ຄວາມວຸ້ນວາຍ ການປະທ້ວງ ແລະການບໍ່ສອດຄ່ອງກັນ ຂອງສອງພັກການເມືອງ
ໄດ້ກາຍເປັນຂີດໝາຍຂອງການຮັບຟັງຄຳໃຫ້ການ ໃນມື້ທຳອິດ ຢູ່ໃນສະພາສູງ
ເພື່ອຮັບຮອງເອົາຜູ້ພິພາກສາສານສູງສຸດ ທີ່ມີຫົວນິຍົມແນວທາງເດີມ ຜູ້ຊຶ່ງ ປະທານາ
ທິບໍດີ ດໍໂນລ ທຣຳ ໄດ້ ສະເໜີຊື່ຂຶ້ນມາ ຄືທ່ານແບຣັທ ຄາແວນໍ ຜູ້ພິພາກສາ
ສານຂອງລັດຖະບານກາງ. ໃນຂະນະທີ່ນັກຂ່າວວີໂອເອ ໄມເກິລ ໂບເມັນມີລາຍງານ
ມານັ້ນ ກໍແມ່ນວ່າ ພັກເດໂມແຄຣັດ ສຽງສ່ວນນ້ອຍ ໄດ້ພາກັນຫາທາງ ເລື່ອນການດຳເນີນງານການຮັບຮອງເອົາດັ່ງກ່າວ, ແຕ່ ພັກຣິພັບບລິກັນ ສຽງສ່ວນຫຼາຍແມ່ນເດັດດ່ຽວ ທີ່ຈະ
ໃຫ້ສືບຕໍ່ໄປເລີຍ ຊຶ່ງວັນນະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຄວາມມີອາລົມຮ້ອນ ໄດ້ຟົດເດືອດຂຶ້ນ ໃນຂະນະທີ່ບັນດາສະມາຊິກສະພາສູງ ຕ່າງກໍ
ອອກຄວາມຄິດຄວາມເຫັນ ເວົ້າຖ້ວມກັນ ທັງພະຍາຍາມຈະເວົ້າໃຫ້ດັງກວ່າສຽງຮ້ອງໂຮ
ຂອງພວກປະທ້ວງນັ້ນ.
ສະມາຊິກສະພາສູງ ທ່ານ ອໍຣິນ ແຮັຈ ສັງກັດພັກຣີພັບບລີກັນ ໃນຄະນະກຳມະການ
ຕຸລາການ ກ່າວວ່າ “ທ່ານປະທານ, ຂ້າພະເຈົ້າຄິດວ່າ ພວກເຮົາຄວນເອົາພວກປາກເວົ້າຮ້ອງໂຮສຽງດັງທັງຫຼາຍນີ້ອອກໄປຈາກທີ່ນີ້ກ່ອນ.”
ສ່ວນບາງຄົນ ກໍແມ່ນພາກັນຍິ້ມຕ້ອນຮັບ ສິ່ງທີ່ຈະໄດ້ເຮັດໄດ້ທຳຕໍ່ໄປ.
ສ່ວນສະມາຊິກສະພາສູງ ທ່ານແພາທຣິກ ເລຮີ ສັງກັດພັກເດໂມແຄຣັດ ໃນຄະນະກຳ
ມະການຕຸລາການ ກໍເວົ້າວ່າ “ນີ້ເປັນຄືກັນກັບເລື້ອງ Alice In Wonderland.”
ສະມາຊິກສະພາສູງ ທ່ານ ຈອນ ຄໍຣ໌ນິນ ສັງກັດພັກຣີພັບບລີກັນ ໃນຄະນະກຳມະການ
ຕຸລາການ ກໍກ່າວວ່າ “ນີ້ແມ່ນການຮັບຟັງຄຳໃຫ້ການເພື່ອຮັບຮອງຄັ້ງທຳອິດ ສຳລັບ
ຜູ້ພິພາກສາສານສູງສຸດ ທີ່ຂ້າພະເຈົ້າ ໄດ້ພົບເຫັນມາ, ຊຶ່ງຕາມພື້ນຖານແລ້ວກໍແມ່ນ
ອີງຕາມກົດລະບຽບ ຂອງພວກອັນທະພານ.”
ທ່ານແຄຟວານໍ ເປັນຜູ້ທີສອງຂອງການສະເໜີຊື່ໃຫ້ເປັນຜູ້ພິພາກສາສານສູງສຸດ
ຂອງປະທານາທິບໍດີ ດໍໂນລ ທຣຳ. ການຢືນຢັນການຮັບຮອງເອົາເພິ່ນ ອາດຈະສາ
ມາດຮັດແໜ້ນສຽງສ່ວນຫຼາຍໃນການນິຍົມແນວທາງເດີມ ໃນສານສູງໃນຮອບ
ຫຼາຍໆທົດສະວັດຜ່ານມາ.
ພັກເດໂມແຄຣັດ ໄດ້ປະຕິຍານວ່າ ຈະຕໍ່ສູ້ກັບການສະເໜີຊື່ຂອງເພິ່ນ, ແຕ່ວ່າ
ໃນເມື່ອຂາດຄະແນນສຽງ ທີ່ຈະກີດກັນ ທ່ານຄາແວນໍ, ພວກເພິ່ນກໍພຽງແຕ່ຈະພະ
ຍາຍາມເຮັດໃຫ້ຊັກຊ້າ ການຮັບຮອງນີ້ ທັງໄດ້ກ່າວຫາ ທຳນຽບຂາວ ວ່າໄດ້ກັກຂໍ້ມູນ
ເອກກະສານທີ່ກ່ຽວຖານະວຽກງານການເປັນທະນາຍຄວາມ ໃຫ້ລັດຖະບານຂອງ
ອະດີດປະທານາທິບໍດີຈອດຈ໌ W. ບຸຊ ນັ້ນ.
ສະມາຊິກສະພາສູງ ທ່ານຣິເຈີຣ໌ດ ບລູເມນຕອລ ສັງກັດພັກເດໂມແຄຣັດ ໃນຄະນະ
ກຳມະການຕຸລາການ ກ່າວວ່າ “ລັດຖະບານຊຸດນີ້ ຢ້ານຫຍັງ ຈຶ່ງບໍ່ເອົາອອກມາໃຫ້
ຊາວອາເມຣິກັນເບິ່ງ? ແມ່ນຫຍັງລະ ທີ່ພວກເພິ່ນພະຍາຍາມທີ່ຈະປິດບັງ?”
ເຊີນຊົມ: ການຮັບຟັງຄວາມຄິດເຫັນຕ່າງໆໃນວ ໃນການຮັບຮອງເອົາທ່ານຄາແວນໍ
ສະມາຊິກສະພາສູງ ທ່ານແພທຣິກ ເລຮີ ກ່າວເພີ້ມຕື່ມວ່າ “ນີ້ແມ່ນອັນທີ່ບໍ່ຄົບຖ້ວນ
ທີ່ສຸດ, ເປັນການແບ່ງແຍກພັກຝ່າຍທີ່ສຸດ, ແມ່ນການກວດຂັນທີ່ບໍ່ໂປ່ງໄສ ສຳລັບ
ຜູ້ໃດກໍຕາມທີ່ຖືກສະເໜີຊື່ແຕ່ງຕັ້ງເປັນຜູ້ພິພາກສາສານສູງສຸດ ທີ່ຂ້າພະເຈົ້າເຄີຍ
ໄດ້ພົບເຫັນມາ.”
ພັກຣີພັບບລີກັນ ໄດ້ຕອບໂຕ້ກັບຄືນ.
ສະມາຊິກສະພາສູງ ທ່ານຊັກຄ໌ ກຣາຊລີ ປະທານຄະນະກຳມະການຕຸລາການ
ກ່າວວ່າ“ບັນດາສະມາຊິກສະພາສູງ ມີຂໍ້ມູນ ກ່ຽວກັບທ່ານຄາແວນໍ ຫຼາຍກວ່າ
ຜູ້ໃດໆ ທີ່ຖືກສະເໜີຊື່ການຮັບຮອງນີ້ ໃນປະຫວັດສາດຂອງສະພາສູງ.”
ສະມາຊິກສະພາສູງ ທ່ານແທດ ຄຣູສ ສັງກັດພັກຣີພັບບລີກັນ ໃນຄະນະກຳມະການ
ຕຸລາການ ກ່າວວ່າ “ຂ້າພະເຈົ້າເຊື່ອວ່າ ບໍ່ມີຫຍັງຫຼາຍໄປກວ່າ ຫຼື ໜ້ອຍໄປກວ່າ
ຄວາມພະຍາຍາມຈາກພວກສະມາຊິກພັກເດໂມແຄຣັດທີ່ຈະຮື້ຟື້ນຄືນມາ ບໍ່ຕ່າງຫຽັງກັນກັບເລື້ອງການເລືອກຕັ້ງປະທານາທິບໍດີ ປີ 2016 ດອກ.”
ທ່ານຄາແວນໍນັ່ງມິດງຽບຢູ່ ເປັນເວລາຫຼາຍຊົ່ວໂມງ ຈົນກວ່າວ່າ ຮອດເວລາຂອງ
ທ່ານທີ່ຈະເວົ້າອອກມາ.
ທ່ານແບຣັທ ຄາແວນໍ ຜູ້ທີ່ຖືກສະເໜີຊື່ແຕ່ງຕັ້ງໃຫ້ເປັນຜູ້ພິພາກສາສານສູງສຸດ
ສະຫະລັດ ກ່າວວ່າ “ປະລັດຊະຍາຂອງຂ້າພະເຈົ້າໃນລະບົບຕຸລາການ ກໍແມ່ນ
ຊື່ສັດທ່ຽງຕົງ. ຜູ້ພິພາກສາສານ ຕ້ອງເປັນຜູ້ທີ່ເປັນອິດສະລະ ແລະຕ້ອງເປັນຜູ້ຕີ
ຄວາມໝາຍຂອງກົດໝາຍ, ບໍ່ແມ່ນຜູ້ແຕ່ງກົດໝາຍ.”
ພັກເດໂມແຄຣັດ ພາກັນຢ້ານວ່າ ການຮວມຕົວກັນຂອງພັກທີ່ນິຍົມແນວທາງເດີມທີ່
ມີສຽງສ່ວນຫຼາຍ ໃນສານສູງສຸດສະຫະລັດ ຈະເປັນໄພຂົ່ມຂູ່ຕໍ່ສິດຂອງພວກແມ່ຍິງ
ແລະພວກເພດໃນຊົນກຸ່ມນ້ອຍ. ພວກເຂົາເຈົ້າຍັງເປັນຫ່ວງວ່າ ການຮັບຮອງເອົາ
ທ່ານຄາແວນໍ ຈະສາມາດເປີດໂອກາດໃຫ້ທ່ານທຣຳ ມີພາຄີສ່ວນຕົວ ຢູ່ໃນສານສູງ
ສຸດໃນເວລາທີ່ທ່ານຕ້ອງການຖ້າທ່ານຕົກເປັນຈຳເລີຍໃນການສືບສວນຂອງຄະນະ
ໄອຍະການພິເສດນັ້ນ. ພັກຣີພັບບລີກັນ ຕ້ານຄືນວ່າ ທ່ານຄາແວນໍ ແມ່ນວິເສດ
ແລະມີຄວາມຄິດໃນທາງຖືກຕ້ອງຕາມກົດໝາຍ ແລະວ່າ ຄຸນສົມບັດຂອງທ່ານ
ໃນລະບົບຕຸລາການ ແມ່ນມີມາກມາຍຫຼາຍກວ່າທີ່ຈະມີຄວາມສົງໄສໃດໆ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ເຊີນຊົມ: ຂັ້ນຕອນການຮັບຮອງເອົາຜູ້ພິພາກສາສານສູງສຸດສະຫະລັດ
Chaos, protests and partisan discord marked the first day of Senate confirmation hearings for President Donald Trump's Supreme Court nominee, conservative federal appellate judge Brett Kavanaugh. As VOA's Michael Bowman reports, minority Democrats repeatedly sought to postpone the proceedings, but majority Republicans were determined to plow ahead.
Tempers flared as senators spoke over each other.....and tried to speak over the shouts of protesters.
SEN. ORRIN HATCH, REPUBLICAN, JUDICIARY COMMITTEE
"Mr. Chairman, I think we ought to have this loudmouth removed."
Some marveled grimly about the task before them.
SEN. PATRICK LEAHY, DEMOCRAT, JUDICIARY COMMITTEE
"It's Alice In Wonderland."
SEN. JOHN CORNYN, REPUBLICAN, JUDICIARY COMMITTEE
"This is the first confirmation hearing for a Supreme Court justice I've seen, basically, according to mob rule."
Kavanaugh is President Trump's second Supreme Court pick. His confirmation could cement a conservative majority on the high court for decades. Democrats have vowed to fight his nomination, but lacking the votes to block Kavanaugh, they are trying to slow his confirmation and have accused the White House of withholding reams of documents related to Kavanaugh's tenure as a lawyer in the former George W. Bush administration.
SEN. RICHARD BLUMENTHAL, DEMOCRAT, JUDICIARY COMMITTEE
"What is the administration afraid of showing the American people? What is it trying to hide?"
SEN. PATRICK LEAHY, DEMOCRAT, JUDICIARY COMMITTEE))
"This is the most incomplete, most partisan, least transparent vetting for any Supreme Court nominee I have ever seen."
Republicans fired back.
SEN. CHUCK GRASSLEY, CHAIRMAN, JUDICIARY COMMITTEE
"Senators have more documents for Judge Kavanaugh than any nominee in Senate history."
SEN. TED CRUZ, REPUBLICAN, JUDICIARY COMMITTEE
"I believe this fight is nothing more and nothing less than an attempt by our Democratic colleagues to re-litigate the 2016 presidential election."
Kavanaugh sat silently for hours until his turn to speak.
BRETT KAVANAUGH, US SUPREME COURT NOMINEE SOT
"My judicial philosophy is straightforward. A judge must be independent and must interpret the law, not make the law."
Democrats fear a solidified conservative majority on the Supreme Court would threaten the rights of women and sexual minorities. They also worry Kavanaugh's confirmation would give Trump a personal ally on the high court at a time when he is the subject of a special counsel investigation. Republicans counter that Kavanaugh possesses an excellent and objective legal mind and that his judicial qualifications are beyond question.