ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຸນິສາທີ່ສ້າງຊື່ສຽງໃຫ້ສະຫະລັດ ແລະປະຊາຄົມມົ້ງ ແລະລາວນັ້ນ ຈະຖືກຕ້ອນຮັບຢ່າງສົມກຽດ ເວລາກັບມາເຖິງບ້ານ


ສຸນິສາ ລີ, ຍິງສາວມົ້ງ-ອາເມຣິກັນຫລັງຈາກໄດ້ຮັບຫລຽນຄໍາ ໃນການແຂ່ງຂັນກິລາກາຍະກໍາ ຫລື Gymnastics ໃນວັນທີ 29 ກໍລະກົດ, 2021 ແລ້ວກໍໄດ້ຮັບຫລຽນທອງແດງເພີ້ມອີກໃນການແຂ່ງັຂນຕີລັງກາດ່ຽວຢູ່ເທິງພື້ນໃນວັນອາທິດຜ່ານມາ
ສຸນິສາ ລີ, ຍິງສາວມົ້ງ-ອາເມຣິກັນຫລັງຈາກໄດ້ຮັບຫລຽນຄໍາ ໃນການແຂ່ງຂັນກິລາກາຍະກໍາ ຫລື Gymnastics ໃນວັນທີ 29 ກໍລະກົດ, 2021 ແລ້ວກໍໄດ້ຮັບຫລຽນທອງແດງເພີ້ມອີກໃນການແຂ່ງັຂນຕີລັງກາດ່ຽວຢູ່ເທິງພື້ນໃນວັນອາທິດຜ່ານມາ

ຫລາຍຄົນຄົງຍັງຕິດຕາມຂ່າວຄາວຂອງສຸນິສາ ລີ, ຍິງສາວມົ້ງ-ອາເມຣິກັນ ທີ່ພໍ່ ແລະແມ່ອົບພະຍົບຈາກລາວໄປຢູ່ລັດເມນີໂຊຕາຢູ່ເນາະ. ພາຍຫລັງນາງໄດ້ຮັບຫລຽນຄໍາ, ຫລຽນເງິນ ແລະຫລຽນທອງແດງໃນການແຂ່ງຂັນກິລາກາຍະກໍາ ຫລື Gymnastics ແລ້ວ ເວລານາງກັບມາບ້ານນາງຈະ ໄດ້ຖືກຕ້ອນຮັບຢ່າງສົມກຽດ.

ເວລາທີ່ນາງນໍາເອົາຫລຽນຄໍາ ແລະຫລຽນຕ່າງໆກັບມາບ້ານທາງການ ແລະປະຊາຄົມໃນລັດເມນິໂຊຕາກໍຈະພາກັນຈັດຂະບວນແຫ່ນາງ ນັບແຕ່ເວລານາງລົງເຮືອບິນມາຈົນຮອດໃຈກາງເມືອງ ຊຶ່ງອາດຈະແມ່ນວັນສຸກຈະມາເຖິງນີ້, ດັ່ງທີ່ທ່ານນາງ ແຢງ ທາວ, ແມ່ຂອງນາງກ່າວຕໍ່ວີໂອເອວ່າ: “Community is proud of her, state and everybody and so they will be hosting a parade for her. I just don't know when she come back.”

“ປະຊາຄົມແມ່ນພູມໃຈກັບນາງຫລາຍ, ທັງລັດ ແລະທຸກຄົນແມ່ນພູມໃຈ ສະນັ້ນ ພວກເຂົາເຈົ້າຈະຈັດຂະບວນແຫ່ນາງກັບບ້ານ. ຂ້ອຍຍັງແຕ່ບໍ່ຮູ້ວ່າມື້ໃດລາວ ຈະກັບມາແທ້.”

ການຄວ້າເອົາຫລຽ ຄໍາໃນການແຂ່ງຂັນດ່ຽວທຸກທ່າ, ຫລຽນເງິນໃນການແຂ່ງຂັນ ແບບເປັນທີມ ແລະຫລຽນທອງແດງໃນການແຂ່ງຂັນດ່ຽວທ່າຕີລັງກາ ແລະເຕັ້ນຢູ່ເທິງພື້ນໃນວັນອາທິດຜ່ານມາໄດ້ເຮັດໃຫ້ຊື່ສຽງນາງ ແລະສະຫະລັດດັ່ງກ້ອງໄປທົ່ວໂລກ. ເພື່ອເປັນກຽດອັນສູງສົ່ງໃຫ້ແກ່ນາງ ທາງເຈົ້າຄອງນະຄອນເຊັນ ພອລ, ແລະຜູ້ປົກຄອງລັດເມນິໂຊຕາໄດ້ກໍານົດເອົາວັນສຸກ, ວັນທີ 30, 2021 ເປັນວັນສຸນິສາ ລີ ຫລັງຈາກນາງຄວ້າເອົາຫລຽນຄໍາ ໃນການແຂ່ງຂັນໃນວັນທີ 29 ກໍລະກົດ, ນຶ່ງມື້ກ່ອນໜ້ານັ້ນ ມາໃຫ້ຄົນອາເມຣິກັນທົ່ວປະເທດ.

ສຸນິສາເປັນລູກຜູ້ທີ 3 ມີອ້າຍຜູ້ນຶ່ງ ແລະເອື້ອຍຜູ້ນຶ່ງທີ່ເກີດນໍາແຕ່ຕ່າງມານດາກັບນາງ ແລະນ້ອງ 3 ຄົນ. ນາງເປັນຄົນທີ່ອ່ອນນ້ອມຖ່ອມຕົນ, ບໍ່ຄ່ອຍມັກເວົ້າມັກປາກຫລາຍ ແຕ່ມັກຫລິ້ນກິລາຫລາຍກວ່າໝູ່ ໂດຍຫລິ້ນແບບເປັນມືອາຊີບເລີຍ.

XS
SM
MD
LG