ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາສະແດງໃຫ້ເຫັນວ່າ ການສັກຢາວັກຊີນ ຫລຸດຜ່ອນຄວາມສ່ຽງ ຕໍ່ການ​ໄດ້​ຮັບ​ຜົນ​ທີ່ຍາວນານ​ຈາກ​ໂຄວິດ


ທ່ານ Lili Zohari ອາຍຸ 90 ປີ ກຳລັງຮັບການສັກຢາວັກຊິນໂຄວິດ-19 ເຂັມທີ ສີ່ ຢູ່ເຮືອນບຳນານຜູ້ເຖົ້າ ໃນເມືອງ Netanya, ປະເທດອິສຣາແອລ ວັນທີ 5 ມັງກອນ 2022.
ທ່ານ Lili Zohari ອາຍຸ 90 ປີ ກຳລັງຮັບການສັກຢາວັກຊິນໂຄວິດ-19 ເຂັມທີ ສີ່ ຢູ່ເຮືອນບຳນານຜູ້ເຖົ້າ ໃນເມືອງ Netanya, ປະເທດອິສຣາແອລ ວັນທີ 5 ມັງກອນ 2022.

ການສຶກສາໃໝ່ຢູ່ໃນອິສຣາແອລ ແລະອັງກິດສະເໜີແນະວ່າ ຢາວັກຊິນ​ກັນໂຄວິດ-19
ສາມາດຫລຸດຜ່ອນຄວາມສ່ຽງຂອງຜູ້ຄົນ ທີ່ຈະໄດ້ຮັບ ການເຈັບປ່ວຍ “ທີ່ຍາວນານຍ້ອນ
ໂຄວິດ.”

ຜົນຂັ້ນຕົ້ນຂອງການສຶກສາ ຢູ່ໃນອິສຣາແອລ ທີ່ຍັງບໍ່ທັນໄດ້ຮັບ​ການກວດ​ສອບ ໂດຍ​ຜູ້​
ຊ່ຽວຊານໃນລະດັບດຽວກັນຢ່າງເປັນທາງການ ສະແດງໃຫ້ເຫັນວ່າ ຜູ້ທີ່ໄດ້ຮັບການສັກ
ຢາວັກຊິນຟາຍເຊີກັນໂຄວິດ-19 ສອງໂດສ ແລະໄດ້ກວດມີຜົນ ເປັນ​ບວກ ໃນ​ການຕິດ
ເຊື້ອໄວຣັສນັ້ນ ມີລາຍງານວ່າ ມີໂອກາດໜ້ອຍກວ່າທີ່ຈະອາການທີ່ຍາວນານ ກວ່າຄົນ
ຜູ້ທີ່ບໍ່ໄດ້ສັກຢາ ເວລາເຂົາເຈົ້າຕິດເຊື້ອດັ່ງກ່າວ.

ຢູ່​ທີ່ປະເທດອັງກິດການສຶກ​ສາ​ແບບ​ສັງເກດສຳ​ລັ​ບຜູ້ໃຫຍ່ 6,000 ຄົນທີ່​ດຳ​ເນີນ ການ
ໂດຍຫ້ອງການສະຖິຕິແຫ່ງຊາດ ເປີດເຜີຍວ່າ ບັນດາຜູ້ທີ່ໄດ້ສັກຢາວັກຊີນສອງເທື່ອແລ້ວ
ນັ້ນ ມີໂອກາດ 41 ເປີເຊັນໜ້ອຍກວ່າ ທີ່ຈະລາຍງານກ່ຽວກັບອາການຂອງໂຄວິດ-19
ສາມເດືອນຫຼັງຈາກຂອງການກວດທີ່ມີຜົນເປັນບວກ ແລ້ວນັ້ນ. ການສຶກສາກ່າວວ່າ ທົ່ວ
ໄປແລ້ວມີພຽງແຕ່ 9.5 ເປີເຊັນ ຂອງກຸ່ມສັກຢາວັກຊິນສອງເທື່ອ ຮູ້ສຶກມີອາກາດ “ໂຄວິດ
ທີ່ຍາວນານ” ປຽບທຽບໃສ່ເກືອບ 15 ເປີເຊັນ ກັບກຸ່ມທີ່ຄ້າຍຄືກັນແຕ່ບໍ່ໄດ້ສັກຢາວັກຊິນ.

ການສຶກສາສອງຢ່າງຕ່າງກັນ ​ທີ່ນຳ​ອອກເຜີຍແຜ່ໃນຕົ້ນອາທິດນີ້ ໄດ້ເປີດເຜີຍ​ໃຫ້​ຮູ້ ຜູ້​ທີ່
ອາດມີຄວາມອ່ອນໄຫວສຸດຕໍ່ການຕິດເຊື້ອ “ໂຄວິດຍາວນານ.”

New studies in Israel and Britain suggest COVID-19 vaccines can reduce the risk of people suffering from “long COVID.”

Preliminary results of a study in Israel – which has not been peer reviewed – show that people who received the two-dose Pfizer COVID-19 vaccine and tested positive for the virus were much less likely to report any lingering symptoms than people who were unvaccinated when they were infected.

In Britain, an observational study of 6,000 adults conducted by the Office for National Statistics revealed that those who were double-vaccinated were 41% less likely to report COVID-19 symptoms three months after testing positive. The study said that, overall, only 9.5% of the double-vaccinated group experienced “long COVID,” compared to nearly 15% of a similar group who were unvaccinated.

Two separate studies released earlier this week revealed who may be most susceptible to “long COVID.”

XS
SM
MD
LG