ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຮັກສາຄວາມສະ​ຫງົບ​ຊູດານຈັບ ກຸມ ນັກເຄື່ອນໄຫວເພື່ອປະຊາທິປະໄຕ ທີ່​​ນໍາພາ​ການ​ປະ​ທ້ວງ 3 ຄົນ


ພວກ​ຊາວ​ໜຸ່ມ​ຊູ​ດານ​ພາ​ກັນ​ໄປ​ປະ​ທ້ວງ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ຂະ​ນະ​ທີ່ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຍິງ​ແກ​ສ​ນ້ຳ​ຕາ​ໃສ່​ເພື່ອ​ເຮັດ​ໃຫ້ພ​ວກທ້ວງໃນ​ນະ​ຄອ​ນ​ຫວງ Khartoum ແຕກສະ​ຫລາຍກັນອອກ​ໄປ, ວັນ​ທີ 27 ຕຸ​ລາ, 2021
ພວກ​ຊາວ​ໜຸ່ມ​ຊູ​ດານ​ພາ​ກັນ​ໄປ​ປະ​ທ້ວງ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ຂະ​ນະ​ທີ່ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຍິງ​ແກ​ສ​ນ້ຳ​ຕາ​ໃສ່​ເພື່ອ​ເຮັດ​ໃຫ້ພ​ວກທ້ວງໃນ​ນະ​ຄອ​ນ​ຫວງ Khartoum ແຕກສະ​ຫລາຍກັນອອກ​ໄປ, ວັນ​ທີ 27 ຕຸ​ລາ, 2021

ກຳລັງຮັກສາຄວາມໝັ້ນຄົງຊູດານ ໄດ້ຈັບກຸມພວກປະທ້ວງທີ່ເມືອງຄາ​ຣ໌​ທູມ ໃນວັນພຸດ​ວານນີ້ ລວມມີນັກເຄື່ອນໄຫວເພື່ອປະຊາທິປະໄຕທີ່​ນໍາພາ​ການ​ປະ​ທ້ວງ 3 ຄົນ ໃນຂະນະທີ່ທະນາຄານໂລກ ແລະສະຫະພາບອາຟຣິກາ ໄດ້ເອົາ​ບາດ​ກ້າວເພີ່ມຄວາມກົດດັນຕໍ່ພວກຜູ້ນຳຂອງການກໍ່ລັດຖະປະຫານ ໃນວັນຈັນຜ່ານ​ມານີ້.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ກຳລັງ​ຮັກສາ​ຄວາມ​ສະ​ຫງົບ​ໄດ້​ຍິງ​ແກັສນ້ຳຕາ​ໃສ່​ພວກ​ປະ​ທ້ວງ ​ແລະ​ໄດ້​ຈັບ​ກຸມ​ພວກ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ກຳລັງ​ຍົກ​ເອົາ​ສິ່ງ​ກີດຂວາງຖະ​ໜົນຫົນ​ທາງ​ໃນ​ນະຄອນຫຼວງອອກ. ນັກເຄື່ອນໄຫວຈາກພັກ ອູມ​ມາ (Umma) ຊຶ່ງ​ເປັນກຸ່ມການເມືອງທີ່ໃຫຍ່ທີ່ສຸດຂອງຊູດານ, ກໍແມ່ນນອນຢູ່ ໃນບັນດາຜູ້ຖືກກັກຂັງ.

ນັກ​ເຄື່ອນ​ໄຫວ​ທັງ​ໝົດ​ທີ່​ວິພາກ​ວິຈານ​ກ່ຽວ​ກັບ​ການ​ຍຶດຄອງ​ປະ​ເທດ​ໂດຍທະ ຫານ​ນັ້ນ ​ໄດ້​ຖືກ​ລະບຸໂຕ​ວ່າ​ເປັນຜູ້ນຳສະມາຄົມນັກວິຊາການຊູດານ, ທ່ານອິ​ສ​ເມ​ລ ອາ​ລ-ທາ​ດ (Ismail al-Taj), ຜູ້ນຳພັກອູມ​ມາຊາ​ດິກ ອາ​ລ-ມາ​ດີ (Umma Sadiq al-Mahdi) ແລະອະດີດທີ່ປຶກສາດ້ານ​ຂ່າວ​ສານຂອງ ນາຍົກລັດຖະມົນຕີຄາ​ລີດ ອາ​ລ-ຊາ​ເລັກ (Khalid al-Silaik).

ໃນ​ຂະ​ນະ​ດຽວ​ກັນ, ສະ​ຫະ​ພາບ​ອາ​ຟ​ຣິ​ກາ ຫລື AU ​ໄດ້​ໂຈະ​ການ​ເຂົ້າ​ຮ່ວມ​ຂອງຊູ​ດານໃນ​ກິດ​ຈະ​ກໍາ​ຂອງ​ອົງ​ການ​ດັ່ງ​ກ່າວ​ຈົນ​ກວ່າວ່າ ຈະ​ມີ​ການ​ໂອນ​ອໍາ​ນາດ​ກັບ​ຄືນ​ໄປ​ສູ່​ລັດ​ຖະ​ບານ​ພົນ​ລະ​ເຮືອນ, ອີງ​ຕາມ​ຖະ​ແຫຼງ​ການຂອງ AU.

ທະນາຄານ​ໂລກ​ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ ​ຕົນ​ໄດ້ “​ໂຈະ” ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ໃຫ້​ແກ່​ປະ​ເທດ​ນີ້​ໄວ້ ​ແລະ "ຢຸດ​ການ​ດຳ​ເນີນ​ງານໃໝ່​ໃດໆ ​ໃນ​ຂະນະ​ທີ່​ພວກ​ເຮົາ​ຕິດຕາມ​ແລະ​ປະ​ເມີນ​ສະຖານະ​ການ​ຢ່າງ​ໃກ້ຊິດ."

ທຸລະກິດຫຼາຍແຫ່ງໃນຊູດານຍັງຄົງປິດໄວ້​ຢູ່ເພື່ອຕອບສະຫນອງຕໍ່ການຮຽກ ຮ້ອງຂອງການປະທ້ວງ, ເຊິ່ງພວກທ່ານຫມໍ ແລະພະນັກງານບໍ​ລິ​ສັດນ້ໍາມັນ ຂອງລັດບາງຄົນກ່າວວ່າພວກເຂົາຈະເຂົ້າຮ່ວມການປະ​ທ້ວງ​ເພື່ອສະຫນັບ ສະຫນູນລັດຖະບານທີ່ຖືກໂຄ່ນ​ລົ້ມ​ລົງ​ນັ້ນ. ພະນັກງານທະນາຄານກາງ ກໍໄດ້ເຂົ້າ​ຮ່ວມປະທ້ວງເຊັ່ນ​ກັນ.

​ໃນ​ວັນ​ອັງຄານ​ຜ່ານ​ມາ​, ນາຍ​ພົນ​ອັບ​ແດ​ລ-ຟັດ​ຕາ ເບີ​ຮານ (Abdel-Fattah Burhan) ​ໄດ້​ກ່າວ​ປ້ອງ​ກັນ​ການ​ໂຄ່ນ​ລົ້ມ​ລັດຖະບານ​ໄລຍະ​ຂ້າມ​ຜ່ານ​ໂດຍ​ກອງທັບວ່າມັນມີ​ຄວາມ​ຈຳ​ເປັນ​ເພື່ອ​ຫລີກ​ລ້ຽງສົງຄາມ​ກາງ​ເມືອງ.

ທ່ານ​ເບີ​ຮານ ກ່າວໃນກອງປະຊຸມຖະ​ແຫລງຂ່າວຜ່ານທາງໂທລະພາບທີ່ເມືອງ ຄາ​ຣ໌​ທູມວ່າ "ທັງ​ໝົດປະເທດຕົກ​ຢູ່​ໃນ​ສະ​ພາບບໍ່​ໄປ​ບໍ່​ມາຍ້ອນການເປັນ​ປໍ​ລະ​ປັກ​ກັນທາງດ້ານການເມືອງ." "ປະສົບການໃນໄລຍະ 2 ປີທີ່ຜ່ານມາໄດ້ພິສູດ ໃຫ້​ເຫັນວ່າການເຂົ້າຮ່ວມຂອງກໍາລັງທາງດ້ານການເມືອງໃນໄລຍະຂ້າມຜ່ານແມ່ນມີຄວາມບົກຜ່ອງ ແລະເຮັດໃຫ້ເກີດການຂັດແຍ້ງກັນຂຶ້ນ.”

ນາຍົກລັດຖະມົນຕີອັບ​ດາ​ລ​ລາ ແຮມ​ດັອກ (Abdalla Hamdok) ທີ່​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ ແລະ​ພັນ​ລະ​ຍາ​ຂອງ​ທ່ານ​ທີ່​ຖືກ​ກັກ​ຂັງ​ໃນ​ວັນ​ຈັນຜ່ານ​ມານ ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ກັບ​ຄືນ​ໄປ​ບ້ານເຮືອນ​ຂອງ​ເຂົາ​ເຈົ້າແລ້ວ ​ໃນ​ຕອນ​ແລງ​ວັນ​ອັງ​ຄານ​ຜ່ານ​ມາ​ ແຕ່​ວ່າ “ຢູ່​ພາຍ​ໃຕ້​ການ​ຕິດ​ຕາມສິ້ງ​ຊອມ​ເບິ່ງ​ຢ່າງ​ໃກ້​ຊິດຢູ່”.

ເບີ​ແຮນກໍຍັງຍອມຮັບອີກວ່າ "ພວກເຮົາໄດ້ຈັບບັນ​ດາລັດຖະມົນຕີ ແລະນັກການ ເມືອງຫລາຍ​ຄົນ ແຕ່ບໍ່ໄດ້​ຈັບຫມົດທຸກ​ຄົນ" ແລະກ່າວວ່າບາງຄົນຈະປະເຊີນກັບ ການ​ດຳ​ເນີນ​ຄະ​ດີໃນຂໍ້ກ່າວຫາວ່າກະຕຸ້ນການກະບົດພາຍໃນກອງທັບ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກ​ິດ

Blinken Speaks With Sudan’s Deposed Prime Minister
please wait

No media source currently available

0:00 0:03:02 0:00

XS
SM
MD
LG