ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພໍ່ ແມ່ ຂອງນາງສຸນິສາ ລີ ມີຄວາມພູມໃຈ ຕໍ່ບ້ານເກີດເມືອງນອນຂອງຕົນ ກໍຄືລາວ


ນາງ Sunisa Lee, ຈາກສະຫລັດຖ່າຍຮູບຫລັງຈາກໄດ້ຮັບຫລຽນຄໍາໃນກິລາກາຍະກໍາຢູ່ການແຂ່ງກັນ ກິລາໂອລິມປິກ ປີ 2020 ໃນວັນທີ 29 ກໍລະກົດ, 2021 ໃນນະຄອນຫລວງໂຕກຽວຂອງຍີ່ປຸ່ນ
ນາງ Sunisa Lee, ຈາກສະຫລັດຖ່າຍຮູບຫລັງຈາກໄດ້ຮັບຫລຽນຄໍາໃນກິລາກາຍະກໍາຢູ່ການແຂ່ງກັນ ກິລາໂອລິມປິກ ປີ 2020 ໃນວັນທີ 29 ກໍລະກົດ, 2021 ໃນນະຄອນຫລວງໂຕກຽວຂອງຍີ່ປຸ່ນ

ຄອບຄົວຂອງນາງສຸລິສາ ນັກລິກາໂອລິມປິກອາເມຣິກັນເຊື້ອສາຍມົ້ງ ທີ່ພໍ່ແມ່ມາຈາກລາວ ຍັງເປັນຫົວຂໍ້ຂ່າວໂດ່ງດັງ ໃນສະຫະລັດ ຢູ່ໃນເວລານີ້. ພໍ່ຂອງນາງ ແມ່ນມີຄວາມພູມໃຈ ຕໍ່ບ້ານເກີດເມືອງນອນຂອງຕົນກໍຄືລາວນັ້ນຫລາຍ ເຖິງແມ່ນວ່າ ຈະອອກຈາກບ້ານເກີດເມືອງນອນ ແຕ່ຕອນອາຍຸໄດ້ພຽງ 5 ປີ ແລະກໍເຕີບໃຫຍ່ຢູ່ໃນສະຫະລັດກໍຕາມ. ໃນການໃຫ້ສໍາພາດ ໃນວັນສຸກຜ່ານ ມານີ້ ທ່ານຈອນ ລີ້ ທີ່ມີຊື່ມົ້ງວ່າ ຮົວ ລີ້ ໄດ້ເປີດເຜີຍກັບວີໂອເອວ່າ:

“ຂ້ອຍຢາກບອກໃຫ້ໂລກຮູ້ຢ່າງຈະແຈ້ງວ່າ ຂ້ອຍ ແລະເມຍຂ້ອຍ, ພວກເຮົາ ເກີດຢູ່ລາວ. ພວກເຮົາເດີນທາງໄປໄທ, ອາໄສຢູ່ຫັ້ນໃນສູນອົບພະຍົບ ແລ້ວ ພວກເຮົາຈຶ່ງມາສະຫະລັດ, ສຸນິສາ ເກີດຢູ່ສະຫະລັດ.”

ສະນັ້ນ ທ່ານພ້ອມດ້ວຍພັນລະຍາຂອງທ່ານຕັ້ງໃຈໄວ້ວ່າຈະພາລູກທັງ 6 ຄົນ ໄປຢ້ຽມຢາມລາວໃນລະດູຮ້ອນປີກາຍນີ້ ພາຍຫລັງທີ່ສຸນິສາ ສິ້ນສຸດການແຂ່ງ ຂັນກິລາໂອລິມປິກ 2020 ຢູ່ຍີ່ປຸ່ນ ແຕ່ກໍຕ້ອງຍົກເລີກແຜນການ ແລະປີ້ເຮືອ ບິນທັງໝົດເນື່ອງຈາກການແຂ່ງຂັນກິລາດັ່ງກ່າວ ຖືກເລື່ອນມາໃສ່ປີນີ້ ຊຶ່ງມາ ຮອດຕອນນີ້ ຢູ່ລາວ ແລະໄທ ກໍມີການປິດປະເທດແລ້ວ ຍ້ອນການລະບາດ ຂອງພະຍາດໂຄວິດ-19 ທີ່ເພີ້ມຂຶ້ນ ຢ່າງວ່ອງໄວ. ແຕ່ຢ່າງໃດກໍຕາມ ທ່ານ ແລະພັນລະຍາກໍຍັງມີຄວາມມຸ້ງຫວັງທີ່ຈະພາລູກໆ ກັບໄປເບິ່ງກົດເຫງົ້າຂອງ ຕົນວ່າ ມາຈາກໃສ ດັ່ງທີ່ນາງແຢງ ທາວບອກກັບວີໂອເອວ່າ:

“ແນ່ນອນມື້ນຶ່ງພວກເຮົາຢາກຈະເອົາເຂົາໝົດທຸກຄົນໄປເບິ່ງ, ພວກເຮົາຢາກໃຫ້ ເຂົາໄປເຫັນກົກເຫງົ້າ ບ່ອນທີ່ພວກເຮົາມາ ເພາະວ່າຍັງມີຄົນມົ້ງຫລາຍ ຄົນທີ່ ອາໄສຢູ່ລາວ ແລະໄທ ສະນັ້ນພວກເຮົາຢາກໃຫ້ພວກເຂົາໄປເຫັນວ່າ ເຮົາມາ ຈາກ ໍໃສ ແລະພວກເຮົາດໍາລົງຊີວິດແບບໃດຢູ່ຫັ້ນ.”

ທ່ານຮົວ ລີ້ ບອກອີກວ່າ ທ່ານມັກໄປລາວຫລາຍ ເພາະວ່າຢູ່ລາວ ມີທີວທັດ ອັນສວຍງາມ ແລະທ່ານກໍຮັກປະເທດນັ້ນ. ຜ່ານມາຕອນທີ່ທ່ານຍັງບໍ່ທັນເປັນ ອໍາມະພາດ ນັບແຕ່ໜ້າເອິກ ລົງໄປນັ້ນ ກໍຄືກ່ອນປີ 2019 ທ່ານໄດ້ໄປຢ້ຽມ ຢາມລາວ 3 ເທື່ອແລ້ວ ຄືໃນປີ 2003, 2007 ແລະ 2018 ທ່ານໄປຢາມ ບ້ານຫລັກ 52 ທີ່ເປັນບ້ານທ່ານເປັນອົບພະຍົບ ໄປອາໄສຢູ່ຕອນອາຍຸໄດ້ປະ ມານ 3 ປີ, ໄປຊຽງຂວາງ ແລະແຫ່ງອື່ນໆອີກ.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ເປັນພາສາອັງກິດຢູ່ລຸ່ມນີ້:

John Lee, father of a Hmong-American Olympic Sunisa Lee told VOA that “I want to make clear to the world that we and my wife, we were born in Laos, we traveled to Thailand, lived there in the refugees camp then we moved to the U.S, Sunisa was born in the U.S.” Before he was half-body paralyzed, Lee visited Laos three times, and him and his wife hope to bring all of their six children to visit his country of birth. “Definitely, one day we will take all of them, we want them to see our root, where we came from and you know there are still Hmong people live in Laos and Thailand…”


XS
SM
MD
LG