ໃນໄລຍະ 50 ປີ ຂ້າງໜ້າ ຄາດກັນວ່າ ໂຣກຄວາມຈຳເສື່ອມ ຫຼື
Alzheimer ແລະ ໂຣກສະໝອງເສື່ອມ ຈະມີຜົນກະທົບເພີ້ມຂຶ້ນ
ຕໍ່ພວກຜູ້ໃຫຍ່ທີ່ເຖົ້າແກ່ແລ້ວ ໃນທົ່ວໂລກ. ອີງຕາມ ຜູ້ສື່ຂ່າວ
ວີໂອເອ Carol Pearson ບັນດານັກຄົ້ນຄວ້າ ກຳລັງສຶກສາ
ເບິ່ງວ່າ ວິຕາມິນ D ຈະສາມາດ ເຮັດຜູ້ທີ່ກຳລັງເລີ້ມເປັນ ໂຣກ
ສະໝອງເສື່ອມນັ້ນ ຊ້າລົງໄດ້ຫຼືບໍ່. ໄຊຈະເລີນສຸກ ຈະນຳເອົາ
ລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ວິຕາມິນ D ແມ່ນມາຈາກແສງຕາເວັນ ແລະ ຈາກອາຫານບາງຢ່າງ ເຊັ່ນ ພວກໝາກຖົ່ວ ພວກຖົ່ວເລັນຕິລ ແລະ ໄຂມັນປາ.
ບັນດານັກຄົ້ນຄວ້າ ໄດ້ພົບເຫັນວ່າ ການທີ່ມີວິຕາມິນ D ໃນລະດັບຕ່ຳ ອາດພົວພັນກັບ ສະພາບ
ສະໝອງເສື່ອມ ແລະ ໂຣກແອລຊາມເມີ້ ຊຶ່ງເປັນໂຣກຄວາມຈຳເສື່ອມ ປະເພດນຶ່ງ ທີ່ມີໂດຍ ທົ່ວໄປຫຼາຍທີ່ສຸດ. ແອລຊາມເມີ້ ສາມາດ ເຮັດໃຫ້ພວກຜູ້ເບິ່ງແຍງ ຜູ້ເປັນໂຣກດັ່ງກ່າວ ອິດເມື່ອຍ ແລະ ເຮັດໃຫ້ພວກຜູ້ທີ່ເປັນໂຣກນີ້ ມີຄວາມຢ້ານກົວມັນ.
ທ່ານ Chris Roberts ທີ່ມີອາການເປັນໂຣກສະໝອງເສື່ອມ ເວົ້າວ່າ “ສິ່ງທີ່ຮ້າຍແຮງທີ່ສຸດ
ທີ່ຂ້າພະເຈົ້າໄດ້ປະເຊີນ ກໍແມ່ນວ່າ ຂ້າພະເຈົ້າ ຫລົງທາງໃນຂະນະຂັບລົດຢູ່ ບໍ່ພຽງແຕ່ ລືມບ່ອນທີ່ຂ້າພະເຈົ້າຈະໄປເທົ່ານັ້ນ ຂ້າພະເຈົ້າຍັງບໍ່ຮູ້ຈັກວ່າ ຂ້າພະເຈົ້າຢູ່ບ່ອນໃດອີກ.”
ອົງການອະນາໄມໂລກ ຫຼື WHO ກະປະມານ ວ່າ ຫຼາຍກວ່າ 47 ລ້ານຄົນ ແມ່ນປ່ວຍເປັນ
ໂຣກສະໝອງເສື່ອມ ໃນຈຳນວນພວກຄົນ ເຫຼົ່ານັ້ນ 60 ເປີເຊັນ ແມ່ນປະຊາຊົນ ຜູ້ມີລາຍຮັບ
ຕ່ຳ ແລະ ປານກາງ ຢູ່ໃນປະເທດຕ່າງໆ ແລະ ໃນປະເທດທີ່ມີຄວາມອາດສາມາດ ນ້ອຍທີ່ສຸດ
ທີ່ຈະຮັບມືກັບໂຣກດັ່ງກ່າວໄດ້.
ບັນດານັກຄົ້ນຄວ້າ ສະຫະລັດ ໄດ້ທຳການສຶກສາ ເບິ່ງພວກຜູ້ໃຫຍ່ ທີ່ເຖົ້າແກ່ແລ້ວ ແລະ
ໄດ້ວັດແທກ ລະດັບວິຕາມິນ D ແລະ ຄວາມສາມາດຈື່ຈຳໃນມັນສະໝອງ ຂອງພວກເຂົາເຈົ້າ: ອັນນັ້ນ ກໍແມ່ນວ່າ ຄວາມສາມາດໃນການຈື່ຈຳ ສິ່ງຕ່າງໆ ແລະ ວິທີການໃຊ້ຄວາມຄິດຂອງເຂົາເຈົ້າ.
ດຣ. Joshua Miller ຈາກມະຫາວິທະຍາໄລ Rutgers ໃນລັດ New Jersey ເວົ້າວ່າ “ພວກ ຄົນທີ່ເຂົ້າຮ່ວມໃນການສຶກສາ ບາງສ່ວນ ໄດ້ເປັນໂຣກສະໝອງເສື່ອມ ຢ່າງສິ້ນເຊີງ ບາງສ່ວນ ມີອາການເສື່ອມອ່ອນໆ ໃນການໃຊ້ຄວາມຄິດ ແລະ ບາງສ່ວນ ມີອັນທີ່ພວກເຮົາເອີ້ນວ່າ ການທຳງານຂອງຄວາມຄິດທີ່ທຳມະດາ.”
ບັນດານັກຄົ້ນຄວ້າ ໄດ້ພົບເຫັນວ່າ ປະມານ 60 ເປີເຊັນ ຂອງກຸ່ມຄົນເຫຼົ່ານັ້ນ ໄດ້ມີວິຕາມິນ D ໃນລະດັບທີ່ຕ່ຳ.
ດຣ. Miller ກ່າວວ່າ “ພວກຜູ້ທີ່ມີໂຣກສະໝອງເສື່ອມ ກໍແມ່ນຢູ່ໃນສະ ຖານະພາບ
ທີ່ມີວິຕາມິນ D ທີ່ຕ່ຳກວ່າພວກຜູ້ທີ່ມີອາການເສື່ອມອ່ອນໆ ໃນການໃຊ້ຄວາມຄິດ
ຫຼື ພວກຜູ້ທີ່ມີການທຳງານຂອງຄວາມຄິດທີ່ທຳມະດາ.”
ພວກທີ່ມີວິຕາມິນ D ທີ່ຕໍ່າ ສະແດງໃຫ້ເຫັນວ່າ ມີອາການຫລົງລືມໃນໄລຍະສັ້ນ ຫຼາຍຂຶ້ນ
ພ້ອມດ້ວຍ ມີຄວາມສາມາດຕ່ຳ ທີ່ຈະຈັດແຈງຄວາມຄິດ, ລຳດັບວຽກງານ ແລະ ການຕັດ
ສິນໃຈ ຕ່າງໆເຫຼົ່ານັ້ນ.
ດຣ. Miller ເວົ້າວ່າ “ຄວາມຈຳເຂົາເຈົ້າ ແມ່ນເສື່ອມລົງ ປະມານສອງເທົ່າເຄິ່ງ ໄວກວ່າ ພວກຜູ້ທີ່ມີ ວິຕາມິນ D ພຽງພໍ.”
ໃນຂະນະທີ່ ການສຶກສາຄົ້ນຄວ້ານີ້ ສະແດງໃຫ້ເຫັນວ່າ ວິຕາມິນ D ເບິ່ງຄືວ່າ ຈະມີບົດບາດ
ໃນການຊ່ອຍເຮັດໃຫ້ການເລີ້ມເປັນໂຣກສະໝອງເສື່ອມຊ້າລົງແລ້ວ ແຕ່ການສຶກສາຄົ້ນຄວ້າ ເພີ້ມຕື່ມແມ່ນມີຄວາມຈຳເປັນເພື່ອຈະໃຫ້ເຫັນວ່າ ຖ້າມີການເສີມວິຕາມິນ D ນັ້ນ ຈະສາມາດ ຊ່ວຍເຮັດໃຫ້ການຊຸດໂຊມດັ່ງກ່າວນີ້ ຊ້າລົງໄດ້ຫຼືບໍ່. ການສຶກສາຄົ້ນຄວ້ານີ້ ໄດ້ຖືກພິມເຜີຍແຜ່ ໃນວາລະສານ ຂອງສະມາຄົມການແພດ ອາເມຣິກັນ ຫຼື Journal of the American Medical Association.