ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ໂຈມຕີເປົ້າໝາຍຕ່າງໆ ທີ່ສົງໄສວ່າ ເປັນກຸ່ມຫົວຮຸນແຮງຊາວເຄີດ ໃນພາກເໜືອຂອງອີຣັກ ພາຍຫຼັງການໂຈມຕີສະຫຼະຊີບ ໃນອັງກາຣາ


ກອງກຳລັງຮັກສາຄວາມປອດໄພຂອງເທີກີ ໄດ້ປິດລ້ອມພື້ນທີ່ ຫຼັງຈາກລະເບີດແຕກຂຶ້ນ ໃນນະຄອນຫຼວງອັງກາຣາ ຂອງເທີກີ, ວັນທີ 1 ຕຸລາ 2023.
ກອງກຳລັງຮັກສາຄວາມປອດໄພຂອງເທີກີ ໄດ້ປິດລ້ອມພື້ນທີ່ ຫຼັງຈາກລະເບີດແຕກຂຶ້ນ ໃນນະຄອນຫຼວງອັງກາຣາ ຂອງເທີກີ, ວັນທີ 1 ຕຸລາ 2023.

ກະຊວງປ້ອງກັນປະເທດຂອງເທີກີ ກ່າວວ່າ ເຮືອບິນລົບຂອງຕົນຫຼາຍລຳ ໄດ້ດຳເນີນການບິນໂຈມຕີເປົ້າໝາຍຕ່າງໆຂອງພວກຜູ້ຕ້ອງສົງໄສທີ່ເປັນກະບົດຊາວເຄີດ ຢູ່ໃນພາກເໜືອຂອງອີຣັກ ພາຍຫຼັງຈາກມີການໂຈມຕີສະຫຼະຊີບຕໍ່ຕຶກລັດຖະບານ ໃນນະຄອນຫຼວງຂອງເທີກີ ອີງຕາມອົງການຂ່າວເອພີ.

ຖະແຫລງການສະບັບນຶ່ງຂອງກະຊວງນັ້ນ ໄດ້ກ່າວວ່າ ເມື່ອວັນອາທິດວານນີ້ ປະມານຊາວເປົ້າໝາຍ ຂອງພັກກຳມະກອນເຄີດິສຖານ ຫຼື PKK ໄດ້ຖືກ “ທຳລາຍ” ໃນປະຕິບັດການທາງອາກາດ ທີີ່ລວມມີ ຖໍ້າ ບ່ອນລີ້ໄພ ແລະ ຄັງອາວຸດຕ່າງໆ.

ກ່ອນໜ້ານີ້ ຜູ້ສະຫຼະຊີບຄົນນຶ່ງ ໄດ້ບີບຂະນວນລະເບີດໃຫ້​ແຕກ​ຂຶ້ນຢູ່ໃກ້ທາງເຂົ້າຂອງກະຊວງພາຍໃນ ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດສອງຄົນບາດເຈັບ. ຜູ້ຮ້າຍຄົນທີສອງ ໄດ້ຖືກສັງຫານໃນການຍິງຕອບໂຕ້ ກັບເຈົ້າໜ້າທີ່ຕຳຫຼວດ ໃນວັນອາທິດວານນີ້ ອີງຕາມການກ່າວຂອງກະຊວງພາຍໃນ.

ອົງການຂ່າວທີ່ໃກ້ຊິດກັບກຸ່ມ PKK ໄດ້ກ່າວວ່າ ກຸ່ມນີ້ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີສະຫຼະຊີບດັ່ງກ່າວນັ້ນ.

The Turkish defense ministry says its warplanes have carried out raids on suspected Kurdish rebel targets in northern Iraq on Sunday following a suicide attack on a government building in the Turkish capital.

A ministry statement said some 20 targets of the Kurdistan Workers' Party, or PKK, were "destroyed" in the aerial operation, including caves, shelters and depots.

Earlier, a suicide bomber detonated an explosive device near an entrance of the Ministry of Interior Affairs. A second assailant was killed in a shootout with police Sunday, the interior minister said.

ANF News, a news agency close to the PKK, said the group has claimed responsibility for the suicide bombing.

Watch related video by Arash Arabasadi:

Suicide Bomber Strikes in Turkish Capital
please wait

No media source currently available

0:00 0:01:37 0:00

XS
SM
MD
LG