ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ພິພາກສາ ສານສູງສຸດ ​​ແອນ​ໂທ​ນີ ເຄນເນດີ ປະກາດ ຈະອອກບໍານານ


ສະມາຊິກ ຜູ້ພິພາກສາສານສູງສຸດ ທ່ານແອນໂທນີ ເຄນເນດີ ອາຍຸ 81 ປີ ຈະອອກບຳນານ ຫຼັງຈາກໄດ້ຮັບໃຊ້ ສານສູງສຸດສະຫະລັດ ມາເປັນເວລາ 30 ປີ.
ສະມາຊິກ ຜູ້ພິພາກສາສານສູງສຸດ ທ່ານແອນໂທນີ ເຄນເນດີ ອາຍຸ 81 ປີ ຈະອອກບຳນານ ຫຼັງຈາກໄດ້ຮັບໃຊ້ ສານສູງສຸດສະຫະລັດ ມາເປັນເວລາ 30 ປີ.

ຜູ້​ພິ​ພາກ​ສາ​ ທ່ານແອນ​ໂທ​ນີ ​ເຄນ​ເນ​ດີ ຜູ້​ປ່ຽນ​ການ​ລົງ​ຄະແນນ​ສຽງ​ທີ່​ສຳຄັນ ​ຢູ່​ໃນສານ​
ສູ​ງສຸດ ສະຫະລັດ ​ໄດ້​ປະກາດ​ລາ​ອອກ​ບຳນານໃນ​ວັນ​ພຸດ​ວານ​ນີ້ ໂດຍອຳນວຍ​ໃຫ້​
ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ມີໂອກາ​ດທີ່ຈະໄດ້ແຕ່ງຕັ້ງຜູ້ພິພາກສາສານ​ສູງ​ສຸດເປັນ
ເທື່ອ​ທີ​ສອງ​ໃນ​ສະ​ໄໝ​ຂອງ​ທ່ານ​ ໂດຍຈະຊຸ​ກຍູ້​ໃຫ້ສານດັ່ງກ່າວ ອຽງໄປທາງ​ຂວາ
ຫຼາຍຂຶ້ນ.

ໃນໄລຍະເວລາ 30 ປີ ທີ່​ຢູ່​ໃນ​ຕຳ​ແໜ່​ງນັ້ນ ຜູ້​ພິພາກສາ​ເຄ​ນເນ​ດີ ທີ່​ພັກຣີພັບ​ບລິກັນ
​ໄດ້​ແຕ່ງ​ຕັ້ງນັ້ນ ມັກ​ຈະ​ອອກ​ຈາກ​ຖັນ​ແຖວ ຂອງເພື່ອນ​ຮ່ວມ​ງານທີ່ນິຍົມ ແນວທາງເດີມ
ຂອງ​ທ່ານ​ໄປ​ລົງ​ຄະແນນສຽງ​ໃນຄະດີທີ່ສຳຄັນ​ຕ່າງໆຈຳນວນນຶ່ງ ຮວມທັງ​ຄະດີ​ທີ່​ພົວ
ພັນ​ກັບ​ການເຮັດແທ້ງ​ລູກ ​ສິດ​ທິຂອງພວກກະ​ເທີຍ ​ແລະ​ສິດ ທິ​ການປ່ອນບັດ​ລົງ​ຄະ
​ແນນ​ສຽງ.ການ​ລາ​ອອກ​ບໍານານ​ຂອງ​ທ່ານເລີ້​ມມີຜົນບັງຄັບໃຊ້ໃນ​ທ້າຍ​ເດືອນ​ກໍລະກົດ​
ຈະ​ມາ​ເຖິງ​ນີ້.

ຢູ່​ໃນ​ຖະ​ແຫຼ​ງການສະບັບນຶ່ງ ຜູ້​ພິພາກສາ​ເຄນ​ເນ​ດີ ອາຍຸ 81 ປີ ກ່າວ​ວ່າ ທ່ານຮູ້ສຶກ
"ເປັນກຽດ​ອັນຍິ່ງ​ໃຫຍ່ສຸດ ​ແລະ​ສິດພິເສດ ທີ່​ໄດ້​ຮັບ​ໃຊ້​ປະ​ເທດ​ຊາດຂອງ ພວກເຮົາ ​ໃນຂະແໜງການ​ຍຸຕິ​ທໍາ​ຂອງລັດຖະບານ​ກາງ ​ເປັນ​ເວລາ 43 ປີ ​ຊຶ່ງ 30 ປີ​ຂອງເວລາ
ດັ່ງກ່າວ ແມ່ນຢູ່​ໃນສານ​ສູງ​ສຸດ.​”

ປະທານາທິບໍດີ​ທຣໍາ ຮ້ອງ​ຜູ້​ພິພາກສາ​ເຄນ​ເນ​ດີ​ວ່າ ​ເປັນ​ບຸກຄົນ “ທີ່ມີວິໄສທັດອັນ
ກວ້າງໄກ" ​ແລະ​ກ່າວ​ອີກ​ວ່າ ທ່ານຈະ​ເລີ້ມ​ຊອກ​ຫາບຸກຄົນ ທີ່ຈະມາຮັບໜ້າທີ່​ແທນ
ທ່ານ “​ໃນ​ທັນທີ.”

ຜູ້ມາ​ຮັບຕຳແໜ່ງແທນ​ດັ່ງກ່າວ ມີທ່າທາງວ່າ ຈະ​ເຮັດ​ໃຫ້ສະມາຊິກນິຍົມແນວທາງເດີມ
ຫ້າທ່ານ ກຳ​ສຽງ​ສ່ວນ​ຫຼາຍຢ່າງເດັດຂາດຢູ່ໃນສານສູງສຸດ. ຖ້າປາດ​ສະ​ຈາກ​ທ່ານ​ເຄນ
​ເນ​ດີແລ້ວ ສານສູງສຸດ​ຈະແບ່ງອອກເປັນສອງຝ່າຍລະຫວ່າງຜູ້​ພິພາກສາ​ທີ່ມີ​ແນວ​ຄິດ
ເສລີສີ່ທ່ານ ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ ໂດຍ​ປະທານາທິບໍດີ​ພັກ​ເດ​ໂມ​ແຄຣັດ ​ແລະ​ຜູ້​ພິພາກສານິຍົມແນວທາງ​ເດີມສີ່ທ່ານ​ທີ່​ໄດ້​ຖືກແຕ່ງ​ຕັ້ງ​ໂດຍ ປະທານາທິບໍດີ​ພັກຣີພັບ​ບລິ​ກັນ.

ການ​ອອກ​ບໍານານ​ຂອງ​ຜູ້​ພິພາກສາ​ເຄນ​ເນ​ດີ ​ຊຶ່ງ​ເປັນ​ເລື້ອງ​ທີ່ມີການຄາດຄະເນກັນມາ
ແຕ່ປີກາຍນັ້ນ​ ​ມີຂຶ້ນ​ໃນ​ມື້ສຸດ​ທ້າຍຂອງການຮັບໜ້າທີ່ ສະ​ໄໝປັດຈຸບັນ ຂອງ​ສານ​ສູງ​ສຸດ.

ອຳນາດ​ສານ​ສູງ​ສຸດທີ່ມີອິດທິພົນ ແມ່ນປະ​ກອບ​ດ້ວຍຜູ້ພິພາກສາ​ເກົ້າ​ຄົນ ​ທີ່​ໄດ້​ສະເໜີ
​ໂດຍ​ປະທານາທິບໍດີ ຮັບຮອງ​ເອົາ​ໂດຍບັນດາ​ສະມາຊິກ​ສະພາ​ສູງ ​ແມ່ນ ເປັນສານອຸ
ທອນສູງສຸດແລະສານລັດຖະທໍາມະນູນນຳດ້ວຍຂ. ການ​ຕັດສິນ​ຂອງ​ສານດັ່ງກ່າວ ຈຶ່ງ​ມີຜົນຢ່າງກວ້າງໄກ ຕໍ່​ທຸກ​ພາກສ່ວນ​ຂອງ​ສັງຄົມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Rally Kennedy Retirement
please wait

No media source currently available

0:00 0:00:55 0:00

XS
SM
MD
LG