ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊູດານ ກຳລັງປະເຊີນ ກັບອະນາຄົດ ທີ່​ປາດ​ສະຈາກ ປະທານາທິບໍດີ ອາລ-ບາເຊຍ


ພວກຊາວຊູດານທີ່ອອກມາເດີນຂະບວນປະທ້ວງ ເຕົ້າໂຮມກັນ ຂະນະທີ່ພວກເຂົາເຈົ້າປະທ້ວງຕໍ່ຕ້ານ ການປະກາດ ຂອງກອງທັບບົກ ວ່າ ປະທານາທິບໍດີ ໂອມາຣ ອາລ-ບາເຊຍ ຈະຖືກປ່ຽນແທນ ໂດຍສະພາໃນໄລຍະ ຂ້າມຜ່ານ ທີ່ນຳພາໂດຍກອງທັບ, ຢູ່ດ້ານນອກຂອງກະຊວງປ້ອງກັນປະເທດ ໃນນະຄອນຫຼວງ ຄາຣທູມ ຂອງຊູດານ, ວັນທີ 11 ເມສາ 2019.
ພວກຊາວຊູດານທີ່ອອກມາເດີນຂະບວນປະທ້ວງ ເຕົ້າໂຮມກັນ ຂະນະທີ່ພວກເຂົາເຈົ້າປະທ້ວງຕໍ່ຕ້ານ ການປະກາດ ຂອງກອງທັບບົກ ວ່າ ປະທານາທິບໍດີ ໂອມາຣ ອາລ-ບາເຊຍ ຈະຖືກປ່ຽນແທນ ໂດຍສະພາໃນໄລຍະ ຂ້າມຜ່ານ ທີ່ນຳພາໂດຍກອງທັບ, ຢູ່ດ້ານນອກຂອງກະຊວງປ້ອງກັນປະເທດ ໃນນະຄອນຫຼວງ ຄາຣທູມ ຂອງຊູດານ, ວັນທີ 11 ເມສາ 2019.

ບັນດາຜູ້ນຳພາການປະທ້ວງ ແລະບັນດານັກວິເຄາະທັງຫຼາຍ ຄາດການໄວ້ວ່າ ຈະມີ
ການປ່ຽນແປງຫຼາຍຂຶ້ນ ໃນຂະນະທີ່ ຊູດາ ປັບໂຕເຂົ້າກັບສະພາບຄວາມເປັນຈິງໃໝ່
ໂດຍປາດສະຈາກ ປະທານາທິບໍດີ ຜູ້ທີ່ໄດ້ນຳພາປະເທດຊາດ ມາໄດ້ສາມທົດສະວັດ.

ໃນການກ່າວຄຳປາໄສ ທີ່ບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ ທີ່ໄດ້ຖືກຖ່າຍທອດອອກອາກາດ
ຜ່ານທາງໂທລະພາບແຫ່ງຊາດ ເມື່ອວັນພະຫັດວານນີ້ ລັດຖະມົນຕີວ່າການ ກະຊວງ
ປ້ອງກັນປະເທດ ທ່ານອາວາດ ອິບນຸຟ ໄດ້ປະກາດວ່າ ກອງທັບ ໄດ້ທຳການກໍ່ລັດຖະ
ປະຫານ ໂດຍໄດ້ໂຄ່ນລົ້ມ ປະທານາທິບໍດີ ໂອມາ ອາລ-ບາເຊຍ. ລັດຖະມົນຕີທ່ານນີ້
ໄດ້ຂໍໃຫ້ທຸກ​ຄົນ​ຕັ້ງ​ຢູ່​ໃນຄວາມສະຫງົບ ແລະ ໄດ້ກ່າວວ່າ ທາງກອງທັບ ຈະປິດຊາຍ
ແດນຂອງຊູດານໄວ້ ຈົນກວ່າວ່າ ຈະມີແຈ້ງການໃຫ້​ຊາບ ໃນຂັ້ນຕໍ່ໄປ ແລະ ໄດ້ວາງ
ມາດຕະການ ໃຫ້ປະຊາຊົນຢູ່ພາຍໃນເຮືອນ ແຕ່​ເວ​ລາ 10 ໂມງແລງ ຫາ 4 ໂມງເຊົ້າ.

