ສານສູງສຸດ ແມ່ນກຳລັງຈະຮັບຟັງ ຄະດີການແທ້ງລູກທີ່ສຳຄັນຄັ້ງທຳອິດ ຂອງຍຸກສະໄໝທ່ານ ທຣຳ, ໃນປີການເລືອກຕັ້ງໄດ້ແນໃສ່ຄວາມຂັດແຍ້ງໃນລັດ ຫຼຸຍເຊຍນາ ທີ່ອາດເປີດເຜີຍຄວາມສະໝັກໃຈຂອງສານທີ່ມີຫົວອະນຸລັກນິຍົມວ່າຈະຫຼຸດສິດທິໃນການແທ້ງລູກແນວໃດ.
ຜົນທີ່ອອກມາອາດມີຜົນສະທ້ອນຂະໜາດໃຫຍ່ຕາມມາ ໃນເວລາທີ່ຫຼາຍລັດໄດ້ຮັບຜ່ານກົດໝາຍ, ທີ່ຖືກຄັດຄ້ານໃນສານ, ເຊິ່ງຈະຫ້າມການແທ້ງລູກຫຼັງຈາກຖືກກວດພົບການເຕັ້ນຂອງຫົວໃຈເດັກທາລົກ ໄວສຸດເຖິງຫົກເດືອນ.
ບັນດາຜູ້ພິພາກສາໃນວັນພຸດມື້ນີ້ ແມ່ນກຳລັງພິຈາລະນາກົດໝາຍສະບັບນຶ່ງຂອງລັດ ຫຼຸຍເຊຍນາ ທີ່ຮຽກຮ້ອງບັນດາທ່ານໝໍຜູ້ທີ່ທຳການແທ້ງລູກນັ້ນ ສະແດງສິດທິພິເສດຂອງເຂົາເຈົ້າຢູ່ໂຮງໝໍທີ່ໃກ້ຄຽງ. ຜູ້ພິພາກສາລັດຖະບານກາງທ່ານນຶ່ງໄດ້ຄົ້ນພົບວ່າ ມີພຽງນຶ່ງໃນສາມໂຮງໝໍແທ້ງລູກໃນລັດ ຫຼຸຍເຊຍນາ ຈະຖືກເປີດໄວ້ ຖ້າກົດໝາຍດັ່ງກ່າວ ໄດ້ຮັບອະນຸຍາດບັງຄັບໃຊ້.
ມັນຄ້າຍຄືກັບຄະດີນຶ່ງໃນລັດ ເທັກຊັສ ທີ່ສານສູງສຸດໄດ້ຍົກເລີກກົດໝາຍນັ້ນໃນປີ 2016. ນັບຕັ້ງແຕ່ນັ້ນມາ, ແນວໃດກໍຕາມ, ທ່ານ ດໍໂນລ ທຣຳ ໄດ້ຖືກເລືອກເປັນປະທານາທິບໍດີ ແລະ ທ່ານກໍໄດ້ແຕ່ງຕັ້ງຜູ້ພິພາກສາສອງຄົນຄືທ່ານ ນຽລ ກໍຊັດຈ໌ ແລະ ທ່ານ ເບຣັດ ຄາວານໍ, ຜູ້ທີ່ໄດ້ປ່ຽນສານໄປທິດທາງຝ່າຍຂວາ. ເຖິງແມ່ນຈະມີສອງທ່ານດັ່ງກ່າວຖືກເພີ່ມເຂົ້າໃນສານນັ້ນ, ຜູ້ພິພາສາສູງສຸດ ທ່ານ ຈອນ ໂຣເບີດສ໌ ເກືອບແນ່ນອນວ່າຈະເປັນຜູ້ຖືຄະແນນສຽງຕັດສິນ.
ເມື່ອບັນດາຜູ້ພິພາກສາໄດ້ກີດກັ້ນກົດໝາຍລັດ ຫຼຸຍເຊຍນາ ຈາກການຖືກບັງຄັບໃຊ້ຊົ່ວຄາວນຶ່ງປີທີ່ຜ່ານມານັ້ນ, ທ່ານ ໂຣເບີດສ໌ ກໍໄດ້ເຂົ້າຮ່ວມກັບບັນດາຜູ້ພິພາສາເສລີນິຍົມສີ່ທ່ານຂອງສານ ໃນການໂຈະມັນໄວ້. ທ່ານ ຄາວານໍ ແລະ ທ່ານ ກໍຊັດຈ໌ ແມ່ນລວມຢູ່ໃນຜູ້ພິພາກສາຫົວອະນຸລັກນິຍົມສີ່ທ່ານ ຜູ້ທີ່ຈະອະນຸຍາດໃຫ້ກົດໝາຍດັ່ງກ່າວມີຜົນບັງຄັບໃຊ້.
ການລົງຄະແນນສຽງເບື້ອງຕົ້ນທີ່ວ່ານັ້ນ ບໍ່ໄດ້ມີຂໍ້ຜູກມັດກັບບັນດາຜູ້ພິພາກສາ ເວລາທີ່ພວກເພິ່ນດຳເນີນການທົບທວນບັນຫາຢ່າງຮອບຄອບ, ແຕ່ພວກເພິ່ນມັກໃຫ້ສັນຍານວ່າຄະດີຈະອອກມາແນວໃດ.
The Supreme Court is taking up the first major abortion case of the Trump era, an election year look at a Louisiana dispute that could reveal how willing the more conservative court is to roll back abortion rights.
The outcome could have huge consequences at a time when several states have passed laws, being challenged in the courts, that would ban abortions after a fetal heartbeat is detected, as early as six weeks.
The justices on Wednesday are examining a Louisiana law requiring doctors who perform abortions to have admitting privileges at a nearby hospital. A federal judge found that just one of Louisiana's three abortion clinics would remain open if the law is allowed to take effect.
It is similar to one in Texas that the Supreme Court struck down in 2016. Since then, though, Donald Trump was elected president and he appointed two justices, Neil Gorsuch and Brett Kavanaugh, who have shifted the court to the right. Even with those two additions to the court, Chief Justice John Roberts almost certainly holds the deciding vote.
When the justices temporarily blocked the Louisiana law from taking effect a year ago, Roberts joined the court's four liberal justices to put it on hold. Kavanaugh and Gorsuch were among the four conservatives who would have allowed the law to take effect.
Those preliminary votes do not bind the justices when they undertake a thorough review of an issue, but they often signal how a case will come out.