ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ຊູ​ດານຕົ​ກລົງ ທີ່​ຈະ​ສົ່ງ​ໂຕ ທ່ານ​ບາ​ເຊຍ ໃຫ້ສານອາ​ຍາ​ສາ​ກົນ​


​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ມາ ອາ​ລ-ບາ​ເຊຍ ນັ່ງ​ຢູ່​ໃນ​ກົງ​ເຫລັກ​ ທີ​ສານ ບ່ອນ​ທີ່​ທ່ານ​ປະ​ເຊີນ​ໜ໊າ​nານ​ກ່າວ​ຫາ​ສໍ​້​ລາດ​ບັງ​ຫຼວງ ທີ່​ນະ​ຄອນ​ຄາ​ຣ໌ທູມ ຊູ​ດານ ວັນ​ທີ 19 ສິງ​ຫາ 2019.
​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ມາ ອາ​ລ-ບາ​ເຊຍ ນັ່ງ​ຢູ່​ໃນ​ກົງ​ເຫລັກ​ ທີ​ສານ ບ່ອນ​ທີ່​ທ່ານ​ປະ​ເຊີນ​ໜ໊າ​nານ​ກ່າວ​ຫາ​ສໍ​້​ລາດ​ບັງ​ຫຼວງ ທີ່​ນະ​ຄອນ​ຄາ​ຣ໌ທູມ ຊູ​ດານ ວັນ​ທີ 19 ສິງ​ຫາ 2019.

ລັດຖະ​ບານ​ຊູ​ດານ​ໄດ້​ຕົກ​ລົງ​ທີ່​ຈະ​ສົ່ງ ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ໂອ​ມາ ອາ​ລ-ບາ​ເຊຍ ແລະ
​ອີກສາມ​ຄົນ ໄປ​ດຳ​ເນີນ​ຄະ​ດີ ​ຢູ່​ສານອາ​ຍາ​ສາ​ກົນ​ (ICC).

​ສານ​ອາ​ຍາ​ສາ​ກົນ ຕ້ອງ​ການ​ໂຕທ່ານ​ບາ​ເຊຍ ໃນ​ຂໍ້ກ່າວ​ຫາ​ ກໍ່ອາດ​ຊະ​ຍາ​ກຳ​ສົງ​ຄາມກໍ່
ອາດຊະ​ຍາ​ກຳ​ຕ້ານມະ​ນຸດ​ຊາດແລະ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ. ບັນ​ດາ​ໄອ​ຍະ​ການ​ກ່າວ
​ວ່າ ກຳ​ລັງ​ສະ​ໜັບ​ສະ​ໜູນ​ທ່ານ​ບາ​ເຊ​ຍ ໄດ້​ພະຍາ​ຍາມ​ທີ່​ທຳ​ລາຍ​ບັນ​ດາ​ຊົນ​ເຜົ່າ​ທັງ​ໝົດ
​ຢູ່​ໃນ​ຂົງເຂດ​ດາ​ຟົວ ຂອງ​ຊູ​ດານ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ປາບປາມ​ການ​ກໍ່​ກະ​ບົດ ​ທີ່​ໄດ້
​ເລີ້ມ​ໃນ​ປີ 2003.

​ຂ່າວ​ກ່ຽວ​ກັບການ​ຕັດ​ສິນຂອງ​ສານ ມີຂຶ້ນ​ໃນ​ວັນ​ອັງ​ຄານ​ວານ​ນີ້ ຫຼັງ​ຈາກ​ກອງປະ​ຊຸມຢູ່​
ໃນ​ນະ​ຄອນ​ຫຼວງ​ຊູ​ດານ​ໃຕ້ ລະ​ຫວ່າງ​ຜູ້​ຕາງ​ໜ້າລັດ​ຖະ​ບານ​ຊູ​ດານ ແລະ​ບັນ​ດາກຸ່​ມ​
ກະ​ບົດ​ຈາກ​ເຂດດາ​ຟົວ.

ທ່ານ​ອາ​ເມັດ ຮ​າສ​ຊານ ໂຄ​ສົກ​ກຸ່ມ​ສະ​ພາ​ອະ​ທິ​ປະ​ໄຕປົກ​ຄອງຊູ​ດານ ໄດ້​ໃຫ້​ການ ຢືນ​
ຢັນກ່ຽວ​ກັບ​ຂໍ້​ຕົກ​ລົງ​ນີ້​ຕໍ່​ບັນ​ດາ​ນັກ​ຂ່າວ. ທ່ານ​ກ່າວ​ວ່າ ​ການ​ເຄື່ອນ​ໄຫວແມ່ນ​ແນ​ໃສ່
​ເພື່ອນຳ​ເອົາຄວາມຍຸ​ຕິ​ທຳ ແລະ​ສັນ​ຕິ​ພາບ​ຢ່າງ​ຖາ​ວອນ​ມາ​ສູ່​ຊູ​ດານ​ທັງ​ໝົດ.

ທ່ານ​ກ່າວ​ວ່າ “ເພາະ​ສະ​ນັ້ນ​ພວກ​ເຮົາ​ຕົກ​ລົງ​ວ່າ ພວກ​ເຮົາ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ ​ຕໍ່
ສານ ICC ຢ່າງ​ເຕັມ​ທີ່ ແລະ​ພວກ​ເຮົາ​ໄດ້​ຕົກ​ລົງ​ວ່າ ອາ​ດ​ຊະ​ຍາ​ກອນສີ່​ຄົນ​ທີທາງ​ການ​
ຕ້ອງ​ການ​ໂຕ ຈະ​ຖືກມອບ​ໃຫ້​ແກ່​ສານ ICC. ນຶ່ງ​ໃນພວກ​ເຂົາ​ເຈົ້າ​ ແມ່ນ​ທ່ານ​ອາ​ລ-ບາ​
ເຊຍ ແລະ​ອີກ​ສາມ​ຄົນ. ສາ​ນ​ຮູ້​ວ່າ​ຜູ້​ອື່ນໆ​ນັ້ນ​ແມ່ນ​ໃຜ ແຕ່​ພວກ​ເຮົາ​ໃຫ້​ການ​ສະ​ໜັບ
​ສະ​ໜູນ​ຢ່າງ​ເຕັມ​ທີ່​ຕໍ່​ການ​ອ້າງ​ທີ່​ວ່າສານ ICC ຕ້ອງ​ການ​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ຕ້ອງ​
ໄດ້ຖືກສົ່​ງ​ໄປໃຫ້.”

ທ່ານ​ຮາສ​ຊານ ກ່າວ​ວ່າ​ການ​ຕັດ​ສິນ​ໃຈ​ສະ​ແດງ​ໃຫ້​ເຫັນ​ຄວາມ​ພໍໃຈ​ຂອງລັດ​ຖະ​ບານ
ທີ່​ຈະ​ນຳ​ເອົາ​ຄວາມ​ຍຸ​ຕິ​ທຳ​ມ​າ​ສູ່​ປະ​ຊາ​ຊົນ.

“ລັດ​ຖະ​ບານ​ນີີ້​ມີ​ຄວາມ​ປາດ​ຖະ​ໜາ​ດ້ານ​ການ​ເມືອງ​ທີ່​ຈະ​ຍຸດ​ຕິ​ວິກິດ​ການ​ຢູ່​ໃນ​ດາຟົວ
ແລະ​ເຂດ​ອື່ນໆ. ແລະ​ພວກ​ເຮົາ​ເຊື່ອ​ຄື​ກັນວ່າ ຄວາມ​ເຂົ້າ​ໃຈຕົກ​ລົງ​ຢ່າງກວ້າງ​ຂວາງ
ວ່າ ສັນ​ຕິ​ພາບນັ້ນ ​ມີ​ຄວາມ​ຈຳ​ເປັນ. ແຕ່​ພວກ​ເຮົາ​ບໍ່​ສາ​ມາດ​ບັນ​ລຸ​ຂໍ້​ຕົກ​ລົງ ຄວາມ​ເຂົ້າ
​ໃຈ​ຢ່າງກວ້າງ​ຂວາງ​ໄດ້ ຢ່າງ​ໜ້ອຍ​ພວກ​ເຮົາ​ໃຫ້​ການ​ຮ່ວມ​ມື​ຢ່າງ​ເຕັມ​ທີ່​ໃນ​ຄວາມ​ຍຸ​ຕິ
​ທຳ​ໄລ​ຍະ​ຂ້າມ​ຜ່ານ. ເພາະ​ສະ​ນັ້ນ ຄວາມ​ຍຸ​ຕິ​ທຳ​ໄລ​ຍະ​ຂ້າມ​ຜ່ານຈຶ່ງ​ເປັນສ່ວນ​ນຶ່ງຂອງ
​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ.”

ທ່ານ​ອາ​ເມັດ ຕູ​ກາດ ຜູ້​ຕາງ​ໜ້າ​ຂະ​ບວນ​ການ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ຍຸ​ຕິ​ທຳ ແລະ​ສະ
​ເ​ໝີ​ພາບ ໄດ້​ຢັ້ງ​ຢືນ​ວ່າ ​ພັກຝ່າຍ​ທັງ​ໝົດ​ຕົກ​ລົງ​ວ່າ ຊາວ​ຊູ​ດານ​ທັງ​ສີ່ ​ໄດ້ຖືກ ກ່າວ​ຫາ​
ຢ່າງເປັນ​ທາງ​ການ​ໂດຍ​ສານ ICC ຮວມ​ທັງ​ທ່ານ​ບາ​ເຊຍ ​ທີ່ຈະ​ຖືກ​ສົ່ງ​ ​ໃຫ້ສານ ICC
ເພື່ອ​ດຳ​ເນີນ​ຄະ​ດີ.

The Sudanese government has agreed to turn over former president Omar al-Bashir and three others to the International Criminal Court for trial.

Bashir is wanted by the ICC on charges of war crimes, crimes against humanity and genocide. Prosecutors say pro-Bashir forces tried to destroy entire ethnic groups in Sudan's Darfur region as they fought to suppress a rebellion that began in 2003.

News of the decision came Tuesday after meetings in South Sudan's capital between a Sudanese government delegation and Darfur rebel groups.

Ahmed Hassan, the spokesman for Sudan's ruling Sovereign Council, confirmed the deal to reporters. He said the move aims to bring justice and lasting peace in the whole of Sudan.

"So we agreed that we fully supported the ICC and we agreed... that the four criminals wanted have to be handed to ICC," he said. "One of them is al-Bashir and three others. The court knows who others are but we fully supported the claim that the ICC wanted them and they have to be handed."

Hassan says the decision shows the government's willingness to bring justice to the people.

"This government has political will to end this crisis in Darfur and other areas. And we believe also that a comprehensive peace agreement is necessary. But we cannot reach that comprehensive agreement unless we fully collaborate with transitional justice. So transitional justice is part of a comprehensive peace agreement."

Ahmed Tugod, a representative of the rebel Justice and Equality movement, confirmed that the sides agreed that all four Sudanese nationals indicted by the ICC, including Bashir, will be turned over to the ICC for trial.

XS
SM
MD
LG