ແຕ່ພວກປະທ້ວງຈຳນວນນຶ່ງ ຮູ້ສຶກບໍ່ພໍອົກພໍໃຈ ນຳການເຄື່ອນໄຫວດັ່ງກ່າວ ໂດຍມີ
ລາຍງານວ່າ ບາງສ່ວນໄດ້ພາກັນຮ້ອງໂຮວ່າ “ຜູ້ທີນຶ່ງ ໄດ້ຖືກໂຄ່ນລົ້ມໄປແລ້ວ
ຜູ້ທີສອງກໍຈະຖືກ​ໂຄ່ນລົ້ມ ເຊັ່ນກັນ.”

ໃນການຕິດຕໍ່ຫາ ທ່ານນາງ ຊາຣາ ອັບແດລຈາລີລ ໂດຍຜ່ານທາງໂທລະສັບ ​ທີ່
ນະຄອນລອນດອນ ຊຶ່ງເປັນຜູ້ຈັດແຈງໃນການປະທ້ວງດັ່ງກ່າວ ແລະເປັນໂຄສົກ
ຂອງສະມາຄົມນັກຊ່ຽວຊານຂອງຊູດານ ຫຼືເອີ້ນຫຍໍ້ວ່າ SPA ໄດ້ບອກວີໂອເອ ວ່າ
ພວກປະທ້ວງບໍ່ປະສົງ ທີ່ຈະປະຕິບັດຕາມມາດຕະການ ຫຼື ຮັບເອົາການປົກຄອງ
ຂອງພ​ວກ​ທະ​ຫານ.

ທ່ານນາງ ອັບແດລຈາລີລ ເວົ້າວ່າ “ອັນນີ້ ພຽງເປັນການສືບຕໍ່ຂອງລະບອບອັນ
ດຽວກັນ ແທ້ຈິງແລ້ວ ພວກເຂົາເຈົ້າພຽງແຕ່ປ່ຽນໂສມໜ້າເທົ່ານັ້ນ ເປັນການໝຸນ
ໃຊ້ພວກຜູ້ນຳ. ແຕ່ມັນເປັນລະບອບອັນດຽວກັນ ທີ່ພະຍາຍາມຈະນຳສະເໜີ ໃນ
ຮູບແບບໃໝ່ ໃນລັກສະນະທີ່ແຕກຕ່າງ ແຕ່ພວກເຮົາກໍຈະບໍ່ຫລົງກົນອຸບາຍ
ສະນັ້ນແລ້ວ ການລຸກຮືຂຶ້ນຈະດຳ​ເນີນຕໍ່ໄປ.”

ຄະນະກຳມະການສູນກາງບັນດາທ່ານໝໍຂອງຊູດານ ລາຍງານວ່າ ຢ່າງໜ້ອຍ ມີ 13
ຄົນ ໄດ້ຖືກຂ້າຕາຍ ໃນວັນພະຫັດວານນີ້ ໃນການປະທະກັນ ລະຫວ່າງ ພວກປະທ້ວງ
ກັບກຳລັງຮັກສາຄວາມສະຫງົບ. ພາບວີດີໂອ ຂອງການປະທ້ວງ ທີ່ມີຢູ່ຕໍ່ເນື່ອງ ໃນ
ຖະໜົນສາຍຕ່າງໆ ອັ່ງອໍຢູ່ໃນສື່ສັງຄົມ ໂດຍມີລາຍງານຕ່າງໆ ໃນວັນພະຫັດວານນີ້
ຈາກນະຄອນຫຼວງ ຄາຣ໌ທູມ ຂອງຊູດານ ທີ່ໄດ້ບົ່ງຊີ້ວ່າ ຫຼາຍຮ້ອຍຄົນ ບໍ່ເຄົາລົບຕໍ່
ຄຳສັ່ງໃຫ້ຢູ່ໃນເຮືອນ ແລະຍັງຄົງປັກຫຼັກຢູ່ຂ້າງນອກ ຂອງກອງບັນ​ຊາ​ການ​ທະ​ຫານ.

ໃນສອງສາມມື້ມໍ່ມານີ້ ພາບຕ່າງໆ ຂອງພວກທະຫານຢືນຢູ່ຄຽງຂ້າງ ກັບພວກປະທ້ວງ ພາກັນຮ້ອງເພງ ຮ້ອງໂຮ ແລະ ເສບດົນຕີ ໄດ້ຖືກສົ່ງຕໍ່ໆກັນໄປໃນສື່ສັງຄົມ. ພາບທັງ
ຫຼາຍຂອງກຳລັງຮັກສາຄວາມສະຫງົບ ປະຖິ້ມຊຸດຂອງພວກເຂົາເຈົ້າ ໃນການເຂົ້າຮ່ວມ
ປະທ້ວງນັ້ນ ກໍຍັງໄດ້ເກີດຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG