ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ​ສຸດ ສະ​ຫະ​ລັດ ກ່າວ​ວ່າ ​ການ​ຕັດ​ສິນ ກ່ຽວ​ກັບ ການ​​ແບ່ງເຂດ​ເລືອກ​ຕັ້ງ ອາດ​ຈະ​ມີ​ຜົນ ກາຍ​ລັດ ອາ​ລາ​ບາ​ມາ


ສານ​ສູງ​ສຸດ ສະ​ຫະ​ລັດ, 22 ຕຸ​ລາ 2021.
ສານ​ສູງ​ສຸດ ສະ​ຫະ​ລັດ, 22 ຕຸ​ລາ 2021.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ຢູ່​ລັດ ອາ​ລາ​ບາ​ມາ ໃນ ສະ​ຫະ​ລັດ ອາດ​ມີ​ບົດ​ບາດ​ທີ່​ໃຫຍ່​ຂຶ້ນ​ໃນ​ການ​ເລືອ​ກ​ຕັ້ງ​ປີ 2024 ລຸນຫຼັງ​ສານ​ສູງ​ສຸດ​ໄດ້​ຕັດ​ສິນ​ວ່າ​ແຜນ​ທີ່ເຂດ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາທີ່​ຖືກແຕ້ມ​ຂຶ້ນ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ​ໄດ້​ລະ​ເມີດ​ສິດ​ທິ​ໃນ​ການ​ສະ​ແດງ​ຂໍ້​ຄິດ​ເຫັນ​ທີ່​ຍຸ​ຕິ​ທຳ​ຂອງ​ເຂົາ​ເຈົ້າ.

ທ່ານ ຄອ​ລ​ລິນ​ສ໌ ເພັດ​ທາ​ເວ, ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ເມືອງ ແຊ​ລ​ມາ, ລັດ​ອາ​ລາ​ມາ​ບາ​ມາ, ເຊິ່ງ​ແມ່ນ​ເມືອງ​ທີ່​ມີ​ຊື່​ສຽງ​ສຳ​ລັບ​ບົດ​ບາດ​ໃນ​ການ​ຕໍ່​ສູ້​ເພື່ອ​ສິດ​ທິ​ພົນ​ລະ​ເຮືອນ​ຂອງ​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ “ແຜນ​ທີ່​ເຂ​ດ​ການ​ເລືອກ​ຕັ້ງ​ເກົ່າ​ແມ່ນບໍ່ຍຸ​ຕິ​ທຳ​ຢ່າງ​ປະ​ຕິ​ເສດບໍ່​ໄດ້.”

ທ່ານ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ຜູ້​ລົງ​ຄະ​ແນນ​ສຽງ​ໝົດ​ທຸກ​ຄົນ​ມີ​ສິດ​ທີ່​ຈະ​ເຮັດ​ໃຫ້​ສຽງ​ເຂົາ​ເຈົ້າ​ຖືກ​ໄດ້​ຍິນ, ແລະ ຖືກ​ຍົກ​ຂຶ້ນ​ມາ​ຈົນ​ກວ່າ​ມີ​ການ​ຕັດ​ສິນນີ້​ໂດຍ​ສານ​ສູງ​ສຸດ, ປະ​ຊາ​ຊົນ​ອາ​ລາ​ບາ​ມາ​ຜິວ​ດຳ​ແມ່ນບໍ່​ເຄີຍມີ​ສິ່ງ​ນັ້ນ. ແຜນ​ທີ່​ເກົ່າ​ໄດ້​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ວ່າ​ຄະ​ແນນ​ສຽງ​ຂອ​ງ​ພວກ​ເຮົາ​ບໍ່​ມີ​ຄວາມ​ສຳ​ຄັນ, ແຕ່​ຕອນນີ້​ພວກ​ເຮົາ​ມີ​ໂອ​ກາດ​ທີ່​ແທ້​ຈິງ​ທີ່​ຈະ​ມອບ​ອຳ​ນາດ​ໃຫ້​ບັນ​ດາ​ຜູ້​ລົງ​ຄະ​ແນ​ນ​ສຽງ​ຜິວ​ດຳ ແລະ ຂະ​ຫຍາຍ​ການ​ສະ​ແດງ​ຂໍ້​ຄິດ​ເຫັນ​ຂອງ​ພວກ​ເຮົາ​ຢູ່​ໃນ​ລັດ.”

ແຕ່​ລະ​ລັດ​ໃນ ສະ​ຫະ​ລັດ ແມ່ນ​ຖືກ​ແຍກ​ອອກ​ເປັນ​ເຂດ​ການ​ເລືອກ​ຕັ້ງ​ຕາມ​ຂະ​ໜາດ​ທີ່​ຂ້ອນ​ຂ້າງ​ເທົ່າ​ທຽມ​ກັນ. ເຂດ​ທີ່​ມີ​ປະ​ຊາ​ກອນ​ໜາ​ແໜ້ນ​ແມ່ນ​ມີ​ເມືອງ​ທີ່​ນ້ອຍກວ່າ. ເຂດ​ທີ່​ມີ​ປະ​ຊາ​ກອນ​ກະ​ແຈກ​ກະ​ຈາຍ​ແມ່ນ​ມີ​ເມືອງ​ທີ່​ໃຫຍ່ກວ່າ. ອີງ​ຕາມ​ການ​ປ່ຽນ​ແປງ​ຂອງ​ປະ​ຊາ​ກອນ​ໃນ​ຜົນການ​ສຳຫຼວດ​ສຳ​ມະ​ໂນ​ຄົວ​ໃນ​ແຕ່​ລະ​ລັດ, ລັດ​ຕ່າງໆ​ແມ່ນ​ຖືກ​ຮຽກ​ຮ້ອງ​ໃຫ້​ພິ​ຈາ​ລະ​ນາ​ແຕ້ມ​ເຂດ​ຕ່າງໆ​ຄືນ​ໃໝ່​ເພື່ອ​ຮັບ​ປະ​ກັນ​ວ່າ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ແມ່ນ​ໄດ້​ອອກ​ສຽງ​ຢ່າງ​ເປັນ​ທຳ.

ບັນ​ດາ​ຜູ້​ຕຳ​ໜິ​ຕິ​ຕຽນ ກ່ຽວ​ກັບ ແຜນ​ທີ່​ຂອງ​ລັດ​ອາ​ລາ​ບາ​ມາ​ເວົ້າ​ວ່າ ຂັ້ນ​ຕອນ​ການ​ກຳ​ນົດ​ເຂດ​ໃໝ່​ແມ່ນບໍ່​ຍຸດ​ຕິ​ທຳ. ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ​ແລ້ວ, ມີ​ພຽງ​ນຶ່ງໃນ 7 ບ່ອນ​ນັ່ງ​ຂອງ​ລັດ​ໃນ​ສະ​ພາ​ຕ່ຳ ສະ​ຫະ​ລັດ ແມ່ນ​ຢູ່​ໃນ​ເຂດ​ທີ່​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ສ່ວນຫຼາຍ​ທີ່​ເປັນ​ຄົນ​ຜິວ​ດຳ. ນີ້​ເຖິງ​ແມ່ນ​ວ່າຫຼາຍກວ່າ 26 ເປີ​ເຊັນ​ຂອງ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ຂອງ​ລັດ​ອາ​ລາ​ບາ​ມາ​ຈະ​ເປັນຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ກໍ່​ຕາມ.

ທ່ານ ເດ​ຈວນ​ນາ ທອມ​ສັນ, ປະ​ທານ ແລະ ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ​ສະ​ຖາ​ບັນ​ສິດ​ທິ​ພົນ​ລະ​ເຮືອນ​ເບີ​ມິງ​ແຮມ ໄດ້​ກ່າວ​ວ່າ “ມັນ​ໄດ້​ເຮັດ​ໃຫ້​ເກືອບ​ວ່າ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ບັນ​ດາ​ຜູ້​ນຳ​ທີ່​ມີ​ຜິວ​ດຳ ຈະ​ຖືກ​ເລືອກ​ໃຫ້​ເປັນ​ຕົວ​ແທນ​ຂອງ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ, ເຮັດ​ໃຫ້​ມັນເປັນ​ສິ່ງ​ກີດ​ຂວາງ​ທີ່​ສຳ​ຄັນ ແລະ ເຈ​ຕະ​ນາຫຼາຍ​ຂຶ້ນ​ທີ່​ຈະ​ເຮັດໃຫ້​ການ​ນຳ​ພາ​ທາງ​ການ​ເມືອງ​ຂອງ​ລັດ​ອາ​ລາ​ບາ​ມາ​ມີ​ຄວາມຫຼາກຫຼາຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG