ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼາຍຄົນ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ ທີ່ໂຮງຮຽນ ຝຶກຕຳຫຼວດ ໂຊມາເລຍ


ພວກຕຳຫຼວດພາກັນເດີນສວນສະໜາມ ໃນພິທີ ທີ່ນະຄອນຫຼວງ ໂມກາດີສຊູ, 20 ທັນວາ 2008.
ພວກຕຳຫຼວດພາກັນເດີນສວນສະໜາມ ໃນພິທີ ທີ່ນະຄອນຫຼວງ ໂມກາດີສຊູ, 20 ທັນວາ 2008.

ມີຫຼາຍຄົນ ໄດ້ເສຍຊີວິດ ຫຼັງຈາກທີ່ຜູ້ໂຈມຕີສະຫຼະຊີບ ໄດ້ບີບຄະນວນລະເບີດໃຫ້
ແຕກຂຶ້ນ ທີ່ສູນຝຶກຕຳຫຼວດ ໃນນະຄອນຫຼວງໂມກາດີສຊູ ປະເທດໂຊມາເລຍ ໃນ
ວັນພະຫັດມື້ນີ້.

ການໂຈມຕີ ໄດ້ມີຂຶ້ນ ໃນຂະນະທີ່ຕຳຫຼວດ ໄດ້ຝຶກຊ້ອມການເດີນສວນສະໜາມ ທີ່ໂຮງ
ຮຽນຝຶກແອບຕຳຫຼວດ ນາຍພົນກາຮີຢີ. ເຈົ້າໜ້າທີ່ກ່າວວ່າ ຜູ້ໂຈມຕີໄດ້ເຂົ້າໄປໃນ
ສະຖານ ທີ່ດັ່ງກ່າວ ໂດຍທີ່ໄດ້ປອມຕົວເປັນຕຳຫຼວດ
.

ອົງການຂ່າວຣອຍເຕີ້ ກ່າວວ່າ ມີ 13 ຄົນ ໄດ້ເສຍຊີວິດ ໃນການໂຈມຕີສະຫຼະຊີບຄັ້ງນີ້ ແຕ່ເຈົ້າໜ້າທີ່ ຍັງບໍ່ທັນໄດ້ລະບຸເຖິງຈຳນວນທີ່ແນ່ນອນຂອງພວກທີ່ບາດເຈັບລົ້ມຕາຍ
ເທື່ອ. ອົງການຂ່າວຣອຍເຕີ້ກ່າວວ່າ ກຸ່ມຫົວຮຸນແຮງອິສລາມ ອາລ-ຊາບາບ ໄດ້ອອກ
ມາອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີ ໃນວັນພະຫັດຄັ້ງນີ້
.

ກຸ່ມອາລ-ຊາບາບ ຄວບຄຸມນະຄອນຫຼວງໂມກາດິສຊູ ມາຈົນຮອດປີ 2011 ເວລາກຸ່ມ
ດັ່ງ
ກ່າວຖືກຂັບໄລ່ອອກໄປ ໂດຍກຳລັງຮັກສາສັນຕິພາບອາຟຣິກາ ແລະກຳລັງ
ໂຊມາເ
ລຍ. ກຸ່ມອາລ-ຊາບາບ ໄດ້ມີການເຄື່ອນໄຫວຢູ່ໃນໂຊມາເລຍ ໂດຍພະຍາ
ຍາມທີ່ຈະໂຄ່ນລົ້ມລັດ
ຖະບານ ແລະສ້າງຕັ້ງການປົກຄອງແບບອິສລາມທີ່ເຄັ່ງຄັດ. ກຸ່ມດັ່ງກ່າວໄດ້ນຳໃຊ້ການໂຈມຕີດ້ວຍລະເບີດ ຕໍ່ເປົ້າໝາຍຂອງລັດຖະບານກອງທັບ ແລະພົນລະເຮືອນ.


Several people are dead after a suicide bomber blew himself up inside the main police training facility in Somalia's capital, Mogadishu, Thursday.

The attack happened as police were rehearsing a parade at General Kahiye Police Academy. Officials say the attacker entered the facility disguised as a policeman.

Reuters news agency says 13 people were killed in the bombing, but officials have yet to give an exact number of casualties. It says the militant Islamist group al-Shabab has claimed responsibility for Thursday's attack.

Al-Shabab controlled Mogadishu until 2011, when it was driven out by African Union peacekeepers and Somali security forces. The group has been active in Somalia trying to overthrow the government and install a strict form of Islam. It has deployed bomb attacks against government, military and civilian targets.

XS
SM
MD
LG