ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີທ່າທາງວ່າ ສານສູງສຸດ ຈະເປັນບ່ອນຕັດສິນ ຂັ້ນສຸດທ້າຍ ກ່ຽວກັບຄະດີ ຫ້າມເດີນທາງ ຂອງ ປ. ທຣຳ


ຜູ້ປະທ້ວງຄົນນຶ່ງ ຖືປ້າຍປະທ້ວງ ຕໍ່ໜ້າສານອຸທອນເຂດ 9 ຂອງລັດຖະບານກາງ ສຫລ ທີ່ນະຄອນ San Francisco ລັດ
ແຄລີຟໍເນຍ. (7 ກຸມພາ 2017)
ຜູ້ປະທ້ວງຄົນນຶ່ງ ຖືປ້າຍປະທ້ວງ ຕໍ່ໜ້າສານອຸທອນເຂດ 9 ຂອງລັດຖະບານກາງ ສຫລ ທີ່ນະຄອນ San Francisco ລັດ ແຄລີຟໍເນຍ. (7 ກຸມພາ 2017)

ເປັນ​ທີ່​ຄາດ​ກັນ​ວ່າ ສານ​ອຸທອນ​ຂອງ​ລັດຖະບານ​ກາງ​ຈະ​ອອກ​ຄຳ​ຕັດສິນ ພາຍ​ໃນ​ສັບປະ ດານີ້ ກ່ຽວ​ກັບ ​ການ​ຮ້ອງ​ຂໍ​ໃຫ້​ລັດຖະບານ ​ຍຸຕິເປັນ​ການ​ຊົ່ວຄາວ ຕໍ່ຄຳ​ສັ່ງຫ້າມ​ເດີນທາງ ​ຂອງ​ປະທານາທິບໍດີ ​ດໍ​ໂນລ ທຣຳ.

ສານ​ຊັ້ນຕົ້ນຂອງ​ລັດຖະບານ​ກາງ ​ໄດ້ສັ່ງ​ໃຫ້​ງົດເປັນ​ການ​ຊົ່ວຄາວຕໍ່​ດຳລັດ​ທີ່​ອອກໃນສັບ ປະດາ​ແລ້ວນີ້ ​ໂດຍ​ກ່າວ​ວ່າ ລັດຖະບານ​ບໍ່​ສາມາດ​ທີ່​ຈະ​ປະຕິບັດ​ຄຳ​ສັ່ງ​ຫ້າມ ​ເປັນ​ເວລາ 90 ມື້ຕໍ່​ພວກ​ຜູ້​ຄົນ​ຈາກ 7 ປະ​ເທດ ທີ່​ສ່ວນ​ໃຫຍ່​ນັບຖື​ສາສະໜາ​ອິສລາມ​ຫຼືການ​ໂຈະ​ເປັນ​ເວລາ 120 ມື້ ​ໃນ​ການ​ຮັບ​ເອົາ​ພວກ​ອົພະຍົບ.

​ເວລາ​ນີ້ ຄະນະ​ຜູ້ພິພາກສາ 3 ທ່ານ​ ຈາກ​ສານອຸທອນ ​ເຂດ 9 ກຳລັງ​ພິຈາລະ​ນາ​ເບິ່ງ​ວ່າ ຈະ​ຕັດສິນ​ເຫັນ​ພ້ອມ​ ຍົກ​ເລີກຫຼືອາດ​ຈະ​ສົ່ງ​ຄະດີ​ນີ້​ໄປ​ຍັງ​ສານໃນລະດັບ​ທີ່​ຕ່ຳ​ລົງ​ມາເພື່ອ​ພິຈະ​ລະນາ. ບໍ່​ສຳຄັນ​ວ່າ ການ​ຕັດສິ​ນ​ໃນ​ສັບ​ປະດາ​ນີ້ ຈະ​ເປັນ​ຢ່າງ​ໃດ ຄະດີ​ນີ້ມີ​ທ່າ​ທາງ​ວ່າ ຈະ​ໄປ​ຍຸຕິ​ທີ່​ສານ​ສູງ​ສຸດ.

ພວກ​ຜູ້​ພິພາກສາ​ ໄດ້​ຮັບ​ຟັງ​ການ​ໂຕ້​ແຍ້​ງກັນ​ທາງ​ໂທລະສັບ ​ໃນ​ວັນ​ອັງຄານ​ວານນີ້ຈາກ​ ທະນາຍຄວາມ​ທີ່​ຕາງໜ້າ​ໃຫ້​ລັດ​ວໍ​ຊິງ​ຕັນ ​ແລະ​ມິນ​ເນ​ໂຊ​ຕ້າ ທີ່​ກ່າວ​ວ່າ ຄຳ​ສັ່ງ​ຫ້າມເດີນ ທາງ​ແມ່ນ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ລັດຖະທຳ​ມະນູນແລະ​ຄວນຈະ​ຖື​ວ່າ​ເປັນ​ໂມຄະ ​ແລະ​ຈາກ​ທະນາຍຄວາມ​ຂອງ​ກະຊວງ​ຍຸຕິ​ທຳ ທີ່​ກ່າວ​ວ່າ ປະທານາທິບໍດີ​ມີ​ອຳນາດ​ທີ່ຈະ​ອອກ ດຳລັດ​ຂອງ​ຝ່າຍ​ບໍລິຫານປະ​ເພດ​ນີ້​ແລະ​ຄຸ້ມຄອງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

​ໃນ​ລະຫວ່າງ ​ການ​ໂຕ້​ຖຽງ​ກັນນັ້ນ ທະນາຍຄວາມ​ ຂອງ​ກະຊວງ​ຍຸຕິ​ທຳ ທ່ານ August Flentje ​ໄດ້​ນຳ​ສະ​ເໜີຕໍ່​ບັນດາ​ຜູ້​ພິພາກສາ ໃນອັນ​ທີ່​ອາດ​ຈະ​ເປັນ​ທາງ​ເລືອກ ​ໃນ​ການ​ຕັດສິນ ​ເພື່ອ​ຮັກສາ​ການ​ຫ້າມ​ເອົາ​ໄວ້ ສຳລັບ​ພວກ​ທີ່​ຍັງ​ບໍ່​ທັນ​ເຂົ້າມາ​ໃນ​ສະຫະລັດ​ເທື່ອ ​ແຕ່​ຍົກ​ເວັ້ນ​ໃຫ້​ພວກ​ທີ່​ໄດ້​ເຂົ້າມາ​ໃນ​ປະ​ເທດ​ແລ້ວ.

ທ່ານ Roy Little ອາຈານ​ສອນ​ກົດໝາຍ ຢູ່​ທີ່​ມະຫາວິທະຍາ​ໄລ ແຄ​ລີ​ຟໍ​ເນຍ ໃນ​ເມືອງ Hastings ກ່າວ​ວ່າ ທ່ານ​ບໍ່​ຄິດ​ວ່າ​ ພວກ​ຜູ້​ພິພາກສາ ​ໄດ້​ຖືກ​ຊັກ​ຊວນ​ໂດຍການ​ໂຕ້​ແຍ້​ງ ທັງ​ໝົດ​ຂອງ​ຝ່າຍ​ລັດຖະບານ ແລະ​ບໍ່​ມີ​ທ່າ​ທາງ​ວ່າ​ ຈະ​ຍົກ​ເລີກ​ຂໍ້ຫ້າມ​ໃນ​ການ​ປະຕິບັດ​ ດຳ​ລັດ​ຂອງ​ທ່ານ​ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG