ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານບຸນລ້ຽງ ພົງປີຊາ ໄດ້ມາຕັ້ງຖິ່ນຖານ ແລະ​ສ້າງ​ຖາ​ນະ​ອັນໝັ້ນຄົງ ຢູ່ໃນລັດຄາໂຣໄລນາໃຕ້ ຫຼັງ​ຈາກ​ໄດ້​ອົ​ບ​ພະ​ຍົບ​ອອກ​ຈາກ​ບ້ານ​ມາ


ທ່ານ​ບຸນ​ລ້ຽງ ພ້ອມ​ກັບ​ພັນ​ລະ​ຍາ ພາ​ຫລານ​ນ້ອຍ​ຂອງ​ເພິ່ນ​ໄປ​ກິນ​ເຂົ້າ​ຢູ່​ຮ້ານ​ອາ​ຫານ​ຫ່ງ​ນຶ່ງ​ໃນ​ເມືອງ​ຟ​ລໍ​ເຣນ​ສ໌, ລັດ​ຄາ​ໂຣ​ໄລນາ​ໃຕ້
ທ່ານ​ບຸນ​ລ້ຽງ ພ້ອມ​ກັບ​ພັນ​ລະ​ຍາ ພາ​ຫລານ​ນ້ອຍ​ຂອງ​ເພິ່ນ​ໄປ​ກິນ​ເຂົ້າ​ຢູ່​ຮ້ານ​ອາ​ຫານ​ຫ່ງ​ນຶ່ງ​ໃນ​ເມືອງ​ຟ​ລໍ​ເຣນ​ສ໌, ລັດ​ຄາ​ໂຣ​ໄລນາ​ໃຕ້

ສະບາຍດີທ່ານຜູ້ຟັງທີ່ເຄົາລົບໃນຄ່ຳຄືນນີ້ ທ່ານຈະຟັງເລື້ອງລາວການ ມາຕັ້ງຖິ່ນຖານຢ່າງ​ໝັ້ນ​ຄົງ ຂອງທ່ານ​ບຸນ​ລ້ຽງພົງ​ປີ​ຊາ ຢູ່​ໃນລັດ​ຄາ​ໂຣ​ໄລ​ນາ​ໃຕ້ ພາຍ​ຫລັງ​ທີ່​ທ່ານ​ໄດ້​ໜີ​ອອກ​ຈາກ​ບ້ານ​ເກີດ​ເມືອງນອນ​ ໃນ​ປີ 1975 ຊຶ່ງ​ບົວ​ສະ​ຫວັນຈະ​ນຳມາ​ສະ​ເໜີໃນອັນດັບຕໍ່ໄປ.

ພາຍ​ຫລັງ​ທີ່​ປະ​ເທດ​ຊາດ​ກຳ​ລັງ​ຈະ​ປ່ຽນ​ແປງ​ການ​ປົກ​ຄອງ ໃນ​ປີ 1975 ນັ້ນ ທ່ານ​ບຸນ​ລ້ຽງ ພົງ​ປີ​ຊາ, ອະ​ດີດ​ທະ​ຫານຜູ້​ທີ່​ເຄີຍ​ໄດ້​ມາຝຶກ​ອົບ​ຮົມ​ດ້ານ​ການ​ສອນ​ພາ​ສາ​ອັງ​ກິດ ຢູ່ໃນ​ສະ​ຫະ​ລັດ​ກ່ອນ​ໜ້ານັ້ນ ກໍ​ໄດ້ພາ​ພັນ​ລະ​ຍາ ແລະ​ລູກຊາຍ​ນ້ອຍ​ຄົນ​ນຶ່ງ ໜີ​ອອກ​ຈາກ​ບ້ານ​ເກີດ​ເມືອງຂອງ​ຕົນໄປ​ຢູ່​ປະ​ເທດ​ໄທ ຊຶ່ງ​ຕອນນັ້ນ ແມ່ນຍັງ​ບໍ່​ມີ​ສູນ​ອົບ​ພະ​ຍົບ​ເທື່ອ. ເມື່ອ​ມີ​ສູນ​ອົບ​ພະ​ຍົບ​ລາວ​ຕັ້ງ​ຂຶ້ນຢູ່​ຈັງ​ຫວັດ​ໜອງ​ຄາຍໃນ​ປີ 1976 ແລ້ວ ທ່ານກໍເຂົ້າ​ໄປອາ​ໄສ​ຢູ່​ໃນສູນ​ອົບ​ພະ​ຍົບແຫ່ງນັ້ນ ແລ້ວທ່ານຈຶ່ງ​ໄດ້​ຍົກ​ຍ້າຍ​ມາ​ຢູ່​ໃນ​ເມືອງ​ຟ​ລໍ​ເຣນ​ສ໌, ລັດ​ຄາ​ໂຣ​ໄລ​ນາ​ໃຕ້ໃນ​ປີນັ້ນເລີຍ. ທັງ​ນີ້ ກໍ​ເພາະມີການ​ຮັບ​ປະ​ກັນເອົາ​ຈາກພໍ່​ຮັກ​ຂອງ​ພັນ​ລະ​ຍາ​ຂອງທ່ານ​ເອງ ຊຶ່ງ​ເປັນ​ນາຍທະ​ຫານ​ອາ​ເມ​ຣິ​ກັນ ທີ່​ອອກ​ກິນ​ບຳ​ນານ​ແລ້ວ. ທ່ານ​ເລົ່າເຖິງ​ລາຍ​ລະ​ອຽດ​ສູ່​ຟັງ​ວ່າ:

​ເໝືອນດັ່ງ​ຫລາຍໆຄົນ​ ທີ່ພະ​ຍາ​ຍາມ​ຕັ້ງ​ຊີ​ວິດ​ໃໝ່ໃນ​ຕ່າງແດນ, ທ່ານ​ບຸນ​ລ້ຽງ ພ້ອມ​ພັນ​ລະ​ຍາ​ຊຶ່ງ​ເປັນຊາວ​ອົບ​ພະ​ຍົບ​ມາ​ຈາກ​ລາວໃນ​ຕອນນັ້ນ ເມື່ອມາ​ເຖິງ​ສະ​ຫະ​ລັດ​ແລ້ວ ທ່ານ​ກໍ​ໄດ້​ເຂົ້າ​ຮຽນ​ໃນ​ໂຮງ​ຮຽນ​ວິ​ຊາ​ຊີບ ແລະ​ກໍບຸກ​ບືນ​ຮ່ຳ​ຮຽນ​ ​ເລື້ອຍໆໄປ ເພື່ອ​ຈະສາ​ມາດ​ປະ​ກອບ​ອາ​ຊີບທີ່​ພາ​ໃຫ້​ມີ​ຖາ​ນະ​ໝັ້ນ​ຄົງ​ໄດ້ ຊຶ່ງ​ທ່ານ​ເລົ່າ​ເຖິງ​ປະ​ຫວັດ​ການ​ຮຽນ​ຂອງ​ທ່ານ​ສູ່​ຟັງ​ວ່າ:

ສ່ວນ​ພັນ​ລະ​ຍາ​ຂອງ​ທ່ານນັ້ນ ກໍ​ໄດ້​ໄປ​ຮຽ​ນ​ດ້ານ​ຕັດ​ຫຍິບ ແລະກໍ​ເຮັດ​ວຽກເປັນ​ຜູ້​ຈັດ​ການ​ດ້ານ​ແປງ​ເຄື່ອງ​ນຸ່ງ​ໃນ​ງານ​ວິ​ວາ ສຳ​ລັບ​ເຈົ້າ​ສາວ ແລະ​ເພື່ອນ​ເຈົ້າ​ສາວ ​ໃນ​ບໍ​ລິສັດ​ເດ​ວິ​ສ ໄບ​ຣ​ໂດ​ລ (Davi’s Bridal) ​ຊຶ່ງ​ເປັນບໍ​ລິ​ສັດ​ໃຫຍ່ມີ ​ເຄືອ​ຂ່າຍປະ​ມານ 400 ແຫ່ງຢູ່​ທົ່ວ​ສະ​ຫະ​ລັດ.

ລັດ​ຄາ​ໂຣ​ໄລນາ​ໃຕ້​ເປັນ​ລັດ​ທີ່​ມີ​ແຜ່ນ​ດິນ​ໃຫຍ່​ ​ແຕ່​ມີ​ພົນ​ລະ​ເມືອງ​ໜ້ອຍ​ເມື່ອ​ທຽບ​ໃສ່​ກັບ​ເນື້ອ​ທີ່​ຂອງ​ລັດ ຊຶ່ງ​ມີ​ພົນ​ລະ​ເມືອງ​ທັງ​ໝົດ ປະ​ມານ 4 ລ້ານ​ປາຍ​ຄົນ​ເທົ່າ​ນັ້ນ. ເນື່ອງ​ຈາກວ່າ ມັນ​ຕັ້ງ​ຢູ່ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້ຂອງ​ສະ​ຫະ​ລັດ ຊຶ່ງ​ເປັນເຂດ​ທີ່​ມີ​ອາ​ກາດ​ຂ້ອນ​ຂ້າງ​ອຸ່ນ ສະ​ນັ້ນໃນ​ຊ່ວງ​ລະ​ດູ​ໜາວກໍ​ເກືອບ​ວ່າບໍ່​ມີ​ຫິ​ມະ​ຕົກ​ເລີຍ ນອກ​ຈາກ​ຢູ່​ໃນ​ບາງ​ປີ​ເທົ່າ​ນັ້ນ, ອີງ​ຕາມ​ທ່ານ​ບຸນ​ລ້ຽງ​ເວົ້າ.

​ທ່ານ​ບຸນ​ລ້ຽງ ແລະ​ພັນ​ລະ​ຍາ​ພາ​ກັນ​ໄປ​ຊື້​ອາ​ຫານ​ໃນ​ເຂດ​ສູນ​ການ​ຄ້າ​ແຫ່ງ​ນຶ່ງ​ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້
​ທ່ານ​ບຸນ​ລ້ຽງ ແລະ​ພັນ​ລະ​ຍາ​ພາ​ກັນ​ໄປ​ຊື້​ອາ​ຫານ​ໃນ​ເຂດ​ສູນ​ການ​ຄ້າ​ແຫ່ງ​ນຶ່ງ​ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້

ເມື່ອ​ຖາມ​ເຖິງ​ຈຳ​ນວນ​ຄົນ​ເຊື້ອ​ສາຍ​ລາວໃນ​ລັດນັ້ນ​ທ່ານບອກວ່າ ມີ​ປະ​ມານ 3 ພັນ​ຄົນ. ແຕ່​ວ່າ​ດຽວນີ້ ກໍ​ເລີ້ມ​ມີ​ຄົນ​ລາວ​ຍົກ​ຍ້າຍ​ຈາກ​ເຂດ​ເໜືອ​ຂອງ​ປະ​ເທດ ​ເຂົ້າ​ໄປ​ອາ​ໄສ​ຢູ່​ລັດ​ນັ້ນ​ຫລາຍ​ຂຶ້ນ ດັ່ງ​ທີ່​ທ່ານ​ເລົ່າ​ສູ່​ຟັງ​ວ່າ:

ທ່ານ​ບຸນ​ລ້ຽງ ພົງ​ປີ​ຊາ (ເສື້ອ​ສີ​ຟ້າ) ພ້ອມ​ພັນ​ລະ​ຍາ​ (ເສື້ອ​ສີ​ສົ້​ມ) ໄປທ່ຽວ​ສວນ​ແຫ່ງ​ນຶ່ງ​ກັບ​ໝູ່​ເພື່ອນ
ທ່ານ​ບຸນ​ລ້ຽງ ພົງ​ປີ​ຊາ (ເສື້ອ​ສີ​ຟ້າ) ພ້ອມ​ພັນ​ລະ​ຍາ​ (ເສື້ອ​ສີ​ສົ້​ມ) ໄປທ່ຽວ​ສວນ​ແຫ່ງ​ນຶ່ງ​ກັບ​ໝູ່​ເພື່ອນ

ສ່ວນ​ເມືອງ​ຟ​ລໍ​ເຣນ​ສ໌​ທີ່ທ່ານບຸນ​ລ້ຽງອາ​ໄສ​ຢູ່ນັ້ນ ແມ່ນ​ເປັນ​ເມືອງ​ນ້ອຍໆຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ລັດ​ດັ່ງ​ກ່າວ ແລະ​ມີ​ປະ​ຊາ​ກອນປະ​ມານ 35 ພັນ​ຄົນ. ​ເມືອງນີ້​ບໍ່ ​ຄ່ອຍ​ມີ​ຄົນ​ລາວອາ​ໄສ​ຢູ່​ຫລາຍ ຊຶ່ງ​ປັດ​ຈຸ​ບັນ​ກໍ​ມີປະ​ມານ 4 ຄອບ​ຄົວ​ເທົ່າ​ນັ້ນ ຊຶ່ງ​ເຂົາ​ເຈົ້າ​ຍ້າຍ​ມາ​ຈາກ​ລັດ​ໂຣດໄອ​ແລນ ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ ເໜືອ​ຂອງ​ປະ​ເທດ ທີ່​ເຫັນ​ວ່າຄ່າ​ຄອງ​ຊີບ ເປັນ​ຕົ້ນ​ແມ່ນ​ລາ​ຄາ​ເຮືອນ​ຖືກ ກວ່າ​ລັດອື່ນ​ຫລາຍ. ນັບ​ຕັ້ງ​ແຕ່​ມາ​ຢູ່​ສະ​ຫະ​ລັດ ທ່ານ​ບຸນ​ລ້ຽງບໍ່​ໄດ້​ຍ້າຍ​ໄປ​ຢູ່​ລັດ​ໃດ​ເລີຍເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ໄປ​ຮຽນຢູ່​ລັດ​ອື່ນ ແລະ​ມີ​ວຽກ​ງານ​ສະເໜີ​ໃຫ້ເຮັດ​ ​ກໍ​ຕາມ. ທັງ​ນີ້ ກໍ​ເພາະວ່າ:

​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ເປັນ​ລັດ​ທີ່ຕັ້ງ​ຢູ່​ແຄມ​ມະ​ຫາ​ສະ​ໝຸດ​ແອັດ​ລັງ​ຕິກ ແລະ ​ມີ ຄວາມສຳ​ຄັນ​ທາງ​ປະ​ຫວັດ​ສາດຂອງ​ສະ​ຫະ​ລັດ​ຫລາຍ ຊຶ່ງ​ໃນ​ນັ້ນ​ກໍມີ​ເມືອງຊາ​ຣ໌​ຕັນ (Charleston) ​ທີ່​ເປັນ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ລັດ​ນັ້ນ ແລະ​ເມືອ​ງ​ອື່ນ​ອີກ ທີ່ແຫລ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ແຫ່ງຂອງປະ​ເທດເຊັ່ນ​ເມືອງ​ເມີ​ເທັນ ​ບີ​ສ (Myrtle Beach) ທີ່​ມີ​ຫາຍ​ຊາຍ​ອັນ​ສວຍ​ງາມ ແລະ​ອາ​ກາດ​ອົບ​ອຸ່ນນັ້ນ ດັ່ງ​ທີ່​ທ່ານ​ບຸນ​ລ້ຽງ​ເລົ່າ​ສູ່​ຟັງ​ວ່າ:

​ທ່ານ​ບຸນ​ລ້ຽງ ພົງ​ປີ​ຊາ ພ້ອມ​ກັບ​ພັນ​ລະ​ຍາ ພາ​ກັນ​ໄປ​ເຮັດ​ບຸນ​ຢູ່​ວັດ​ແຫ່ງ​ນຶ່ງ​ໃນ​ລັດ​ຈໍ​ເຈຍ ທີ່​ຕິດ​ກັບ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້​ນັ້ນ​
​ທ່ານ​ບຸນ​ລ້ຽງ ພົງ​ປີ​ຊາ ພ້ອມ​ກັບ​ພັນ​ລະ​ຍາ ພາ​ກັນ​ໄປ​ເຮັດ​ບຸນ​ຢູ່​ວັດ​ແຫ່ງ​ນຶ່ງ​ໃນ​ລັດ​ຈໍ​ເຈຍ ທີ່​ຕິດ​ກັບ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້​ນັ້ນ​

ລັດ​ຄາ​ໂຣ​ລີ​ນາ​ໃຕ້ ໃນ​ເມື່ອ​ກ່ອນ​ແມ່ນເປັນ​ລັດທີ່​ມີ​ຊື່​ສຽງ​ທາງ​ດ້ານການ​ປູກ​ຢາ​ສູບ, ປູກ​ຝ້າຍ ແຕ່​ວ່າໃນປະ​ມານສີ່ທົດ​ສະ​ວັດມານີ້ ການ​ຜະ​ລິດ​ດ້ານ​ອຸດ​ສາ​ຫະ​ກຳ​ແມ່ນ​ໄດ້​ຂະ​ຫ​ຍາຍ​ຕົວ​ຢ່າງ​ໄວ​ວາ ແລະ​ຄົນ​ລາວຢູ່​ລັດ​ນັ້ນ​ສ່ວນ​ຫລາຍ​ແລ້ວ ​ກໍ​ເຮັດ​ວຽກຢູ່​ໃນ​ໂຮງ​ງານ​ຕ່າງໆ ດັ່ງ​ທີ່​ທ່ານ​ບຸນ​ລ້ຽງ​ເວົ້າ​ສູ່​ຟັງ​ວ່າ:

ຊາວ​ລາວ​ບໍ່​ວ່າຈະ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ຖິ່ນ​ໃດ​ກໍ​ຕາມ​ກໍ​ຈະ​ບໍ່​ລືມ​ສາ​ສະ​ໜາ ແລະ​ວັດ​ທະ​ນະ​ທຳຊຶ່ງ​ສ່ວນ​ໃຫຍ່ແມ່ນ​ສະ​ໜາ​ພຸດ​ທີ່​ຕົນ​ເຄີຍ​ນັບ​ຖື​ໃນ​ສະ​ໄໝ​ຢູ່​ປະ​ເທດລາວ ນັ້ນ​ໄປ​ນຳ.​ ຄົນ​ເຊື້ອ​ສາຍ​ລາວ​ໃນ​ລັດໂຣ​ໄລ​ນາ​ໃຕ້ສ່ວນ​ໃຫຍ່ກໍ​ນັບ​ຖື​ສາ​ສະ​ໜາ​ພຸດ ແລະ​ກໍ​ໄດ້​ສ້າງ​ສາ​ວັດ​ວາຢູ່​ບາງ​ແຫ່ງເປັນ​ຕົ້ນ​ແມ່ນ​ຢູ່​ໃນ​ເມືອງສະ​ປາ​ຕັນ​ເບີກທີ່​ມີ​ປະ​ຊາ​ຄົມ​ລາວ​ຫລາຍ​ທີ່​ສຸດ​ ຢູ່​ພາກເໜືອ​ຂອງ​ລັດ​ດັ່ງ​ກ່າວ ແລະມີ​ຊາຍ​ແດນ​ຕິດ​ກັບ​ລັດຄາ​ໂຣ​ໄລ​ນາ​ເໜືອ. ສ່ວນ​ທ່ານ​ບຸນ​ລ້ຽງທີ່​ອາ​ໄສ​ຢູ່​ທາງ​ຕາ​ເວັນ​ກ​ອອກ ແລະ​ພວກ​ຊາວ​ລາວທີ່ຢູ່​ເຂດ​ພາກກາງ ແລ​ະ​ພາກ​ໃຕ້​ຂອງລັດ​ດັ່ງ​ກ່າວ ສ່ວນ​ຫລາຍ​ກໍໄປ​ວັດ​ໄທ ໃນ​ເຂດ​ທີ່​ເຂົາ​ເຈົ້າ​ຢູ່ນັ້ນ ຫລືບໍ່​ກໍ​ໄປ​ວັດ​ຢູ່​ໃນ​ລັດ​ໃກ້​ຄຽງ ​ເຊັ່ນ​ລັດ​ຈໍ​ເຈຍດັ່ງ​ທີ່ທ່ານ​ບຸນ​ລ້ຽງ​ເລົ່າ​ສູ່​ຟັງ​ວ່າ:

ປັດ​ຈຸ​ບັນນີ້​ ທ່ານ​ບຸນ​ລ້ຽງ ແລະ​ພັນ​ລະ​ຍາ​ກໍ​ໄດ້​ອອກ​ກິນ​ເບ້ຍ​ບຳ​ນານ​ແລ້ວ ແລະ​ກໍ​ໄດ້​ປະ​ກອບ​ສ່ວນ​ອັນ​ຫ້າວ​ຫັນ​ໃນ​ການ​ທຳ​ບຸນ​ທຳ​ທານໃນ​ວັດວາ. ພວກ​ເພິ່ນ​ມີ​ຄອບ​ຄົວ​ອັນ​ອົບ​ອຸ່ນ ແລະມັ້ງ​ຄັ້ງ​ສົມ​ບູນ, ມີ​ລູກ​ເຕັມ​ບ້ານ​ ມີ​ຫລານ​ເຕັມ​ເຮືອນ ເພາະ​ລູກ​ຊາຍ​ທັງ​ສອງ​ຄົນຂອງ​ພວກ​ເພິ່ນທີ່ຮຽນ​ຈົບ​ປະ​ລິນ​ຍາ​ຕີ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລແລ້ວ​ ກໍ​ປະ​ກອບ​ອາ​ຊີບທີ່​ດີ ແລະ​ສ້າງ​ຄອບ​ຄົວທີ່​ຖາ​ນະ​ອັນ​ໝັ້ນ​ຄົງ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນເປັນເລື້ອງລາວການເຂົ້າມາຕັ້ງຖິ່ນຖານ​ຂອງທ່ານ​ບຸນ​ລ້ຽງ ພົງ​ປີ​ຊາ ຢູ່ໃນ​ເມືອງ ຟ​ລໍ​ເຣນ​ສ໌, ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ຊຶ່ງ​ຕັ້ງ​ຢູ່​ໃນ​ພາກຕາ​ເວ​ນ​ອອກ​ສຽງ​ໃຕ້​ຂອງ​ສະ​ຫະ​ລັດ ນັບ​ຕັ້ງ​ແຕ່​ປີ 1976 ເປັນ​ຕົ້ນ​ມາ. ຂໍເຊີນທ່ານ ຮັບຟັງລາຍງານຊຸມຊົນຊາວລາວເລື້ອງໃໝ່ ໃນອາທິດໜ້າເວລາດຽວກັນນີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG