ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ພັກຝ່າຍ​ທີ່​ທຳ​ການ​ຕໍ່​ສູ້​ກັນ ​ຂອງ ຊູ​ດານ ປະ​ກາດ​ຕໍ່​ເວ​ລາ​ການ​ຢຸດ​ຍິງ


ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ຊື້​ນ້ຳ​ມັນ​ເຊື້ອ​ໄຟຢູ່​ປ້ຳ​ແຫ່ງ​ນຶ່ງ, ໃນ​ຂະ​ນະ​ທີ່​ການ​ຕໍ່​ສູ້​ກັນ​ດຳ​ເນີນ​ຕໍ່​ໄປ​ໃນ​ພາກ​ໃຕ້​ຂອງ​ນະ​ຄອນຫຼວງ ຄາ​ທູມ, ຊູ​ດານ, 30 ເມ​ສາ 2023.
ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ຊື້​ນ້ຳ​ມັນ​ເຊື້ອ​ໄຟຢູ່​ປ້ຳ​ແຫ່ງ​ນຶ່ງ, ໃນ​ຂະ​ນະ​ທີ່​ການ​ຕໍ່​ສູ້​ກັນ​ດຳ​ເນີນ​ຕໍ່​ໄປ​ໃນ​ພາກ​ໃຕ້​ຂອງ​ນະ​ຄອນຫຼວງ ຄາ​ທູມ, ຊູ​ດານ, 30 ເມ​ສາ 2023.

ຝ່າຍ​ທີ່​ທຳ​ການ​ຕໍ່​ສູ້​ກັນ​ໃນ​ຄວາ​ມຂັດ​ແຍ້ງ​ຂອງ ຊູ​ດານ ໄດ້ຍອມ​ປະ​ຕິ​ບັດ​ຕາມ​ການ​ກົດ​ດັນ​ຈາກ​ສາ​ກົນ ແລະ ໄດ້​ກ່າວ​ໃນ​ວັນອາ​ທິດ​ວານນີ້​ວ່າ​ຂໍ້​ຕົກ​ລົງຢຸດ​ຍິງ ​ທີ່​ມີ​ກຳ​ນົດ​ຈະ​ໝົດ​ອາ​ຍຸ​ໃນ​ຕອນ​ທ່ຽງ​ຄືນ​ຈະ​ຖືກ​ຕໍ່​ເວ​ລາ​ອອກ​ໄປ​ອີກ 72 ຊົ່ວ​ໂມງ.

​ການ​ຢຸດ​ຍິງ​ດັ່​ງ​ກ່າວ​ແມ່ນ​ໄດ້​ມີ​ຢູ່​ແລ້ວ​ແຕ່​ຖືກ​ເມີນ​ເສີຍ​ໂດຍ​ທັງ​ສອງ​ຝ່າຍ. ມັນ​ຖືກ​ສ້າງ​ຂຶ້ນ​ໂດຍ​ສອງ​ຝ່າຍ​ທີ່​ຕໍ່​ສູ້​ກັນ​ ເພື່ອ​ອະ​ນຸ​ຍາດໃຫ້​ມີ​ການ​ເດີນ​ທາງ ​ທີ່​ປອດ​ໄພ ແລະ ເປີດ​ຫົ​ນ​ທາງ​ສຳ​ລັບ​ປະ​ເທດ​ເພື່ອ​ຮັບ​ການ​ຊ່ວຍ​ເຫຼື​ອ​ດ້າ​ນ​ມະ​ນຸດ​ສະ​ທຳ, ແຕ່​ຄວາມ​ຮຸນ​ແຮງ​ແມ່ນ​ໄດ້​ສືບ​ຕໍ່​ໄປ. ແຕ່​ລະ​ຝ່າຍ​ໄດ້​ຖິ້ມ​ໂທດ​ໃສ່​ກັນ​ສຳ​ລັບ​ການ​ລະ​ເມີດ.

ລັດ​ຖະ​ບານ​ຂອງ​ອັງ​ກິດ​ໄດ້​ປະ​ກາດ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ສະ​ໜອງ​ຖ້ຽວ​ບິນ​ອົບ​ພະ​ຍົບ​ ສຳ​ລັບ​ຄົນ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ ຊູ​ດານ ທີ່​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມ​ນັ້ນ.

ຖ້ຽວ​ບິນ​ເມື່ອ​ຕອນ​ເດິກ​ຂອງວັນ​ເສົາ​ທີ່​ຜ່ານ​ມາ ທີ່​ບິນ​ອອກ​ຈາກ​ສະ​ໜາມ​ບິນ ວາ​ດີ ເຊ​ອິດ​ນາ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ເປັນ​ຖ້ຽວ​ສຸດ​ທ້າຍ​ອອກ​ຈາກ​ປະ​ເທດ ອາ​ຟ​ຣິ​ກາ ​ນັ້ນ ​ສຳ​ລັບ​ຄົນ​ອັງ​ກິດ. ແນວ​ໃດ​ກໍ່​ຕາມ, ໃນ​ວັນ​ອາ​ທິດ​ວານນີ້​ຫ້ອງ​ການ​ຕ່າງ​ປະ​ເທດ, ເຄືອ​ຈັກ​ກະ​ພົບ ແລະ ການ​ພັດ​ທະ​ນາ​ໄດ້​ປະ​ກາດ​ວ່າ ຖ້ຽວ​ບິນ​ທີ່​ອອກ​ຈາກ​ເດີ່ນ​ບິນ​ໃນເມືອງ​ທ່າ​ ຊູ​ດານ ໃນ​ວັນ​ຈັນ​ມື້ນີ້ ​ຈະ​ເປັນ​ຖ້ຽວ​ສຸດ​ທ້າຍ​ແທນ.

ຄວາມ​ຂັດ​ແຍ້ງ​ລະ​ຫວ່າງກອງ​ທັບ ຊູ​ດານ ແລະ ກຸ່ມ​ທະ​ຫານ​ທີ່​ບໍ່​ແມ່ນ​ທາງ​ການ​ໄດ້​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 15 ເມ​ສາ​ທີ່​ຜ່ານ​ມາ. ຫຼາຍ​ສິບ​ພັນ​ຄົນ​ໄດ້ຫຼົບໜີ​ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ ​ຍ້ອນ​ການ​ຕໍ່​ສູ້​ທີ່​ດຸ​ເດືອດ​ລະ​ຫວ່າງກອງ​ກຳ​ລັງ​ທະ​ຫານ​ທີ່​ນຳ​ໜ້າ​ໂດຍ​ນາຍ​ພົນ ອັບ​ແດ​ລ ຟັດ​ທາ ເບີ​ຮານ ແລະ ກອງ​ກຳ​ລັ​ງ​ສະ​ໜັບ​ສະ​ໜູນ​ວ່ອງ​ໄວ, ເຊິ່ງ​ແມ່ນ​ກຸ່ມ​ທະ​ຫານ​ທີ່ບໍ່​ເປັນ​ທາງ​ການ ນຳ​ໜ້າ​ໂດຍ​ນາຍ​ພົນ ໂມ​ຮຳ​ເມັດ ຮຳ​ດານ ດາ​ກາ​ໂລ. ຫຼາຍ​ຮ້ອຍ​ຄົນ​ແມ່ນ​ຖືກ​ຂ້າ​ຕາຍ ແລະ ຫຼາຍ​ພັນ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ນັບ​ຕັ້ງ​ແຕ່​ການ​ຕໍ່​ສູ້​ໄດ້​ເລີ່ມ​ຂຶ້ນ. ການ​ຕໍ່​ສູ້​ແມ່ນ​ດຸ​ເດືອດ​ເປັນ​ພິ​ເສດ​ໃນ​ນະ​ຄອນຫຼວງ ຄາ​ຣ໌ທູມ.

ການ​ຊອກ​ຫາ​ສິ່ງ​ຂອງ​ທີ່​ຈຳ​ເປັນ​ພື້ນ​ຖານ​ຄື ອາ​ຫານ ແລະ​ ນ້ຳ, ແມ່ນ​ເກືອບ​ຈະ​ເປັນ​ໄປ​ບໍ່​ໄດ້. ພະ​ນັກ​ງານ​ແພດ​ຜູ້​ທີ່​ຍັງ​ຄົງ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ​ ແມ່ນບໍ່​ມີ​ອຸ​ປະ​ກອນ​ທີ່​ເໝາະ​ສົມ. ການ​ຂົນ​ສົ່ງ​ວັດ​ຖຸ​ການ​ແພດ​ ໄດ້​ເດີນ​ທາງ​ໄປ​ຮອດ​ນະ​ຄອນ ຫຼວງ ຄາ​ຣ໌ທູມ, ແຕ່​ແນວ​ໃດ​ກໍ່​ຕາມ, ພະ​ນັກ​ງານ​ແມ່ນບໍ່​ສາ​ມາດ​ທີ່​ຈະ​ສົ່ງ​ມັນ​ໄປ​ໃຫ້​ໂຮງ​ໝໍ​ຍ້ອນ​ການ​ຕໍ່​ສູ້​ນັ້ນ.

ທ່ານ ມາ​ຕິນ ກ​ຣິ​ຟ​ຟິດ​ສ໌, ຫົວ​ໜ້າ​ດ້ານ​ມະ​ນຸດ​ສະ​ທຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ, “ຂະ​ໜາດ ແລະ ຄວາມ​ໄວ​ຂອງ​ສິ່ງ​ທີ່​ໄດ້​ປາ​ກົດ​ອອກ​ມາໃນ ຊູ​ດານ ແມ່ນບໍ່​ເຄີຍ​ມີ​ມາ​ກ່ອນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG