ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານໂລກແນະນໍາໃຫ້ລັດຖະບານ ຂຶ້ນອາກອນສໍາລັບເຫລົ້າ ແລະຢາສູບ ໃຫ້ເປັນມາດຕະການແກ້ໄຂບັນຫາການເງິນສ່ວນນຶ່ງຂອງລາວ


ແກ້ວ​ເຫຼົ້າ​ວາງ​ສະ​ແດງ​ຢູ່​ໃນ​ຕູ້.
ແກ້ວ​ເຫຼົ້າ​ວາງ​ສະ​ແດງ​ຢູ່​ໃນ​ຕູ້.

ເພື່ອແກ້ໄຂບັນຫາທາງການເງິນທີ່ໜັກໜ່ວງໃນຫຼາຍປີຜ່ານມານີ້ ທະ ນາຄານໂລກແນະນໍາໃຫ້ລັດຖະບານລາວຂຶ້ນອັດຕາອາກອນຊົມໃຊ້ສໍາລັບເຫລົ້າ ແລະຢາສູບ ພ້ອມທັງຂຶ້ນອາກອນມູນຄ່າເພີ້ມເປັນ 10 ເປີເຊັນ ຊຶ່ງບົວສະຫວັນ ມີລາຍລະອຽດດ້ານນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສປປ ລາວ ກໍາລັງປະເຊີນກັບບັນຫາດ້ານເສດຖະກິດຢ່າງໜັກແບບບໍ່ເຄີຍມີມາກ່ອນ ທັງນີ້ກໍເພາະວ່າ ການເກັບລາຍຮັັບຂອງລັດຖະບານຕໍ່າຫຼາຍເມື່ອທຽບໃສ່ ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂະນະທີ່ມີໜີ້ສິນສະສົມເພີ້ມຂຶ້ນມາແຕ່ປີ 2014, ອີງຕາມທ່ານເພໂດຣ ມາຕິນສ໌, ນັກເສດຖະສາດອະວຸໂສໃນ

ຫ້ອງການທະນາຄານໂລກປະຈໍາລາວທີ່ໃຫ້ຄໍາເຫັນຕໍ່ກອງປະຊຸມທີ່ມີຜູ້ຕາງລັດ ຖະບານລາວ, ອົງການສາກົນ ແລະອົງການອື່ນໆເຂົ້າຮ່ວມຢູ່ໂຮງແຮມລາວ ພລາຊາ ແລະທາງອອນລາຍໃນເດືອນທັນວາ 2023 ຜ່ານມາວ່າ:

“ສິ່ງທີ່ເຫັນໄດ້ຊັດເຈນແມ່ນວ່າ ລາຍຮັບທັງຫມົດບໍ່ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ປີ 2014. ສິ່ງນີ້ ແມ່ນໜ້າເປັນຫ່ວງຫຼາຍ ເພາະວ່າໂດຍທີ່ມີເສດຖະກິດ ແລະກິດຈະກໍາທາງເສດຖະກິດຂະຫຍາຍຕົວຂຶ້ນ, ພວກເຮົາຄາດວ່າ ການເກັບອາກອນຈະຖືກປັບປຸງເພື່ອໃຫ້ດີຂຶ້ນຢ່າງແທ້ຈິງ. ສະນັ້ນ, ນີ້ແມ່ນຫຼັກຖານຂອງການປະຕິບັດ ງານດ້ານການເກັບລາຍຮັບທີ່ບໍ່ດີ ຊຶ່ງມັນເຫັນໄດ້ຢ່າງຊັດເຈນຫຼາຍ ເມື່ອພວກເຮົາເບິ່ງອັດຕາສ່ວນຂອງມັນຕໍ່ GDP. ລາຍຮັບໄດ້ຫຼຸດລົງຈາກປະມານ 22 ເປີເຊັນ ຂອງ GDP ໃນປີ 2014 ມາເປັນ 15 ເປີເຊັນ ໃນປີ 2022. ນີ້ແມ່ນການຫຼຸດລົງ 7 ເປີເຊັນ. ມັນຫຼຸດລົງຫຼາຍອີ່ຫລີ. ແນວໂນ້ມນີ້ ແມ່ນເປັນສິ່ງທີ່ບໍ່ຄາດຄິດໄວ້ເລີຍ ເພາະວ່າ ໃນເວລາທີ່ພວກເຮົາເຮັດເກນມາດຕະຖານພວກເຮົາເຫັນວ່າ ເມື່ອປະ ເທດໃດພັດທະນາຂຶ້ນ ເຂົາເຈົ້າມີແນວໂນ້ມທີ່ຈະເກັບລາຍຮັບໄດ້ເພີ່ມຂຶ້ນໃນ ສັດສ່ວນຂອງ GDP. ລະບົບພາສີ ແລະອາກອນຂອງເຂົາເຈົ້າຖືກປັບປຸງໃຫ້ດີ ຂຶ້ນ, ມີການຮົ່ວໄຫລໜ້ອຍລົງ, ມີການເກັບແບບເປັນທາງການຫຼາຍຂຶ້ນ, ນະໂຍ ບາຍກໍດີກວ່າເກົ່າ. ສ່ວນຫຼາຍແລ້ວປະເທດອື່ນ ເມື່ອເຂົາພັດທະນາຂຶ້ນເຂົາເຈົ້າກໍມີສັດສ່ວນຂອງການເກັບລາຍຮັບຢູ່ໃນ GDP ເພີ້ມຂຶ້ນ. ແນວໂນ້ມນີ້ ແມ່ນໜ້າເປັນຫ່ວງ ແລະໃນປີ 2022 ປະເທດລາວ ແມ່ນໄດ້ອັນດັບທີ 23 ຂອງ ໂລກເມື່ອ ເວົ້າເຖິງເລື້ອງສັດສ່ວນທີ່ວ່ານີ້ຕໍ່າທີ່ສຸດ. ໝາຍຄວາມວ່າໃນ​ເກືອບ 200 ປະ​ເທດ, ລາວໄດ້​ອັນ​ດັບ​ທີ 23 ໃນ​ດ້ານ​ອັດ​ຕາ​ສ່ວນຂອງການເກັບລາຍຮັບຕໍ່ GDP ຕ່ຳ​ທີ່ສຸດ.​”

ສະນັ້ນ ທ່ານນາງແມຣຽມ ເຊີແມນ (Mariam Sherman), ຫົວໜ້າທະນາຄານ ໂລກປະຈໍາມຽນມາ, ກໍາປູເຈຍ ແລະລາວ ໃຫ້ຄໍາແນະນໍາຂະນະທີ່ພິທີເປີີດກອງ ປະຊຸມທີ່ກ່າວມາຂ້າງເທິງນັ້ັ້ນວ່າ:

“ການເຮັດໃຫ້​ເສດ​ຖະ​ກິດມີສະຖຽນລະພາບ ​ແລະ​ສະ​ຫນັບ​ສະ​ຫນູນ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດແມ່ນມີຄວາມຈໍາ​ເປັນ​ຫຼາຍ​. ອັດຕາພາສີ ແລະອາກອນ ສໍາລັບບາງຢ່າງຕ້ອງໄດ້ປັບຂຶ້ນເນື່ອງຈາກວ່າມັນຕໍ່າຫຼາຍເມື່ອທຽບໃສ່ມາດຕະ ຖານສາກົນ ແລະບໍ່ສາມາດສ້າງລາຍຮັບພຽງພໍ ເພື່ອໃຫ້ [ລັດຖະບານ] ລົງທຶນໃສ່ສິ່ງທີ່ສໍາຄັນໄດ້. ອາກອນບາງຢ່າງເຊັ່ນ: ອາກອນນໍາໃຊ້ສໍາລັບຢາສູບ ແລະເຫຼົ້າຄວນຖືກປັບໂຄງສ້າງຄືນໃຫມ່.”

ພ້ອມກັນນັ້ນທ່ານເພໂດຣ ຍັງແນະນໍາໃຫ້ລັດຖະບານຂຶ້ນອັດຕາອາກອນມູນຄ່າ ເພີ້ມ ຫລື VAT ຄືນອີກ ຊຶ່ງທ່ານເວົ້າວ່າ:

“ມາດຕະການທີ່ຜ່ານມາ, ລວມທັງການຕັດ VAT ແລະອາກອນຊົມໃຊ້ຂອງນໍ້າມັນເຊື້ອໄຟ, ໄດ້ເຮັດໃຫ້ລາຍຮັບຫລຸດລົງຕື່ມອີກ. ໃນຂະນະດຽວກັນມັນກໍບໍ່ຊ່ວຍຜູ້ບໍລິໂພກລວມທັງຄອບຄົວທີ່ມີຄວາມທຸກຈົນທີ່ສຸດໄດ້ຫຼາຍປານໃດ. ຕົວຢ່າງເຊັ່ນ, ອັດຕາ VAT ໄດ້ຫຼຸດລົງຈາກ 10 ມາເປັນ 7 ເປີເຊັນນັ້ນ ມັນເຮັດໃຫ້ສູນເສຍລາຍຮັບຈາກອາກອນມູນຄ່າເພີ່ມຢູ່ 30 ເປີເຊັນໃນທັນທີໂລດ, ເຊິ່ງເປັນນຶ່ງໃນແຫລ່ງລາຍຮັບຕົ້ນຕໍຂອງລັດຖະບານ. ຂະນະດຽວກັນ, ພວກເຮົາເຫັນວ່າດັດຊະນີລາຄາສິນຄ້າບໍລິໂພກບໍ່ໄດ້ປ່ຽນແປງໄປຕາມທ່າອ່ຽງຂອງມັນເລີຍ, ສະນັ້ນ ໝາຍຄວາມ ວ່າ ບໍລິສັດບໍ່ໄດ້ສົ່ງຍື່ນເງິນທີ່ປະຢັດໄດ້ຈາກການຕັດ VAT ໄປໃຫ້ຜູ້ບໍລິໂພກເລີຍ.”

ທ່ານກ່າວອີກວ່າ ແມ່ນແຕ່ 10 ເປີເຊັນນີ້ ມັນກໍຍັງແມ່ນນຶ່ງໃນອັດຕາ VAT ທີ່ຕໍ່າທີ່ສຸດໃນຂົງເຂດ ແລະໃນໂລກ.”
ແຕ່ ດຣ. ມານະ ສຸດທິຈັກ, ນັກເສດຖະສາດລາວ-ອາເມຣິກັນ, ທີ່ປຶກສາຂອງ ທະ ນາຄານພັດທະນາເອເຊຍປະຈໍາຢູ່ລາວກັັບໃຫ້ຄໍາເຫັນວ່າ:

“ອັດຕາອາກອນໜີ້ຫຼຸດລົງ ມັນຖືກແລ້ວ ດີແລ້ວ ເພາະວ່າ VAT ບໍ່ແມ່ນແຕ່ວ່າ ໃຊ້ຢູ່ຮ້ານຂາຍ ມັນເປັນ Sale Tax. ຫລຸດລົງໜີ້ ມັນຈະຊ່ວຍເຮັດໃຫ້ບໍລິສັດທີ່ ຜະລິດໃນລາວໜີ້ນະສາມາດເລື້ອງ competitiveness (ຄວາມສາ ມາດແຂ່ງ ຂັນ) ຫັ້ນມັນຈະສູງຂຶ້ນ. ໃນໄລຍະສັ້ນໜີ້ ອາດຈະບໍ່ເຫັນ, ຫຼຸດລົງປີດຽວແລ້ວ ເຂົາອາດຈະບໍ່ຫຼຸດໃນປີດຽວ ທະນາຄານໂລກໄປເບິ່ງ Price index ແລ້ວບໍ່ເຫັນ ແຕ່ບໍ່ໄດ້ໝາຍຄງາມວ່າມັນບໍ່ຄວນ. ລາຍໄດ້ຂອງລັດຖະບານລາວຫຼຸດລົງແທ້ ຈາກ 10 ເປີເຊັນ ຫາ 7 ເປີເຊັນໜີ້ ເສຍລາຍໄດ້ປະມານ 120 ກວ່າ ລ້ານ [ໂດລາ] ພຸ້ນຫລະທຽບໃສ່ອັດຕາແລກປ່ຽນໃນປັດຈຸບັນໜີ້ເນາະ ໃນປີ 2022 ໄດ໋. ບັດນີ້ ຂ້ອຍເບິ່ງ, ຂ້ອຍຄໍານວນຂໍ້ມູນຈາກທະນາຄານກາງລາຍງານ ຊຶ່ງກະເປັນຂໍ້ມູນ ຈາກກະຊວງການເງິນໜີ້ຫລະ.”

ສະນັ້ນທ່ານກ່າວວ່າ ລັດຖະບານລາວຄວນຈະໃຊ້ມາດຕະການອື່ນເພື່ອເພີ້ມການ ເກັບລາຍຮັບໃຫ້ໄດ້ຫຼາຍຂຶ້ນ ໃນນັ້ນລວມທັງການເກັບອາກອນຊົມໃຊ້ ສໍາລັບ ເຄື່ອງດື່ມທີ່ມີທາດເຫຼົ້າແລະຢາສູບ ແລະທ່ານມາຕິນສ໌ກໍເວົ້າວ່າ ການເຮັດເຊັ່ນນັ້ນ ຈະ ເຮັດໃຫ້ມີຜົນດີຕໍ່ສຸຂະພາບແລະ ສິ່ງແວດລ້ອມອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG