ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຊູ​ດານ ເປີດ​ການ​ສືບ​ສວນ​ສອບ​ສວນ ​ຕໍ່ພວກ​ເຈົ້າ​ໜ້າ​ທີ່ ຄົນສຳ​ຄັນ ໃນ​ລະ​ບອບ​ການ​ປົກ​ຄອງຂອງ ທ່ານ ​ບາ​ເຊຍ


ພວກ​ປະ​ທ້ວງ​ຊາວ​ຊູ​ດານ ຈາກ​ຂົງ​ເຂດ​ດາ​ຟູ​ຣ ​ພາ​ກັນ​ຮ້ອງ​ໂຮ ຄຳ​ຂວັນ ໃນ​ຂະ​ນະ​ທີ່ ພວກ​ເຂົາ ໄດ້​ເດີນ​ທາ​ງ​ມາ​ຮອດ​ດ້ານ​ໜ້າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໃນ​ນະ​ຄອນຫຼວງ​ຄາ​ຣ໌​ທູມ ​ຂອງ​ຊູ​ດານ, ​ວັນ​ທີ 30 ເມ​ສາ 2019.
ພວກ​ປະ​ທ້ວງ​ຊາວ​ຊູ​ດານ ຈາກ​ຂົງ​ເຂດ​ດາ​ຟູ​ຣ ​ພາ​ກັນ​ຮ້ອງ​ໂຮ ຄຳ​ຂວັນ ໃນ​ຂະ​ນະ​ທີ່ ພວກ​ເຂົາ ໄດ້​ເດີນ​ທາ​ງ​ມາ​ຮອດ​ດ້ານ​ໜ້າ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໃນ​ນະ​ຄອນຫຼວງ​ຄາ​ຣ໌​ທູມ ​ຂອງ​ຊູ​ດານ, ​ວັນ​ທີ 30 ເມ​ສາ 2019.

ຊູ​ດານ ໄດ້​ເປີດ​ການ​ສືບ​ສວນ​ສອບ​ສວນ ​ການກໍ່ອາ​ຊະ​ກຳ​ທັງຫຼາຍ​ ຢູ່ໃນ​ຂົງ​ເຂດ​ດາ​ຟູ​ຣ ໂດຍ​ພວກ​ສະ​ມາ​ຊິກ​ຂອງ​ລະ​ບອບ​ການ​ປົກ​ຄອງ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ໂອ​ມາ​ຣ ອາ​ລ-ບາ​ເຊຍ ຜູ້​ທີ່​ໄດ້​ຖືກ​ຂັບ​ໄລ​ອອກ​ຈາກ​ຕຳ​ແໜ່ງ ອີງ​ຕາມ​ການ​ກ່າວໃນ​ວັນ​ອາ​ທິດ​ວານນີ້ ​ຂອງ​ໄອ​ຍະ​ການ.

ບັນ​ຫາ​ຂັດ​ແຍ້ງ​ລະ​ຫວ່າງ​ ກຳ​ລັງ​ທີ່​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ແລະ ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ຊົນ​ເຜົ່າ​ກຸ່ມ​ນ້ອຍ ໄດ້​ເຮັດ​ໃຫ້ 300,000 ຄົນ ຖືກ​ຂ້າ​ຕາຍ ແລະ 2 ລ້ານ 5 ແສນ​ຄົນ ຖືກ​ພັດ​ພາກ​ຈາກ​ຖິ່ນ​ຖານ ອີງ​ຕາມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

“ພວກ​ເຮົາ​ໄດ້​ເລີ້ມ​ຕົ້ນ​ການ​ສືບ​ສວນ​ສອບ​ສວນ ​ການກໍ່ອາ​ຊະ​ກຳ​ທັງຫຼາຍ​ ຢູ່ໃນ​ຂົງ​ເຂດ​ດາ​ຟູ​ຣ ຈາກ​ປີ 2003” ທ່ານຕາ​ແຈ​ລ​ຊີ​ຣ ອາ​ລ-ຮີ​ເບີ ໄອ​ຍະ​ການ ໄດ້​ກ່າວ​ໄປ ໃນ​ຂະ​ນະ​ທີ່​ເດີນ​ທາງກັບ​ມາ​ເຖິງ​ນະ​ຄອນ​ຄາ​ຣ໌​ທູມ ຫຼັງ​ຈາກ​ທີ່​ໄດ້​ເດີນ​ທາງ​ໄປ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ.

ທ່ານ​ກ່າວ​ຕື່ມ​ວ່າ ສິ່ງ​ທັງຫຼາຍ​ເຫຼົ່າ​ນີ້ ເປັນ "ຄະ​ດີ​ຟ້ອງ​ຮ້ອງ​ຕໍ່​ບັນ​ດາ​ອະ​ດີດ​ເຈົ້າ​ໜ້າ​ທີ່​ໃນ​ລະ​ບອບ​ການ​ປົກ​ຄອງ​ເກົ່າ" ທີ່​ກ່ຽວ​ຂ້ອງ​ກັບ ທ່ານ​ບາ​ເຊຍ ຜູ້​ທີ່​ສານ​ອາ​ຍາ​ສາ​ກົນ ສະ​ແຫວງ​ຫາ ສຳ​ລັບ​ບົດ​ບາດ​ຂອງ​ທ່ານ ໃນ​ບັນ​ຫາ​ຂັດ​ແຍ້ງ​ຢູ່​ເຂດ​ດາ​ຟູ​ຣ.

ໝາຍ​ເກາະ​ເພື່ອ​ການ​ຈັບ​ກຸມ ​ສຳ​ລັບອະ​ດີດ​ຈອມ​ຜະ​ເດັດ​ການ ໄດ້​ຖືກ​ແຈ້ງ​ອອກ​ໂດຍ​ສານ ICC ໃນ​ປີ 2009 ແລະ 2010 ໃນ​ຂໍ້​ຫາ​ການ​ຂ້າ​ລ້າງຊົນ​ຊາດ​ຊົນ​ເຜົ່າ​ ການກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ແລະ​ການກໍ່​ອາ​ຊະ​ຍາ​ກຳ​ຕໍ່​ມະ​ນຸດ​ຊາດ ແຕ່​ທ່ານ​ບາ​ເຊຍ ກໍ​ບໍ່​ໄດ້​ຖືກ​ສົ່ງ​ຕົວ​ໄປ​ຍັງ ນະ​ຄອນ ເດິ ເຮກ ບ່ອນ​ທີ່​ສານ ICC ຕັ້ງ​ຢູ່ນັ້ນ.

ລັດ​ຖະ​ບານ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ຊູ​ດານ ທີ່​ໄດ້​ເຂົ້າ​ມາ​ກຳ​ອຳ​ນາດ ຫຼັງ​ຈາກ​ຂະ​ບວນ​ການ​ປະ​ທ້ວງ ໄດ້​ໂຄ່ນ​ລົ້ມ ທ່ານ​ບາ​ເຊຍ ອອກ​ຈາກ​ຕຳ​ແໜ່ງ ໄດ້​ປະ​ຕິ​ຍານ​ວ່າ ຈະ​ຈັດ​ຕັ້ງ ສັນ​ຕິ​ພາບ ຢູ່​ໃນ​ຂົງເຂດ​ທີ່​ປະ​ສົບ​ກັບ​ບັນ​ຫາ​ຂັດ​ແຍ້ງ ລວມ​ທັງ​ເຂດ​ດາ​ຟູ​ຣ ນຳ​ດ້ວຍ.

ໃນ​ວັນ​ທີ 14 ທັນ​ວາ ທ່ານ​ບາ​ເຊຍ ໄດ້​ຖືກ​ສານ​ໃນ​ນະ​ຄອນຫຼວງ​ຄາ​ຣ໌​ທູມ ຕັດ​ສິນ​ລົງ​ໂທດ ໃຫ້​ຄຸມ​ຂັງໄລ​ຍະ 2 ປີ ຢູ່​ໃນ​ສູນ​ກັກ​ຂັງ ໃນ​ຖານ​ການ​ສໍ້​ລາດ​ບັງຫຼວງ ໃນ​ຄະ​ດີ​ທຳ​ອິດ ຂອງຫຼາຍໆ​ຄະ​ດີຟ້ອງ​ຮ້ອງ​ຕໍ່​ທ່ານ.

ທ່ານ​ບາ​ເຊຍ ຍັງ​ໄດ້​ຖືກ​ສືບ​ສວນ​ສອບ​ສວນ ສຳ​ລັບ​ບົດ​ບາດ​ຂອງ​ທ່ານ ໃນ​ການກໍ່​ລັດ​ຖະ​ປະ​ຫານ ໃນ​ປີ 1989 ທີ່​ໄດ້​ນຳ​ມາ​ຊຶ່ງ​ການ​ເຂົ້າ​ກຳ​ອຳ​ນາດ​ຂອງ​ທ່ານນັ້ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG