

Sovampheng said she and her husband were forced to come back and sleep on the roof of their house in Kokkong village to make sure thieves didn't loot what little they have left.

"I'm feeling very sad as I just bought new supplies for my shop and I lost everything," she said.

Her daughter Phutdavenh was playing with her phone in bed when the water surged in.

"I felt very scared. I had never seen something like this before. It was so dangerous," she told VOA.

Back at the Sanamxai camp,six bodies are doused in kerosene and burned at a mass cremation while survivors like Inthavong wait to find out what the government will do for them.

Inthavong will have to wait for another cremation; the body of his grandfather Phan still hasn't been found.

XS
SM
MD
LG