ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກໍ່ລັດຖະປະຫານຢູ່ໃນຊູດານ ເຮັດໃຫ້ສະຖຽນລະພາບຂອງຊາດ ແລະຂອງຂົງເຂດທີ່ບອບບາງຢູ່ນັ້ນ ສັ່ນຄອນ


ພວກຜູ້ຊາຍຊາວຊູດານ ປະທ້ວງຕໍ່ຕ້ານ ການກໍ່ລັດຖະປະຫານຂອງທະຫານ ໃນການໂຄ່ນລົ້ມ ລັດຖະບານໄລຍະຂ້າມຜ່ານ ໄປສູ່ການປົກຄອງໂດຍພົນລະເຮືອນ, ຢູ່ໃນເມືອງ al-Shajara ທາງພາກໃຕ້ຂອງນະຄອນຫຼວງຄາຣ໌ທູມ, ໃນວັນທີ 25 ຕຸລາ 2021.
ພວກຜູ້ຊາຍຊາວຊູດານ ປະທ້ວງຕໍ່ຕ້ານ ການກໍ່ລັດຖະປະຫານຂອງທະຫານ ໃນການໂຄ່ນລົ້ມ ລັດຖະບານໄລຍະຂ້າມຜ່ານ ໄປສູ່ການປົກຄອງໂດຍພົນລະເຮືອນ, ຢູ່ໃນເມືອງ al-Shajara ທາງພາກໃຕ້ຂອງນະຄອນຫຼວງຄາຣ໌ທູມ, ໃນວັນທີ 25 ຕຸລາ 2021.

ບັນດານັກວິເຄາະກ່າວວ່າ ການກໍ່ລັດຖະປະຫານຢູ່ໃນຊູດານເມື່ອວັນຈັນວານນີ້ ເຮັດໃຫ້ການນຳຂອງປະເທດບໍ່ສາມາດບໍລິຫານປະເທດໄດ້ແລະອາ​ດຈະສົ່ງຜົນກະທົບໄປທົ່ວຂົງເຂດຢ່າງກວ້າງຂວາງ ລວມເຖິງການເພີ້ມທະວີບັນຫາຂັດ ແຍ້ງທີ່ຂົມ​ຂື່ນ​ຕໍ່​ກັນຂອງບັນດາປະເທດເພື່ອນບ້ານທັງຫຼາຍຂອງຊູດານ ຢູ່ແລ້ວນັ້ນ.

ທ່ານໂຈນາສ ຮອຣເນີ ນັກວິເຄາະອາວຸໂສແລະເປັນນັກຊ່ຽວຊານ ກ່ຽວກັບຊູດານ ຢູ່ທີ່ກຸ່ມວິກິດການສາກົນ (International Crisis Group) ເວົ້າວ່າ “ຂ້າພະເຈົ້າຈະເວົ້າວ່າ ສິ່ງສໍາຄັນໃນການພິຈາລະນາໃນມື້ນີ້ ກໍຄື ຄໍາຖາມຕ່າງໆຂອງບັນຫາຂັດແຍ້ງທີ່ກຳ​ລັງ​ດຳ​ເນີນ​ໄປ​ຢູ່ລະຫວ່າງ ອີຈິບແລະເອທິໂອເປຍແລະຊູດານກ່ຽວກັບເຂື່ອນ Grand Ethiopian Renaissance ນັ້ນ.”

ທ່ານຮອຣເນີ ກ່າວອີກວ່າ ບັນຫາຂັດແຍ້ງທີ່ແກ່ຍາວມາ​ເປັນ​ເວ​ລາ​ດົນນານ ແມ່ນກ່ຽວກັບເຂື່ອນໄຟຟ້າພະລັງນ້ຳຂອງເອທິໂອເປຍນັ້ນເອງ ຊຶ່ງເກີດມາຈາກການຢືນຢັດຂອງເອທິໂອເປຍທີ່ຈະສ້າງແລະເກັບນ້ຳໄວ້ໃນເຂື່ອນ ເພື່ອຊ່ອຍ ແກ້ໄຂບັນຫາຄວາມຍາກຈົນພາຍໃນປະເທດ ແລະສະນັ້ນອີຈິບແລະຊູດານ ກໍໄດ້ຄັດຄ້ານຕໍ່ເອທິໂອເປຍ.

ທ່ານຮອຣເນີ ກ່າວຕໍ່ວີໂອເອວ່າ ອີຈິບຢາກໃຫ້ມີການປົກຄອງໂດຍກອງທັບ ຢູ່ໃນຊູດານ ໃນຂະນະດຽວກັນເອທິໂອເປຍກໍມີແນວໂນ້ມທີ່ຈະສະໜັບສະໜຸນ ການຫັນປ່ຽນໄປເປັນການປົກຄອງໂດຍພົນລະເຮືອນ ໂດຍຫວັງວ່າ ທ່າແຮງໃນການປັບປຸງສາຍສຳພັນອາດຈະຜ່ອນຄາຍບັນຫາເລື້ອງເຂື່ອນດັ່ງກ່າວ.

ທ່ານຮອຣເນີ ເວົ້າອີກວ່າ “ອີຈິບກະຕືລືລົ້ນທີ່ຈະເຫັນລະບອບການປົກຄອງໂດຍກອງທັບໃນຊຸດານ ເພາະພວກເຂົາເຊື່ອວ່າ ພວກເຂົາຈະປົກປັກຮັກສາຜົນປະໂຫຍດຂອງພວກເຂົາໄດ້ດີທີ່ສຸດ ເມື່ອເວົ້າເຖິງຄວາມກັງວົນຂອງຊາວອີຈິບແລ້ວ ກໍແມ່ນກ່ຽວກັບເຂື່ອນນັ້ນເອງ.

ທ່ານຮອຣເນີ ກ່າວຕໍ່ໄປວ່າ ການກໍ່ລັດຖະປະຫານໃນຊູດານ ຍັງອາດຈະສົ່ງຜົນກະທົບຕໍ່ວິກິດການຢູ່ໃນຂົງເຂດທິເກຣຂອງເອທິໂອເປຍຢູູ່ຕໍ່ໄປເລື້ອຍໆ ຊຶ່ງມັນໄດ້ແຜ່ຂະຫຍາຍອອກໄປແລະກໍໄດ້ເຫັນຄວາມໂຫດຮ້າຍທະວີຂຶ້ນຕື່ມ.

ອົງການສະຫະປະຊາດແລະສະຫະພາບອາຟຣິກາ ໄດ້ກ່າວປະນາມການເຂົ້າກຳອຳນາດຂອງທະຫານ. ຄະນະກຳມະການຮັບຜິດຊອບອົບພະຍົບຂອງນໍເວ ໄດ້ອອກຖະແຫລງການສະບັບນຶ່ງໃນວັນຈັນວານນີ້ ໂດຍຮຽກຮ້ອງໃຫ້ບັນດາຜູ້ປົກຄອງຂອງຊູດານ ປົກປ້ອງພົນລະເຮືອນທັງຫຼາຍແລະຮັກສາຄວາມໝັ້ນໝາຍຕ່າງໆເພື່ອອະນຸຍາດໃຫ້ອົງການຊ່ອຍເຫຼືອດ້ານມະນຸດສະທຳ ເຂົ້າໄປເຖິງປະຊາຊົນຫຼາຍຄົນທີ່ໄດ້ຮັບຜົນກະທົບຈາກສົງຄາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG