ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໐ ທັນວາ ໒໐໒໔

ທ.ນ. ໂບ ​ທີ່ພໍ່​ແມ່​ພາ​ມາ​ຕັ້ງ​ຖິ່ນ​ຖານ ​ຢູ່​ ສຫ​ລ ແຕ່​​ຄາວຍັງ​ນ້ອຍ​ ໄດ້ກາຍ​ເປັນ​ຜູ້​ນຳ​ຄົນ​ນຶ່ງ ​ໃນ​ປະ​ຊາ​ຄົມ​ລາວ ​ເຜ​ົ່າມົ້ງໃນ​ ສ​ຫລ


ທ່ານ​ນາງ​ໂບ ທາວ ຢູ​ຣັບ​ເບ, ຜູ້​ນຳ​ປະ​ຊາ​ຄົມ​ລາວ​ເຜົ່າ​ມົ້ງ-ອາ​ເມ​ຣິ​ກັນ​ໃນ​ລັດ​ເມ​ນີ​ໂຊ​ຕາ ກັບ​ລູກ​ສາວ ​ທີ່​ເມືອງ​ເຊນ​ທ໌ ພອ​ລ, ລັດ​ເມ​ນິນ​ໂຊ​ຕາ
ທ່ານ​ນາງ​ໂບ ທາວ ຢູ​ຣັບ​ເບ, ຜູ້​ນຳ​ປະ​ຊາ​ຄົມ​ລາວ​ເຜົ່າ​ມົ້ງ-ອາ​ເມ​ຣິ​ກັນ​ໃນ​ລັດ​ເມ​ນີ​ໂຊ​ຕາ ກັບ​ລູກ​ສາວ ​ທີ່​ເມືອງ​ເຊນ​ທ໌ ພອ​ລ, ລັດ​ເມ​ນິນ​ໂຊ​ຕາ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບໃນຄ່ຳຄືນນີ້ ທ່ານຈະຟັງເລື້ອງລາວການ ມາຕັ້ງຖິ່ນຖານຂອງເດັກ​ຍິງ​ມົ້ງຄົນນຶ່ງກັບຄອບ​ຄົວຢູ່ສະ​ຫະ​ລັດ. ເມື່ອ​ໃຫຍ່​ຂຶ້ນ​ມາ​ນາງ​ໄດ້​ກາຍມາ​ເປັນ​ຜູ້​ນຳ​ທີ່​ສຳ​ຄັນ​ບໍ່​ພຽງ​ແຕ່​ຢູ່​ໃນ​ປະ​ຊາ​ຄົມ​ຊາວມົ້ງເທົ່າ​ນັ້ນ ແຕ່​ຍັງ​ຢູ່​ໃນ​ວົງ​ການ​ບໍ​ລິ​ຫານການ​ສຶກ​ສາຂອງລັດ​ເມ​ນີ​ໂຊ​ຕາອີກ. ແມ່​ຍິງ​ຄົນ​ນີ້​ແມ່ນ​ໃຜ ແລະ​ມີ​ປະ​ຫວັດ​ຄວາມ​ເປັນມາ​ຢ່າງ​ໃດ​ນັ້ນ ຂໍ​ເຊີນ​ທ່ານ​ຮັບ​ຟັງ ການສຳພາດ ຈາກ​ບົວ​ສະ​ຫວັນ​ໄດ້ ໃນອັນດັບຕໍ່ໄປ.

ທ່ານນາງ​ໂບ ​ທາວ ຢູ​ຣັບ​ເບ (Bo Thao Urabe), ຜູ້​ນຳ​ທີ່​ສຳ​ຄັນ​ທ່ານ​ນຶ່ງ​ໃນປະ​ຊາ​ຄົ​ມອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວເຜົ່າ​ມົ້ງ ໃນ​ລັດ​ ມິນເນ​ໂຊ​ຕາ. ທ່ານ​ນາງ​ຍັງ​ເປັນ​ຜູ້​ນຶ່ງ​ໃນ​ຄະ​ນະກຳ​ມະ​ການດ້ານບໍ​ລິ​ຫານຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ມີ​ນີ​ໂຊ​ຕານຳ​ອີກ. ກ່ອນ​ຈະ​ມາ​ເຖິງ​ຈຸດນີ້ໄດ້​ທ່ານ​ນາງ​ໂບເລົ່າ​ເຖິງ​ປະ​ຫວັດ​ຂອງ​ທ່ານ​ນາງຕັ້ງແຕ່​ຕອນ​ຍັງ​ນ້ອຍຈົນ​ເຖິງ​ຕອນພໍ່​ແມ່​ພາ​ມາ​ຢູ່​ອາ​ເມ​ຣິ​ກາສູ່​ຟັງ​ວ່າ:

“ຂ້ອຍເກີດຢູ່ລາວ ແລະຄອບຄົວຂອງຂ້ອຍຢູ່ທີ່ນັ້ນຈົນຮອດອາຍຸ 3 ປີ, ໃນທີ່ ສຸດຄອບຄົວຂອງຂ້ອຍກໍໄດ້ເປັນອົບພະຍົບເດີນ​ທາງໄປຢູ່ໄທ. ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ສູນ​ອົບ​ພະ​ຍົບ​ນ້ຳ​ຍາວ​ເປັນ​ເວ​ລາ 3 ປີ. ແລະຫຼັງຈາກນັ້ນ ພວກເຮົາໄດ້ ມາຕັ້ງຖິ່ນຖານໃຫມ່ໃນນະ​ຄອນ​ຊີ​ຄາ​ໂກ. ພໍ່ແມ່ຂອງຂ້ອຍໄປຢູ່ຊີ​ຄາ​ໂກກໍເພາະ ວ່າຂ້ອຍມີລຸງສອງຄົນທີ່ໄດ້ມາຢູ່ອາເມລິກາກ່ອນແລ້ວ ແລະພວກ ເພິ່ນອາໄສຢູ່ ໃນເຂດຊີ​ຄາ​ໂກ. ຖ້າເຈົ້າຮູ້ຊີ​ຄາ​ໂກກໍ​ຈະ​ຮູ້​ວ່າ​ມັນມີຄວາມແຕກຕ່າງ ກັນກັບປະ ເທດໄທ ຫຼືລາວຫລາຍ​ຊ່ຳ​ໃດ. ມັນຄ້າຍຄືກັບເມືອງຫຼວງທີ່​ໃຫ່​ຍ, ມີຕຶກສູງໆ.”

ຊາວມົ້ງອົບພະຍົບຕອນອາໄສຢູ່ສູນອົບພະຍົບຫ້ວຍນນຳ້ຂາວ ປະເທດໄທ ໃນ​ທ້າຍຂອງ​ຊຸມປີ 1970 ຕອນ​ທີ່​ເຂົາ​ເຈົ້າ​ຂ້າມ​ນ້ຳ​ຂອງ​ໄປຢູ່​ໄທ​ໃໝ່ໆ
ຊາວມົ້ງອົບພະຍົບຕອນອາໄສຢູ່ສູນອົບພະຍົບຫ້ວຍນນຳ້ຂາວ ປະເທດໄທ ໃນ​ທ້າຍຂອງ​ຊຸມປີ 1970 ຕອນ​ທີ່​ເຂົາ​ເຈົ້າ​ຂ້າມ​ນ້ຳ​ຂອງ​ໄປຢູ່​ໄທ​ໃໝ່ໆ

ການ​ທີ່​ອອກ​ຈາກ​ບ້ານ​ເກີດ​ເມືອງນອນ​ທີ່​ເປັນ​ເຂດ​ຊົນ​ນະ​ບົດຊຶ່ງ​ຄົນ​ສ່ວນ​ໃຫຍ່​ມີ​ອາ​ຊີບເຮັດ​ໄຮ່​ເຮັດ​ນານັ້ນ ມັນ​ກໍ​ເປັນ​ການ​ຍາກ​ສຳ​ລັບ​ຄອບ​ຄົວ​ຊາວ​ເຜົ່າ​ມົ້ງກໍ​ຄື​ຄອບ​ຄົວ​ທ່ານ​ນາງໂບ​ເອງ ທີ່​ຈະ​ປັບ​ຕົວ​ໄດ້​ໃນ​ບ່ອນ​ຕັ້ງ​ຖິ່ນ​ຖານ​ໃໝ່ ຊຶ່ງ​ທ່ານ​ເລົ່າ​ເຖິງ​ຄວາມ​ຫຍຸ້ງ​ຍາກ​ນັ້ນສູ່​ຟັງ​ວ່າ:

“ພວກເຮົາອາໄສຢູ່ທີ່ນັ້ນ ໄດ້ສອງສາມປີໜີ້​ຫລະ. ນັ້ນແມ່ນບ່ອນທີ່ຂ້ອຍໄປເຂົ້າ ໂຮງຮຽນປະຖົມ. ຂ້ອຍຄິດວ່າເຈົ້າຮູ້ຈັກຊາວມົ້ງດີ ສ່ວນຫລາຍ​ແລ້ວເຂົາເຈົ້າເປັນ ຊາວໄຮ່​ຊາວນາຢູ່ລາວ, ແລະເມື່ອເຂົາເຈົ້າຢູ່ໃນສູນອົບພະຍົບເຂົາເຈົ້າກໍ່ເຮັດໄຮ່ ບໍ່ໄດ້. ເຂົາເຈົ້າພຽງແຕ່ເຮັດໄຮ່ອ້ອມເຮືອນຂອງເຂົາເຈົ້າ. ແລະບາງ​ເທື່ອ​ເຂົາ​ເຈົ້າ​ໄດ້​ໄປ​ອອກ​ແຮງ​ງານຮັບ​ຈ້າງ​ເຮັດໄຮ່​ເຮັດ​ນາໃຫ້​ຄົນ​ໄທ. ​ແຕ່​ເມື່ອ​ມາ​ຮອດ​ປະ​ເທດ​ນີ້ແລ້ວ​ເຂົາ​ເຈົ້າ​ຢາກ​ເຮັດ​ໄຮ່​ອີກ. ແຕ່ວ່າຢູ່ໃນ​ຊີ​ຄາ​ໂກ ບໍ່ມີພື້ນທີ່ກະສິກໍາ ຫຼາຍເພາະວ່າມັນເປັນເຂດຕົວເມືອງ, ມັນເປັນເມືອງໃຫຍ່. ສະນັ້ນ ລຸງຂ້ອຍ ບາງຄົນຈຶ່ງຍ້າຍໄປຢູ່ວິ​ສ​ຄອນ​ຊິນ. ຢູ່ລັດວິ​ສ​ຄອນ​ຊິນມີເນື້ອທີ່ເຮັດ​ໄຮ່ຫຼາຍທີ່ ຊາວເຜົ່າມົ້ງສາມາດເຂົ້າເຖິງໄດ້. ສະນັ້ນພວກເຮົາຈຶ່ງຍ້າຍໄປຢູ່ເຂດນຶ່ງທີ່ເອີ້ນ ວ່າ Fox Valley ຫລື​ຮ່ອມ​ພູ​ໝາ​ຈອກ. ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ໃນ​ຕົວ​ເມືອງ​ນ້ອຍໆ​ທີ່​ມີ​ໄຟ​ແດງ​ແຕ່​ພຽງ​ບ່ອນ​ດຽວ ມັນປັນ​ເຂດ​ຊົນ​ນະ​ບົດ ແຕ່ມັນກໍ​ບໍ່​ມີ​ບັນ​ຫາ​ຫຍັງ​ສຳ​ລັບ​ຄົນ​ມາ​ແຕ່​ລາວ. ພວກ​ເຮົາຢູ່​ທີ່​ນັ້ນ​ຈົນ​ຂ້ອຍ​ໄດ້​ເຂົ້າ​ໂຮງ​ຮຽນມັດ ທະຍົມປາຍ. ໃນວິ​ສ​ຄອນ​ຊິນຄອບຄົວຂອງຂ້ອຍເຮັດໄຮ່ຫຼາຍ ແລະພໍ່ແມ່ຂອງ ຂ້ອຍເຮັດວຽກໃຫ້ຫຼາຍບໍລິສັດ. ຫຼັງຈາກນັ້ນ, ພໍ່ຂອງຂ້ອຍຢາກຮຽນແປງລົດຍົນ. ໃນເຊນທ໌​ພອ​ລເຂົາເຈົ້າມີໂຄງການສໍາລັບທຸກ​ຄົນ ແລະບໍ່ຈໍາເປັນຕ້ອງມີ ການ ສຶກສາໃນ​ມັດ​ທະ​ຍົມ. ສະນັ້ນພວກ​ເຮົາຈຶ່ງຍ້າຍ​ມາ​ຢູ່ເມືອງເຊນທ໌​ພອ​ລ ລັດມິນເນ​ໂຊ​ຕາ.”

ການ​ທີ່​ເປັນ​ເດັກ​ນ້ອຍ​ທີ່​ມາ​ຈາກ​ລາວກໍ​ຍິ່ງ​ຕ້ອງ​ໄດ້​ປັບ​ຕົວ​ຫລາຍ​ທີ່​ສຸດ ເມື່ອ​ໄປ​ເຂົ້າ​ໂຮງ​ຮຽນ​ກັບ​ເພື່ອນ​ຮ່ວມ​ຫ້ອງ​ຮຽນ​ທີ່​ມາ​ຈາກ​ຊົນ​ຊາດ​ຊົນເຜົ່າ​ອື່ນ ທີ່​ມີ​ວັດ​ທະ​ນາ​ທຳ ແລະ​ພື້ນ​ຖານ​ຄອບ​ຄົວ​ທີ່​ແຕກ​ຕ່າງ​ກັນ​ທ່ານ​ນາງ​ໂບເລົ່າ​ເຖິງ​ປະ​ສົບ​ການ ໃນ​ການ​ປັບ​ຕົວ​ຢູ່​ໃນ​ແຕ່​ລະ​ບ່ອນ​ທີ່​ຄອບ​ຄົວ​ຂອງ​ທ່ານ​ນາງຍ້າຍ​ໄປ​ຢູ່​ໃຫ້ວີ​ໂອ​ເອ​ຟັງ​ວ່າ:

“ຕອນນັ້ນເປັນຄັ້ງທຳອິດທີ່ຂ້ອຍໄດ້ເຂົ້າໂຮງຮຽນກັບນັກຮຽນທີ່​ເປັນຊາວເຜົ່າມົ້ງ ນຳ​ກັນຫຼາຍໆຄົນ. ຢູ່ຊີ​ຄາ​ໂກໝູ່ໃນຫ້ອງຂອງຂ້ອຍ ສ່ວນຫຼາຍເປັນຄົນຜິວດຳ ແລະໃນວິ​ສ​ຄອນ​ຊິນໝູ່ຮ່ວມຫ້ອງຮຽນຂ້ອຍສ່ວນຫຼາຍແມ່ນຄົນຜິວຂາວ. ເວລາ ຂ້ອຍມາເມືອງເຊນທ໌​ພອ​ລ ໝູ່ຮ່ວມຫ້ອງຮຽນຂອງຂ້ອຍສ່ວນຫຼາຍ ແມ່ນ ເດັກ ນ້ອຍຊາວມົ້ງນຳ​ກັນ. ສະນັ້ນ, ຂ້ອຍກໍ່ເຕີບໃຫຍ່ຂຶ້ນແລະໃຊ້ເວລາຮຽນໃນມັດ ທະຍົມປາຍກັບຊຸມຊົນຊາວມົ້ງຢູ່ນີ້. ເມື່ອຮຽນຈົບ, ພໍ່ແມ່ຂ້ອຍຢາກໃຫ້ພວກເຮົາ ໄປຮຽນ​ຕໍ່ຢູ່ສະເໝີ, ແຕ່ເຂົາເຈົ້າບໍ່ເຄີຍເຂົ້າໂຮງຮຽນຈັກ​ເທື່ອ, ເຂົາເຈົ້າຈຶ່ງບໍ່ຮູ້ ວ່າຈະສະໜັບສະໜູນພວກເຮົາແນວໃດ. ສະນັ້ນ ເຂົາເຈົ້າຈຶ່ງປ່ອຍໃຫ້ພວກ ເຮົາຊອກຫາວິທີທາງຊ່ວຍຕົນເອງ ແລະໃນ​ທີ່​ສຸດຂ້ອຍກໍໄປມະຫາວິທະຍາໄລ ລັດມິນເນໂຊຕາ.”

​ທ່ານ​ນາງ​ໂບ ທາວ ຢູ​ຣັບ​ເບ (ຊ້າຍ), ຜູ້​ນຳ​ປະ​ຊາ​ຄົມ​ລາວ​ເຜົ່າ​ມົ້ງ-ອາ​ເມ​ຣິ​ກັນ​ທີ່​ລັດ​ເມ​ນີ​ໂຊ​ຕາຖ່າຍ​ຮູບ​ກັບ​ເພື່ອນ​ຂອງ​ທ່ານ​ນາງ ຢູ່​ເມືອງ​ເຊນ​ທ໌ ພອ​ລ, ລັດ​ມິນ​ເນ​ໂຊ​ຕາ (ພາບ​ສະ​ໜອງ​ໃຫ້​ໂດຍ ທ.ນ. Bo Thao Urabe)
​ທ່ານ​ນາງ​ໂບ ທາວ ຢູ​ຣັບ​ເບ (ຊ້າຍ), ຜູ້​ນຳ​ປະ​ຊາ​ຄົມ​ລາວ​ເຜົ່າ​ມົ້ງ-ອາ​ເມ​ຣິ​ກັນ​ທີ່​ລັດ​ເມ​ນີ​ໂຊ​ຕາຖ່າຍ​ຮູບ​ກັບ​ເພື່ອນ​ຂອງ​ທ່ານ​ນາງ ຢູ່​ເມືອງ​ເຊນ​ທ໌ ພອ​ລ, ລັດ​ມິນ​ເນ​ໂຊ​ຕາ (ພາບ​ສະ​ໜອງ​ໃຫ້​ໂດຍ ທ.ນ. Bo Thao Urabe)

ລັດ​ມິນເນ​ໂຊ​ຕາ ເປັນ​ລັດ​ທີ່​ໃຫຍ່​ຕັ້ງຢູ່​ເຂດ​ເໜືອ​ຂອງ​ພາກ​ຕາ​ເວັນ​ຕົກຕອນ​ກາງ​ຂອງ​ສະ​ຫະ​ລັດ ແລະ​ມີ​ອາ​ກາດ​ໜາວ​ເຢັນ. ໃນ​ຊຸມ​ປີ 1980 ນັ້ນ ແມ່ນ​ມີ​ປະ​ຊາ​ຄົມປະ​ມານ 17 ພັນ​ກວ່າ​ຄົ​ນ ທີ່​ມາ​ຕັ້ງ​ຖິ່ນ​ຖານບ້ານ​ເຮືອນຢູ່ກ່ອນ​ຄອບ​ຄົວ​ຂອງ​ທ່ານ​ນາງ​ໂບຍ້າຍ​ໄປຢູ່. ​ຕັ້ງ​ແຕ່​ຕອນ​ເລີ້ມ​ຮຽນ​ປະ​ລິນ​ຍາ​ຕີໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ​ມີ​ເນ​ໂຊ​ຕາ​ນັ້ນ​ທ່ານ​ນາງ​ໂບ​ກໍ​ພະ​ຍາ​ຍາມ​ຮຽນ​ຮູ້ ແລະ​ເຮັດຫລາຍ​ຢ່າງ​ທຳ​ອິດ​ແມ່ນ​ລອງ​ເປັນ​ນານ​ຄູ ແລະ​ຕໍ່​ມາ​ລອງ​ຮຽນ​ໝໍເພາະ​ອາ​ຊີບ​ສອງ​ຢ່າງນີ້​ຢູ່​ລາວ​ແມ່ນ​ໄດ້​ຮັບ​ຄວາມ​ນັບ​ຖື​ຫລາຍ ແຕ່​ວ່າ​ສຸດ​ທ້າຍ​ທ່ານ​ນາງ​ຈຶ່ງ​ພົບ​ວ່າ​ຕົນ​ເອງ​ມັກ​ຊ່ວຍ​ເຫລືອ​ຄົນ​ທີ່​ປະ​ສົບ​ບັນ​ຫາໃນ​ການ​ປັບ​ຕົວ​ເຂົ້າ​ກັບ​ບ່ອນ​ຕັ້ງ​ຖິ່ນ​ຖານ​ໃໝ່ ​ຈຶ່ງ​ໄດ້​ປ່ຽນ​ວິ​ຊາ​ຮຽນ​ມາ​ເປັນວິ​ທະ​ຍາ​ສາດ​ສັງ​ຄົມ​ກ່ຽວ​ກັບ​ຄອບ​ຄົວຊຶ່ງເປັນ​ວິ​ຊາ​ທີ່​ຮຽນ​ຮູ້​ກ່ຽວ​ກັບ​ການ​ພົວ​ພັນ​ໃນ​ຄອບ​ຄົວ​ແລະ​ພະ​ລັງ​ຜັກ​ດັນ​ຂອງ​ການ​ພົວ​ພັນ​ນັ້ນ ໂດຍ​ໃຊ້ປະ​ສົບ​ການ​ຂອງທ່ານ​ນາງ​ເອງ​ເປັນ​ແຮງ​ບັນ​ດານ​ໃຈ ຊຶ່ງ​ທ່ານ​ນາງ​ເລົ່າ​ສູ່​ຟັງ​ວ່າ:

“ຂ້ອຍເຕີບໃຫຍ່ຂຶ້ນຢູ່ອາເມຣິກາ ກັບພໍ່ແມ່ທີ່ເປັນຊາວອົບພະຍົບ, ມັນເປັນເລື້ອງ ທີ່ຫຍຸ້ງຍາກຫຼາຍ ເພາະວ່າຂ້ອຍເຫັນວ່າພໍ່ແມ່ເຮັດວຽກຫນັກຫຼາຍປານໃດ ພວກ ເພິ່ນພົບ​ຄວາມ​ຫຍຸ້ງ​ຍາກຫລາຍ​ໃນ​ການ​ຫາລ້ຽງ​ພວກເຮົາ. ແຕ່ຂ້ອຍຜັດພະຍາ ຍາມເປັນເດັກນ້ອຍອາເມຣິກັນ ແລະມີສະ​ພາບທີ່​ຫຍຸ້ງ​ຍາກຫຼາຍ. ແຕ່ຂ້ອຍຍັງຕ້ອງ​ປະ​ເຊີນກັບການຈໍາແນກເຊື້ອຊາດ ແລະຊົນຊັ້ນຫຼາຍອີກໃນ ຊີວິດຂອງຂ້ອຍ.” ການເປັນຍິງຫນຸ່ມໃນວັດທະນະທໍາທີ່ເຊື່ອວ່າຈຸດປະສົງຂອງການເປັນ ແມ່ຍິງ ແມ່ນເພື່ອແຕ່ງງານແລະຮັບໃຊ້ຜົວຂອງເຈົ້າແມ່ນ​ມີ​ຄວາມທ້າທາຍຫລາຍ ເພາະຂ້ອຍບໍ່ເຊື່ອໃນສິ່ງເຫຼົ່ານັ້ນວ່າ​ມັນຖືກຕ້ອງ. ຂ້ອຍກໍຕ້ອງຮຽນຮູ້ເພື່ອ​ທັງໃຫ້ ເຂົ້າໃຈວ່າເປັນຫຍັງສິ່ງເຫຼົ່ານັ້ນຈຶ່ງມີຄວາມສໍາຄັນຕໍ່ຊຸມຊົນ, ແຕ່ຖ້າຂ້ອຍບໍ່ເຊື່ອ ແລ້ວຂ້ອຍຈະເຮັດແນວໃດກ່ຽວກັບມັນ ເພາະວ່າບາງຄັ້ງເຈົ້າເກີດມາໃນສະຖາ ນະການນັ້ນ ແລ້ວເຈົ້າຮູ້ສຶກຄືກັນກັບວ່າເຈົ້າບໍ່ຢາກ​ເປັນສ່ວນນຶ່ງຂອງຊຸມຊົນນັ້ນ. ແຕ່ຂ້ອຍໄດ້ຮຽນຮູ້ວ່າ ຖ້າມີສິ່ງໃດທີ່ເຮົາບໍ່ພໍໃຈ, ເຮົາສາມາດເຮັດບາງສິ່ງບາງ ຢ່າງເພື່ອ​ແກ້​ໄຂ​ມັນ​ໄດ້. ແຕ່ຂ້ອຍກໍ່ມີຄວາມພາກພູມໃຈຫຼາຍທີ່​ເກີດເປັນ​ຊາວ​ເຜົ່າ​ມົ້ງ ເພາະຂ້ອຍເຕີບໃຫຍ່ຢູ່ໃນຊຸມຊົນທີ່ມີ​ຄວາມຮັກແພງກັນແທ້ໆ. ແລະ​ຂ້ອຍ​ໄດ້​ຮຽນ​ຮູ້​ວ່າ​ສິ່ງ​ນັ້ນ​ເປັນ​ເຫດ​ຜົນ​ທີ່​ເຮັດ​ໃຫ້​ຂ້ອຍ​ຢູ່​ລອດໄດ້​ໃນ​ຕອນທີ່​ຂ້ອຍ​ເປັນ​ເດັກ​ນ້ອຍ​ໃນ​ສະ​ໄໝ​ສົງ​ຄາມ. ຖ້າຊຸມຊົນຂອງຂ້ອຍ ແລະພໍ່ແມ່ຂອງຂ້ອຍ ບໍ່ຮັກຂ້ອຍ, ຂ້ອຍຈະບໍ່ມາ​ເຖິງ​ຈຸດນີ້​ໄດ້.”

ຕະ​ຫລາດມົ້ງ​ຢູ່​ໃນ​ເມືອງ​ແຊນ​ທ໌​ພອ​ລ ລັດ​ມິນ​ເນ​ໂຊ​ຕາ
ຕະ​ຫລາດມົ້ງ​ຢູ່​ໃນ​ເມືອງ​ແຊນ​ທ໌​ພອ​ລ ລັດ​ມິນ​ເນ​ໂຊ​ຕາ

ນະຄອນມີເນອາໂປລິສ ແລະເຊັນທ໌ ພອລ ທີ່ເປັນ​ນະ​ຄອນໃຫຍ່ທີ່ສຸດໃນລັດ ເມນີ ໂຊຕານັ້ນເປັນເຂດຕົວເມືອງທີ່ມີຄົນເຊື້ອສາຍມົ້ງທີ່ມາຈາກລາວ ອາໄສຢູ່ ຢ່າງ​ເປັນ​ປຶກ​ແຜ່ນ​ແໜ້ນ​ໜາຫລາຍທີ່ສຸດໃນສະຫະລັດ ຊຶ່ງປັດ​ຈຸ​ບັນມີຊາວ​ເຜົ່າ​ມົ້ງ 80 ພັນ ກວ່າຄົນ ແລະກໍມີຄົນເຊື້ອສາຍລາວອາໄສຢູ່ປະມານ 8,000 ຄົນ ຊຶ່ງຫລາຍເປັນອັນດັບສາມຮອງລົງມາຈາກເມືອງຊາກຣາແມນໂຕ ແລະແຊນ ແຟຣນຊິສໂກຂອງລັດ ຄາລິຟໍເນຍ, ອີງຕາມອົງການຄົ້ນຄວ້າພີວຂອງ​ສະ​ຫະ​ລັດ. ເຂົາ​ເຈົ້າມີການສ້າງ ສາເສດຖະກິດ ແລະການງານໃຫ້ຮຸ່ງເຮືອງກ້າວໜ້າ ທຽບ​ທັນ​ກັບ​ຊົນ​ເຜົ່າ​ອື່ນໆ ແລະ​ສັງ​ຄົມ​ທົ່ວ​ໄປ​ໃນ​ລັດ​ດັ່ງ​ກ່າວ. ສິ່ງທີ່ໂດດເດັ່ນກວ່າບ່ອນໃດໝົດ ໃນສະຫະ ລັດກໍຄື ມີຕະຫລາດມົ້ງສອງ​ແຫ່ງ ແລະມີໂຮງຮຽນເອກະຊົນທີ່ມົ້ງ ເປັນເຈົ້າຂອງຢູ່ປະມານ 5 ແຫ່ງ. ນອກຈາກນັ້ນ ໃນລັດນີ້ກໍມີຊາວລາວເຜົ່າມົ້ງ ທີ່ເປັນນັກການເມືອງອາ​ເມ​ຣິ​ກັນຫລາຍ​ທີ່​ສຸດ, ກໍ​ຄືມີສະມາຊິກສະພາສູງ 1 ຄົນ, ສະມາຊິກສະພາຕໍ່າ ປະຈໍາລັດ 5 ຄົນ, ເປັນເຈົ້າເມືອງ ແລະເປັນສະມາຊິກສະ ພາບໍລິຫານເມືອງ ອີກຫລາຍຄົນ. ສິ່ງທີ່ໂດດເດັ່ນທີ່ສຸດອີກ​ອັນ​ນຶ່ງກໍຄືການນໍາ ເອົາຫລຽນຄໍາ, ຫລຽນເງິນ ແລະຫລຽນທອງແດງຂອງນາງສຸນິສາ ລີ້ ກັບບ້ານ ຫລັງຈາກໄປແຂ່ງຂັນກິລາໂອລິມປິກຄັ້ງທໍາອິດຂອງນາງໃນ​ປີ​ກາຍນີ້.

ຊຸດເຄື່ອງ​ນຸ່ງຊົນ​ເຜົ່າມົ້ງທີ່​ຂາຍ​ໃນ​ຕະ​ຫລາດບ້ານມົ້ງ​ທີ່​ເມືອງ​ເຊນ​ທ໌​ພອ​ລ, ລັດ​ມິ​ເນ​ໂຊ​ຕາ
ຊຸດເຄື່ອງ​ນຸ່ງຊົນ​ເຜົ່າມົ້ງທີ່​ຂາຍ​ໃນ​ຕະ​ຫລາດບ້ານມົ້ງ​ທີ່​ເມືອງ​ເຊນ​ທ໌​ພອ​ລ, ລັດ​ມິ​ເນ​ໂຊ​ຕາ

ທ່ານ​ນາງໂບ​ ເອ​ງກໍ​ໄດ້​ປະ​ກອບ​ສ່ວນຢ່າງ​ຫ້າວ​ຫັນ​ໃນ​ການ​ພັດ​ທະ​ນາ​ຊຸມ​ຊົນ​ໃນ​ລັດ​ດັ່ງ​ກ່າວ. ທ່ານ​ນາງແຕ່ງ​ງານ​ກັບ​ຊາຍ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ຍີ່​ປຸ່ນ ແລະ​ມີ​ລູກ​ສາວ​ຄົນ​ນຶ່ງອາ​ຍຸ 14 ປີ ແລະ​ທ່ານ​ນາງ​ກໍ​ໄດ້​ສືບ​ຕໍ່ປະ​ຕິ​ບັດ​ໜ້າ​ທີ່​ຊ່ວຍ​ເຫລືອ​ສັງ​ຄົມ​ໃນ​ດ້ານ​ຕ່າງໆ ມາຕະ​ຫລອດ​.

ທີ່ທ່ານໄດ້ຟັງຜ່ານໄປນັ້ນເປັນເລື້ອງລາວການເຂົ້າມາຕັ້ງຖິ່ນຖານ​ຂອງທ່ານ​ນາງ​ໂບ ທາວ ຢູ​ຣັບ​ເບ ກັບ​ພໍ່​ແມ່​ຂອງ​ທ່ານນາງຢູ່ໃນ​ເມືອງ​ເຊນທ໌ ພອ​ລ ລັດ​ມີ​ເນ​ໂຊ​ຕາ ຊຶ່ງ​ທ່ານ​ນາງ​ໄດ້​ກາຍ​ເປັນ​ຜູ້ນຶ່ງ​ທີ່​ມີ​ບົດ​ບາດສຳ​ຄັນ​ໃນ​ການ​ນຳ​ພາປະ​ຊາ​ຄົມ​ຊາວມົ້ງ ແລະ​ໃນ​ດ້ານການ​ສຶກ​ສາຂອງ​ລັດ​ດັ່ງ​ກ່າວ. ຂໍເຊີນທ່ານມາຟັງ ລາຍງານຊຸມຊົນຊາວລາວເລື້ອງໃໝ່ ໃນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG