ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ຊູດານ ຍິງແກັສນ້ຳຕາ ເຂົ້າໃສ່ ພວກປະທ້ວງ ຕໍ່ຕ້ານ ລັດຖະບານ 19 ຄົນ ເສຍຊີວິດ


ພວກເດີນຂະບວນປະທ້ວງ ພາກັນແລ່ນໜີຈາກແກັສນ້ຳຕາ ທີ່ໄດ້ຖືກຍິງເຂົ້າໃສ່ ເພື່ອກະຈາຍພວກເຂົາອອກໄປ ໃນຂະນະ ທີ່ ພວກເຂົາພາກັນເດີນຂະບວນ ໄປຕາມທາງເສັ້ນນຶ່ງ ໃນ ລະຫວ່າງ ການປະທ້ວງຕໍ່ຕ້ານລັດຖະບານ ໃນນະຄອນຫຼວງ ຄາຣ໌ທູມ ຂອງຊູດານ, ວັນທີ 25 ທັນວາ 2018.
ພວກເດີນຂະບວນປະທ້ວງ ພາກັນແລ່ນໜີຈາກແກັສນ້ຳຕາ ທີ່ໄດ້ຖືກຍິງເຂົ້າໃສ່ ເພື່ອກະຈາຍພວກເຂົາອອກໄປ ໃນຂະນະ ທີ່ ພວກເຂົາພາກັນເດີນຂະບວນ ໄປຕາມທາງເສັ້ນນຶ່ງ ໃນ ລະຫວ່າງ ການປະທ້ວງຕໍ່ຕ້ານລັດຖະບານ ໃນນະຄອນຫຼວງ ຄາຣ໌ທູມ ຂອງຊູດານ, ວັນທີ 25 ທັນວາ 2018.

ກຳລັງຮັກສາຄວາມປອດໄພຂອງຊູດານ ໄດ້ຍິງແກັສນ້ຳຕາເຂົ້າໃສ່ພວກປະທ້ວງ ຢູ່
ນະຄອນຫຼວງ ຄາຣ໌ທູມ ​ໃນການເດີນຂະບວນປະທ້ວງ ​ທີ່ແກ່ຍາວ ມາໄດ້ 10 ວັນແລ້ວ
ຊຶ່ງໄດ້ເລີ້ມຕົ້ນຂຶ້ນ ຍ້ອນລາຄາເຂົ້າຈີ່ທີ່ສູງຂຶ້ນ ແລະມາບັດນີ້ ກໍລວມທັງ ການຮຽກຮ້ອງ
ໃຫ້ລັດຖະບານ ລາອອກ.

ຕຳຫຼວດໄດ້ຍິງແກັສນ້ຳຕາ ໃສ່ພວກໄປໄຫວ້​ພະຫຼາຍຮອຍຄົນຜູ້ທີ່ໄດ້ຈັດຕັ້ງການເດີນ
ຂະບວນປະທ້ວງ ຫຼັງຈາກພວກເຂົາ ໄດ້ພາກັນອອກຈາກວັດອິສລາມ ທີ່ຕັ້ງ ຢູ່ນອກ
ນະຄອນຫຼວງ ພາຍຫຼັງການສູດ​ມົນ​ພາ​ວະ​ນາໃນວັນສຸກວານນີ້.

ພວກທີ່ເຫັນເຫດການ ກ່າວວ່າ ພວກປະທ້ວງຍັງໄດ້ເຕົ້າໂຮມກັນຢູ່ໃນຕົວເມືອງຕ່າງໆ
ໃນທົ່ວປະເທດ ລວມທັງ ເມືອງໂອມດູຣມານ ເມືອງທ່າຊູດານ ເມືອງ ອັດລາຣາ ແລະ
ເມືອງມາດານີ.

ພວກເດີນຂະບວນປະທ້ວງ ຮ້ອງໂຮຄຳຂວັນຕ່າງໆ ໃນຂະນະທີ່ ພວກເຂົາເຈົ້າ ຍ່າງໄປຕາມຖະໜົນ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ໃນນະຄອນຫຼວງ ຄາຣ໌ທຸມ ຂອງຊູດານ, ວັນທີ 25 ທັນວາ 2018.
ພວກເດີນຂະບວນປະທ້ວງ ຮ້ອງໂຮຄຳຂວັນຕ່າງໆ ໃນຂະນະທີ່ ພວກເຂົາເຈົ້າ ຍ່າງໄປຕາມຖະໜົນ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ໃນນະຄອນຫຼວງ ຄາຣ໌ທຸມ ຂອງຊູດານ, ວັນທີ 25 ທັນວາ 2018.

ຮູບຖ່າຍຫຼາຍຮູບ ໄດ້ຖືກນຳລົງສື່ສັງຄົມ ທີ່ສະແດງໃຫ້ເຫັນຄວັນໜາທີ່ພຸ່ງຂຶ້ນມາ ຈາກ
ຄຸ້ມບ້ານຕ່າງໆ ຢູ່ໃນນະຄອນຫຼວງ ຄາຣ໌ທູມ ໃນຂະນະທີ່ ພວກປະທ້ວງ ພາ​ກັນເຜົາ
ຢາງລົດ.

ພັກຄອງແກຣັສຂອງຊູດານ ທີ່ເປັນພັກຝ່າຍຄ້ານ ໄດ້ກ່າວໃນວັນສຸກວານນີ້ວ່າ ປະທານ
ຂອງຕົນ ທ່ານ ໂອມາຣ ແອລ-ດີເກຍ ໄດ້ຖືກຈັບກຸມ ໂດຍເຈົ້າໜ້າທີ່ ຮັກສາຄວາມ
ປອດໄພ ອີງຕາມລາຍງານ ຂອງອົງການຂ່າວຂອງຝຣັ່ງ.

ພັກດັ່ງກ່າວ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ “ທ່ານໄດ້ຖືກນຳໂຕໄປໄວ້ ໃນ
ສະຖານທີ່ ທີ່ບໍ່ຮູ້ຈັກ.”

ໃນວັນພະຫັດຜ່ານມານີ້ ລັດຖະບານຂອງຊູດານ ໄດ້ແຈ້ງຕົວເລກຄັ້ງທຳອິດ ຂອງຜູ້
ເສຍຊີວິດ ຈາກຄວາມບໍ່ສະຫງົບດັ່ງກ່າວ ໂດຍກ່າວວ່າ 19 ຄົນ ໄດ້ຖືກຂ້າຕາຍ ລວມທັງ
ເຈົ້າໜ້າທີ່ຮັກສາຄວາມປອດໄພ 2 ຄົນ ນັບຕັ້ງແຕ່ການ ປະທ້ວງໄດ້ເລີ້ມຕົ້ນຂຶ້ນເມື່ອວັນ
ທີ 19 ທັນວາ ຢູ່ໃນເມືອງ ແລະຄຸ້ມບ້ານຕ່າງໆ ແລະຕໍ່ຈາກນັ້ນ ກໍໄດ້ຂະຫຍາຍໄປຍັງ
ນະຄອນຫຼວງ ​ຄາຣ໌ທູມ. ລັດຖະບານ ໄດ້ກ່າວວ່າ ພວກປະທ້ວງ ຫຼາຍກວ່າ 200 ຄົນ
ແລະສະມາຊິກຂອງກຳລັງຮັກ ສາຄວາມປອດໄພ ເກືອບ 190 ຄົນ ໄດ້ຮັບບາດເຈັບ.

ທາງການຂອງຊູດານ ໄດ້ປິດໂຮງຮຽນ ແລະໄດ້ປະກາດຫ້າມອອກນອກເຮືອນ ແລະ
ພາວະສຸກເສີນ ຢູ່ໃນຂົງເຂດຕ່າງໆຈຳນວນນຶ່ງ ຕັ້ງແຕ່ການປະທ້ວງໄດ້ ເລີ້ມຕົ້ນຂຶ້ນ.

ການປະທ້ວງດັ່ງກ່າວ ເລີ້ມຂຶ້ນອັນເປັນວິທີທາງນຶ່ງ ເພື່ອສະແດງອອກ ເຖິງຄວາມບໍ່ພໍໃຈ
ຕໍ່ການຂຶ້ນລາຄາເຂົ້າຈີ່ ຊຶ່ງເປັນອາຫານຫຼັກ ຢູ່ໃນປະເທດນີ້.

Sudanese security forces fired tear gas at protesters in Khartoum, on the 10th day of demonstrations that began against a rise in bread prices and now include calls for the government to step down.

Police fired tear gas at hundreds of worshippers who staged demonstrations after they left a mosque outside the capital following Friday prayers.

Witnesses say protesters also gathered in cities across the country, including Omdurman, Port Sudan, Atbara and Madani.

Photographs posted on social media showed thick plumes of smoke rising from some neighborhoods in Khartoum as protesters burned tires.

The opposition Sudanese Congress Party said Friday that its chief, Omar el-Digeir, was arrested by security agents, according to the French News Agency.

"He has been taken to an unknown location," the party said in a statement.

On Thursday, Sudan's government gave its first casualty figures from the unrest, saying 19 people were killed, including two security personnel, since the protests began on December 19 in towns and villages and later spread to Khartoum. The government said more than 200 protesters and nearly 190 members of the security forces have been wounded.

Authorities have closed schools, and declared curfews and states of emergency in several regions since the protests began.

The protests began as a way to demonstrate against the rising cost of bread, a staple food in the country.

XS
SM
MD
LG