ການຄົ້ນຄວ້າຂອງກຸ່ມທີ່ບໍ່ສ້າງຜົນກຳໄລ Edbuild ກ່ຽວກັບລະບົບອະນຸມັດທຶນການ
ສຶກສາໃຫ້ແກ່ບັນດາໂຮງຮຽນຫຼວງຢູ່ໃນສະຫະລັດ ໂດຍສະເພາະໃນເຂດໂຮງຮຽນທີ່
ບໍລິການພວກນັກຮຽນຜິວຂາວນັ້ນ ໄດ້ຮັບເງິນທຶນເຖິງ 23 ພັນລ້ານໂດລາ ຫຼາຍກວ່າ
ເຂດໂຮງຮຽນ ທີ່ສ່ວນໃຫຍ່ບໍ່ແມ່ນນັກຮຽນຄົນຜິວຂາວ. ຄວາມສະລັບຊັບຊ້ອນພົວພັນ
ຢູ່ໃນປະຊາຄົມເຂດຮັ່ງມີ ແລະການເມືອງທ້ອງຖິ່ນ ເປັນຜົນກະທົບຕໍ່ການອະນຸມັດເງິນ
ຢ່າງໃດນັ້ນ ສະມາຄົມນັກສຶກສາ ວີໂອເອ ມີລາຍງານ ຊຶ່ງກິງສະຫວັນ ຈະນຳມາສະ
ເໜີທ່ານ.
ການສຶກສາຄົ້ນຄວ້າໃໝ່ກ່າວວ່າ ເມື່ອຫ້າສິບປີຫຼັງຈາກເຂົາເຈົ້າໄດ້ຖືກສັ່ງໃຫ້ອະນຸມັດ
ເງິນທຶນເພີ້ມຂຶ້ນ ໃຫ້ແກ່ບັນດາໂຮງຮຽນທີ່ບໍ່ແມ່ນັກຮຽນຄົນຜິວຂາວແລ້ວ ໂຮງຮຽນ
ຫຼາຍໆແຫ່ງໃນເຂດໂຕເມືອງກໍຍັງກໍຍັງລົ້ມແຫຼວທີ່ຈະແຈກຢາຍທຶນດັ່ງກ່າງໃຫ້ຢ່າງສະ
ໝໍ່າສະເໝີເປັນທຳຢູ່.
ແລະບາງກຸ່ມ ກໍໄດ້ພາກັນຍື່ນຟ້ອງ ເພື່ອປົວແປງອັນທີ່ເຂົາເຈົ້າກ່າວວ່າ ເປັນການປະ
ຕິບັດ ເພື່ອກີດກັ້ນນັກຮຽນຜິວດຳທີມີຈຳນວນສູງ ແລະນັກຮຽນພວກເຊື້ອສາຍລາຕິນ
ຈາກການໄດ້ຮັບ “ການສຶກສາຢ່າງທົ່ວເຖິງ ແລະພຽງພໍ.”
ກຸ່ມຄົ້ນຄົ້ວທີ່ບໍ່ສ້າງຜົນກຳໄລ Edbuild ກ່າວວ່າ ຢູ່ໃນສະຫະລັດ ບັນດາເຂດໂຮງຮຽນ
ທີ່ບໍລິການພວກນັກຮຽນຄົນຜິວຂາວ ໄດ້ຮັບ 23 ພັນລ້ານໂດລາ ຫຼາຍກວ່າເຂດໂຮງ
ຮຽນທີ່ສ່ວນໃຫຍ່ ບໍ່ແມ່ນນັກຮຽນຄົນຜິວຂາວ. ສ່ວນໃຫຍ່ຂອງເຂດນັກຮຽນຄົນຜິວຂາວນັ້ນໄດ້ຮັບຫຼາຍກວ່າ 152 ພັນລ້ານໂດລາ ຈາກລັດ ແລະການເກັບພາສີທ້ອງຖິ່ນ ໃນ
ຂະນະທີ່ສ່ວນໃຫຍ່ຂອງໂຮງຮຽນ ທີ່ບໍ່ແມ່່ນນັກຮຽນຄົນຜິວຂາວນັ້ນໄດ້ຮັບເກືອບ 130 ພັນລ້ານໂດລາ.
ປະມານ 12 ລ້ານ8 ແສນ ຂອງພວກເດັກນ້ອຍພາກັນເຂົ້າໂຮງຮຽນ ທີ່ໃນສ່ວນໃຫຍ່ຢູ່
ໃນເຂດໂຮງຮຽນບໍ່ແມ່ນນັກຮຽນຄົນຜິວຂາວ ແລະ 12 ລ້ານ 5 ຫ້າແສນຄົນ ທີ່ສ່ວນ
ໃຫຍ່ ແມ່ນເຂດນັກຮຽນຄົນຜິວຂາວ.
ການສຶກສາໄດ້ຄົ້ນຄວ້າເບິ່ງທຶນປີ 2015 ຫາ 2016 ສຳລັບທຶນໂຮງຮຽນຫຼວງ ບ່ອນທີ່
ຢ່າງໜ້ອຍ ຈະມີນັກຮຽນຜິວຂາວສາມຄົນໃນຈຳນວນສີ່ຄົນໃດ. ເຂົາເຈົ້າໄດ້ປຽບທຽບ
ເລື້ອງນີ້ ໃສ່ກັບເງິນທີ່ໄດ້ໃຊ້ຈ່າຍຢູ່ໃນບັນດາເຂດ ທີ່ຢ່າງໜ້ອຍມີ ນັກຮຽນສາມຄົນ
ໃນຈຳນວນສີ່ຄົນທີ່ບໍ່ແມ່ນຄົນຜິວຂາວ.
ເວລາໃຈ້ແຍກຕົວເລກລົງມາ ຈະເຫັນວ່າ ເຂດໃດທີ່ມີນັກຮຽນທີ່ບໍ່ແມ່ນຄົນຜິວຂາວ
ເປັນສ່ວນໃຫຍ່ ເຂດນັ້ນນັກຮຽນແຕ່ລະຄົນຈະໄດ້ຮັບເງິນ 2 ພັນ 226 ໂດລາໜ້ອຍ
ກວ່າ ພວກນັກຮຽນທີ່ມີພວກຜິວຂາວເປັນສ່ວນໃຫຍ່. ຢູ່ໃນລັດຄາລິຟໍເນຍ ຈຳນວນ
ດັ່ງກ່າວແມ່ນມີຢູ່ປະມານ 2 ພັນ 390 ໂດລາ ໜ້ອຍກວ່າ ສຳລັບນັກຮຽນນຶ່ງຄົນ. ຢູ່
ລັດນິວເຈີຊີ ຄວາມແຕກຕ່າງດັ່ງກ່າວແມ່ນ 3 ພັນ 446 ໂດລາ. ປີກາຍນີ້ ບັນດາກຸ່ມ
ສິດທິມະນຸດລາຕິນ ແລະພວກອື່ນໆ ໄດ້ພາກັນເອົາບົດບາດທາງກົດໝາຍຕ້ານລັດ ໂດຍກ່າວວ່າກົດໝາຍ ແລະນະໂຍບາຍມີການ ແບ່ງແຍກຜິວພັນ ເປັນການປະຕິ
ບັດແບບໃຫ້ບັນດາກຸ່ມເຫລົ່ານີ້ແບ່ງແຍກກັນ.
ຄະດີຂອງເຂົາເຈົ້າໄດ້ຍື່ນຟ້ອງໃນວັນຄົບຮອບ 64 ປີຂອງການຕັດສິນຂອງສານສູງ
ສຸດສະຫະລັດ ທີ່ຮູ້ກັນວ່າ ບຣາວ ສູ້້ກັບ ສະພາການສຶກສາ ທີ່ໄດ້ຕັດສິນວ່າ ການຈຳ
ແນກພວກເດັກນ້ອຍຢູໃນໂຮງຮຽນຫຼວງຍ້ອນຜິວພັນແມ່ນບໍ່ຖືກຕ້ອງຕາມລັດຖະທຳ
ມະນູນ.
ການຄວບຄຸມໂຮງຮຽນຫຼວງ ຢູ່ຕາມທ້ອງຖິ່ນ
ບັນດາໂຮງຮຽນຫຼວງໃຫ້ການສຶກສາ 90 ເປີເຊັນ ແກ່ພວກນັກຮຽນຂັ້ນປະຖົມ ແລະ
ມັດທະຍົມ. ພວກນັກຮຽນ ສ່ວນໃຫຍ່ພາກັນເຂົ້າໂຮງຮຽນຫຼວງຢູ່ໃນຄຸ້ມບ້ານ ເມືອງ
ນ້ອຍ ແລະໂຕເມືອງໃຫຍ່ບ່ອນທີ່ເຂົາເຈົ້າອາໄສຢູ່ ແລະເງິນທຶນໃຫ້ແກ່່ໂຮງຮຽນໄດ້ມາ
ຈາກການເກັບພາສີຈາກເຈົ້າຂອງຊັບສີນຢູ່ໃນເຂດດັ່ງກ່າວ. ບັນດາເຂດໂຮງຮຽນຫຼວງ
ຍັງໄດ້ຮັບເງິນຈາກລັດ ແລະລັດຖະບານທ້ອງຖິ່ນ. ວິທີການໃຫ້ທຶນນັ້ນ ມີຄວາມແຕກ
ຕ່າງກັນຢູ່ໃນແຕ່ລະລັດ.
ບັນດາລັດຖະບານທ້ອງຖິ່ນມີອຳນາດໃນການຕັດສິນເຂດຊາຍແດນຂອງໂຮງຮຽນ. “ເຂດຄວບຄຸມທ້ອງຖິ່ນດັ່ງກ່າວ” ພວກນັກຄົ້ນຄວ້າ EdBuildກ່າວວ່າ ເປັນໄປໄດ້ດີ
ສຳລັບຈຳນວນນຶ່ງ ແຕ່ບໍ່ໄດ້ດີສໍາລັບບ່ອນອື່ນໆ. ເຂົາເຈົ້າຂຽນວ່າ ປະຊາຄົມທີ່ຮັ່ງມີ
ສາມາດ “ໃຊ້ກົດໝາຍທີ່ມີຢູ່ນັ້ນ ແລະອຳນາດການເມືອງເພື່ອຂີດເສັ້ນຊາຍແດນ ອ້ອມແອ້ມເຂົາເຈົ້າ. ຮັກສາເງິນໄວ້ໃນສ່ວນເລິກ ຢູ່ໃນຖົງ ໃນຂະນະທີ່ປະປ່ອຍໃຫ້
ພວກເດັກນ້ອຍທີ່ມີໂອກາດໜ້ອຍກວ່ານັ້ນເຫີນຫ່າງອອກໄປ.”
ບັນດາຜູ້ຊ່ຽວຊານດ້ານການສຶກສາຈຳນວນນຶ່ງອະທິບາຍເລື້ອງນີ້ວ່າ ເປັນການຄວບ
ຄຸມຊາຍແດນ ແບ່ງແຍກລັດ ການລົງຄະແນນສຽງເຂດ ຫຼືເຂດໂຮງຮຽນໃນທຳນອງທີ່
ເຂົ້າຂ້າງບາງ ຫຼາຍກວ່າຄົນອີກຈຳນວນນຶ່ງ.
ຜູ້ກໍ່ຕັ້ງ EdBuild ແລະຫົວໜ້າບໍລິຫານ ທ່ານນາງຣິເບັກກາ ຊີບິລເບຍ ກ່າວວ່າ “ຕາບ
ໃດທີ່ມີການເຊື່ອມໂຍງໂອກາດການຂີດເສັ້ນຊາຍແດນ ໃສ່ກັບການໃຫ້ທຶນແກ່ຄວາມ
ຮັ່ງມີຂອງທ້ອງຖິ່ນແລ້ວ ພວກເຮົາຈະບໍ່ມີລະບົບການສຶກສາທີ່ຖືກຕ້ອງເປັນທຳຈັກ
ເທື່ອ.”