ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ແລະປະເທດອື່ນໆ ມີສ່ວນສ້າງ ມົນລະພິດ ອາກາດ ຢູ່ໃນຈີນ (ວີດີໂອ ພາສາລາວ/ອັງກິດ)


Pollution Outsourced to China Returns to US
please wait

No media source currently available

0:00 0:01:47 0:00
ລິງໂດຍກົງ

ເບິ່ງວີດີໂອ ຂອງລາຍງານນີ້

ຄວັນໝອກ​ມົນ​ລະ​ພິດ ​ທີ່ສົ່ງ​ຜົນ​ກະທົບ​ຕໍ່ຊາວ​ຈີນ​ຢູ່ເລື້ອຍໆນັ້ນ
ສ່ວນ​ນຶ່ງ​ແມ່ນ​ເປັນ​ຍ້ອນ​ໂຮງຈັກໂຮງງານ ທີ່​ຜະລິດ​ສິນຄ້າ​ຫຼາຍ​
ຢ່າງ​ສະໜອງ​ ຄວາມຕ້ອງການ​ຂອງໂລ​ກ ​ເຊັ່ນ​ເກີບ ​ເຄຶ່ອງຫຼິ້ນ​
ເດັກນ້ອຍ ​ເຄຶ່ອງ​ໃຊ້​ໄຟຟ້າ ​ແລະ​ຜະລິດ​ຕະພັນ​ອື່ນໆ ອິງ​ຕາມ​
ຜົນການ​ສຶກສາ​ຄົ້ນຄວ້າ​ໃໝ່​ບັ້ນ​ນຶ່ງ. Steve Baragona ຜູ້​ສື່​
ຂ່າວ​ວີ​ໂອ​ເອ ລາຍ​ງານວ່າ ມົນ​ລະ​ພິດ​ທີ່​ເກີດຂຶ້ນ ຢູ່​ໃນ​ຈີນນັ້ນ
ສ່ວນ​ນຶ່ງ​ໄດ້​ໂງກັບຄືນ​ ໄປ​ຍັງຕ່າງປະ​ເທດ​. ​ ທອງ​ປານມີ​ລາຍ​
ລະອຽດ​ ມາສະ​ເໜີ​ທ່ານ

ລິງໂດຍກົງ

​ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ມົນ​ລະ​ພິດ​ອາກາດ​ທີ່​ອັນຕະລາຍ​ທີ່​ສຸດ​ນັ້ນ ​ໄດ້​ກາຍ​ມາເປັນ ສ່ວນ​ນຶ່ງ​ຂອງ​ຊີວິດຢູ່​ໃນ​ຫຼາຍໆ​ເຂດຂອງຈີນ. ບໍ່​ວ່າ​ຈະ​ເປັນພວກລົດຍົນ ລົດ​ບັນທຸກ ​ແລະ​ໂຮງງານ​ໄຟຟ້າ ລ້ວນ​ແລ້ວ​ແຕ່​ມີ​ສ່ວນ​ສ້າງ​ມົນ​ລະ​ພິດ​ທັງ​ນັ້ນ ​ແຕ່​ກໍ​ຍັງ​ມີອີກ​ປັດ​ໃຈ​ນຶ່ງ ທີ່ເຮົາ​ຕ້ອງພິຈາລະນາ​ຄືກັນ ອິງ​ຕາມ ນັກ​ຄົ້ນ​ຄວ້າ​ປະ​ຈໍາ​ມະຫາ​ວິທະຍາ​ໄລ​ລັດແຄ​ລິ​ຟໍ​ເນຍ ທີ່​ເມືອງ Irvine ທ່ານ Steve Davis ທີ່​ລົມ​ກັບ​ວີ​ໂອ​ເອ ຜ່ານ​ທາງ Skype ວ່າ

ທ່ານ ​ເດ​ວີສ ​ເວົ້າ​ວ່າ​: “ອາດ​ມີ​ຮອດ ນຶ່ງ​ສ່ວນ​ສີ່​ ຂອງ​ສິ່ງ​ທີ່​ເຮົາ​ເຫັນຢູ່​ໃນ ຮູບ​ພາບ ຂອງມົນ​ລະ​ພິດໃນ​ປະ​ເທດຈີນ ແລະ​ເຫັນ​ທຸກໆ​ຄົນ​ສວມ​ໜ້າ​ກາກ​ງວມ​ດັງ ນັ້ນ ມັນ​ມີ​ສາ​ເຫດມາ​ຈາກຜະລິດ​ຕະພັນ​ຕ່າງ​ໆ ທີ່​ພວກ​ເຂົາ​ເຈົ້າ​ຜະລິດຂຶ້ນມາ ​ເພື່ອ ສະໜອງ​ຄວາມ​ຕ້ອງການ​ຢູ່​ໃນເຂດອື່ນໆ​ຂອງ​ໂລກ.”

​ໂລກ​ໄດ້​ຍົກຍ້າຍ​ຖານ​ ຫຼື​ຂະ​ບວນການຜ​ະລິດ​ ສ່ວນ​ໃຫຍ່​ຂອງ​ຕົນ​ເຂົ້າ​ໄປ​ຕັ້ງຢູ່​ໃນ​ຈີນ.
ຢູ່​ໃນວາລະສານ ການ​ດໍາ​ເນີນ​ການ​ຂອງ​ສະ​ຖາ​ບັນ​ວິທະຍາ ສາດແຫ່ງ​ຊາດ ຫຼື The Proceedings of the National Academy of Sciences ນັ້ນ ທ່ານ ​ເດ​ວີສ ​ແລະ​ເພື່ອນ​ຮ່ວມງານ ​ພົບ​ວ່າ ການ​ຜະລິດ ພວກເຄຶ່ອງ​ໃຊ້​ອີ​ເລັກ​ໂທຣນິກ ​ເກີບ ​ເຄຶ່ອງຫຼິ້ນ​ເດັກ
ນ້ອຍ ​ແລະ​ຜະລິດ​ຕະພັນ​ອື່ນ​ໆ ຄື​ຕົວ​ການ​ທີ່ປ່ອຍທາດ nitrogen oxides ອອກ​ມາ​ໃຫ້​ເປັນ​ໝອກ​ຄວັນ ​ໃນ​ປະລິມານ​ນຶ່ງສ່ວນ​ສີ່​ຂອງ​ປະ​ເທດ ​ແລະ​ປ່ອຍສາ​ນ sulfur dioxide
ທີ່​ພາ​ໃຫ້ເປັນ​ໂຣກຫື​ດນັ້ນ ໃນ​ປະລິ​ມານນຶ່ງ​ສ່ວນ​ສາມ.​

ຊາວ​ເອັດ​ເປີ​ເຊັນ​ຂອງ​ທັງ​ສອງປະລິມານ​ນັ້ນ ​ແມ່ນ​ມາ​ຈາກການ​ຜະລິດພວກ​ສິນຄ້າ ທີ່​ສົ່ງ​ມາ​ຍັງ​ສະຫະລັດ​.

​ແລະ​ມົນ​ລະ​ພິດດັ່ງກ່າວຈໍານວນ​ນຶ່ງ ກໍ​ຕິດຕາມ​ມາ​ກັບຜະລິ​ດຕະພັນ​ເຫຼົ່ານັ້ນ ​ຕາມ​ກະ​ແສ​ລົມທີ່​ພັດ​ຂ້າມ​ມະຫາ​ສະມຸດ​ແປ​ຊິ​ຟິກ ມາ​ຍັງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ ສະຫະ​ລັດ ຊຶ່ງ​ທ່ານເດ​ວີສ​ເວົ້າ​ວ່າ ມັນ​ເປັນ​ປະລິມານຫຼາຍ​ພໍ​ທີ່​ຈະ​ສ້າງ​ຜົນ ກະທົບ​ຕໍ່​ຄຸນ​ນະພາ​ບຂອງອາກາດ​
ຢູ່​ໃນ​ສະຫະລັດ​ໄດ້.

ທ່ານ ​ເດ​ວີສ ​ກ່າວ​ຕື່ມວ່າ: “ອາດ​ຈະ​ມີ​ເຖິງ ນຶ່ງ​ສ່ວນ​ສີ່​ ຂອງ​ມົນ​ລະ​ພິດ​ອາ ກາດ​ຢູ່​ໃນ​ຫຼາຍໆເຂດຂອງຝັ່ງ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ທີ່​ກ່ຽວ​ພັນ ບໍ່​ແມ່ນ​ແຕ່ກັບ​ມົນ​ລະ​ພິດ​ຂອງ​ຈີນ​ເທົ່າ​ນັ້ນ ​ແຕ່​ມົນ​ລະ​ພິດ​ທີ່​ສືບ​ເນື່ອງ​ມາ​ຈາກ​ການ ຜະລິດ​ສິນ ຄ້າສົ່ງ​ອອກ ຂ​ອງຈີນ​ນັ້ນ​ນໍາ.”

ທ່ານ Renyi Zhang ນັກ​ຄົ້ນຄວ້າປະ​ຈໍາ​ມະຫາ​ວິທະຍາ​ໄລ Texas A&M ​ເວົ້າ​ວ່າ ຜົນ​ການ​ສຶກສາພົບ​ວ່າ ບັນຄູ່​ຄ້າຂາຍ​ເຫຼົ່າ​ນີ້ ບໍ່ໄດ້ແລກປ່ຽນ​ກັນ ​ແຕ່​ໃນ​ດ້ານ​ສິນຄ້າ​ແລະ​ການ​ບໍລິການ​ເທົ່າ​ນັ້ນ. ທ່ານໄດ້​ໃຫ້​ສໍາ​ພາດກັບ ວີ​ໂອ​ເອ ທາງ Skype.

ທ່ານ Zhang ​ເວົ້າ​ວ່າ: “ເນື້ອ​ໃນ​ໃຈຄວາມ​ຂອງການ​ສຶກສາ​ນີ້ ກໍ​ແມ່ນວ່າ ຈີນ​ມີ​ບົດບາດໃນ​ເລຶ່ອງການ​ສ້າງ​ມົນ​ລະ​ພິດໃສ່​ອາກາດ​ໃນ​ສະຫະລັດ ​ແຕ່​ແທ້​ໆ​ແລ້ວ ສະຫະລັດ​ກໍ​ມີ​ບົດບາດ​ເຊັ່ນ​ກັນ ຍ້ອນ​ວ່າ​ພວກ​ເຮົາ​ສົ່ງ​ອອກ​ການ ຄ້າ​ໄປ​ຍັງ​ຈີນ
ກໍ​ຄື​ໃຫ້​ຈີນ​ຜະລິດ​ສິນຄ້າ​ໃຫ້​ພວກ​ເຮົາ.”


​ແລະ​ອີງ​ຕາມ​ທ່ານເດ​ວີສ​ແລ້ວ ນັ້ນໝາຍ​ຄວາມ​ວ່າ ສະຫະລັດແລະ​ປະ​ເທດ​ອື່ນໆ ທີ່​ຮັບ​ຊື້ຜະລິດ​ຕະພັນ​ຕ່າງໆ ​ທີ່​ເຮັດ​ຈາກ​ຈີນນັ້ນ ກໍ​ມີ​ຄວາມ​ຮັບຜິດ ຊອບສ່ວນ​ນຶ່ງ​ ​ໃນການ​ເຮັດ​ໃຫ້ອາກາ​ດເປື້ອນ​ເປິະ ຢູ່ໃນຈີນ.

Smog Shuts Down Chinese City
please wait

No media source currently available

0:00 0:00:43 0:00
ລິງໂດຍກົງ


Roughly one quarter of the air pollution choking China comes from factories supplying the rest of the world with shoes, electronics, toys, and almost everything else, according to a new study.
But according to a team of U.S. and Chinese researchers, the smog made in China does not stay there. Findings of their work published in the Proceedings of the National Academy of Sciences indicate the pollution is drifting across the Pacific Ocean and clouding air in the United States.
Focusing on 2006, the study finds that export industries produce one-third of China’s sulfur dioxide, one-fourth of its nitrogen oxides, one-fourth of its carbon monoxide, and one-sixth of its black carbon.
By first analyzing the amount of pollution generated by producing each good or service, the group then determined what proportion of those goods and services was exported.
Study co-author Steven Davis at the University of California, Irvine, says the research places images of the heavily polluted country in a different context.
“Maybe a quarter of what you are seeing when you see pictures of that Chinese pollution and everyone wearing masks has to do with goods they are making for other parts of the world,” he said.
Of the export-related pollution, 21 percent was due to trade with the United States, the researchers said, a significant portion of which boomeranged back to China.
Using atmospheric models, the researchers determined that as much as a quarter of the sulfur dioxide polluting the air over the western United States that year came from China.
California Air Resources Board officials say the Los Angeles area had 120 excessive-ozone days in 2006, of which, atmospheric models indicate, Chinese pollution contributed to two extra days.
“We do have pollution still in this country,” Davis said. “We are not completely blameless.”
But the pollution did not stop at the West Coast. Chinese emissions also added two non-compliant days in Chicago and the surrounding areas, which had fewer than 10 in 2006, and regions on the East Coast were affected as well.
The authors note that while Chinese air has grown dirtier, it has grown cleaner in the northern and eastern United States as manufacturing has leave these regions — often for China.
“What this paper is saying is that China is playing a role in terms of polluting U.S. air," said Texas A&M University atmospheric chemist Renyi Zhang, who was not involved in the research. "But the United States is actually playing a role as well because we are exporting the trading to the Chinese.”
That, says Davis, puts some of the onus for China’s polluted air on the United States and the other countries that rely on its export industries.
“Insofar as you believe consumers somewhere down the road should bear some responsibility for the pollution that goes on to produce the goods and services they are consuming, the rest of the world has some responsibility to help China clean up that problem,” he said.
XS
SM
MD
LG